ຂ່າວສານ
News Cover

ແຕ່ງຕັ້ງທ່ານToyoda Nayuha ເປັນຄູຝຶກຍິງທີມຊາດລາວຄົນໃໝ່

05/09/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ແຕ່ງຕັ້ງທ່ານ ໂທໂຢດະ ນາຢູຮະ (Toyoda Nayuha) ໄວ 37 ປີສັນຊາດຍີ່ປຸ່ນຮັບຫນ້າທີ່ເປັນ ຄູຝຶກຍິງ ທີມຊາດລາວ ຄົນໃຫມ່.

ສຳລັບປະຫວັດ ຂອງ ໂທໂຢດະ ນາຢູຮະ ແມ່ນເກີດ ວັນທີ 15 ກັນຍາ 1986ເກີດທີ່ເມືອງ ກາມາກູຣະ ( Kamakura ) ປະເທດຍີປຸ່ນ,ເປັນນັກກິລາຫລິ້ນໃນຕຳແຫນ່ງກອງກາງ ເລີ້ມຕົ້ນເປັນນັກກິລາ ປີ 2003 - 2011 ສະໂມສອນ Nippon Tv Beleza ລົງສະຫນາມ 134 ນັດ ຍິງໄດ້ 6 ປະຕູ, ປິ 2012 ຫລິ້ນໃຫ້ກັບ Speranza FC Osaka-Takatsuki ລົງສະຫນາມ 8 ນັດ, ປີ 2012 ຫລິ້ນໃຫ້ກັບ Albirex Niigata ລົງສະຫນາມ 6 ນັດ , ປີ 2013 ຫລິ້ນໃຫ້ກັບ ສະໂມສອນ Bunnys Kyoto SC ລົງສະຫນາມ 22 ນັດ ຍິງໄດ້ 6 ປະຕ, ປີ 2014 ຫລິ້ນໃຫ້ກັບ ສະໂມສອນ Yokohama FC Seagulls.

ໂທໂຢດະ ນາຢູຮະ ແມ່ນຕິດ ທີມຊາດຍີປຸ່ນ ດ້ວຍໄວ 18 ປີ ລົງສະຫນາມນັດທຳອິດ ພົບ ໄຕ້ຫວັນ ໃນວັນທີ 18 ທັນວາ 2004, ເຄີຍຫລິ້ນໃຫ້ກັບ ທີມຊາດຍີປຸ່ນ ຈຳນວນ 22 ນັດ ເຄີຍຜ່ານການແຂ່ງຂັນບານເຕະຍິງ ຊີງແຊ້ມໂລກ ໃນປີ 2007.

ສ່ວນຜົນງານການເປັນຄູຝຶກ ໂຕໂຢດະ ນາຢູຮະ ມີໃບປະກາດ JFA A License Coach ທຽບເທົ່າກັບ AFC A LICENSE, ຜົນງານຄຸມທີມ ປີ 2015 ເປັນຄູຝຶກ ສະໂມສອນ Yokohama FC Seagulls Joy, ປິ 2020 ເປັນຄະນະ ຄູຝຶກ ສະໂມສອນ Kanagawa , ປີ 2021-2023 ຄຸມທີມໄຕ້ຫວັນ.

ເປົ້າໝາຍຫຼັກການມາຄຸມທິມຂອງ ໂທໂຢດະ ນາຢູຮະ ນາຢູຮະ ແມ່ນຊ່ວຍພັດທະນາບານເຕະຍິງທິມຊາດລາວ ໃຫ້ມີການພັດທະນາກ້າວຫນ້າຍິ່ງໆຂຶ້ນ.

News Cover

ທະນາຄານ ມາຣູຮານ ເຈແປນ ລາວ ສະໜັບສະໜູນວັນກິລາບານເຕະ ສຕລ

05/09/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດງານຖະແຫຼງຂ່າວເພື່ອແນະນໍາຜູ້ໃຫ້ການສະໜັບສະໜູນງານວັນກິລາບານເຕະສຕລ 2023 ຂຶ້ນເມື່ອຕອນບ່າຍຂອງວັນທີ 5 ກັນຍາ 2023,ເຊິ່ງໃຫ້ກຽດເຂົ້າຮ່ວມໃນພິທີຂອງທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ,ທ່ານ ບຸນມີ ແສງພະຈັນ ອໍານວຍການ ທະນາຄານ ມາຣູຮານ ເຈແປນລາວຈໍາກັດ.

