ຝຶກສອນຄວາມຮູ້ພື້ນຖານການເຕະບານໃຫ້ເຍົາວະຊົນແຂວງບໍລິຄຳໄຊ

16/05/2023

ວັນທີ 13 ພຶດສະພາ 2023 ທີ່ຜ່ານມາ ຢູ່ທີ່ສະຫນາມກິລາມັດທະຍົມສົມບຸນ(ມສ)ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະແຂວງບໍລິຄຳໄຊໄດ້ຈັດກິດຈະກຳຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງໂດຍມີ 200 ຄົນ ເປັນຍິງ 100 ຄົນ ທີ່ມາຈາກ 10 ໂຮງຮຽນອ້ອມຂ້າງຕົວເມືອງປາກຊັນເຂົ້າຮວ່ມ ພາຍໃຕ້ໂຄງການ ‘’ The AFC Grassroots Football Day ‘’ ເຊິ່ງປີ້ນີ້ແມ່ນຄົບຮອບ 10 ປີ ທີ່ ສະຫະພັນບານເຕະອາຊີ ໄດ້ສະເຫລີມສະຫລອງງານດັ່ງກ່າວພ້ອມກັນກັບທຸກປະເທດທີ່ເປັນສະມາຊິກ.

 ສຳລັບຈຸດປະສົງການຈັດຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບບັນດາເຍົາວະຊົນ ແມ່ນແນໃສ່ໃຫ້ເຍົາວະຊົນໄດ້ຮຽນຮູ້ທັງພາກທິດສະດີແລະພາກປະຕິບັດຕົວຈິງໃນການຫຼີ້ນກິລາບານເຕະ,ກໍຄືພັດທະນານັກກິລາບານເຕະໃຫ້ມີຄວາມກ້າວໜ້າ ແລະຂະຫຍາຍໄປທົ່ວປະເທດ,ພັດທະນາກິລາບານເຕະໃຫ້ມີຄວາມສອດຄ່ອງ ແລະ ເອກກະພາບກັນໃນຂອບເຂດທົ່ວປະເທດ,ທັງເປັນການຝືກສອນດ້ານກິລາໃຫ້ມີມາດຕະຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.ນອກນັ້ນ,ການຫຼີ້ນກິລາຍັງເປັນການສ້າງໃຫ້ນັກຮຽນໄດ້ມີສຸຂະພາບແຂງແຮງ ແລະ ມັກຮັກໃນກິລາບານເຕະ, ໃຫ້ມີຄວາມຮັກແພງ, ມີນ້ຳໃຈນັກກິລາ,ມ່ວນຊື່ນ ກັບການຫຼີ້ນກີລາ ແລະ ຫ່າງໄກຈາກສີ່ງເສບຕິດ,ອະບາຍຍະມຸກຕ່າງໆ,ກ້າວຂື້ນໃຫ້ເດັກນ້ອຍມີຄວາມມຸ້ງຫວັງແລະມີຄວາມບຸກບືນກາຍເປັນນັກກິລາອາຊີບທີດີເດັ່ນໃນເວທີພາຍໃນກໍ່ຄືນາໆປະເທດຢ່າງມີປະສິດທິພາບໃນອະນາຄົດ.ໃນຕອນທ້າຍພິທີຍັງໄດ້ມີການມອບຫມາກບານໃຫ້ໂຮງຮຽນທີ່ເຂົ້າຮ່ວມ ແລະມອບລາງວັນໃຫ້ກັບໂຮງຮຽນທີ່ຊະນະເລີດ.

ພາບ​ຈາກ: ສຕ​ຂ ( ແຂວງ​ບໍ​ລິ​ຄຳ​ໄຊ )