9
8
7
6
5
ຫົວຂໍ້ ປະເພດ ລົງວັນທີ
ເປີດຮັບສະໝັກຜູ້ເຂົ້າຮ່ວມ ຝຶກອົບຮົມຄູຝຶກບານເຕະລະດັບຊີ AFC “C” DIPLOMA COACHING CERTIFICATE COURSE 2023 ໂຄສະນາ 02/02/2023
ປະກາດຮັບສະໝັກນັກກິລາ ອາຍຸ: U-6, U-8, U-10, U-12, U-14 ແລະ U-16 ໂຄສະນາ 23/01/2023
News Cover

ນາງ ພຸດສະຫວັນ ຈັນທະວົງຖືກຄັດເລືອກ ເຂົ້າຮ່ວມຕັດສິນກິລາບານເຕະໃນເອຊຽນເກມຄັ້ງທີ 19

20/09/2023

ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກໍາມະການຕັດສິນລະດັບສູງຂອງສະຫະພັນບານເຕະສາກົນ ຫລື FIFA Elite ໄດ້ຖືກຄັດເລືອກຈາກສະຫະພັນບານເຕະອາຊີ (AFC) ໃຫ້ເຂົ້າຮ່ວມຕັດສິນໃນງານມະຫະກຳກິລາບານເຕະເອຊຽນເກມ ຄັ້ງທີ19 ທີ່ຫາງໂຈວ່, ສປ ຈີນ ໃນລະຫວ່າງວັນທີ 19 ກັນຍາ - 7 ຕຸລາ 2023.

ຈາກການຖືຄັດເລືອກຄັ້ງນີ້,ນາງ ພຸດສະຫວັນ ຈັນທະວົງ ກາຍເປັນກໍາມະການຕັດສິນຍິງ

 1 ດຽວຂອງສປປລາວ ແລະ ເປັນຄັ້ງທຳອິດຂອງນາງພຸດສະຫວັນ ໄດ້ເຂົ້າຮ່ວມຕັດສິນກິລາບານເຕະໃນເອຊຽນເກມຄັ້ງນີ້.

 ກ່ອນໜ້ານີ້ນາງ ພຸດສະຫວັນ ໄດ້ໄປຮ່ວມຕັດສິນການແຂ່ງຂັນກິລາບານເຕະຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບຄັດເລືອກ ຮອບທີໜຶ່ງ ກຸ່ມ D ທີ່ປະເທດຈໍແດນ (ຊັອກດານີ) ໃນວັນທີ 6-12 ມີນາ 2023,ກາຍເປັນກຳມະການຕັດສິນຍິງລາວຄົນທຳອິດ ໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມຕັດສິນລາຍໃນການຊົງກຽດນີ້ໃນລະດັບທະວີບອາຊີ.

 ພິເສດ,ສຳລັບປີນີ້ ນາງ ພຸດສະຫວັນ ທີ່ໄດ້ຖືກຄັດເລືອກເຂົ້າຮ່ວມຕັດສິນກິລາບານເຕະໃນຫລາຍລາຍການໃນການແຂ່ງຂັນລະດັບອາຊີ ແລະ ລະດັບອາຊຽນ.


News Cover

ອາເຣນ່າ ກູເລຍໂມ່ ໝົດສັນຍາເປັນຄູຝຶກທີມຊາດລາວ ແລະ ກັນລະຍາ ສີສົມຫວັງ ຮັກສາການຫົວໜ້າຄູຝຶກທີມຊາດລາວຊູດໃຫຍ່

20/09/2023

ອາເຣນ່າ ກູເລຍໂມ່ (ARENA GUGLIERMO) ໄດ້ໝົດສັນຍາຈາກການເປັນຄູຝຶກທີມຊາດລາວ.

  ສຳລັບ ອາເຣນ່າ ກູເລຍໂມ່ ໄດ້ຮັບການຄຸມທີມຊາດລາວຮຸ່ນອາຍຸບໍ່ເກີນ 23 ປີ ຫຼື U23 ນັບຕັ້ງແຕ່ຕົ້ນເດືອນມິຖຸນາ ນໍາທີມເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ຢູ່ທີ່ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາ 2023 ແລະ ການແຂ່ງຂັນບານເຕະຊາຍ U23 ຊິງແຊ້ມອາຊີ 2024 ຮອບຄັດເລືອກ (AFC U23 Asian Cup 2024 Qualifying Round) ລະຫວ່າງວັນທີ 06-12 ກັນຍາ 2023 ຢູ່ທີ່ປະເທດທາຈີກິສຖານ.

ສະຫະພັນບານເຕະແຫ່ງຊາດລາວ ຂໍອວຍພອນໃຫ້ທ່ານ ປະສົບຜົນສໍາເລັດໃນໜ້າທີ່ວຽກງານໃນອະນາຄົດ.

