ລາຍຊື່ນັກກິລາຄັດເລືອກ ທີມຊາດລາວ ຊຸດໃຫຍ່

05/06/2026

ລາຍຊື່ນັກກິລາຄັດເລືອກ ທີມຊາດລາວ ຊຸດໃຫຍ່

ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມ ທ່ານ ວຣາກິຊາ ກຣູຈິກ (Vladica Grujic) ສັນຊາດ ສ. ເຊີເບຍ ໄດ້ເລີ່ມຝຶກຊ້ອມນັບຕັ້ງແຕ່ ວັນທີ 25 ພຶດສະພາ 2026 ເປັນຕົ້ນມາ ເພື່ອກະກຽມກຽມພ້ອມຂອງທີມເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ປະຈຳປີ 2026 AFF Hyundai Cup 2026 ໂດຍໄດ້ເອີ້ນນັກກິລາມາທັງຫມົດ 31 ຄົນ ແລະ ຈະຕັດໃຫ້ເຫລືອ 26 ຄົນ ເພື່ອເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວນີ້.

 ສຳລັບລາຍຊື່ນັກກິລາທັງ31ຄົນທີ່ເຂົ້າແຄ້ມຝຶກຊ້ອມມີດັ່ງນີ້:

+ ຜູ້ຮັກສາປະຕູ

- ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກອງທັບ

- ກົບ ໂລກພະທິບ ຈາກ ສະໂມສອນ ເອສະຣາ

- ອານຸລັກ ວິລະຜົນ ຈາກ ສະໂມສອນ ມັດສະດ້າ ຈີບີ

- ສຸລິສັກ ສຸວັນຄໍາ ຈາກ ສະໂມສອນ ຫຼວງພະບາງ ຟຟລ

+ ກອງຫລັງ

- ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ

- ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ນໍ້າທາ ຢູໄນເຕັດ

- ວຽງໄຊ ສິດດາວົງ ຈາກ ສະໂມສອນ ສາລະວັນ ຢູໄນເຕັດ

- ເພັດດາວັນ ສົມສະນິດ ຈາກ ສະໂມສອນ ເອສະຣາ

- ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ມັດສະດ້າ ຈີບີ

- ສອນວິໄລ ເພັດວຽງສີ ຈາກ ສະໂມສອນ ມັດສະດ້າ ຈີບີ

- ໂອຄໍາ ລາດຊະຈັກ ຈາກ ສະໂມສອນ ກອງທັບ

- ບຸນແພງ ໄຊສົມບັດ ຈາກ ສະໂມສອນ ຫຼວງພະບາງ ຟຟລ

- ກ້າຫານ ເພັດສີວິໄລ ຈາກ ສະໂມສອນ ຫຼວງພະບາງ ຟຟລ

- ພົນສັກ ສີສະຫວາດ ຈາກ ສະໂມສອນ ຊ້າງນ້ອຍ

+ ກອງກາງ

- ອານຸສອນ ໄຊປັນຍາ ຈາກ ສະໂມສອນ ຊ້າງນ້ອຍ

- ພະຫັດໄຊ ແກ້ວມະນີ ຈາກ ສະໂມສອນ ຊ້າງນ້ອຍ

- ສົມລິດ ແສງວັນນີ ຈາກ ສະໂມສອນ ກອງທັບ

- ສົມຫວັງ ຈຸມມະລີ ຈາກ ສະໂມສອນ ມັດສະດ້າ ຈີບີ

- ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ

- ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ

- ອາວິໄລ ສີພາວັນ ຈາກ ສະໂມສອນ ສາລະວັນ ຢູໄນເຕັດ

- ວິໄລ ກຸລັງສີ ຈາກ ສະໂມສອນ ບີໄອເອັສ

- ຈັນສະຫມອນ ເພັດສົມພອນ ຈາກ ສະໂມສອນ ບີໄອເອັສ

- ຄອນສະຫວັນ ແກ້ວຫນູຈັນ ຈາກ ສະຖາບັນກິລາ Rome City Institute ປະເທດອີຕາລີ

- ດາຫມົດ ທອງຄໍາສະຫວັດ ຈາກ ສະໂມສອນ ແທັງຮວາ ( ປະເທດຫວຽດນາມ )

