ສຕລ ສຳເລັດການຝຶກອົບຮົມຜູ້ປະສານງານການແຂ່ງຂັນ 2024

29/04/2024

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ສຳເລັດການຝຶກອົບຮົມຜູ້ປະສານງານການແຂ່ງຂັນບານເຕະ LFF Local General Coordinators’ Course ໃນວັນທີ 26 ເມສາ 2024 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມຂອງສຕລ,ໂດຍການເປັນປະທານແລະກ່າເປີດພິທີຂອງ ທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ.

 ທ່ານ ຈັນທະວົງ ສິລິມະໂນທຳ ໄດ້ກ່າວວ່າ: ການຈັດຝຶກອົບຮົມວຽກງານການຈັດການແຂ່ງຂັນຂອງ ສຕລ ແມ່ນວຽກງານທີ່ສຳຄັນຫລາຍໃນແຕ່ລະປີ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດການແຂ່ງຂັນຫລາຍລາຍການຕ້ອງໄດ້ຝຶກອົບຮົມຍົກລະດັບບຸກຄະລາກອນ , ຂໍຂອບໃຈ ສະຫະພັນບານເຕະອາຊີ ທີ່ເຫັນຄວາມສຳຄັນຂອງວຽກງານຈັດການແຂ່ງຂັນ ໄດ້ສົ່ງບຸກຄະລາກອນກໍຄື ທ່ານ ໂຕ ເຊັນນີ ( TOH SEN NEE ) ເປັນຜູ້ບັນລະຍາຍ, ທ່ານ ຍັງກ່າວຕື່ມອີກວ່າ: ຖ້າຫາກບຸກຄະລາກອນຄົນໃດທີ່ມີຜົນງານດີກໍມີໂອກາດເຂົ້າຮ່ວມຝຶກອົບຮົມລະດັບອາຊີໃນຕໍ່ຫນ້າ.

ສຳລັບຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ກໍເພື່ອຍົກລະດັບວຽກງານຈັດແຂ່ງຂັນຢູ່ ສປປລາວ, ອັບເດດກົດລະບຽບການແຂ່ງຂັນຂອງFIFA, AFC ທັງນີ້ກໍເພື່ອກະກຽມໃສ່ ການແຂ່ງຂັນລາຍການແຂ່ງຂັນຕ່າງໆຂອງ ສຕລ ຈັດຂຶ້ນປະຈຳປີ 2024 , ເພື່ອສົ່ງເສີມ ແລະ ຂະຫຍາຍວຽກງານຈັດການແຂ່ງຂັນບານເຕະພາຍໃນປະເທດ ເປົ້າໝາຍຍົກລະດັບການບໍລິຫານຈັດການແຂ່ງຂັນໂດຍເປັນການເປີດກ້ວາງໃຫ້ກັບບຸກຄະລາກອນຮຸ່ນສືບທອດໃນໜ້າວຽກດັ່ງກ່າວ.

    ການຈັດຝຶກອົບຮົມຄັ້ງນີ້ແມ່ນໄດ້ໃຊ້ເວລາ 3 ວັນ(24-26 ເມສາ 2024 ),ເຊິ່ງຜູ້ເຂົ້າຮ່ວແມ່ນໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງຢູ່ສະຫນາມ,ລວມທັງວິທີການຈັດການແຂ່ງຂັນຕ່າງໆ ລະບຽບການແຂ່ງຂັນຂອງລາຍການແຂ່ງຂັນ ສະຫະພັນບານເຕະອາຊີ, ແຕ່ລະວຽກງານ ທຸກຂັ້ນຕອນ.

 ໃນທ້າຍພິທີຍັງມີພິທີມອບໃບຢັ້ງຢືນເຂົ້າຮ່ວມໃຫ້ກັບຜູ້ເຂົ້າຮ່ວມຝຶກອົບຮົມ ຜູ້ປະສານງານການແຂ່ງຂັນບານເຕະ LFF Local General Coordinators’ Cours

  ໃຫ້ກຽດເຂົ້າຮວ່ມໃນງານນີ້ຍັງມີທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໂຕ ເຊັນນີ ( TOH SEN NEE ) ສັນຊາດມາເລເຊຍ ວິທະຍາກອນຈາກ ສະຫະພັນບານເຕະອາຊີ, ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ ພ້ອມດ້ວຍວິຊາການຈັດການແຂ່ງຂັນທີ່ກ່ຽວຂ້ອງ ແລະ ນັກສໍາມະນາກອນຈຳນວນ 35 ທ່ານ ເປັນຍິງ 9 ທ່ານ ທີ່ມາຈາກຫລາຍພາກສ່ວນເຂົ້າຮ່ວມ.

#LaoFootballFederation

#LFFLOCALGENERALCOORDINATORSCOURSE2024

#LFFCOMPETITION