ເລີ່ມແລ້ວການແຂ່ງຂັນບານເຕະລາວລີກ 2 ທີ່ ແຂວງສາລະວັນ

26/06/2025

ການແຂ່ງຂັນບານເຕະລາວລີກ 2 ທີ່ແຂວງສາລະວັນໄດ້ເລີ້ມເປີດສາກ ໃນວັນທີວັນທີ 21/06/2025. ໂດຍຊື່ການແຂ່ງຂັນຢ່າງເປັນທາງການກໍຄື ຈຸງຢາອີຊີ ຊີມັງລາວ ສາລະວັນລີກ 2 ແລະ ສະໂມສອນທີ່ມາເຂົ້າຮ່ວມທັງໝົດມີ 6 ສະໂມສອນດັ່ງນີ້:

1. ສະໂມສອນກິລາບານເຕະ ຮັກແພງ ເອັຟຊີ

2. ສະໂມສອນກິລາບານເຕະ ມສ ສາລະວັນ

3. ສະໂມສອນກິລາບານເຕະ ບ່າວດອຍ

4. ສະໂມສອນກິລາບານເຕະ ຊີພີ ສະປອດ

5. ສະໂມສອນກິລາບານເຕະ ປກສ ແຂວງ

6. ສະໂມສອນກິລາບານເຕະ ບັນໄດຝັນ

ຜ່ານການແຂ່ງຂັນໃນອາທິດທີ 1 ຜ່ານມາ,ຜົນການແຂ່ງຂັນມີດັ່ງນີ້:

ສະໂມສອນກິລາບານເຕະ ຮັກແພງ ເອັຟຊີ ຊະນະ ສະໂມສອນກິລາບານເຕະ ມສ ສາລະວັນ 3 – 1

ສະໂມສອນກິລາບານເຕະ ບ່າວດອຍ ເສຍໃຫ້ ສະໂມສອນກິລາບານເຕະ ຊີພີສະປອດ 2 – 7

ສະໂມສອນກິລາບານເຕະ ປກສ ແຂວງ ຊະນະ ສະໂມສອນກິລາບານເຕະ ບັນໄດຝັນ 3 – 1

ສຳລັບລາຍການແຂ່ງຂັນໃນອາທິດທີ 2 ວັນທີ 28/06/2025 ມີດັ່ງນີ້:

ສະໂມສອນກິລາບານເຕະ ຮັກແພງ ພົບກັບ ສະໂມສອນກິລາບານເຕະ ຊີພີ ສະປອດ

ສະໂມສອນກິລາບານເຕະ ປກສ ແຂວງ ພົບກັບ ສະໂມສອນກິລາບານເຕະ ບ່າວດອຍ

ສະໂມສອນກິລາບານເຕະ ບັນໄດຝັນ ເອັຟຊີ ພົບກັບ ສະໂມສອນກິລາບານເຕະ ມສ ສາລະວັນ

ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ,ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ) ແລະ ລະດັບມັດທະຍົມປາຍ(ຊາຍ-ຍິງ).