ຈັດກອງປະຊຸມພັດທະນາຄູຝຶກບານເຕະ ສຕລ ປະຈຳປີ 2025

11/11/2025

          ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈັດກອງປະຊຸມພັດທະນາຄູຝຶກບານເຕະ ສຕລ ປະຈຳປີ 2025 ຂຶ້ນໃນວັນທີ 09 ພະຈິກ 2025, ທີ່ໂຮງແຮມແລກມາກ, ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ.

 ທ່ານ ວີເພັດ ສີຫາຈັກຣ ໄດ້ກ່າວວ່າ: “ການພັດທະນາຄູຝຶກເປັນໜຶ່ງໃນປັດໃຈສໍາຄັນ ໃນການຍົກລະດັບວົງການກິລາບານເຕະຂອງປະເທດລາວເຮົາ, ເພາະຄູຝຶກແມ່ນຜູ້ທີ່ສ້າງແຜນ ແລະ ຫຼັກສູດການຝຶກແອບໃຫ້ນັກກິລາ ເພາະ ສະນັ້ນ ຄູຝຶກຈະຕ້ອງເປັນແບບຢ່າງທີ່ດີ ບໍ່ວ່າໃນສະໜາມຝຶກຊ້ອມ ແລະ ຢູ່ນອກສະໜາມ.”

          ທ່ານ ວີເພັດ ສີຫາຈັກຣ ໄດ້ໃຫ້ຂໍ້ມູນເພີ່ມເຕີມອີກວ່າ: “ສຳລັບແຜນການຈັດຝຶກອົບຮົມຄູຝຶກໃນປີ 2026, ສຕລ ໄດ້ວາງແຜນຈະຈັດຝຶກອົບຮົມຄູຝຶກບານເຕະ ລະດັບ C ຈໍານວນ 3 ຄັ້ງ, ລະດັບ B ຈຳນວນ 1 ຄັ້ງ ແລະ A ຈຳນວນ 1 ຄັ້ງ ເຊິ່ງເງື່ອນໄຂຫຼັກສໍາຄັນຂອງຄູຝຶກລະດັບ B ທີ່ຈະຖຶກຍົກລະດັບກ້າວເຂົ້າຮຽນໃນລະດັບ A, ຄູຝຶກຜູ້ນັ້ນຕ້ອງມີທີມສະໂມສອນທີ່ເຄື່ອນໄຫວວຽກງານນໍາເປັນປົກກະຕິ ຈຸດປະສົງກໍ່ເພື່ອໃຫ້ເປັນໄປຕາມເກນການປະເມີນ ແລະ ຕາມມາດຕະຖານທີ່ທາງສະຫະພັນບານເຕະອາຊີ (Asian Football Confederation) ໄດ້ວາງອອກ ແລະ ກໍເພື່ອຮັບປະກັນວ່າ ຄູຝຶກມີເງື່ອນໄຂເຂົ້າເຖິງກຸ່ມນັກກິລາ ແລະ ຕິດແທດກັບວຽກງານການແຂ່ງຂັນບານເຕະຢ່າງສະໝໍ່າສະເໝີ.”

          ໃນວາລະດຳເນີນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນບົດຮຽນ, ປະສົບການຕົວຈິງ; ຮັບຟັງການບັນລະຍາຍກ່ຽວກັບ ຂະບວນການເຟັ້ນຫານັກກິລາພອນສະຫວັນ ຜ່ານລະບົບດີຈິຕອນ (Digital), ການວາງແຜນຝຶກຊ້ອມ ແລະ ການປະຊຸມທີມ ໂດຍນຳໃຊ້ Tactical Pad ແລະ ການພັດທະນາຄູຝຶກໃນບານເຕະສະໄໝໃໝ່ເປັນຕົ້ນ. ການຝຶກອົບຮົມນີ້ ໄດ້ຈັດຂຶ້ນເປັນຄັ້ງທີ 2, ເຊິ່ງຄັ້ງທໍາອິດໄດ້ຈັດຂື້ນເມື່ອວັນທີ 12 ຕຸລາ2024 ແລະຄັ້ງນີ້ໄດ້ມີວິທະຍາກອນຈາກຕ່າງປະເທດ, ບັນດາຄູຝຶກບານເຕະ ແລະ ວິຊາການ ສຕລ ເຂົ້າຮ່ວມ, ຈຸດປະສົງເພື່ອສ້າງຊຸມຊົນຄູຝຶກກິລາບານເຕະ ໄວ້ແລກປ່ຽນປະສົບການ, ແນວຄິດ, ຂໍ້ມູນຂ່າວສານ ເພື່ອໄປໝູນໃຊ້ໃນສະໂມສອນ ຫຼື ສູນຝຶກຊ້ອມບານເຕະເຍົາວະຊົນໃນແຕ່ຂົງເຂດທີ່ຄູຝຶກຮັບຜິດຊອບ ເປັນທ່າແຮງໃນການພັກດັນວົງການກິລາບານເຕະໃຫ້ພັດທະນາ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງຄູຝຶກບານເຕະລາວໃຫ້ຕໍ່ເນື່ອງ, ທັງໃຫ້ກ້າວທັນຕາມມາດຕະຖານສາກົນ ເຂົ້າກັບຍຸກກິລາບານເຕະສະໄໝໃໝ່ ແລະ ໃຫ້ທັນກັບບັນດາປະເທດອ້ອມຂ້າງ.