ເປີດຝຶກອົບຮົມຄູຝຶກກິລາບານເຕະລະດັບ “A”ຄັ້ງທີ 2

19/06/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດການຝຶກອົບຮົມຄູຝຶກກິລາບານເຕະລະດັບ “A”(LFF/AFC “A” Diploma Coaching Course 2023/2024)ຄັ້ງທີ 2 ຂື້ນຢ່າງເປັນທາງການທີ່ ສຕລ ເມື່ອວັນທີ 19 ມິຖຸນາ 2023 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຊູນດໍາ ມູຕີ ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ເຮີມັນ ຄູຝຶກສອນ ເປັນວິທະຍາກອນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ບັນດານັກສໍາມະນາກອນຝຶກອົບຮົມຄູຝຶກ “A” (Coaching Course)ເຂົ້າຮ່ວມ.


ການເປີດຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຮັບຮອງຈາກສະຫະພັນບານເຕະອາຊີ ຫຼື AFC ຮ່ວມກັບ ສຕລ ຮັບຮອງ ແລະ ຕົກລົງຈັດຝຶກອົບຮົມຢ່າງເປັນທາງການ ໂດຍມີບັນດານັກສໍາມະນາກອນຝຶກອົບຮົມຄູຝຶກ ຈໍານວນທັງໝົດ 21 ທ່ານ,ທີ່ມາຈາກຕ່າງປະເທດ 6 ທ່ານ ແລະ ສໍາມະນາກອນເສັງຄືນ 3 ທ່ານ.ການຮຽນຄູຝຶກກິລາບານເຕະລະດັບ “A”ໄດ້ແບ່ງເປັນ 6 ໄລຍະໃນການຮຽນ ອາທິດທໍາອິດແມ່ນເລີ່ມຈາກວັນທີ 19-30 ເດືອນມິຖຸນາ, ໄລຍະທີ 2 ແມ່ນເດືອນກໍລະກົດ, ໄລຍະທີ3 ແມ່ນເດືອນກັນຍາ ແລະ ໄລຍະທີ 4 ແມ່ນເດືອນພະຈິກ ແລະ ຈາກນັ້ນກໍແມ່ນສືບຕໍ່ໃນປີ 2024 (ລາຍລະອຽດຕາຕະລາງການຮຽນຈະແຈ້ງໃຫ້ຊາບພາຍຫຼັງ).


ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ໃຫ້ກຽດກ່າວເປີດງານຢ່າງເປັນທາງການ,ເຊິ່ງບາງຄຳເຫັນທ່ານໄດ້ກ່າວວ່າ:ນີ້ແມ່ນນິມິດໝາຍອັນດີ,ເຊິ່ງກ່ອນນີ້5ປີເຄີຍຝຶກອົບຮົມມາແລ້ວ, ຄັ້ງນີ້ເປັນຄັ້ງທີ່ 2 ໃນ ສປປ ລາວ ທີ່ພວກເຮົາເປີດຝຶກອົບຮົມຄູຝຶກ,ເພື່ອຈຸດປະສົງສ້າງຄຸຝຶກມາພັດທະນາບານເຕະປະເທດເຮົາເພີ່ມຂຶ້ນ, ເຊິ່ງການຮຽນເທື່ອນີ້ເປັນບົດຮຽນໃນຮູບແບບໃໝ່ ແບ່ງເປັນ 6 ພາກ ທັງໄດ້ຝຶກ ທັງໄດ້ຮຽນນໍາກັນເປັນປີ ຢາກໃຫ້ນັກສໍາມະນາກອນເອົາໃຈໃສ່ຍາດແຍ່ງເອົາໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ເຊິ່ງໃນລາວລີກ 1 ປີໜ້າ ສະຫະພັນບານເຕະຂອງພວກເຮົາມີກົດລະບຽບຄືຮັບເອົາຄູຝຶກທີ່ຜ່ານ A license ແລະ B license ເປັນຄູຝຶກ ນີ້ກໍເປັນໂອກາດອັນດີໃຫ້ບັນດາຄູຝຶກໄດ້ໄປນໍາໃຊ້ໃນບັນດາສະໂມສອນຕ່າງໆຂອງລາວລີກ 1, ເປົ້າໝາຍຂອງຄະນະນໍາສຕລພວກເຮົາ,ຫຼັງຈາກຈົບລະດູການນີ້ກົດລະບຽບຂອງການແຂ່ງຂັນລາວລີກ1 ຜູ້ເປັນຄູຝຶກຕ້ອງມີໃບຢັ້ງຢືນ A license ເທົ່ານັ້ນ ແລະ ສວ່ນB ແມ່ນຈະມາເປັນຜູ້ຊ່ວຍຄູຝຶກທີມຊາດເທົ່ານັ້ນ.


