ເປີດການຝຶກອົບຮົມຜູ້ປະສານງານການແຂ່ງຂັນ 2024

24/04/2024

             ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຜູ້ປະສານງານການແຂ່ງຂັນບານເຕະ LFF Local General Coordinators’ Course ຂື້ນໃນຕອນເຊົ້າ ວັນທີ 24 ເມສາ 2024 ຢູ່ທີ່ຫ້ອງປະຊຸມຂອງສຕລ,ໂດຍການເປັນປະທານແລະກ່າວເປີດພິທີຂອງ ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ.

 ທ່ານ ນາງ ກັນຍາ ແກ້ວມະນີໄດ້ກ່າວວ່າ: ການຈັດຝຶກອົບຮົມວຽກງານການຈັດການແຂ່ງຂັນຂອງ ສຕລ ແມ່ນວຽກງານທີ່ສຳຄັນ,ຂໍໃຫ້ຜູ້ເຂົ້າຮ່ວມຈົ່ງຕັ້ງຫນ້າເກັບກຳບົດຮຽນໃຫ້ໄດ້ຫລາຍທີ່ສຸດ ເພື່ອເປັນບຸກຄະລາກອນຈັດການແຂ່ງຂັນບານເຕະ ສຕລ ແລະ ກ້າວໄປສູ່ບຸກຄະລາກອນຈັດການແຂ່ງຂັນລະດັບນາໆຊາດ.

ສຳລັບຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ກໍເພື່ອຍົກລະດັບວຽກງານຈັດແຂ່ງຂັນຢູ່ ສປປລາວ, ອັບເດດກົດລະບຽບການແຂ່ງຂັນຂອງFIFA, AFC ທັງນີ້ກໍເພື່ອກະກຽມໃສ່ ການແຂ່ງຂັນລາຍການແຂ່ງຂັນຕ່າງໆຂອງ ສຕລ ຈັດຂຶ້ນປະຈຳປີ 2024 , ເພື່ອສົ່ງເສີມ ແລະ ຂະຫຍາຍວຽກງານຈັດການແຂ່ງຂັນບານເຕະພາຍໃນປະເທດ ເປົ້າໝາຍຍົກລະດັບການບໍລິຫານຈັດການແຂ່ງຂັນໂດຍເປັນການເປີດກ້ວາງໃຫ້ກັບບຸກຄະລາກອນຮຸ່ນສືບທອດໃນໜ້າວຽກດັ່ງກ່າວ.

  ການຈັດຝຶກອົບຮົມຄັ້ງນີ້ແມ່ນໃຊ້ເວລາ 3 ວັນ(24-26 ເມສາ 2024 ),ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງຢູ່ສະຫນາມ,ລວມທັງວິທີການຈັດການແຂ່ງຂັນຕ່າງໆ ລະບຽບການແຂ່ງຂັນຂອງລາຍການແຂ່ງຂັນ ສະຫະພັນບານເຕະອາຊີ, ແຕ່ລະວຽກງານ ທຸກຂັ້ນຕອນ ນັບຕັ້ງແຕ່ການຈັດກອງປະຊຸມເຕັກນິກ, ການຄວບຄຸມການແຂ່ງຂັນ, ວຽກງານປ້ອງກັນຄວາມສະຫງົບ, ວຽກງານການແພດ, ວຽກງານສື່ມວນຊົນ, ວຽກງານການຕະຫຼາດ, ວຽກງານພິທີການ, ການລາຍງານຫຼັງຈົບເກມການແຂ່ງຂັນ ແລະ ວຽກງານປິ່ນອ້ອມອື່ນໆໃນການຈັດການແຂ່ງຂັນ.

ໃຫ້ກຽດເຂົ້າຮວ່ມໃນງານນີ້ຍັງມີທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໂຕ ເຊັນນີ ( TOH SEN NEE ) ສັນຊາດມາເລເຊຍ ວິທະຍາກອນຈາກ ສະຫະພັນບານເຕະອາຊີ, ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ ພ້ອມດ້ວຍວິຊາການຈັດການແຂ່ງຂັນທີ່ກ່ຽວຂ້ອງ ແລະ ນັກສໍາມະນາກອນຈຳນວນ 35 ທ່ານ ເປັນຍິງ 9ທ່ານ ທີ່ມາຈາກຫລາຍພາກສ່ວນເຂົ້າຮ່ວມ.