ສຕລ ຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ

09/10/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຄູຝຶກກິລາບານເຕະ ລະດັບຊີ(c)ຂື້ນໃນຕອນເຊົ້າວັນທີ 9 ຕຸລາ 2023 ທີ່ຫ້ອງປະຊຸມ ສະຫະພັນບານເຕະ ແຂວງຈຳປາສັກ ,ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ດຣ ເພັດສາຄອນ ຄະນະບໍລິຫານງານສະຫະພັນບານເຕະແຂວງຈຳປາສັກ.

ທ່ານ ເພັດສາຄອນ ໄດ້ກ່າວເປີດພິທີໂດຍໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງການຝຶກອົບຮົມຄັ້ງນີ້,ລວມທັງບົດບາດຄວາມສໍາຄັນຂອງໂຄສບານເຕະ,ພ້ອມຮຽກຮ້ອງໃຫ້ຜູ້ເຂົ້າຮວ່ມການຝຶກອົບຮົມທຸກທ່ານຈົ່ງຕັ້ງໃຈຮຽນຮູ້ແລກ ປ່ຽນບົດຮຽນ,ປະສົບການ ເພື່ອນໍາເອົາບົດຮຽນໃນການຝຶກອົບຮົມຄັ້ງນີ້ ໄປນໍາໃຊ້ໃຫ້ເກີດປະໂຫຍດຫຼາຍເທົ່າທີ່ຈະຫຼາຍໄດ້ເພື່ອພັດທະນາວົງການບານເຕະລາວໃຫ້ກ້າວໄປໃນຕໍ່ໜ້າ.

ໄລຍະການຝຶກອົບຮົມໄດ້ແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີໃນຫ້ອງຮຽນແລະພາກປະຕິບັດຕົວຈິງໃນພາກສະໜາມ,ສຳລັບການຝຶກອົບຮົມແມ່ນຈະດຳເນີນວັນທີ 09 ຕຸ ລາ ໄປຈົນຮອດວັນທີ20 ຕຸລາ 2023.

ເຂົ້າຮວ່ມກອງປະຊຸມນີ້ຍັງມີທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກປະເທດລາວ ແລະ ທ່ານHerman Zalaini ຫົວຫນ້າພັດທະນາຄູຝຶກ ຈາກປະເທດ ສິງກະໂປພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງແລະນັກສຳມະກອນຈໍານວນ 24 ທ່ານ,ມາຈາກປະເທດໄທ 6 ທ່ານ.


#LaoFootballFederation

#LFFCoachEducation