ໃນພິທີ ທ່ານ ນາງ ກັນຍາ ແກ້ວມະນີໄດ້ກ່າວເຖິງຈຸດປະສົງຂອງການຈັດວັນກິລາບານເຕະ ສຕລ ເຊິ່ງໃນປີນີ້ແມ່ນຈະໄດ້ຈັດຂື້ນໃນວັນທີ 7 ຕຸລາ 2023 ເພື່ອເປັນການສະເຫລີມສະຫລອງ ແລະ ສົ່ງເສີມການຫລິ້ນກິລາຜ່ານກິລາບານເຕະໃຫ້ແກ່ບັນດາລູກຫລານອະນຸຊົນລາວໃນຂອບເຂດທົ່ວປະເທດແລະ ເປັນການເຕົ້າໂຮມເອົາບັນດາທ່ານທີ່ມີນໍ້າໃຈມັກຮັກໃນກິລາບານເຕະມາຮ່ວມກັນເພື່ອສ້າງກິດຈະກຳດີໆໃນການພັດທະນາກິລາບານເຕະທົ່ວປະເທດ,ເຊິ່ງກິດຈະ ກຳຄັ້ງນີ້ ແມ່ນເປັນການຮ່ວມກັນຈັດຂື້ນລະຫວ່າງ ສຕລ ແລະ ສະພັນບານເຕະແຂວງທັງຫມົດທັງ 18ແຂວງ.ພ້ອມນັ້ນ,ເປົ້າຫມາຍຫລັກຂອງການຈັດງານແມ່ນເພື່ອສ້າງຄວາມສາມັກຄີ,ຄວາມມ່ວນຊື່ນແລະ ຮຽນຮູ້ກັບການແຂ່ງຂັນໃຫ້ແກ່ນັກກິລາເອງຕະຫລອດຮອດຄອບຄົວແລະແຟນບານ.

ໃນງານວັນກິລາບານເຕະ ສຕລ ຈະເປັນບ່ອນທີ່ເປີດໂອກາດໃຫ້ລູກຫລານອະນຸຊົນພວກເຮົາທີ່ມີຄວາມຮັກມັກໃນກິລາບານເຕະໄດ້ເລິ່ມຮຽນຮູ້ທັກສະໃນການຫລິ້ນກິລາປະເພດນີ້ ພ້ອມທັງເປີດໂອກາດໃຫ້ເຂົາເຈົ້າໄດ້ສະແດງອອກເຖິງພອນສະຫວັນແລະຄວາມສາມາດໃນການຫລິ້ນກິລາບານເຕະ ຄຽງຄູ່ກັບໃຫ້ເດັກໄດ້ຮຽນຮູ້ເຖິງຜົນປະໂຫຍດປິ່ນອ້ອມໃນການຫລິ້ນກິລາບານເຕະເຊັ່ນມີສຸຂະພາບທີ່ແຂງແຮງ,ການເຮັດວຽກຮ່ວມກັນເປັນທີມ ແລະ ການມີນຳ້ໃຈນັກກິລາ,ເຊິ່ງລ້ວນແລ້ວແຕ່ຈະສົ່ງຜົນດີໃຫ້ແກ່ຜູ້ເຂົ້າຮວ່ມກໍຄືບັນດາທ້ອງຖິ່ນຊຸມຊົນໃນຂອບເຂດທົ່ວປະເທດ.

ທ່ານ ບຸນມີ ແສງພະຈັນ ອໍານວຍການທະນາຄານ ມາຣູຮານ ເຈແປນລາວ ກໍ່ໄດ້ຂຶ້ນປະກອບຄໍາເຫັນ,ໂດຍກ່າວສະແດງຄວາມຍິນດີແລະພ້ອມໃຫ້ການສະໜັບສະໜູນໃນການຈັດງານໃນຄັ້ງນີ້ແລະໃນຄັ້ງຕໍ່ໆໄປ.ສຳລັບເຄື່ອງທີ່ທະ ນາຄານ ມາຣູຮານ ເຈແປນລາວຈໍາກັດ ນໍາມາສະໜັບສະໜູນລວມມີເສື້ອຈໍານວນ 2,500 ຕົວ ລວມເປັນມູນຄ່າ 83ລ້ານກວ່າກີບ.

ເຂົ້າຮວ່ມໃນງານຖະແຫຼງຂ່າວຍັງມີທ່ານ ມາໂກໂຕະ ໂຍຊິໂກຊິ ຮອງອໍານວຍການ ທະນາຄານ ມາຣູຮານ ເຈແປນລາວຈໍາກັດ, ທ່ານ ຊຸນດຣໍາ ມູດຕີ ຫົວໜ້າເຕັກນິກວິທະຍາຂອງ ສຕລ ແລະ ບັນດາ ສື່ມວນຊົນກໍ່ໄດ້ເຂົ້າມາຮ່ວມ.


News Cover

U23ລາວກຽມຄວາມພ້ອມພົບກັບອົສຕຣາລີ ລາຍການຊີງແຊ໋ມອາຊີ 2024ຮອບຄັດເລືອກ

05/09/2023

ພາຍຫຼັງເດີນທາງເຖິງປະເທດທາຈີກິສຖານເມື່ອວັນທີ 2 ກັນຍາ 2023ແລະມາຮອດມື້ນີ້(5/9/2023)ຂຸນພົນນັກເຕະບານທີມຊາດລາວຮຸ່ນອາຍຸບໍ່ເກີນ 23 ປີ ຫຼື U23 ໄດ້ມີຄວາມພ້ອມຢ່າງເຕັມທີ່ແລ້ວ ເພື່ອກຽມປະເດີມສະ

ໜາມນັດທຳອິດພົບກັບທີມຊາດອົສຕຣາລີ ໃນຕອນຄໍ່າວັນທີ 6 ກັນຍາ 2023 ເວລາ 22:30 ໂມງເປັນຕົ້ນໄປ ກ່ອນນັດທີ 2 ຈະພົບກັບທີມຊາດທາຈີກິສຖານເຈົ້າພາບ ໃນວັນທີ 9 ກັນຍາ 2023 ໃນການແຂ່ງຂັນເຕະບານຊີງແຊ໋ມອາຊີ 2024 ຮອບຄັດເລືອກ.

