ສຕລ ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດ ປະຈຳປີ 2026

25/01/2026

           ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດ ປະຈຳປີ 2026 ຂຶ້ນໃນຕອນເຊົ້າຂອງວັນທີ 24 ມັງກອນ 2026 ທີ່ໂຮງແຮມ ແລນມາກ ແມ່ຂອງ ລີວີໄຊ ພາຍໃຕ້ການເປັນປະທານກອງປະຊຸມ ໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ເຊິ່ງມີຕົວແທນເຂົ້າຮ່ວມງານຈາກ ສະຫະພັນບານເຕະແຂວງ (ສຕຂ) ແລະ ນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍສື່ມວນຊົນສາຍກິລາ.

           ສຕລ ໄດ້ຈັດກອງປະຊຸມພັດທະນາກິລາບານເຕະ ທົ່ວປະເທດນີ້ຂຶ້ນປະຈໍາທຸກໆປີ ຈຸດປະສົງກໍເພື່ອໃຫ້ບັນດາສະມາຊິກ ໄດ້ເຕົ້າໂຮມພົບປະ ປຶກສາຫາລື ພ້ອມທັງສັງເກດຕີລາຄາຄືນບັນດາຜົນງານການເຄື່ອນໄຫວໃນວຽກງານພັດທະນາກິລາບານເຕະທົ່ວປະເທດໃນໄລຍະໜຶ່ງປີຜ່ານມາ ເພື່ອຖອດຖອນບົດຮຽນດ້ານຈຸດດີອັນທີ່ຕັ້ງໜ້າ ທີ່ຄວນເສີມຂະຫຍາຍ ແລະ ດ້ານອ່ອນຂໍ້ຄົງຄ້າງ ຫຼື ຈຸດບົກຜ່ອງທີ່ຕ້ອງໄດ້ສືບຕໍ່ແກ້ໄຂດັດແປງບໍ່ໃຫ້ເກີດຂຶ້ນອີກ. ພ້ອມນັ້ນໃນກອງປະຊຸມນີ້, ຍັງເປີດໂອກາດໃຫ້ ສຕຂ ແລະ ນະຄອນຫຼວງ ຮ່ວມກັນປຶກສາຫາລືກຳນົດທິດທາງ

         ແຜນການເຄື່ອນໄຫວກິດຈະກຳບານເຕະໃນ 1 ປີຕໍ່ໜ້າ ແລະ ຈຸດສູມໃສ່ໃນການປຶກສາຫາລືຄັ້ງນີ້ມີຄື:

- ວຽກງານຈັດການແຂ່ງຂັນຮ່ວມກັນລະຫວ່າງ ສຕລ ແລະ ສຕຂ/ນວ ກໍຄືການແຂ່ງຂັນບານເຕະ ລາວລີກ 2 ລວມທັງຂໍ້ສະເໜີຕໍ່ເງື່ອນໄຂໃນການແຂ່ງຂັນບານເຕະໃນງານມະຫະກຳກິລາແຫ່ງຊາດ.

- ວຽກງານສ້າງຄວາມເຂັ້ມແຂງໃນການສະກັດກັ້ນການລ໋ອກສະກໍພາຍໃນທ້ອງຖິ່ນ

- ວຽກງານການສະໜັບສະໜູນງົບປະມານບໍລິຫານຫ້ອງການ ໃຫ້ບັນດາ ສຕຂ/ນວ

ໃນກອງປະຊຸມ, ຍັງໄດ້ມີການລາຍງານ ແລະ ສະເໜີແຜນຕ່າງໆຄື:

- ບົດລາຍງານການຈັດການແຂ່ງຂັນ ຮ່ວມກັບ ສຕຂ ປະຈໍາປີ 2025 ແລະ ແຜນເຄື່ອນໄຫວ ວຽກງານຈັດການແຂ່ງຂັນ ປະຈຳປີ 2026.

- ຖອດຖອນບົດຮຽນ ການວາງແຜນ ແລະ ຈັດການແຂ່ງຂັນໃນແຂວງ ຈາກ ຕົວແທນ ສະຫະພັນບານເຕະ ແຂວງ ເຊກອງ ແລະ ແຂວງ ບໍ່ແກ້ວ ໃນໄລຍະປີ 2022 - 2025.

- ເຜີຍແຜ່ຜົນຮ້າຍ ແລະ ໂທດຂອງການລົ້ມບານ ເພື່ອຕ້ານ ແລະ ສະກັດກັ້ນ ທຸກພຶດຕິກໍາທີ່ເປັນການທໍາລາຍກຽດ ສັກສີຊື່ສຽງຂອງ ວົງການບານເຕະລາວ.

- ສະເໜີແຜນນະໂຍບາຍງົບປະມານບໍລິຫານ ຫ້ອງການ ໃຫ້ ສຕຂ/ນວ.

            ນອກນັ້ນ, ໃນວາລະຄົບຮອບ 4 ປີຂອງການຈັດຕັ້ງປະຕິບັດການຈັດການແຂ່ງຂັນ ລະຫວ່າງ ສຕລ ຮ່ວມກັບ ສຕຂ/ນວ ເຊິ່ງໃນນັ້ນມີ 5 ລາຍການແຂ່ງຂັນຄື: ລາວລີກ 2, ເຍົາວະຊົນຍິງ-ຊາຍ ມໍຕົ້ນ ແລະ ເຍົາວະຊົນຍິງ-ຊາຍ ມໍປາຍ. ຈາກການເກັບກຳສະຖິຕິການຈັດການແຂ່ງຂັນ ແຕ່ປີ 2022 ຫາ 2025, ທາງ ສຕຂ ສະຫວັນນະເຂດ ແມ່ນໄດ້ມີການຈັດຕັ້ງປະຕິບັດວຽກງານຢ່າງຕໍ່ເນື້ອງໃນທຸກໆປີ. ດັ່ງນັ້ນ, ສຕລ ຈຶ່ງໄດ້ມອບລາງວັນ “ສຕຂ ດີເດັ່ນ ດ້ານຈັດການແຂ່ງຂັນ” ໃຫ້ ສຕຂ ສະຫວັນນະເຂດ ເພື່ອສະແດງການຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການປະກອບສ່ວນເຂົ້າໃນວຽກງານພັດທະນາກິລາບານເຕະໃນຂອບເຂດແຂວງສະຫວັນນະເຂດ.