ຫລວງນໍ້າທາສຳເລັດການຈັດຝືກອົບຮົມຄູຝືກລະດັບ C

25/03/2024

            ແຂວງຫຼວງນໍ້າທາໂດຍໄດ້ຮັບການອຸປະຖໍາແລະຮວ່ມມືກັບສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສຳເລັດການຈັດຝຶກອົບຮົມຄູຝຶກລະດັບຊີ(C),ເຊິ່ງພິທີປິດຢ່າງເປັນທາງການໄດ້ຈັດຂື້ນໃນຕອນເຊົ້າວັນທີ 22 ມີນາ 2024 ທີ່ ຫ້ອງການສະຫະພັນບານເຕະແຂວງ (ສະຫນາມກິລາແຂວງ),ເຊິ່ງມີທ່ານ ພູນແກ້ວ ເຫົ່າອີນ ຄະນະປະຈໍາພັກແຂວງ, ຫົວໜ້າພະແນກໂຍທາທິການແລະຂົນສົ່ງແຂວງ,ທັງເປັນປະທານສະຫະພັນບານເຕະແຂວງໃຫ້ກຽດເຂົ້າຮວ່ມ.



             ທ່ານພູນແກ້ວ ເຫລົ່າອີນ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຫລາຍ, ພ້ອມຮຽກຮ້ອງໃຫ້ຜູ້ເຂົ້າຮວ່ມ ນໍາເອົາບົດຮຽນໃນການຝຶກອົບຮົມຄັ້ງນີ້ ໄປນໍາໃຊ້ໃຫ້ເກີດປະໂຫຍດທີ່ສຸດ ເພື່ອພັດທະນາວົງການບານເຕະລາວເວົ້າລວມ,ກໍຄືບານເຕະຂອງແຂວງຫຼວງນໍ້າທາ ໃຫ້ກ້າວສູ່ລະດັບດີຂື້ນໄປເລື້ອຍໆ.


             ໄລຍະການຝຶກອົບຮົມ ແມ່ນໄດ້ແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງພາກສະໜາມ, ໂດຍມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ,ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ. ສຳລັບການຝຶກອົບຮົມແມ່ນໄດ້ດຳເນີນມາແຕ່ວັນທີ 11 ມີນາ ຫາ ວັນທີ 22 ມີນາ 2024.


             ເຂົ້າຮວ່ມພິທີປີດໃນຄັ້ງນີ້ນີ້ ຍັງມີທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ເຮີມັນ ( Herman Zalaini ) ຫົວຫນ້າພັດທະນາຄູຝຶກຈາກ ສຕລ, ມີທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລ ແລະ ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ຜູ້ຊ່ວຍຜູ້ຝຶກສອນ, ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນຈໍານວນ 24 ທ່ານ ມາຈາກແຂວງຫຼວງນ້ຳທາ 13 ທ່ານ, ແຂວງອຸດົມໄຊ 3 ທ່ານ, ແຂວງບໍ່ແກ້ວ 2 ທ່ານ ແລະ ປະເທດໄທ 6 ທ່ານ.

#LaoFootballFederation

#LFFCoachEducation