ຂຸນພົນນັກເຕະບານທີມຊາດລາວU23ຊຸດນີ້ນຳທີມໂດຍທ່ານ ອາເຣນ່າ ກູເລຍໂມ່ ຄູຝຶກທີມຊາດລາວ ຊາວອີຕາລີ,ພາຍຫຼັງເດີນທາງມາຮອດທາຈີກິສຖານກໍໄດ້ນຳພາຝຶກຊ້ອມທາງດ້ານລະບົບການຫຼິ້ນ ທີ່ວາງໄວ້ເພື່ອໃຫ້ນັກກິລາເຂົ້າໃຈ ວິທີການເຄື່ອນບານ, ການສົ່ງບານ ແລະ ການຍິງປະຕູ ໃນແຕ່ລະຕໍາແໜ່ງ ໃຫ້ມີປະສິດທິພາບ ແລະມີປະສິດຜົນເພື່ອເຮັດໃຫ້ການແຂ່ງຂັນໃນນັດທຳອິດທີ່ພົບກັບທີມຊາດອົສຕຣາສາມາດຍາດໄດ້ໄຊຊະນະຈາກນັດດັ່ງກ່າວ.

     ສຳລັບນັກກິລາທີມຊາດລາວU23ຊຸດນີ້ແມ່ນໄດ້ຄັດເລືອກໄດ້ມາຈາກບັນດາສະໂມສອນ ທີ່ແຂ່ງ ຂັນໃນລາຍການ ເປບຊີ ລາວລີກ 1 ແລະ ລາຍການ ລາວລີກ 2 ໄດ້ສອງນັກກິລາທີ່ໄປຄ້າແຄ່ງທີ່ຕ່າງແດນຄື ໂຣມັນ ອານຸສອນ ອັນໂກ ກອງກາງຈາກສະໂມສອນ SV OBERACHE RN (ປະເທດເຢຍລະມັນ) ແລະ ຄອນສະຫວັນ ແກ້ວໜູຈັນ ຫຼື ແຈັກກີ້ ທີ່ໄດ້ໄປຮຽນຕໍ່ທີ່ປະເທດອີຕາລີ ທັງສອງໄດ້ເດີນທາງເຖິງປະເທດທາຈິກິິດສະຖານ ເປັນທີ່ຮຽບຮ້ອຍ.

         ການແຂ່ງຂັນເຕະບານຊີງແຊ໋ມອາຊີ 2024 ຮອບຄັດເລືອກ ທີ່ປະເທດທາຈີກິສຖານານ ເປັນເຈົ້າພາບ ທີມຊາດລາວ ຖືກຈັດຢູ່ກຸ່ມ I ປະກອບມີ ອົສຕຣາລີ ແລະ ທາຈີກິສຖານ ເຈົ້າພາບ ຊຶ່ງການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເລືອກເອົາທີມແຊ໋ມກຸ່ມ ຈາກ 11 ທີມ ແລະ ອັນດັບທີ 2 ທີ່ມີຄະ ແນນດີທີ່ສຸດ 4 ທີມ ຜ່ານເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕາ ເຈົ້າພາບ ທີ່ໄດ້ຮັບກຽດເປັນເຈົ້າພາບ.

             ການແຂ່ງຂັນຮອບຄັດເລືອກໃນຄັ້ງນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 6-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນເມສາ 2024 ເພື່ອຫາຕົວແທນຂອງທະ ວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ 2024 ທີ່ນະຄອນຫຼວງປາຣີ ປະເທດ ຝຣັ່ງ ເປັນເຈົ້າພາບ. ສ່ວນຕາຕະລາງແຂ່ງຂັນຂອງທີມຊາດລາວ ນັດທຳອິດ ພົບກັບ ທີມຊາດອົສຕຣາລີ ໃນຕອນຄໍ່າວັນທີ 6 ກັນຍາ 2023 ເວລາ 22:30 ໂມງເປັນຕົ້ນໄປ ກ່ອນນັດທີ 2 ຈະພົບກັບທີມຊາດທາຈີກິສຖານ ໃນວັນທີ 9 ກັນຍາ 2023 ເວລາດຽວກັນ,ຊຶ່ງການແຂ່ງຂັນທັງສອງນັດດັ່ງກ່າວ ແມ່ນແຂ່ງຂັນທີ່ສະໜາມກິລາກາງຣີພັບລິກັນ ສະເຕດ້ຽມ (Republican Central Stadium Dushanbe).