 ໃນຂະນະດຽວກັນ ສະຫະພັນບານເຕະແຫ່ງຊາດລາວ ໄດ້ແຕ່ງຕັ້ງ ທ່ານ ກັນລະຍາ ສີສົມຫວັງ ເປັນຮັກສາການຫົວໜ້າຄູຝຶກ ເພື່ອກະກຽມທີມເຂົ້າຮ່ວມ ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ທີ່ຂະພົບກັບທີມຊາດເນປານ, ຮູບແບບການແຂ່ງຂັນແມ່ນຈັດ 2 ນັດແບບໄປ-ກັບ ແລ້ວຜ່ານເຂົ້າໃນຮອບທີ 2 ຕໍ່ໄປ, ໂດຍຮອບຄັດເລືອກຮອບທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ2023 ທີ່ປະເທດເນປານ ແລະ 17 ຕຸລາ 2023 ແມ່ນຈະແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ. ຮອບຄັດເລືອກ ຮອບທີ 2 ມີທັງໝົດ 36 ທີມ ຜູ້ຊະນະຮອບທີໜຶ່ງ 9 ທີມ ແລະ 27 ທີມທີ່ໄດ້ສິດລໍຖ້າໃນຮອບທີ 2, ຖ້າຫາກ ສປປລາວ ຫລື ເນປານ ທີມໃດຊະນະ ແມ່ນຈະຜ່ານເຂົ້າສູ່ຮອບທີ 2 ເຊິ່ງຜົນການຈັບສະຫລາກແມ່ນ ຢູ່ຮ່ວມກຸ່ມ H ສະຫະລັດ ອາຣັບ ເອມມີເລດ, ບາເຣນ, ເຢເມນ ຫລື ສີລັງກາ.


News Cover

ສຕລເປີດຊຸດຝຶກອົບຮົມຄູຝຶກຜູ້ຮັກສາປະຕູກິລາບານເຕະລະດັບ c

20/09/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຄູຝຶກຜູ້ຮັກສາປະຕູກິລາບານເຕະ ລະດັບຊີ(c)ຂື້ນໃນຕອນເຊົ້າວັນທີ 20 ກັນຍາ 2023 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ດຣ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ.

ທ່ານ ດຣ ໄຊຊະນະ ທອງຄຳຈັນໄດ້ກ່າວເປີດພິທີໂດຍໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງການຝຶກອົບຮົມຄັ້ງນີ້,ລວມທັງຄວາມສໍາຄັນຂອງຜູ້ຮັກສາປະຕູກິລາບານເຕະ,ເພາະຜູ້ຮັກສາປະຕູເຮັດໜ້າໄດ້ດີເທົ່າໃດໂອກາດຈະຊະນະຄູ່ຕໍ່ສູ້ຍິ່ງມີສູງ,ພ້ອມຮຽກຮ້ອງໃຫ້ຜູ້ເຂົ້າການຝຶກອົບຮົມທຸກທ່ານຈົ່ງຕັ້ງໃຈຮຽນຮູ້ແລກປ່ຽນປະສົບການ ນໍາເອົາບົດຮຽນໃນຄັ້ງນີ້ ໄປນໍາໃຊ້ໃຫ້ເກີດປະໂຫຍດຫຼາຍເທົ່າທີ່ຈະຫຼາຍໄດ້ເພື່ອພັດທະນາວົງການບານເຕະລາວໃຫ້ກ້າວໄປໃນຕໍ່ໜ້າ.ໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະພາກປະຕິບັດຕົວຈິງໃນພາກສະໜາມ,

ສຳລັບການຝຶກອົບຮົມແມ່ນຈະດຳເນີນໄປຈົນຮອດ ວັນທີ27 ກັນຍາ 2023.

ເຂົ້າຮວ່ມກອງປະຊຸມນີ້ຍັງມີ,ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ຄຣີສ ຢອງ ( Cris Yong) ຜູ້ຝຶກສອນຫຼັກຈາກປະເທດມາເລເຊຍ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 13 ທ່ານ,ມາຈາກປະເທດໄທ 3ທ່ານ.


Video Cover

ປະມວນພາບວິດີໂອ ພີທີປິດ ການແຂ່ງຂັນ ເປບຊີ ລາວລີກ 1 2023 ແລະ ມອບລາງວັນຕ່າງໆ

04/07/2023

ປະມວນພາບວິດີໂອ ພີທີປິດ ການແຂ່ງຂັນ ເປບຊີ ລາວລີກ 1 2023 ແລະ ມອບລາງວັນຕ່າງໆ #PepsiLaoLeague1 #pepsilaos #Laotelecom #evo #LaoLeague1 #laofootball #laoleague

Video Cover

ບົດ​ສຳ​ພາດ ທ່ານ ສຸດ​ທາ​ນີ ລຸນ​ສິ​ລິ ຫົວ​ຫນ້າ​ສູນພັດທະນາກິລາບານເຕະ ຈຳປີ - ຈຳປາ ນະ​ຄອນ​ຫຼວງວຽງ​ຈັນ

27/06/2023
ບົດ​ສຳ​ພາດ ທ່ານ ສຸດ​ທາ​ນີ ລຸນ​ສິ​ລິ ຫົວ​ຫນ້າ​ສູນ​ພັດ​ທະ​ນາ​ກິ​ລາ​ບານ​ເຕະ ຈຳ​ປີ - ຈຳ​ປາ ນະ​ຄອນ​ຫຼວງວຽງ​ຈ​ັນ
Video Cover

ກິດຈະກຳ ວັນກິລາບານເຕະ ສຕລ ແລະ ວັນເດັກນ້ອຍສາກົນ. ພ້ອມເປີດສູນພັດທະນາບານເຕະ ຈຳປີ-ຈຳປາ ຢ່າງເປັນທາງການ

21/06/2023

ກິດຈະກຳ ວັນກິລາບານເຕະ ສຕລ ແລະ ວັນເດັກນ້ອຍສາກົນ. ພ້ອມເປີດສູນພັດທະນາບານເຕະ ຈຳປີ-ຈຳປາ ຢ່າງເປັນທາງການ