ສຕລ ກຽມຈັດກິດຈະກຳຝຶກສອນຄວາມຮູ້ຂັ້ນພື້ນຖານການເຕະບານໃຫ້ເຍົາວະຊົນແຂວງຜົ້ງສາລີ

07/05/2024

          ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ກຽມຈັດກິດຈະກຳຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງຜົ້ງສາລີ ພາຍໃຕ້ໂຄງການ ‘’ The AFC Grassroots Football Day”ຂື້ນໃນວັນທີ 15 ພຶດສະພາ 2024 ຢູ່ທີ່່ສະໜາມບານເຕະເມືອງຜົ້ງສາລີ ແຂວງຜົ້ງສາລີ,ເຊິ່ງກິດຈະກຳດັ່ງກ່າວຈັດຂື້ນໃນໂອກາດລະນຶກຄົບຮອບ 11 ປີ ທີ່ສະຫະພັນບານເຕະອາຊີ(AFC)ໄດ້ສະເຫລີມສະຫລອງງານດັ່ງກ່າວພ້ອມກັນກັບທຸກປະເທດທີ່ເປັນສະມາຊິກ.

          ສຳລັບຈຸດປະສົງຫຼັກຂອງການຈັດຝຶກສອນຄັ້ງນີ້ແມ່ນເລັ່ງໃສ່ສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ແນໃສ່ໃຫ້ເຂົາເຈົ້າໄດ້ຮຽນຮູ້ທັງພາກທິດສະດີແລະພາກປະຕິບັດຕົວຈິງໃນການຫຼີ້ນກິລາບານເຕະ,ກໍຄືພັດທະນານັກກິລາບານເຕະໃຫ້ມີຄວາມກ້າວໜ້າ ແລະສົ່ງເສີມຂະຫຍາຍກວ້າງອອກໄປໃນຂອບເຂດທົ່ວປະເທດ,ລວມທັງພັດທະນາກິລາບານເຕະໃຫ້ມີຄວາມສອດຄ່ອງ ແລະ ເອກກະພາບກັນໃນຂອບເຂດທົ່ວປະເທດ,ທັງເປັນການຝືກສອນດ້ານກິລາບານເຕະໃຫ້ມີມາດຕະຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.ນອກນັ້ນ,ການຫຼີ້ນກິລາຍັງເປັນການສ້າງໃຫ້ນັກຮຽນໄດ້ມີສຸຂະພາບແຂງແຮງ ແລະ ມັກຮັກໃນກິລາບານເຕະ, ໃຫ້ມີຄວາມຮັກແພງ, ມີນ້ຳໃຈນັກກິລາ,ມ່ວນຊື່ນ ກັບການຫຼີ້ນກີລາ ແລະ ຫ່າງໄກຈາກສີ່ງເສບຕິດ,ອະບາຍຍະມຸກຕ່າງໆ,ກ້າວຂື້ນໃຫ້ເດັກນ້ອຍມີຄວາມມຸ້ງຫວັງແລະມີຄວາມບຸກບືນກາຍເປັນນັກກິລາອາຊີບທີ່ດີເດັ່ນໃນເວທີພາຍໃນກໍ່ຄືນາໆປະເທດຢ່າງມີປະສິດທິພາບໃນອະນາຄົດ.