U17 ທີມຊາດລາວ ສົ່ງທ້າຍ U17 ຊິງແຊ້ມອາຊີ 2023 ປະລາໄຊໃຫ້ ມາເລເຊຍ 1-2

22/06/2023

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ນັດສຸດທ້າຍຂອງກຸ່ມ A ວັນທີ 21 ມິຖຸນາຜ່ານມາ, U17 ທີມຊາດລາວ ສົ່ງທ້າຍ ດ້ວຍການປະລາໄຊໃຫ້ U17 ມາເລເຊຍ 1-2, U17 ລາວ ນຳກ່ອນ ແຕ່ຖືກແຊງຊະນະ.

U17 ທີມຊາດລາວ ຕົກຮອບແບ່ງກຸ່ມ ເສຍ 3 ນັດລວດ! – ເສຍໃຫ້ ໄທ ເຈົ້າພາບ 1-2, ເສຍໃຫ້ ເຢເມັນ 1-2 ແລະ ເສຍໃຫ້ ມາເລເຊຍ 1-2, U17 ທີມຊາດລາວ ຕົກຮອບແບ່ງກຸ່ມທັງ 3 ຄັ້ງ ທີ່ເຂົ້າຮ່ວມຮອບສຸດທ້າຍ ຕໍ່ຈາກປີ 2004 ແລະ 2012.

ຂະນະທີ່ U17 ທີມຊາດໄທ ເຈົ້າພາບ ໄດ້ອັນດັບ 1 ຂອງກຸ່ມ A ນັດສຸດທ້າຍ ຊະນະ ເຢເມັນ 1-0 ໄດ້ປະຕູໄຊນາທີ 90’+6. U17 ທີມຊາດໄທ ຊະນະ 3 ນັດລວດ ເປັນທີ 1 ຂອງກຸ່ມ, ເຢເມັນ ເປັນທີ 2 ມີ 6 ຄະແນນ ທັງສອງທີມເຂົ້າສູ່ຮອບ 8 ທີມສຸດທ້າຍຕໍ່ໄປ. ຂະນະທີ່ ມາເລເຊຍ ມີ 3 ຄະແນນ ແລະ ລາວ ບໍ່ມີຄະແນນ ຕົກຮອບ.