ສຕລ ຝຶກອົບຮົມຄູຝຶກກິລາບານເຕະລະດັບ C ຢູ່ຫຼວງນ້ຳທາ

11/03/2024

             ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C) ຂື້ນໃນຕອນເຊົ້າວັນທີ 11 ມີນາ 2024 ທີ່ຫ້ອງປະຊຸມ ສະຫນາມກິລາແຂວງຫຼວງນ້ຳທາ,ໂດຍໃຫ້ກຽດເຂົ້າຮວ່ມຂອງ ທ່ານ ວັນດີ ພົມທອງ ຮອງປະທານ ສະຫະພັນແຂວງ ຫລວງນໍ້າທາ.

              ໃນພິທີ,ທ່ານ ວັນດີ ພົມທອງ ໄດ້ກ່າວເປີດພິທີໂດຍໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງການຝຶກອົບຮົມຄັ້ງນີ້,ລວມທັງບົດບາດຄວາມສໍາຄັນຂອງຄູຝຶກ, ພ້ອມຮຽກຮ້ອງໃຫ້ຜູ້ເຂົ້າຮວ່ມການຝຶກອົບຮົມທຸກທ່ານຈົ່ງຕັ້ງໃຈຮຽນຮູ້ແລກປ່ຽນບົດຮຽນ,ປະສົບການ ເພື່ອນໍາເອົາບົດຮຽນໃນການຝຶກອົບຮົມຄັ້ງນີ້ ໄປນໍາໃຊ້ໃຫ້ເກີດປະໂຫຍດຫຼາຍເທົ່າທີ່ຈະຫຼາຍໄດ້ເພື່ອພັດທະນາວົງການບານເຕະລາວເວົ້າລວມ,ກໍຄືບານເຕະຂອງແຂວງຫຼວງນໍ້າທາໃຫ້ກ້າວສູ່ລະດັບດີຂື້ນໄປເລື້ອຍໆ.

             ໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງພາກສະໜາມ, ໂດຍຈະມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ. ສຳລັບການຝຶກອົບຮົມແມ່ນຈະດຳເນີນໄປແຕ່ວັນທີ 11ມີນາ ຈົນຮອດ ວັນທີ 22 ມີນາ 2024.

              ເຂົ້າຮວ່ມພິ​ທີນີ້ ຍັງມີທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ທະນົງສັກ ລາດສີທອງ ຫົວຫນ້າຂະແຫນງກິລາ-ກາຍະກຳ ແລະ ສີລະປະ ແຂວງຫຼວງນ້ຳທາ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລ ແລະ ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ຜູ້ຊ່ວຍຜູ້ຝຶກສອນ, ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນຈໍານວນ 24 ທ່ານ ມາຈາກແຂວງຫຼວງນ້ຳທາ 13 ທ່ານ, ແຂວງອຸດົມໄຊ 3 ທ່ານ, ແຂວງບໍ່ແກ້ວ 2 ທ່ານ ແລະ ປະເທດໄທ 6 ທ່ານ.