News Cover

ເອສະຣາຄວ້າແຊ້ມ ການແຂ່ງຂັນບານເຕະເຍົາວະຊົນU18 ຊີງຂັນ ສຕລ ປະຈຳປີ 2023,ພ້ອມຮັບລາງວັນຄູຝຶກດີເດັ່ນ,ນັກກີລາດີເດັ່ນແລະນັກເຕະຍິງປະຕູສູງສຸດ

03/09/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສຳເລັດການແຂ່ງຂັນກິລາບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ18ປີ ຫຼື U18(LFF U-18 CHAMPIONSHIP 2023) ເມື່ອວັນທີ3ກັນຍາ2023 ພາຍຫຼັງດຳເນີນການແຂ່ງຂັນມາແຕ່ວັນທີ9ສິງຫາ 2023 ເຊິ່ງໄດ້ກຳນົດເອົາ 8 ສະໂມສອນທີ່ໄດ້ເຂົ້າຮ່ວມແຂ່ງຂັນເຕະບານລີກສູງສຸດຂອງປະເທດມາແຂ່ງຂັນ ປະກອບມີ:ເອສະຣາ , ຊ້າງນ້ອຍ , ມາສເຕີ ເຊເວັ້ນ , ກອງທັບ , ນໍ້າທາ , ຫຼວງພະບາງ ແລະ ວຽງຈັນ , ໂດຍໄດ້ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1, ອັນດັບທີ 2, ອັນດັບທີ 3 ແລະ ອັນດັບທີ 4 ຜ່ານເຂົ້າຮອບຮອງຊະນະເລີດ ພ້ອມທັງຈົກສະຫຼາກປະກົບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ. ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3, ການແຂ່ງຂັນແມ່ນແຂ່ງຂັນທັງຫມົດ 90 ນາທີ ໂດຍແບ່ງອອກເປັນ 2 ຕັ້ງ , ຕັ້ງລະ 45 ນາທີ.

  ຜົນການແຂ່ງຂັນ ສະໂມສອນ ເອສະຣາ ໄດ້ເປັນແຊັມໄດ້ຮັບຂັນພ້ອມເງິນລາງວັນ 25 ລ້ານກີບ ແລະ ຫຼຽນລາງວັນ, ອັນດັບທີ 2ເປັນຂອງສະໂມສອນ ຈຳປາສັກ ໄດ້ຮັບເງິນລາງວັນ 15 ລ້ານກີບ ແລະ ຫຼຽນລາງວັນ, ສ່ວນອັນດັບ 3 ຕົກເປັນຂອງ ຊ້າງນ້ອຍ ໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມຫຼຽນລາງວັນ. ຂະນະທີ່ ລາງວັນຄູຝຶກດີເດັ່ນເປັນຂອງ ທ່ານ ຈັນດາລາພອນ ລຽບວິໄຊ ສະໂມສອນ ເອສະຣາ.

ສວ່ນລາງວັນນັກກີລາດີເດັ່ນແລະລາງວັນນັກເຕະຍິງປະຕູສູງສຸດທັງສອງລາງວັນເປັນຂອງ ປີເຕີ້ ພັນທະວົງ ສະໂມສອນ ເອສະຣາ,ລົງສະຫນາມ 9 ນັດ ຍິງໄດ້ 16 ປະຕູ ແລະ ລາງວັນຜູ້ຮັກສາປະຕູດີເດັ່ນ ເປັນຂອງ ສຸລິສັກ ຫມັ້ນປະເສິດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ ລົງສະຫນາມ 9 ນັດ ເສຍ 6 ປະຕູ


News Cover

ເອສະຣາ ເອົາຊະນະດວນຈຸດໂທດ ຈຳປາສັກ 4-3 ຄວ້າແຊ້ມ LFF U-18 Championship 2023

03/09/2023

          ຜົນການແຂ່ງຂັນຮອບຊິງຊະນະເລີດ ໃນວັນທີ 3 ກັນຍາ 2023, ເອສະຣາ ຊະນະດວນຈຸດໂທດ ຈຳປາສັກ ຮອງແຊ້ມເກົ່າ 4-3 ຫຼັງຈາກໃນເວລາປົກກະຕິ ແລະ ຕໍ່ໄລຍະເວລາພິເສດ 30 ນາທີ ສະເໝີກັນ 1-1, ເອສຣາ ຄວ້າແຊ້ມ ຮັບຂັນແຊ້ມ ພ້ອມເງິນລາງວັນ 25,000,000 ກີບ, ສ່ວນ ຈຳປາສັກ ຮອງແຊ້ມ ຮັບເງິນລາງວັນ 15,000,000 ກີບ.

          ຂະນະທີ່ ຄູ່ຊີງອັນດັບ 3 ຊ້າງນ້ອຍ ເອົາຊະນະ ນໍ້າທາ 1-0 ໃນໄລຍະຕໍ່ເວລາພິເສດ, ຊ້າງນ້ອຍ ໄດ້ອັນດັບ 3 ຮັບເງິນລາງວັນ 10,000,000 ກີບ.



