ສຕລເປີດຊຸດຝຶກອົບຮົມຄູຝຶກຜູ້ຮັກສາປະຕູກິລາບານເຕະລະດັບ c

20/09/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຄູຝຶກຜູ້ຮັກສາປະຕູກິລາບານເຕະ ລະດັບຊີ(c)ຂື້ນໃນຕອນເຊົ້າວັນທີ 20 ກັນຍາ 2023 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ດຣ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ.

ທ່ານ ດຣ ໄຊຊະນະ ທອງຄຳຈັນໄດ້ກ່າວເປີດພິທີໂດຍໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງການຝຶກອົບຮົມຄັ້ງນີ້,ລວມທັງຄວາມສໍາຄັນຂອງຜູ້ຮັກສາປະຕູກິລາບານເຕະ,ເພາະຜູ້ຮັກສາປະຕູເຮັດໜ້າໄດ້ດີເທົ່າໃດໂອກາດຈະຊະນະຄູ່ຕໍ່ສູ້ຍິ່ງມີສູງ,ພ້ອມຮຽກຮ້ອງໃຫ້ຜູ້ເຂົ້າການຝຶກອົບຮົມທຸກທ່ານຈົ່ງຕັ້ງໃຈຮຽນຮູ້ແລກປ່ຽນປະສົບການ ນໍາເອົາບົດຮຽນໃນຄັ້ງນີ້ ໄປນໍາໃຊ້ໃຫ້ເກີດປະໂຫຍດຫຼາຍເທົ່າທີ່ຈະຫຼາຍໄດ້ເພື່ອພັດທະນາວົງການບານເຕະລາວໃຫ້ກ້າວໄປໃນຕໍ່ໜ້າ.ໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະພາກປະຕິບັດຕົວຈິງໃນພາກສະໜາມ,

ສຳລັບການຝຶກອົບຮົມແມ່ນຈະດຳເນີນໄປຈົນຮອດ ວັນທີ27 ກັນຍາ 2023.

ເຂົ້າຮວ່ມກອງປະຊຸມນີ້ຍັງມີ,ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ຄຣີສ ຢອງ ( Cris Yong) ຜູ້ຝຶກສອນຫຼັກຈາກປະເທດມາເລເຊຍ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 13 ທ່ານ,ມາຈາກປະເທດໄທ 3ທ່ານ.