ພິທີມອບໃບຢັ້ງຢືນ ຝືກອົບຮົມ ຄູຝືກກິລາບານເຕະລະດັບ “ຊີ”

30/09/2022

ພິທີມອບໃບຢັ້ງຢືນ ຝືກອົບຮົມ ຄູຝືກກິລາບານເຕະລະດັບ “ຊີ” (AFC “C” DIPLOMA COACHING COURSE)

ໃນຕອນແລງ ວັນທີ 30 ກັນຍາ 2022 ທີ່ ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີປີດຊຸດຝຶກອົບຮົມຄູຝຶກບານເຕະລະດັບ ຊີ AFC “C” DIPLOMA COACHING COURSE ໃຫ້ກຽດເປັນປະທານກ່າວປີດໂດຍທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການສະພັນບານເຕະແຫ່ງຊາດລາວ, ທ່ານ Sundram Moorthy ຫົວຫນ້າພະແນກເຕັກນິກ - ວິທະຍາ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ເຊວວາຣາຈ ຫົວໜ້າ ພັດທະນາບານເຕະເຍົາວະຊົນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 24 ທ່ານ ທີ່ມາຈາກຫຼາຍພາກສ່ວນເຂົ້າຮ່ວມ ເຊັ່ນ: ສະໂມສອນ ກອງທັບ, ສະໂມສອນ ເອສຣາ, ສະໂມສອນ ວຽງຈັນ, ສະໂມສອນ ຊ້າງນ້ອຍ, ສະໂມສອນ ມາສເຕີ້ ເຊເວັ້ນ, ສະໂມສອນ ເມືອງຫາດ ແລະ ສະໂມສອນ ເຮັສບີທີ 941.

ໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງໃນພາກສະໜາມ, ໂດຍມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.

ສຳລັບໄລຍະການຝຶກອົບຮົມແມ່ນໄດ້ເລີ້ມມາຕັ້ງແຕ່ວັນທີ 19 ກັນຍາ ຈົນມາຮອດວັນທີ 29 ກັນຍາ 2022 ຈຶ່ງໄດ້ສິ້ນສຸດລົງ .

ໃນທ້າຍພິທີໄດ້ມີພິທີມອບໃບຢັ້ງຢືນໃນການເຂົ້າຮ່ວມໃຫ້ກັບນັກສຳມະນາກອນ.

#LaoFootballFederation

#LFF