News Cover

ສໍາເລັດການຝຶກອົບຮົມກຳມະການຕັດສິນລະດັບສູງ

02/09/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ)ໄດ້ສໍາເລັດການຝຶກອົບຮົມຍົກລະດັບກຳມະການຕັດສິນລະດັບສູງ ( FIFA MA REFEREEING COURSE 2023 ) ໃນຕອນເຊົ້າວັນທີ 2 ກັນຍາ 2023 ທີ່ ຫ້ອງປະຊຸມ ສຕລ, ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວຫນ້າອະນຸກຳມະການຕັດສິນ ສຕລ, ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB) ຄູຝຶກຈາກ ສະຫະພັນ ບານເຕະນາໆຊາດ(FIFA), ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ.

ໃນພິທີ ທ່ານ ໄຊປະເສີດ ພົງສະນິດ ໄດ້ຂື້ນລາຍງານເຖິງຜົນຂອງການຝຶກອົບຮົມຄັ້ງນີ້ແມ່ນໄດ້ດໍາເນີນໄປດວ້ຍຜົນສຳເລັດຕາມແຜນການທີ່ວາງໄວ້,ໂດຍຕະຫຼອດເວລາ 5 ວັນຂອງການຝຶກອົບຮົມ(29 ສິງຫາ ຫາ 2 ກັນຍາ 2023)ຜູ້ເຂົ້າຮວ່ມໄດ້ຮຽນຮູ້ກ່ຽວກັບກະຕິກາປັບປຸງໃໝ່ (2022-2023), ພາກປະຕິບັດຕົວຈິງ ແລະ ມີການທົດສອບພາລະກຳລັງ.

ໃນໂອກາດກ່າວປິດພິທີ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ໄດ້ຮຽກຮ້ອງໃຫ້ສໍາມະນາກອນທຸກທ່ານ ຈົ່ງນໍາເອົາ ຄວາມຮູ້ໃນການຝຶກອົບຮົມຄັ້ງນີ້ໄປພັດທະນາວົງການບານເຕະໃຫ້ກ້າວໄປສູ່ລະດັບສາກົນ,ຕີຖອຍ ຫາງສຽງສັງຄົມທີ່ກ່າວດ້ານລົບໃຫ້ແກ່ນັກກິລາລາວກໍຄືວົງການກິລາລາວໃຫ້ຫຼຸດໜ້ອຍຖອນລົງເທົ່າໃດຍິ່ງດີ.

ສຳມະນາກອນທີ່ເຂົ້າຮວ່ມຝຶກອົບຮົມຄັ້ງນີ້ລວມມີທັງຫມົດ 35 ທ່ານ ເປັນຍິງ 4 ທ່ານ, ຜູ້ປະເມີນ 8 ທ່ານ, ມາຈາກຕ່າງແຂວງ 10 ທ່ານ ປະກອບມີອຸດົມໄຊ, ແຂວງວຽງຈັນ, ຄໍາມ່ວນ,ສາລະວັນ,ສະຫວັນນະເຂດແລະຈຳປາສັກ.

News Cover

ຊ້າງນ້ອຍ ຄວ້າແຊ້ມ ການແຂ່ງຂັນບານເຕະເຍົາວະຊົນ U15 ຊີງຂັນ ສຕລ ປະຈຳປີ 2023

02/09/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສຳເລັດການແຂ່ງຂັນກິລາບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ15ປີ ຫຼື U15 (LFF U-15 CHAMPIONSHIP 2023)ຂື້ນເມື່ອວັນທີ2ກັນຍາ2023ນີ້ພາຍຫຼັງດຳເນີນການແຂ່ງຂັນມາແຕ່ວັນທີ 8 ສິງຫາ2023, ເຊິ່ງໄດ້ກຳນົດເອົາ 8 ສະໂມສອນທີ່ໄດ້ເຂົ້າຮ່ວມແຂ່ງຂັນເຕະບານລີກສູງສຸດຂອງປະເທດມາແຂ່ງຂັນປະກອບມີ:ເອສະຣາ , ຊ້າງນ້ອຍ , ມາສເຕີ ເຊເວັ້ນ , ກອງທັບ , ນໍ້າທາ , ຫຼວງພະບາງ,ວຽງຈັນແລະຈຳປາສັກ ໂດຍໄດ້ແຂ່ງຂັນພົບກັນທັງໝົດ,ແລ້ວຄັດເລືອກເອົາອັນດັບທີ 1, ອັນດັບທີ 2, ອັນດັບທີ 3 ແລະ ອັນດັບທີ 4 ຜ່ານເຂົ້າຮອບຮອງຊະນະເລີດ ພ້ອມທັງຈົກສະຫຼາກປະກົບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຮອບຊີງຊະນະເລີດ. ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3, ການແຂ່ງຂັນແມ່ນຈະແຂ່ງຂັນທັງຫມົດ 80 ນາທີ ໂດຍແບ່ງອອກເປັນ 2 ຕັ້ງ , ຕັ້ງລະ 40 ນາທີ.

