ວັນທີ 05 ເມສາ 2023 ຢູ່ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຊາຍ - ຍິງ ໃນງານມະຫະກຳກິລາຊີເກມຄັ້ງທີ 32.

05/04/2023

  ການແຂ່ງຂັນບານເຕະຊາຍ ມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນ ໂດຍແບ່ງອອກເປັນ 2 ກຸ່ມ, ກຸ່ມລະ 5 ທີມ ໂດຍຄັດເອົາອັນດັບ 1 ແລະ 2 ຜ່ານເຂົ້າໄປຫລິ້ນໃນຮອບຮອງຊະນະເລີດ, ສ່ວນການແຂ່ງຂັນບານເຕະຍິງມີທັງຫມົດ 9 ປະເທດເຂົ້າຮ່ວມການແຂ່ງຂັນແບ່ງອອກເປັນ 2 ກຸ່ມ.

ຜົນການຈັບສະຫລາກບານເຕະຊາຍມີດັ່ງນີ໊:

- ກຸ່ມ A ປະກອບມີ: ກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ  ຕີມໍ ເລສເຕ

- ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ 

ການແຂ່ງຂັນບານເຕະຊາຍແມ່ນໃຊ້ 2 ສະຫນາມຫລັກຄື: ສະຫນາມກິລາແຫ່ງຊາດ Morodok Techo ແລະ ສະຫນາມກິລາ Prince. 

ຜົນການຈັບສະຫລາກບານເຕະຍິງມີດັ່ງນີ້

- ກຸ່ມ A ປະກອບມີ: ຫວຽດນາມ, ຟີລິບປີນ, ມຽນມາ,   ອິນໂດເນເຊຍ ແລະ ມາເລເຊຍ

- ກຸ່ມ B ປະກອບມີ: ກຳປູເຈຍ, ໄທ, ສິງກະໂປ ແລະສປປລາວ 

ການແຂ່ງຂັນບານເຕະຍິງ ແມ່ນໃຊ້ສະຫນາມກິລາ ARMY , ສະຫນາມກິລາ RSN ແລະ ສະຫນາມກິລາ Prince.

ການແຂ່ງຂັນບານເຕະໃນງານມະຫະກຳກິລາຊີເກມຄັ້ງທີ 32 ກິລາບານເຕະ ແມ່ນຈະເລີ່ມການແຂ່ງຂັນວັນທີ 29 ເມສາ ຫາ  16 ພືດສະພາ 2023, ສ່ວນຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.