ບຸກຄະລາກອນຂອງ ສຕລ ໄດ້ຮັບການຍົກລະດັບດ້ານການພັດທະນາຄູຝຶກ ຈາກສະຫະພັນບານເຕະນາໆຊາດ (FIFA)

04/11/2025

         ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ສົ່ງຜູ້ຝຶກສອນຄູຝຶກຂອງ ສຕລ ເຂົ້າຮ່ວມຝຶກອົບຮົມ ຫຼັກສູດຝຶກອົບຮົມຄູຝຶກ The FIFA Coach Educator Development Pathway - Assessment Practice Program ຢູ່ທີ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ໃນລະຫວ່າງ ວັນທີ 27 – 30 ຕຸລາ 2025 ທີ່ຜ່ານມາ.

        ຜູ້ຝຶກສອນຄູຝຶກຂອງ ສຕລ ທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ລວມມີ 2 ທ່ານ ຄື: ທ່ານ ເຮີມັນ (Herman Zalaini) ຫົວຫນ້າພັດທະນາຄູຝຶກ ສຕລ ແລະ ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສປປ ລາວ.

        ສຳລັບຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອປະເມີນຜົນ ແລະ ສອບເສັງວິທະຍກອນອົບຮົມຄູຝຶກ 6 ດ້ານຄື: ພາກທິດສະດີ, ການເປັນຜູ້ນໍາ, ພາກການໃຫ້ຄໍາປຶກສາການອອກແບບແຜນຊ້ອມ, ພາກສະໜາມ, ພາກການຕິດຕາມຜູ້ເຂົ້າອົບຮົມ ແລະ ພາບລວມຂອງວິທະຍາກອນຄູຝຶກ.

        ຕະຫຼອດໄລຍະທີ່ຜ່ານມາ, ຄະນະບໍລິຫານງານຂອງ ສຕລ ຍາມໃດກໍຍຶດໝັ້ນເອົາການພັດທະນາບຸກຄະລາກອນພາຍໃນເປັນສິ່ງສຳຄັນ, ທັງໄດ້ເນັ້ນວິໄສທັດສົ່ງເສີມໃຫ້ບຸກຄະລາກອນຄົນລາວ ມີໂອກາດຍົກລະດັບຄວາມຮູ້, ຄວາມສາມາດໃນວຽກງານວິຊາສະເພາະຂອງຕົນ ໂດຍການສົ່ງຄູຝຶກລາວເຂົ້າຮ່ວມຮຽນຫຼັກສູດຕ່າງໆ ຂອງ FIFA ແລະ AFC ຕະຫຼອດມາຢ່າງຕໍ່ເນືອງ. ນອກນັ້ນ, ຍັງໄດ້ສົ່ງເສີມໃຫ້ບັນດາຄູຝຶກລາວ ໄດ້ພັດທະນາຂີດຄວາມສາມາດໃຫ້ກາຍເປັນຜູ້ຝຶກສອນການອົບຮົມຄູຝຶກລະດັບ C, B, A, PRO LICENSE ຂອງ AFC ຕາມລໍາດັບ.

        ເລີ້ມແຕ່ປີ 2023 ສຕລ ສາມາດເປີດຫຼັກສູດຝຶກອົບຮົມຄູຝຶກ ລະດັບ AFC B ແລະ C ໄດ້ໂດຍບໍ່ຕ້ອງເຊີນຄູຝຶກຕ່າງຊາດມາເປັນຜູ້ຝຶກສອນ, ພິເສດໃນປີ 2026 ສຕລ ຈະສາມາດເປີດຫຼັກສູດຝຶກອົບຮົມຄູຝຶກ ລະດັບ A ໂດຍແມ່ນຄົນລາວເປັນຜູ້ຝຶກສອນ.