  ຜົນການແຂ່ງຂັນຄັ້ງນີ້,ແຊ໋ມຕົກເປັນຂອງສະໂມສອນ ຊ້າງນ້ອຍ ໄດ້ຮັບຂັນ ພ້ອມເງິນລາງວັນ 25 ລ້ານກີບ ແລະ ຫຼຽນລາງວັນ, ອັນດັບທີ 2 ສະໂມສອນ ນໍ້າທາ ໄດ້ຮັບເງິນລາງວັນ 15 ລ້ານກີບ ແລະ ຫຼຽນລາງວັນ, ສ່ວນອັນດັບ 3 ຕົກເປັນຂອງ ຈໍາປາສັກ ໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມຫຼຽນລາງວັນ. ຂະນະທີ່ ລາງວັນຄູຝຶກດີເດັ່ນເປັນຂອງ ທ່ານ ຄຳໃສ ຈັນທະວົງ ສະໂມສອນ ຊ້າງນ້ອຍ , ລາງວັນນັກກີລາດີເດັ່ນເປັນຂອງ ບິນລີ້ ໂດນສະໜູພິດ ສະໂມສອນ ເອສະຣາ , ລາງວັນນັກເຕະຍິງປະຕູສູງສຸດ ກາດຳ ກອນເຍີ ຈາກສະໂມສອນ ຊ້າງນ້ອຍ ລົງສະໜາມ 7 ນັດ ຍິງໄດ້ 11 ປະຕູ ແລະ ລາງວັນຜູ້ຮັກສາປະຕູດີເດັ່ນ ເປັນຂອງ ລັດຖະກອນ ສີທະວົງ ຜູ້ຮັກສາປະຕູ ຈາກສະໂມສອນ ນໍ້າທາ ລົງສະໜາມ 9 ນັດ ເສຍພຽງ 2 ປະຕູ.


News Cover

ອານັນໄຊ ທະວີໄຊ ຍິງປະຕູໄຊ ພາ U15 ຊ້າງນ້ອຍ ເອົາຊະນະ ນໍ້າທາ 1-0 ຄວ້າແຊ້ມ LFF U-15 Championship 2023

02/09/2023

           ຜົນການແຂ່ງຂັນຮອບຊິງຊະນະເລີດ ໃນວັນທີ 2 ກັນຍາ 2023, ຊ້າງນ້ອຍ ເອົາຊະນະ ນໍ້າທາ 1-0, ອານັນໄຊ ທະວີໄຊ ຍິງປະຕູໄຊ ນາທີ 10', ຊ້າງນ້ອຍ ຄວ້າແຊ້ມ ຮັບຂັນແຊ້ມ ພ້ອມເງິນລາງວັນ 25,000,000 ກີບ, ສ່ວນ ນໍ້າທາ ຮອງແຊ້ມ ຮັບຂັນເງິນລາງວັນ 15,000,000 ກີບ.

          ຂະນະທີ່ ຄູ່ຊິງອັນດັບ 3 ຈຳປາສັກ ແຊ້ມເກົ່າ ເອົາຊະນະ ເອສະຣາ 5-1, ຈຳປາສັກ ໄດ້ອັນດັບ 3 ຮັບເງິນລາງວັນ 10,000,000 ກີບ.

News Cover

ປກຊ ແຂວງຄຳມ່ວນ ຄວ້າແຊ້ມການແຂ່ງຂັນບານເຕະ ລີກ 2 ແຂວງຄຳມ່ວນ

31/08/2023

ການແຂ່ງຂັນບານເຕະລາວລີກ 2 ແຂວງຄຳມ່ວນໄດ້ອັດລົງດວ້ຍຜົນສຳເລັດ,ເຊິ່ງຜົນຂອງການແຂ່ງຂັນທິມບານເຕະປກຊແຂວງຄຳມ່ວນມີຜົນງານດີເດັ່ນເປັນອັນດັບໜຶ່ງ ລົງສະຫນາມ 10 ນັດ ຊະນະ 7 ນັດ ສະເຫມີ 2 ນັດ ເສຍ 1 ນັດ ມີ 23 ຄະແນນ ໄດ້ຮັບຂັນຊະນະເລີດ, ຫລຽນ ແລະ ເງິນສົດຈຳນວນ 12 ລ້ານກີບ, ອັນດັບ 2 ເທບສີໄຮ ລົງສະຫນາມ 10 ນັດ ຊະນະ 5 ນັດ ສະເຫມີ 2 ເສຍ 3 ນັດ ມີ 17 ຄະ ແນນ ໄດ້ຮັບຫລຽນ ແລະ ເງິນສົດ 6 ລ້ານກີບ , ອັນດັບ 3 ປກສ ແຂວງ ລົງສະຫນາມ 10 ນັດ ຊະນະ 4 ນັດ ສະເຫມີ 4 ນັດ ເສຍ 2 ນັດ ມີ 16 ຄະແນນ ໄດ້ຮັບຫລຽນ ແລະ ເງິນສົດ 4 ລ້ານກີບ, ອັນດັບ 4 ລູກຫມູ ລົງສະຫນາມ 10 ນັດ ຊະນະ 3 ນັດ ສະເຫມີ 3 ນັດ ເສຍ 4 ນັດ ມີ 12 ຄະແນນ, ອັນດັບ 5 ເລັກຕ້າ ລົງສະຫນາມ 10 ນັດ ຊະນະ 2 ນັດ ສະເຫມີ 5 ນັດ ເສຍ 3 ນັດ ມີ 11 ຄະແນນ ແລະ ອັນດັບສຸດທ້າຍ ບໍ່ໂພນຕິ້ວ ລົງສະຫນາມ 10 ນັດ ຊະນະ 1 ນັດ ເສຍ 9 ນັດ ມີ 3 ຄະແນນ.


