ບຸກຄະລາກອນຂອງ ສຕລ ສອບເສັງຜ່ານ ແລະ ໄດ້ຮັບໃບປະກາດສະນີຍາບັດເປັນ ຜູ້ຝຶກສອນຄູຝຶກປັນ ຜູ້ພັດທະນາຄູຝຶກລະດັບສູງຂອງຈາກ FIFA (FIFA Coach Educator DiplomaCOACH EDUCATION DIPLOMA)

25/12/2025

        ວັນທີ 23 ທັນວາ 2025 ຜ່ານມາ ສະຫະພັນບານເຕະນາໆຊາດ(FIFA) ໄດ້ສົ່ງຫນັງສືເຖິງ ສະຫະພັນບານ ເຕະແຫ່ງຊາດລາວ (ສຕລ) ເພື່ອແຈ້ງຂ່າວດີໃຫ້ຊາບວ່າ: ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສປປ ລາວ ແລະ ທ່ານ ເຮີມັນ (Herman Zalaini) ຫົວຫນ້າພັດທະນາຄູຝຶກ ສຕລ ໄດ້ສອບເສັງຜ່ານເປັນຜູ້ຝຶກສອນຄູຝຶກຂອງ FIFA (FIFA Coach Educator Diploma) ໂດຍທັງສອງທ່ານໄດ້ເຂົ້າອົບຮົມສຶກສາຮໍ່າຮຽນນັບຕັ້ງແຕ່ ເດືອນ ຕຸລາ ປີ 2023 ຫາ ເດືອນ ຕຸລາ ປີ 2025 ລວມໄລຍະເວລາຮຽນ 2 ປີ ເຕັມ ໂດຍແບ່ງອອກເປັນ 6 ໄລຍະ ເຊິ່ງພວກຜູ້ກ່ຽວໄດ້ລົງເລີກສຶກສາທາງດ້ານທິດສະດີ, ເລື່ອງການພັດທະນາທັກສະ ແລະ ການປະຕິບັດຕົວຈີງ ເພື່ອກ້າວໄປສູ່ເປັນຄູຝຶກສອນຄູຝຶກ ແລະ ພັດທະນາຄູຝຶກລຸ້ນຕໍ່ໆໄປ.

       ຜົນສຳເລັດຂອງບຸກຄະລາກອນ ສຕລ ທັງ 2 ທ່ານ ໃນຄັ້ງນີ້ ຖືເປັນບາດກ້າວໜຶ່ງທີ່ສຳຄັນໃນການພັດທະນາ ຜູ້ຝຶກສອນຄູຝຶກຂອງ ສປປ ລາວ ເວົ້າລວມ, ກໍຄືຂອງ ສຕລ ເວົ້າສະເພາະ, ຕະຫຼອດໄລຍະທີ່ຜ່ານມາ, ຄະນະບໍລິຫານ ງານຂອງ ສຕລ ຍາມໃດກໍຍຶດໝັ້ນເອົາການພັດທະນາບຸກຄະລາກອນພາຍໃນເປັນສິ່ງສຳຄັນຢ່າງຕໍ່ເນື່ອງ, ທັງໄດ້ເນັ້ນວິໄສ ທັດສົ່ງເສີມໃຫ້ບຸກຄະລາກອນຄົນລາວ ມີໂອກາດຍົກສູງລະດັບຄວາມຮູ້ຄວາມສາມາດໃນວຽກງານວິຊາສະເພາະ ຂອງຕົນ ໂດຍການສົ່ງຄູຝຶກລາວເຂົ້າຮ່ວມຮຽນ-ຝຶກອົບຮົມຫຼັກສູດຕ່າງໆ ຂອງ FIFA ແລະ AFC ຢ່າງສະໝໍ່າສະເໝີ. ນອກນັ້ນ, ຍັງໄດ້ສົ່ງເສີມໃຫ້ຄູຝຶກລາວ ມີໂອກາດພູດສູດ, ພັດທະນາຂີດຄວາມສາມາດ ໃຫ້ກາຍເປັນຜູ້ຝຶກສອນຄູຝຶກບານເຕະລະດັບ C, B, A ຂອງ AFC ຕາມລໍາດັບ.

        ນັບແຕ່ປີ 2023 ເປັນຕົ້ນມາ ສຕລ ສາມາດເປີດຫຼັກສູດຝຶກອົບຮົມຄູຝຶກບານເຕະ ລະດັບ AFC B ແລະ C ໄດ້ໂດຍບໍ່ຕ້ອງເຊີນຄູຝຶກຊາວຕ່າງຊາດມາເປັນຜູ້ຝຶກສອນ ແລະ ເປັນການຕ້ອນຮັບປີໃໝ່, ໃນປີ 2026 ເປັນຕົ້ນໄປ ສຕລ ກະກຽມເປີດຫຼັກສູດຝຶກອົບຮົມຄູຝຶກ ລະດັບ A ໂດຍແມ່ນຄົນລາວເປັນຜູ້ຝຶກສອນ.