ເປີດຊຸດຝຶກອົບຮົມຄູຝຶກບານເຕະລະດັບ ຊີ

21/09/2022

ເປີດຊຸດຝຶກອົບຮົມຄູຝຶກບານເຕະລະດັບ ຊີ ( LFF " C " DIPLOMA COACHING COURSE )

ໃນຕອນເຊົ້າວັນທີ 19 ກັນຍາ 2022 ທີ່ ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ມີພິທີເປີດຊຸດຝຶກອົບຮົມຄູຝຶກບານເຕະລະດັບຊີ ຂື້ນ ໃຫ້ກຽດເປັນະທານກ່າວເປີດໂດຍທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະພັນບານເຕະແຫ່ງຊາດລາວ, ທ່ານ ເຊວວາຣາຈ ຫົວໜ້າ ພັດທະນາບານເຕະເຍົາວະຊົນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 24 ທ່ານ ທີ່ມາຈາກຫຼາຍພາກສ່ວນເຂົ້າຮ່ວມ ເຊັ່ນ ສະໂມສອນ ກອງທັບ, ສະໂມສອນ ເອສຣາ, ສະໂມສອນ ວຽງຈັນ, ສະໂມສອນ ຊ້າງນ້ອຍ, ສະໂມສອນ ມາສເຕີ້ ເຊເວັ້ນ, ສະໂມສອນ ເມືອງຫາດ ແລະ ສະໂມສອນ ເຮັສບີທີ 941.

ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ກ່າວວ່າ: ສຳລັບການຝຶກອົບຮົມໃນຄັ້ງນີ້ ເປັນໜຶ່ງໃນໜ້າວຽກສໍາຄັນທີ່ນອນໃນຍຸດທະສາດການພັດທະນາກິລາບານເຕະຂອງ ສຕລ ໂດຍສະ ເພາະການສົ່ງເສີມນັກກິລາທີມຊາດ, ນັກກິລາໃນແຕ່ລະສະໂມສອນ ນອກຈາກນັ້ນຍັງມີຄູຝຶກ ຕາມທ້ອງຖິ່ນຕ່າງໆ ເພື່ອເອົາຄວາມຮູ້ນໍາໄປພັດທະນາກິລາບານເຕະ. ນອກຈາກນັ້ນ ກໍ່ເປັນການຕໍ່ ຍອດຄວາມຮູ້ຈາກລະດັບ ຊີ ສູ່ ລະດັບບີ ສູ່ ລະດັບ ເອ ແລະ ຕໍ່ໆໄປ.

ໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງໃນພາກສະໜາມ, ໂດຍຈະມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.

ສຳລັບໄລຍະເວລາຂອງການຝຶກອົບຮົມແມ່ນຈະດຳເນີນນັບຕັ້ງແຕ່ວັນທີ 19 ກັນຍາ ຫາ 01 ຕຸລາ 2022.