ພິທີມອບ-ຮັບລາງວັນການແຂ່ງຂັນໄດ້ຈັດຂື້ນເມື່ອວັນທີ 30 ສິງຫາ 2023 ທີ່ຜ່ານມາຢູ່ທີ່ສະຫນາມກິລາແຂວງຄຳມ່ວນ,ພາຍຫຼັງເລີ່ມການແຂ່ງຂັນມາແຕ່ວັນທີ 03 ມິຖຸນາ 2023ລວມ10ອາທິດ.


ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.



News Cover

ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU23 ອອກເດີນທາງ

31/08/2023

ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU23 ອອກເດີນທາງ

ວັນທີ 31 ສິງຫາ 2023 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU23 ອອກເດີນທາງເຂົ້າຮ່ວມແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024 ທີ່ປະເທດທາຈີກິສຖານ (ເຈົ້າພາບ).

  ທີມຊາດລາວ ຖືກຈັດຢູ່ກຸ່ມ I ປະກອບມີ: ອົສຕຣາລີ, ທາຈີກິສຖານ ( ເຈົ້າພາບ ), ສປປລາວ.

  ການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເອົາທີມແຊ້ມກຸ່ມ 11 ທີມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕ້າ ທີ່ໄດ້ຮັບກຽດເປັນເຈົ້າພາບ.

ສຳລັບ ການແຂ່ງຂັນຮອບຄັດເລືອກນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 06-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນ ເມສາ 2024 ເພື່ອຫາຕົວແທນຂອງທະວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ 2024 ຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.

ຕາຕະລາງແຂ່ງຂັນຂອງ ທີມຊາດລາວ

- ວັນທີ 06/09/2023 ເວລາ 20:30 ລາວ  ພົບ ອົສຕຣາລີ ແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium (Dushanbe)

- ວັນທີ 09/09/2023 ເວລາ 20:30 ທາຈີກິສຖານ ພົບ ລາວແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium (Dushanbe)

    ທີມຊາດລາວU23 ແມ່ນຈະພັກຢູ່ທີ່ປະເທດໄທ 1 ມື້ ກ່ອນທີ່ຈະເດີນທາງຕໍ່ ໃນວັນທີ 01/09/2023 ຈາກ ບາງກອກ ປະເທດໄທ ຫາ ດຸໄບ ປະເທດສະຫະລັດອາຣັບອີມີເຣດ ຫລັງຈາກນັ້ນເດີນທາງຕໍ່ຈາກ ນະຄອນຫຼວງດູໄບ ປະເທດສະຫະລັດອາຣັບອີມີເຣດ ຫານະຄອນຫຼວງ ດູຊານເບ ປະເທດ ທາຈີກິສຖານ.

#AFCU23

#LaoNationalTeamU23

News Cover

U18 ເອສະຣາ ເອົາຊະນະດວນຈຸດໂທດ ຊ້າງນ້ອຍ 4-1! ເຂົ້າຊິງຊະນະເລີດ LFF U-18 Champion 2023

30/08/2023

          ການແຂ່ງຂັນຮອບຮອງຊະນະເລີດ ໃນວັນທີ 30 ສິງຫາ 2023 ແຂ່ງພ້ອມກັນ ເວລາ 16:00 ໂມງ ທັງ 2 ຄູ່, ເອສະຣາ ເອົາຊະນະດວນຈຸດໂທດ ຊ້າງນ້ອຍ 4-1, ໃນເວລາປົກກະຕິ 90 ນາທີ ແລະ ຕໍ່ເວລາພິເສດ 30 ນາທີ ສະເໝີກັນ 1-1. ຊ້າງນ້ອຍ ໄດ້ປະຕູຈາກ ເພັດສະໝອນ ສີຫາເທບ ນາທີ 56', ເອສຣາ ໄດ້ປະຕູຈາກ ໄຊຊະນະ ສີຫາລາດ ນາທີ 58'.

          ເອສະຣາ ເຂົ້າຊິງຊະນະເລີດ ໄປພົບກັບ ຈຳປາສັກ ຮອງແຊ້ມເກົ່າ ທີ່ເອົາຊະນະ ນໍ້າທາ 3-0, ຮອບຊິງຊະນະເລີດ ຈະແຂ່ງຂັນໃນວັນທີ 3 ກັນຍາ ເວລາ 17:30 ໂມງ ຢູ່ສະໜາມຫຍ້າທຽບ ສຕລ ຫ້ວຍຫົງ ສະໜາມ 1.

          ຂະນະທີ່ ຊ້າງນ້ອຍ ຊິງອັນດັບ 3 ພົບກັບ ນໍ້າທາ ໃນມື້ດຽວກັນ ເວລາ 15:30 ໂມງ ຢູ່ສະໜາມຫຍ້າທຽບ ສຕລ ຫ້ວຍຫົງ ສະໜາມ 2.

