ສຳເລັດ ການຝຶກອົບຮົມຄູຝຶກ JFA FOOTBALL COURSE IN LAOS

15/12/2023

ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະ ຍີ່ປຸ່ນ ( JFA ) ໄດ້ສຳເລັດການຈັດຝຶກອົບຮົມການເປັນຄູຝືກໃຫ້ກັບບັນດາຄູຝຶກຈຳປີ - ຈຳປາ ແລະ ບັນດາສະໂມສອນຕ່າງໆໃນວັນທີ15ທັນວານີ້,ພາຍຫຼັງດຳເນີນການຝຶກອົບຮົມເປັນເວລາ2ວັນ(14 - 15 ທັນວາ 2023),ໂດຍມີນັກຝຶກອົບຮົມ24 ຄົນເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ແມ່ນໄດ້ຮັບການຊວ່ຍເຫຼືອດ້ານການຖ່າຍທອດບົດຮຽນຈາກວິທະຍາກອນ ທີ່ມາຈາກ ສະຫະພັນບານເຕະ ຍີ່ປຸ່ນ (JFA ) ທ່ານ Yasuhiko Kimura ເຊິ່ງເປັນຄູຝຶກທີມຊາດຍີ່ປຸ່ນ ຮຸ່ນເຍົາວະຊົນ ເປັນຜູ້ສົ່ງຄວາມຮູ້ດ້ານທິດສະດີ ແລະພາກປະຕິບັດຕົວຈິງພ້ອມເຕັກນິກໃຫມ່ໆ ໃຫ້ກັບຄູຝຶກ ເພື່ອຖ່າຍທອດໃຫ້ກັບນັກກິລາເຍົາວະຊົນໃນຕໍ່ຫນ້າ,ໂດຍໄດ້ເນັ້ນໃສ່ 4 ຫົວຂໍ້ຄື:

1. ໂຄງຮ່າງຂອງກິລາບານເຕະ ແລະ ກິດຈະກຳກິລາບານເຕະ

2. ⁠ໂຄງຮ່າງການວິເຄາະເກມ ແລະ ການປັບປຸງການຝຶກຊ້ອມ

3. ⁠ການພັດທະນາເຍົາວະຊົນໃນຢີ່ປຸ່ນ

4. ⁠ການວິເຄາະຂໍ້ມູນຂອງບານໂລກ 2022

JFA ໄດ້ເລີ່ມປະຕິບັດໂຄງການສົ່ງຄູຝຶກໄປຕ່າງປະເທດເລີ່ມແຕ່ປີ 1999, ມາຮອດປະຈຸບັນໄດ້ສົ່ງໄປ 109ຄົນ, 28 ປະເທດໃນພູມີພາກ ຖືວ່າມີຜົນງານທີ່ສາມາດຊ່ວຍເຫລືອອັນໃຫຍ່ຫລວງຕໍ່ການພັດທະນາບານເຕະໃນບັນດາປະເທດໃນອາຊີແລະໃນເທື່ອນີ້ ກໍມີຈຸດປະສົງເພື່ອຮັດແຫນ້ນຄວາມສາມັກຄີ ແລະ ສືບຕໍ່ສົ່ງການແລກປ່ຽນກັບປະເທດຮ່ວມມືປາຍທາງ ດ້ວຍການເປີດສຳມະນາ ຝຶກອົບຮົມ ບັນຍາຍຫລັກສູດໄລຍະສັ້ນ ໃຫ້ກົງກັບຄວາມຕ້ອງການຂອງແຕ່ລະປະເທດ ໂດຍການສົ່ງຄູຝຶກທີ່ມີໃບອະນຸຍາດລາຍເຊັນທີ່ເປັນທາງການຂອງ JFA ເປັນຜູ້ໃຫ້ການຝຶກອົບຮົມໃຫ້ແກ່ສປປລາວແລະຕ່າງປະເທດ.