ຈົບການຝຶກອົບຮົມຄູຝຶກກິລາບານເຕະລະດັບ”C” ໄລຍະທີ 1 ( 06-10/07/2023 )

11/07/2023

ຈົບການຝຶກອົບຮົມຄູຝຶກກິລາບານເຕະລະດັບ”C” ໄລຍະທີ 1 ( 06-10/07/2023 ) 

 

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມີການຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ ”C”(LFF/AFC ”C” Diploma Coaching Course) 2023 ຂື້ນຢ່າງເປັນທາງການທີ່ ສຕລ ເມື່ອວັນທີ 6 ກໍລະກົດ 2023 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະໜຸນ ລຽນສະຫວັນ ຮອງເລຂາທິການ ສຕລ, ທ່ານ ຊູນດໍາ ມູຕີ ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຄູຝຶກສອນທັງເປັນວິທະຍາກອນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ບັນດານັກສໍາມະນາກອນຝຶກອົບຮົມຄູຝຶກ “C” (Coaching Course)ເຂົ້າຮ່ວມ.

ການເປີດຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຮັບຮອງຈາກສະຫະພັນບານເຕະອາຊີ ຫຼື AFC ຮ່ວມກັບ ສຕລ ຮັບຮອງ ໂດຍມີນັກສໍາມະນາກອນຝຶກອົບຮົມຄູຝຶກ ຈໍານວນທັງໝົດ 24 ທ່ານ,ທີ່ມາຈາກຕ່າງປະເທດ 6 ທ່ານ ແລະ ສໍາມະນາກອນ ທີ່ເປັນຄົນລາວ 18 ທ່ານເຂົ້າຮວ່ມ.ການຮຽນຄູຝຶກກິລາບານເຕະລະດັບ ”C” ໄດ້ແບ່ງເປັນ 2 ໄລຍະໃນການຮຽນຄືໄລຍະທີ່ 1 ແມ່ນເລີ່ມແຕ່ວັນທີ 06-10 ກໍລະກົດ 2023 ແລະ ໄລຍະທີ 2 ແມ່ນເລີ່ມ ວັນທີ 21-25 ສິງຫາ 2023.

ການຝຶກອົບຮົມຄູຝຶກກິລາບານເຕະລະດັບ ”C” ໃນຄັ້ງນີ້ນັບເປັນບາດກ້າວໃໝ່ ແລະເປັນຄັ້ງທໍາອິດຂອງທ່ານ ວົງມີໄຊ ສຸບົວຄຳຮັບໜ້າທີ່ເປັນຄູຝືກສອນ ທັງເປັນວິທະຍາກອນຈາກ ສປປ ລາວ ທີ່ໄດ້ຮັບການແຕ່ງຕັ້ງຈາກສະຫະພັນບານເຕະອາຊີ.

#LaoFootballFederation

#coachingCourse

#LFFTechnical

#LFFAFCCDIPLOMACOACHINGCOURSE