ນັດທຳອິດຂອງທີມຍິງທີມຊາດລາວ ປະລາໄຊໃຫ້ ບານອນ 1-4 ເຕະບານລາຍການພິເສດທີ່ ຊາອຸດິອາຣາເບຍ

18/09/2023

ການແຂ່ງຂັນເຕະບານຍິງ ລາຍການພິເສດ Women's International Friendly Tournament 2023 ທີ່ເມືອງທາອິຟ ປະເທດຊາອຸດິອາຣາເບຍ 🇸🇦 ລະຫວ່າງວັນທີ 18-30 ກັນຍາ 2023 🇱🇦 ທີມຍິງທີມຊາດລາວຊຸດໃຫຍ່ ລົງແຂ່ງຂັນນັດທຳອິດຂອງກຸ່ມ B ເສຍໃຫ້ 🇱🇧 ເລບານອນ (ລີບັງ) 1-4 ເຄິ່ງເວລາທີໜຶ່ງ ລີບັງ ນຳ 1-0 ເຄິ່ງຫລັງມາໄດ້ອີກ 3 ປະຕູ, ສ່ວນທີມຊາດລາວໄດ້ໜຶ່ງປະຕູທ້າຍເກມຈາກ ຈິນດາ ສີຫາລາດ ນາທີ 81'.

ສຳ​ລັບ ນັດຕໍ່ໄປ ທີມຍິງທີມຊາດລາວ ຈະພົບກັບ ພູຖານ ວັນທີ 24 ກັນຍາ 2023 ເວລາ: 21:30 ທີ່ສະໜາມເດີມ King Fahd Sport City ທີມຊາດລາວ ຕ້ອງການຊະນະ ເພື່ອເຂົ້າຮອບຮອງຊະນະເລີດ.

ສຳລັບລາຍການນີ້ ມີ 6 ປະເທດເຂົ້າຮ່ວມ, ແບ່ງອອກເປັນ 2 ກຸ່ມ, ກຸ່ມ A ປະກອບມີ: ຊາອຸດິອາຣາເບຍ ເຈົ້າພາບ , ມາເລເຊຍ, ປາກິສຖານ ແລະ ກຸ່ມ B ມີ : ເລບານອນ, ບູຖານ ແລະ ທີມຊາດລາວ. ຮູບແບບການແຂ່ງຂັນພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງກຸ່ມ ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ.