ອາເຣນ່າ ກູເລຍໂມ່ ໝົດສັນຍາເປັນຄູຝຶກທີມຊາດລາວ ແລະ ກັນລະຍາ ສີສົມຫວັງ ຮັກສາການຫົວໜ້າຄູຝຶກທີມຊາດລາວຊູດໃຫຍ່

20/09/2023

ອາເຣນ່າ ກູເລຍໂມ່ (ARENA GUGLIERMO) ໄດ້ໝົດສັນຍາຈາກການເປັນຄູຝຶກທີມຊາດລາວ.

  ສຳລັບ ອາເຣນ່າ ກູເລຍໂມ່ ໄດ້ຮັບການຄຸມທີມຊາດລາວຮຸ່ນອາຍຸບໍ່ເກີນ 23 ປີ ຫຼື U23 ນັບຕັ້ງແຕ່ຕົ້ນເດືອນມິຖຸນາ ນໍາທີມເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ຢູ່ທີ່ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາ 2023 ແລະ ການແຂ່ງຂັນບານເຕະຊາຍ U23 ຊິງແຊ້ມອາຊີ 2024 ຮອບຄັດເລືອກ (AFC U23 Asian Cup 2024 Qualifying Round) ລະຫວ່າງວັນທີ 06-12 ກັນຍາ 2023 ຢູ່ທີ່ປະເທດທາຈີກິສຖານ.

ສະຫະພັນບານເຕະແຫ່ງຊາດລາວ ຂໍອວຍພອນໃຫ້ທ່ານ ປະສົບຜົນສໍາເລັດໃນໜ້າທີ່ວຽກງານໃນອະນາຄົດ.

 ໃນຂະນະດຽວກັນ ສະຫະພັນບານເຕະແຫ່ງຊາດລາວ ໄດ້ແຕ່ງຕັ້ງ ທ່ານ ກັນລະຍາ ສີສົມຫວັງ ເປັນຮັກສາການຫົວໜ້າຄູຝຶກ ເພື່ອກະກຽມທີມເຂົ້າຮ່ວມ ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ທີ່ຂະພົບກັບທີມຊາດເນປານ, ຮູບແບບການແຂ່ງຂັນແມ່ນຈັດ 2 ນັດແບບໄປ-ກັບ ແລ້ວຜ່ານເຂົ້າໃນຮອບທີ 2 ຕໍ່ໄປ, ໂດຍຮອບຄັດເລືອກຮອບທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ2023 ທີ່ປະເທດເນປານ ແລະ 17 ຕຸລາ 2023 ແມ່ນຈະແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ. ຮອບຄັດເລືອກ ຮອບທີ 2 ມີທັງໝົດ 36 ທີມ ຜູ້ຊະນະຮອບທີໜຶ່ງ 9 ທີມ ແລະ 27 ທີມທີ່ໄດ້ສິດລໍຖ້າໃນຮອບທີ 2, ຖ້າຫາກ ສປປລາວ ຫລື ເນປານ ທີມໃດຊະນະ ແມ່ນຈະຜ່ານເຂົ້າສູ່ຮອບທີ 2 ເຊິ່ງຜົນການຈັບສະຫລາກແມ່ນ ຢູ່ຮ່ວມກຸ່ມ H ສະຫະລັດ ອາຣັບ ເອມມີເລດ, ບາເຣນ, ເຢເມນ ຫລື ສີລັງກາ.