          ທີມແຊ້ມລາຍການນີ້ ຮັບຂັນແຊ້ມ ພ້ອມເງິນລາງວັນ 25,000,000 ກີບ ແລະ ຫຼຽນລາງວັນ 31 ຫຼຽນ, ທີມຮອງແຊ້ມ ຮັບເງິນລາງວັນ 15,000,000 ກີບ ພ້ອມຫຼຽນລາງວັນ 31 ຫຼຽນ ແລະ ທີມອັນດັບ 3 ຮັບເງິນລາງວັນ 10,000,000 ກີບ ພ້ອມຫຼຽນລາງວັນ 31 ຫຼຽນ. ນອກຈາກນີ້ ກ່ໍມີລາງວັນດາວຍິງສູງສຸດ, ນັກເຕະດີເດັ່ນ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.

News Cover

ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍທີມຊາດລາວU23ເຂົ້າຮ່ວມແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024 ທີ່ປະເທດທາຈີກິສຖານ (ເຈົ້າພາບ)

30/08/2023

ທີມຊາດລາວU23 ພາຍໃຕ້ການຄຸມທີມຂອງທ່ານ ອາເຣນ່າ ກູເລຍໂມ່ ສັນຊາດອີຕາລີ ໄດ້ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ທີມຊາດລາວU23 ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024 ຢູ່ທີ່ປະເທດທາຈີກິສຖານ ( ເຈົ້າພາບ ).

ສຳລັບລາຍຊື່ນັກກິລາ 23 ຄົນສຸດທ້າຍປະກອບມີ:

+ ຜູ້ຮັກສາປະຕູ

1. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ

2. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະເມືອງຫາດ (ລີກ 2 ນະຄອນຫຼວງ)

3. ອານຸລັກ ວິລະຜົນ ຈາກ ສະໂມສອນ ຈາກ ສະໂມສອນກິລາມາສເຕີ້ ເຊເວັ້ນ

+ ກອງຫຼັງ

4. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ

5. ອານັນຕະຊາ ສິພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ

6. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)

7. ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)

8. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ

9. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ

+ ກອງກາງ

10. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ

11. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ

12. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ

13. ພຸດທະລັກ ທອງສະນິດ ຈາກ ສະໂມສອນກິລາບານເຕະ ເອສະຣາ

14. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ

15. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ

16. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

17. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

18. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນກິລາບານເຕະ  Rome city institute ( ປະເທດອີຕາລີ )

19. ສອນສະນິດ ພົມມະຈັນ ຈາກ ສະໂມສອນກິລາມາສເຕີ້ ເຊເວັ້ນ

+ ກອງຫນ້າ

20. ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )

21. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ ( ລີກ 2 ນະຄອນຫຼວງ )

22. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ

23. ໂຣມັນ ອານຸສອນ ອັນໂກ ຈາກ ສະໂມສອນ SV OBERACHERM ( ປະເທດເຢຍລະມັນ)

  ທີມຊາດລາວ ຖືກຈັດຢູ່ກຸ່ມ I ປະກອບມີ: ອົສຕຣາລີ, ທາຈີກິສຖານ ( ເຈົ້າພາບ ), ສປປລາວ.

  ການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເອົາທີມແຊ້ມກຸ່ມ 11 ທີມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕ້າ ທີ່ໄດ້ຮັບກຽດເປັນເຈົ້າພາບ.

ສຳລັບ ການແຂ່ງຂັນຮອບຄັດເລືອກນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 06-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນ ເມສາ 2024 ເພື່ອຫາຕົວແທນຂອງທະວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ 2024 ຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.

ຕາຕະລາງແຂ່ງຂັນຂອງ ທີມຊາດລາວ

- ວັນທີ 06/09/2023 ເວລາ 22:30 ລາວ ພົບ ອົສຕຣາລີແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium (Dushanbe)

- ວັນທີ 09/09/2023 ເວລາ 22:30 ທາຈີກິສຖານ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium (Dushanbe)

   ກໍານົດການເດີນທາງ ທີມຊາດລາວU23 ແມ່ນຈະອອກເດີນທາງໄປທີ່ປະເທດ ທາຈີກິສຖານ ໃນວັນທີິ 31/08/2023 ແລະ ພັກຢູ່ທີ່ປະເທດໄທ 1 ມື້ ກ່ອນທີ່ຈະເດີນທາງຕໍ່ ໃນວັນທີ 01/09/2023 ຈາກ ບາງກອກ ປະເທດໄທ ຫາ ດຸໄບ ປະເທດສະຫະລັດອາຣັບອີມີເຣດ ຫລັງຈາກນັ້ນເດີນທາງຕໍ່ຈາກ ນະຄອນຫຼວງດູໄບ ປະເທດສະຫະລັດອາຣັບອີມີເຣດ ຫານະຄອນຫຼວງ ດູຊານເບ ປະເທດ ທາຈີກິສຖານ.

#AFCU23

#LaoNationalTeamU23