ສຕລຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ " B "

01/11/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດຊຸດຝຶກອົບຮົມຄູຝຶກກິລາບານເຕະ ລະດັບ B (LFF/AFC "B" DIPLOMA COACHING COURSE 2023/2024)ຂື້ນໃນຕອນເຊົ້າວັນທີ 1 ພະຈິກ 2023 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ຄະນະພັດທະນາຄູຝຶກ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 22 ທ່ານ ທີ່ມາຈາກປະເທດໄທ 3ທ່ານ, ໄນຈີເລຍ 1ທ່ານ ແລະ ສະວິດເຊີແລນ 1ທ່ານ.

ໃນພິທີ,ທ່ານ ນາງ ພູໄຊ ແພງພົງ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ແມ່ນສໍາຄັນຫຼາຍ,ຈົ່ງໃຫ້ທຸກຄົນຕັ້ງໃຈ ແລະອວຍພອນໃຫ້ທຸກທ່ານປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້, ສາມາດຜ່ານການຝຶກອົບຮົມໃນຄັ້ງນີ້ເພື່ອກ້າວໄປສູ່ລະດັບຕໍ່ໄປ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນຈະນໍາໃຊ້ລະບຽບໃໝ່ຂອງ AFC ຊຶ່ງຈະແບ່ງອອກເປັນ 2ໄລຍະ ຄື:

- ໄລຍະທີ1 ເລີ່ມວັນທີ 1 ຫາ 10 ພະຈິກ 2023

- ໄລຍະທີ2 ເລີ່ມວັນທີ 18 ຫາ 28 ກຸມພາ 2024