ສຕລ ຈັດກອງປະຊຸມໃຫຍ່ ສະໄໝສາມັນ ປະຈຳປີ 2025

25/01/2026

             ກອງປະຊຸມໃຫຍ່ ສະໄຫມສາມັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2025 ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍ 14:00 ໂມງ ຂອງວັນທີ 24 ມັງກອນ 2026 ທີ່ຫ້ອງປະຊຸມໃຫຍ່ ໂຮງແຮມ ແລນມາກ ແມ່ຂອງ ຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການຊີ້ນໍາຂອງຄະນະບໍລິຫານ ສຕລ ເຊິ່ງມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນກິລາບານເຕະແຫ່ງຊາດລາວ ເປັນປະທານກອງປະຊຸມ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ບັນດາປະທານ, ຮອງປະທານ, ເລຂາທິການ, ແລະ ຕົວແທນ ຈາກ ສະຫະພັນກິລາບານເຕະແຂວງ - ນະຄອນຫຼວງ, ສະໂມສອນບານເຕະໃນການແຂ່ງຂັນບານເຕະເປບຊີ ລາວລີກ 1, ແຂກຖືກເຊີນຈາກ ສະຫະພັນບານເຕະນາໆຊາດ (FIFA), ສະຫະພັນບານເຕະອາຊີ (AFC), ສະຫະພັນບານເຕະອາຊຽນ (ASEAN Football Federation) ແລະ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

             ໃນວາລະເປີດກອງປະຊຸມ ທ່ານ ວີເພັດ ສີຫາຈັກຣ ໄດ້ກ່າວເຖິງຄວາມສຳຄັນຂອງກອງປະຊຸມໃຫຍ່ສະໄໝສາມັນຂອງ ສຕລ ຕໍ່ການພັດທະນາກິລາບານເຕະໃນ ສປປ ລາວ ເພາະຈຸດປະສົງຂອງກອງປະຊຸມ ກໍ່ເພື່ອລາຍງານການປະຕິບັດວຽກງານການພັດທະນາບານເຕະ ພາຍໃນປີ 2025 ແລະ ສະເໜີແຜນການຈັດຕັ້ງປະຕິບັດກິດຈະກຳພັດທະນາບານເຕະ ໃນປີ 2026. ເຊິ່ງໃນປີ 2025 ຜ່ານມາ ສຕລ ກໍໄດ້ສືບຕໍ່ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ທີ່ຖືກຮັບຮອງໃນກອງປະຊຸມໃຫຍ່ ສະໄໝສາມັນ ປະຈໍາປີ 2024 ແລະ ໄດ້ມີຫຼາຍໜ້າວຽກອັນພົ້ນເດັ່ນ ເປັນຕົ້ນແມ່ນ ໄດ້ມີການຈັດການຝຶກອົບຮົມຄູຝຶກບານເຕະ ລະດັບ Pro ເປັນຄັ້ງທໍາອິດ ໂດຍມີຄູຝຶກລາວ ເຂົ້າຮ່ວມ 6 ທ່ານ. ພ້ອມນັ້ນໄດ້ຍົກລະດັບສະມາຊິກ AFC Grassroots Charter ເປັນລະດັບເງິນ (Silver) ພາຍຫຼັງທີ່ໄດ້ລະດັບ ທອງແດງ (Bronze) ແຕ່ປີ 2019; ກໍ່ສ້າງ ແລະ ບູລະນະບັນດາພື້ນຖານໂຄງລ່າງກິລາບານເຕະ ໂດຍນໍາໃຊ້ທຶນຊ່ວຍເຫຼືອຈາກ FIFA, AFC ແລະ AFF; ເພີ່ມຈໍານວນສະໂມສອນ ໃນການແຂ່ງຂັນ ເປບຊີ ລາວລີກ 1 ຈາກ 8 ສະໂມສອນໃນ ລະດູການ 2024/25 ມາເປັນ 10 ສະໂມສອນ ສໍາລັບລະດູການ 2025/26; ພັດທະນາບຸກຄະລາກອນຄົນລາວ ທີ່ສາມາດເປັນຜູ້ຝຶກສອນຄູຝຶກ ລະດັບ AFC ແລະ ການຝຶກອົບຮົມຂອງ FIFA ໄດ້, ຜູ້ຄວມຄຸມການແຂ່ງຂັນ ແລະ ກໍາມະການຕັດສິນ ລະດັບ AFC; ໄດ້ຮັບລາງວັນສະຫະພັນບານເຕະດີເດັ່ນປະຈໍາປີ 2025 ຂອງ AFC ປະເພດ Ruby ເປັນປີທີ 2 ຕິດຕໍ່ກັນ.

              ຕາງໜ້າໃຫ້ຄະນະບໍລິຫານງານ ສຕລ ທ່ານ ວີເພັດ ສີຫາຈັກຣ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງການນຳ ພັກ-ລັດ ໂດຍສະເພາະແມ່ນການນຳຂອງ ກະຊວງ ສຶກສາທິການ ແລະ ກິລາ, ຜູ້ໃຫ້ການສະໜັບສະໜູນທັງພາຍໃນ ແລະ ຕ່າງປະເທດ, ຄູຝຶກ ແລະ ນັກກິລາ ພ້ອມຄະນະນຳ, ສະມາຊິກ ສຕລ, ບັນດາສະມາຊິກອະນຸກໍາມະການຕ່າງໆ, ພະນັກງານ ສຕລ, ສື່ມວນຊົນ ແລະ ພາກສ່ວນອື່ນໆ ທີ່ໄດ້ໃຫ້ການປະກອບສ່ວນ ເຮັດໃຫ້ວຽກງານການພັດທະນາກິລາບານເຕະທົ່ວປະເທດ ຕະຫຼອດໄລຍະ 1 ປີ ທີ່ຜ່ານມາ ດໍາເນີນໄປດ້ວຍຜົນສໍາເລັດ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈມາຍັງຄະນະບໍລິຫານງານ FIFA, AFC ແລະ AFF ທີ່ຍາມໃດກໍຢູ່ຄຽງຂ້າງ ແລະ ໃຫ້ການຊ່ວຍເຫຼືອດ້ານງົບປະມານໃຫ້ແກ່ການພັດທະນາກິລາບານເຕະໃນປະເທດລາວ, ພ້ອມຖ່າຍທອດບົດຮຽນປະສົບການໃຫ້ແກ່ ສຕລ ພວກເຮົາຕະຫຼອດມາ.

             ໃນກອງປະຊຸມ, ບັນດາສະມາຊິກຂອງ ສຕລ ຍັງໄດ້ຮັບຟັງການລາຍງານການເຄື່ອນໄຫວກິດຈະກຳພັດທະນາບານເຕະຂອງ ສຕລ ປະຈຳປີ 2025, ລາຍງານການເຄື່ອນໄຫວການເງິນ ປະຈຳປີ 2025, ລາຍງານບົດກວດສອບບັນຊີ ປະຈຳປີ 2024, ນໍາສະເໜີງົບປະມານ ແລະ ກິດຈະກຳ ປະຈຳປີ 2026 ພ້ອມທັງຮັບຮອງເອົາແຜນການເຄື່ອນໄຫວ ດັ່ງກ່າວ ເພື່ອໃຫ້ ສຕລ ໄປຈັດຕັ້ງປະຕິບັດ ພາຍໃນປີ 2026 ແລະ ຮັບຮອງບໍລິສັດກວດສອບບັນຊີອິດສະຫຼະ ເພື່ອມາກວດສອບບັນຊີການເງິນຂອງ ສຕລ ປະຈໍາປີ 2025.