ເປີດໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຢ່າງເປັນທາງການ

30/11/2023

ນະຄອນຫຼວງວຽງຈັນ ວັນທີ 30 ພະຈິກ 2023 ຢູ່ທີ່ສູນຝຶກຈໍາປີ - ຈໍາປາ ສະຫນາມກິລາແຫ່ງຊາດຫຼັກ 16 ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະນາໆຊາດ ຈັດພິທີເປີດໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ໂດຍການໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນ. ຟັດມາ ຊາມູຣາ ( Fatma Samba Diouf Samoura ) ເລຂາທິການ ສະຫະພັນບານເຕະນາໆຊາດ ພ້ອມດ້ວຍຄະນະ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ແຂກຖືກເຊີນ, ສື່ມວນຊົນ, ຄູອາຈານ ແລະ ນັກກິລາເຍົາວະຊົນ 300 ຄົນ ເຂົ້າຮ່ວມ.

 ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເປີດພິທີຢ່າງເປັນທາງການ ສຳລັບຈຸດປະສົງຂອງໂຄງການນີ້ ແມ່ນຈະສຸ່ມໃສ່ການພັດທະນາກິລາບານເຕະໃນໂຮງຮຽນຫຼັກ ຊຶ່ງໄດ້ເນັ້ນໃຫ້ບັນດາຄູພາລະ ໄດ້ຮັບການຝຶກແອບບຢ່າງຖືກວິທີ ແລະ ສົ່ງເສີມນ້ອງນັກຮຽນ ທີ່ມີຄວາມຮັກໃນກິລາບານເຕະ ທີ່ມີຄວາມຮັກມັກໃນກິລາບານເຕະ ສາມາດເຂົ້າເຖິງການຫລິ້ນບານເຕະໃນໂຮງຮຽນໃຫ້ຫລາຍຂຶ້ນ ແລະ ຮຽນຮູ້ທັກສະນະໃນການດຳລົງຊີວິດ. ໃນສອງມື້ທີ່ຜ່ານ,ໄດ້ມີການຈັດຝຶກອົບຮົມພາກທິດສະດີ ແລະ ຝຶກແອບພາກປະຕິບັດຕົວຈິງໃຫ້ແກ່ບັນດາຄູຝຶກພາລະ ຈຳນວນ 80 ທ່ານ ມາຈາກ 80 ໂຮງຮຽນ ພາຍໃນນະຄອນຫຼວງວຽງຈັນ ເຊິ່ງບັນດາຄູຝຶກເຫລົ່ານີ້ຈະເປັນຜູ້ນຳເອົາຄວາມຮູ້ທີ່ໄດ້ຝຶກອົບຮົມໃນຄັ້ງນິ້ ໄປຂະຫຍາຍສິດຕໍ່ບັນດາຄູພາລະຜູ້ອື່ນໆຕື່ມອີກ ແລະ ຈະໄດ້ມີໂຄງການນິ້ຍັງສຶບຕໍ່ຈັດຕັ້ງປະຕິບັດໃຫ້ແກ່ບັນດາໂຮງຮຽນຢູ່ຕ່າງແຂວງໃນຕໍ່ຫນ້າ.

  ຂະນະທີ່ ທ່ານ ນ. ຟັດມາ ຊາມູຣາ ( Fatma Samba Diouf Samoura ) ເລຂາທິການ ສະຫະພັນບານເຕະນາໆຊາດ ໄດ້ເວົ້າເຖິງ ໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ແມ່ນໄດ້ເລີ້ມຕົ້ນໂຄງການໃນປີ 2019 ໂດຍໃນປັດຈຸບັນ ມີຫຼາຍກວ່າ 100 ປະເທດສະມາຊິກ ທີ່ເຂົ້າຮ່ວມໂຄງການດັ່ງກ່າວ ຂ້າພະເຈົ້າຫວັງວ່າ ຈະໄດ້ນັກກິລາເຍົາວະຊົນ, ຄູອາຈານ ເປັນຕົວແທນຂອງປະທດ ( FIFA F4S AMBASSADORS ) ແລະ ຈະໄດ້ຮຽນຮູ້ທັກສະການຫລິ້ນກິລາບານເຕະ ເພື່ອກ້າວເປັນນັກກິລາອາຊີບໃນຕໍ່ຫນ້າ.

  ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ຂໍສະແດງຄວາມຂອບໃຈມາຍັງ ສະຫະພັນບານເຕະນາໆຊາດ ຫຼື ຟີຟາ ທີ່ໄດ້ໃຫ້ການສະຫນັບສະຫນູນຊ່ວຍເຫລືອໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຊຶ່ງໄດ້ສ້າງເງື່ອນໄຂໃຫ້ກັບບັນດາເຍົາວະຊົນໃຫ້ເຂົ້າເຖິງການຫລິ້ນກິລາບານເຕະພາຍໃນໂຮງຮຽນ ທັງນີ້ກໍເສີມສ້າງຄວາມເຂັ້ມແຂງທາງສະມາທິ, ທາງດ້ານກຳລັງເຫື່ອແຮງ ເພາະວ່າການຫລິ້ນກິລາຊ່ວຍໃຫ້ສຸຂະພາບແຂງແຮງ ເຊິ່ງເປັນປັດໃຈຕົ້ນຕໍອັນຫນຶ່ງທີ່ຊ່ວຍໃຫ້ມີຊິວິດທີ່ສົດໃສ ກໍຄືເປັນກຳລັງແຮງໃຫ້ເຮົາໄດ້ເຂົ້າໂຮງຮຽນ, ສຳລັບຈຸດປະສົງທີ 2 ໄດ້ໃຫ້ຄູອາຈານ ຄູພາລະສຶກສາ ໄດ້ຮຽນຮູ້ກ່ຽວກັບພາກທິດສະດີ ແລະ ພາກປະຕິບັດຕົວຈິງໃນການສິດສອນກິລາບານເຕະໃຫ້ຖືກວິທີ ເຊິ່ງໂຄງການ FIFA FOOTBALL FOR SCHOOLS ເຊິ່ງໄດ້ສອດຄ່ອງກັບນະໂຍບາຍການພັດທະນາກິລາ ໂດຍສະເພາະແມ່ນກິລາບານເຕະຢູ່ໃນ ສປປລາວ ແລະ ຂ້າພະເຈົ້າຫວັງວ່າທັງຄູຝຶກ ແລະ ນັກກິລາ ຈະເອົາໃຈໃສ່ຮ່ວມໃນກິດຈະກຳດັ່ງກ່າວນີ້ ເພື່ອສ້າງເງື່ອນໄຂໃຫ້ກາຍເປັນນັກກິລາດີເດັ່ນທີ່ພອນສະຫວັນ ເພື່ອສະຫນອງໃຫ້ກັບ ທີມຊາດລາວ ໃນທຸກຮຸ່ນອາຍຸ ໃນອະນາຄົດນີ້.

  ໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຈັດຂຶ້ນໃນຫລາຍປະເທດ ເຊິ່ງໄດ້ເນັ້ນຢໍ້າຕື່ມວ່າ ໂຄງການດັ່ງກ່າວ ບໍ່ພຽງແຕ່ຝຶກແອບບານເຕະໃຫ້ນັກຮຽນເທົ່ານັ້ນ ແຕ່ຍັງຈະສອນໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງທັກສະການໃຊ້ຊີວິດອີກດ້ວຍ. ທ່ານຫວັງຢ່າງຍິ່ງວ່າ ຜູ້ເຂົ້າຮ່ວມຈະນຳເອົາຄວາມຮູ້ໃນການເຂົ້າຮ່ວມໃນຄັ້ງນີ້ ເພື່ອໄປພັດທະນາ ໂຮງຮຽນຂອງຕົນເອງ ໄປສິດສອນບານເຕະໃຫ້ ກັບບັນດາເຍົາວະຊົນ. ສຳລັບໂຄງການດັ່ງກ່າວຖືວ່າເປັນໂຄງການໄລຍະຍາວ ແລະ ການເປັນຮ່ວມມືລະຫວ່າງ ສະຫະພັນບານເຕະນາໆຊາດ ຫຼື ຟີຟາ ຮ່ວມມືກັບ ສະຫະພັນບານເຕະແຫ່ງຊາດລາວ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະ ເພື່ອພັດທະນາບານເຕະລະດັບເຍົາວະຊົນ.