ວົງມີໄຊ ສຸບົວຄໍາ ຜູ້ຝຶກສອນຄູຝຶກຄົນທຳອິດ ສປປ ລາວ ໄດ້ສອນລະດັບ ຊີ 'AFC C Diploma'

09/06/2023
ວັນທີ 08 ມິຖຸນາ 2023 ສະຫະພັນບານເຕະອາຊີ (AFC) ສົ່ງຫນັງສືເຖິງ ສະຫະພັນບານເຕະແຫ່ງຊາດລາວ ເຫັນດີອະນຸມັດ ທ່ານ ວົງມີໄຊ ສຸບົວຄຳ ເປັນຄູຝຶກສອນຄົນລາວທຳອິດທີ່ມີສິດສອນຄູຝຶກລະດັບ ຊີ AFC C Diploma ຢູ່ໃນ ສປປລາວ. ປະຫວັດ ທ່ານ ວົງມີໄຊ ສຸບົວຄຳ ແມ່ນເຄີຍເປັນນັກກິລາ ທີມຊາດລາວ ເຄີຍໄດ້ອັນດັບ 1 ໃນຮຸ່ນອາຍຸ 14 ປີ ຮຸ່ນດຽວກັບ ກັນລະຍາ ສີສົມຫວັງ, ເລີ້ມເຂົ້າເຮັດວຽກຢູ່ທີ່ ສະຫະພັນບານເຕະແຫ່ງຊາດລາວ ໃນປີ 2011, ເປັນຜູ້ຊ່ວຍຄູຝຶກ ທີມຊາດລາວ ຊຸດໃຫຍ່, ຊຸດເຍົາວະຊົນ ແລະ ຫົວຫນ້າຄູຝຶກ ທີມບານເຕະຍິງ ຊຸດເຍົາວະຊົນ ແລະ ຊຸດໃຫຍ່.