ທ່ານປະທານສະຫະພັນບານເຕະແຫ່ງຊາດລາວກ່າວຕື່ມວ່າ:ທຸກທ່ານທີ່ເຂົ້າມາຮຽນ ສາມາດເປັນຄູຝຶກໃຫ້ກັບສະໂມສອນຕ່າງໆໄດ້. ສະນັ້ນບັນດາສະໂມສອນທີ່ຈະຂຶ້ນມາລາວລີກຕ້ອງມີ A license,ປັດຈຸບັນບັນດາສະໂມສອນໃນລາວລີກ1 ກໍມີການປັບປຸງພັດທະນາຫຼາຍຂື້ນແລະໄດ້ນໍາໃຊ້ຄູຝຶກທີ່ເປັນຄົນລາວ. ສະນັ້ນເພື່ອຍາດແຍ່ງບໍ່ໃຫ້ຄູຝຶກຕ່າງປະເທດເຂົ້າມາເຮັດວຽກໃນປະເທດເຮົາ,ພວກເຮົາຕ້ອງພັດທະນາຕົນເອງໃຫ້ແຂງແຮງ ແຂງແກ່ນຂຶ້ນ ໃຫ້ໄດ້ລະດັບ AFC ມາດຕະຖານການແຂ່ງຂັນ, ສຸດທ້າຍຂໍໃຫ້ທຸກທ່ານຈົ່ງສືບຕໍ່ຕັ້ງໃຈ ເຮັດໃຫ້ໄດ້  A license, ແລ້ວຕໍ່ Pro license ເພື່ອພັດທະນາວົງການບານເຕະ,ຄູຝຶກ,ນັກກິລາໃຫ້ປະສົບຜົນສໍາເລັດຮ່ວມກັນ.


ຂະນະທີ່ ທ່ານ ຊູນດໍາ ມູຕີ ຫົວໜ້າພະແນກເຕັກນິກວິທະຍາຂອງສຕລ ກໍໄດ້ກ່າວວ່າ: ຫຼັງຈາກ 5 ປີຜ່ານມາ ເຮົາກໍຫວນກັບມາ ເປີດການຝຶກກິລາບານເຕະລະດັບ “A” ອີກຄັ້ງໜຶ່ງ, ເປົ້າໝາຍຂອງການຝຶກຄັ້ງນີ້ກໍແມ່ນເພື່ອເພີ່ມບຸກຄະລາກອນ “A” Coaching  ຂອງປະເທດລາວ, ນີ້ເປັນນະໂຍບາຍ ແລະ ວິໃສທັດ ເພື່ອພັດທະນາ “A” Coaching ໃຫ້ສືບຕໍ່ເປັນຈໍານວນເພີ່ມຂຶ້ນໃນອະນາຄົດຂອງປະເທດເຮົາ, ຄຸນນະພາບຂອງຄູຝຶກແນ່ນອນສົ່ງຜົນສະທ້ອນເຖິງຄຸນນະພາບຂອງນັກກິລາແລະ ສົ່ງຜົນສະທ້ອນຂອງນັກກິລາອອກຈາກສະໂມສອນລີກ1, ລີກ2 ຫຼື ເຍົາວະຊົນກໍດີ, ພວກເຮົາໄດ້ສູ້ຊົນຜ່ານຜ່າຫຼາຍອຸປະສັກ ແລະ ຫຼັງຈາກເປີດ “A” Coaching Course ພວກເຮົາກໍຢາກຝາກໃຫ້ນັກສໍາມະນາກອນທຸກທ່ານ ທຸ້ມເທທຸກສິ່ງທຸກຢ່າງໃຫ້ປະສົບຜົນສໍາເລັດໄປນໍາກັນ ພວກເຮົາຈະພະຍາຍາມຊ່ວຍເປັນທິດທາງໃນການດໍາເນີນການຝຶກອົບຮົມຄັ້ງນີ້ ແລະ ຫວັງວ່າພວກເຮົາຈະໄດ້ຮ່ວມງານກັນພາຍຫຼັງຊຸດອົບຮົມນີ້ສຳເລັດລົງ.ໃນການຝຶກອົບຮົມຄັ້ງນີ້ແມ່ນຈະມີການຮຽນຮູ້ທາງດ້ານທິດສະດີ ແລະການປະຕິບັດຕົວຈິງ ພ້ອມດຽວກັນຍັງມີການສອບເສັງ.