+ ກອງຫນ້າ

- ບຸນພະຈັນ ບຸນກອງ ຈາກ ສະໂມສອນ ຊ້າງນ້ອຍ

- ກ້ວຍເຈັ໋ງ ຫນູພັກດີ ຈາກ ສະໂມສອນ ຈຳປາສັກ ອາເວເນຍ

- ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ

- ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ສາລະວັນ ຢູໄນເຕັດ

- ບຸນໄຊ ເຊີນວັງລຽງ ຈາກ ສະໂມສອນ ນໍ້າທາ ຢູໄນເຕັດ

- ພະຍັກ ສີພານົມ ຈາກ ສະໂມສອນ ໄຊນາດ ( ລີກ 2 ປະເທດໄທ )

ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ປະຈຳປີ 2026 AFF Hyundai Cup 2026, ສຳລັບປີນີ້ຖືເປັນການສະເຫຼີມສະຫຼອງຄົບຮອບ 30 ປີ ຂອງການແຂ່ງຂັນບານເຕະຊັ້ນນຳຂອງອາຊຽນ, ການແຂ່ງຂັນຈະດຳເນີນແຕ່ ວັນທີ 24 ກໍລະກົດ ຫາ 26 ສິງຫາ ໂດຍມີ 10 ທີມຊາດເຂົ້າຮ່ວມການແຂ່ງຂັນພາຍໃຕ້ຕາຕະລາງການແຂ່ງຂັນປັບປຸງໃໝ່ ຈາກລະບົບເກົ່າທີ່ຈະຈັດໃສ່ຖືກຊ່ວງທ້າຍປີໃນເດືອນທັນວາ. ພ້ອມດຽວກັນນັ້ນ, ປີນີ້ຖືເປັນປີທຳອິດ ທີ່ກຸ່ມບໍລິສັດ Hyundai Motor ໄດ້ກາຍເປັນຜູ້ສະໜັບສະໜູນຫຼັກໃຫ້ແກ່ AFF ພາຍຫລັງທີ່ໄດ້ຕົກລົງເຊັນສັນຍາຜູ້ສະໜັບສະໜູນຫຼັກຢ່າງເປັນທາງການ ໃນ ປີ 2025 ຜ່ານມາ ໂດຍກໍານົດສັນຍາປັດຈຸບັນຮອດປີ 2028. ສຳລັບຮູບແບບການແຂ່ງຂັນ ASEAN Hyundai Cup ຈະແບ່ງອອກເປັນ 2 ກຸ່ມ ໂດຍແຕ່ລະກຸ່ມຈະມີ 5 ທີມ ແລະ ໃນຮອບແບ່ງກຸ່ມແຕ່ລະທີມຈະໄດ້ແຂ່ງຂັນທັງໝົດ 4 ນັດ ໂດຍແບ່ງອອກ 2 ນັດຈັດການແຂ່ງຂັນໃນປະເທດຕົນເອງ ແລະ ອີກ 2 ນັດຕ້ອງໄປແຂ່ງຢູ່ນອກບ້ານ. ການແຂ່ງຂັນແມ່ນພົບກັນໝົດຮອບດຽວ ແລ້ວເອົາແຕ່ອັນດັບ 1 ແລະ ອັັນດັບ 2 ຂອງກຸ່ມ ເພື່ອເຂົ້າຮອບ 4 ທີມສຸດທ້າຍ, ເຊິ່ງໃນຮອບ 4 ທີມສຸດທ້າຍ ແຕ່ລະທີມຈະໄດ້ເຕະແບບ ເຍົ້າ-ເຍືອນ ຈົນໄປຮອດຮອບຊີງຊະເລີດ.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

- ວັນທີ 25/07/2026 ທີມຊາດລາວ ພົບ ທີມຊາດໄທ

- ວັນທີ 28/07/2026 ທີມຊາດມາເລເຊຍ ພົບ ທີມຊາດລາວ

- ວັນທີ 01/08/2026 ທີມຊາດລາວ ພົບ ທີມຊາດຟີລິບປິນ

- ວັນທີ 04/08/2026 ທີມຊາດມຽນມາ ພົບ ທີມຊາດລາວ