News
News Cover

Clear Men ສະໜັບສະໜູນ 750 ລ້ານກີບ ລາຍການແຂ່ງຂັນກິລາບານເຕະU16 ແລະ U19 ປະຈຳປີ 2025

17/06/2025

         Clear Men ສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈໍານວນ 750 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນການແຂ່ງຂັນກິລາບານເຕະ ເຄລຍເມັນ ຮຸ່ນອາຍຸບໍ່ເກີນ 16 ປີ ຫຼື U-16 ແລະ U-19 ປະຈຳປີ 2025, ເຊິ່ງພິທີເຊັນສັນຍາສະໜັບສະໜູນການແຂ່ງຂັນບານເຕະລາຍການດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2025 ທີ່ຫ້ອງການ ສະຫະພັນບາເຕະແຫ່ງຊາດລາວ ລະຫວ່າງ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ກັບ ທ່ານ ນາງ ສະຫວັນວຽງທອງ ສີບຸນເຮືອງ, ຜູ້ຈັດການຝ່າຍຜະລິດຕະພັນຄວາມງາມ ແລະ ສຸຂະພາບ ຈາກ Clear Men ບໍລິສັດຢູນິລີເວີລາວ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ທ່ານ ສຽວສະຫວາດ ເດດວົງສາ ຜູ້ຈັດການຝ່າຍສື່ສານອົງກອນ ແລະ ພົວພັນລັດຖະບານ ບໍລິສັດຢູນິລີເວີລາວພ້ອມຄະນະນຳທັງສອງຝ່າຍ, ຄູຝຶກ ແລະ ນັກກິລາຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

         ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ກ່າວວ່າ: ການເຊັນສັນຍາຄັ້ງນີ້ເປັນນິມິດໝາຍທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນບາດກ້າວອັນໃໝ່ສໍາລັບການແຂ່ງຂັນບານເຕະຮຸ່ນເຍົາວະຊົນຂອງປະເທດເຮົາ. ຂ້າພະເຈົ້າ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ: Clear Men ຈະເຂົ້າມາເປັນຜູ້ສະໜັບສະໜູນຫຼັກ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນ U-16 ແລະ U-19 ປະຈໍາປີ 2025 ມູນຄ່າສະຫນັບສະຫນູນທັງສອງລາຍການແມ່ນ 750 ລ້ານກີບ ເພື່ອພັດທະນາວົງການກິລາບານເຕະຮຸ່ນເຍົາວະຊົນ ເພາະລາຍການແຂ່ງຂັນ U-16 ແລະ U-19 ເປັນເວທີໜຶ່ງທີ່ມີບົດບາດໃນການເລືອກເຟັ້ນຫານັກກິລາ ທີ່ມີພອນສະຫວັນ, ທັກສະຄວາມສາມາດ ທີ່ເປັນເລີດ ເພື່ອກາຍເປັນນັກກິລາລຸ້ນສືບທອດໃຫ້ແກ່ສະໂມ ສອນບານເຕະພາຍໃນປະເທດ ແລະ ທີມຊາດລາວໃນ ອະນາຄົດ ພ້ອມກັນນັ້ນ, ຍັງຈະສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາວົງການກິລາບານເຕະລາວເຮົາອີກ. ຂະນະດຽວກັນ ທ່ານ ສຽວສະຫວາດ ເດດວົງສາ ໃນນາມຕາງໜ້າໃຫ້ແກ່ Clear Men ບໍລິສັດຢູນິລີເວີລາວ ກໍໄດ້ກ່າວວ່າ: Clear Men ໃນນາມຜູ້ໃຫ້ການສະໜັບສະໜູນຫຼັກການແຂ່ງຂັນບານເຕະເຍົາວະຊົນຮຸ່ນ U-16 ແລະ U-19 ປະຈໍາປີ 2025 ພວກເຮົາຮູ້ສຶກດີໃຈທີ່ໄດ້ຮັບໂອກາດຈາກຄະນະຜູ້ບໍລິຫານສະຫະພັນບານເຕະແຫ່ງຊາດລາວ ໃຫ້ໄດ້ມີໂອກາດປະກອບສ່ວນຊຸກຍູ້ວົງການບານເຕະລາວ ໂດຍສະເພາະໃນເວທີການແຂ່ງຂັນບານເຕະລະດັບເຍົາວະຊົນ. ພວກເຮົາຫວັງຢ່າງຍິ່ງວ່າ ການປະກອບສ່ວນຂອງພວກເຮົາໃນຖານະຜູ້ໃຫ້ການສະໜັບສະໜູນຫຼັກໃນຄັ້ງນີ້ ຈະສາມາດສ້າງຜົນກະທົບດ້ານບວກໃຫ້ແກ່ວົງການບານເຕະລະດັບເຍົາວະຊົນຂອງພວກເຮົາ. ນອກນັ້ນ, ພວກເຮົາຫວັງວ່າ ຈະໄດ້ມີໂອກາດເປັນສ່ວນໜຶ່ງໃນການຊຸກຍູ້ວົງການບານເຕະລາວໃນອະນາຄົດອີກຕື່ມ.

         ສໍາລັບຕາຕະລາງ ການແຂ່ງຂັນ ແມ່ນຈະເລີ່ມແຂ່ງຂັນບານເຕະເຍົາວະຊົນຮຸ່ນ U-16 ໂດຍມີ 12 ທີມເຂົ້າຮ່ວມ ຮູບແບບການແຂ່ງຂັນແມ່ນພົບກັນຫມົດ 1 ຮອບ ເພື່ອສະສົມຄະແນນ, ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ ( SEMI FINAL ) ແລ້ວຈັບສະຫລາກປະກົບຄູ່ເຕະເສຍຄັດອອກ ( Knock - Out ), ທີມຊະນະຜ່ານເຂົ້າສູ່ຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ. ການແຂ່ງຂັນແມ່ນຈະເລີ້ມແຂ່ງຂັນ ຮອບທີ 1: ວັນທີ 18 ມິຖຸນາ ຫາ 3 ກໍລະກົດ, ຮອບທີ 2 ວັນທີ 14 ກໍລະກົດ ຫາ 2 ສິງຫາ 2025.

  ຂະນະທີ່ ການແຂ່ງຂັນກິລາບານເຕະ ເຄລຍເມັນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2025 ແມ່ນຈະເລີ້ມແຂ່ງຂັນ ຮອບທີ 1 ວັນທີ 29 ມິຖຸນາ ຫາ 11 ກໍລະກົດ 2025 ແລະ ຮອບທີ 2 ວັນທີ 25 ກໍລະກົດ ຫາ 08 ສິງຫາ 2025.


News Cover

ຝຶກອົບຮົມ ກໍາມະການຕັດສິນ ເພື່ອກະກຽມ ການແຂ່ງຂັນບານເຕະ U16 ແລະ U19 ຊີງຂັນ ສຕລ ປະຈຳປີ 2025

13/06/2025

        ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ຈັດຝຶກອົບຮົມກຳມະການຕັດສິນ ເພື່ອກຽມຄວາມພ້ອມຕັດສິນ ການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 16ປີ (U16) ແລະ ຮຸ່ນອາຍຸບໍ່ເກິນ 19 ປີ (U19) ຊີງຂັນ ສຕລ ປະຈໍາປີ 2025 ຂື້ນເມື່ອວັນທີ 13 ມິຖຸນາ 2025 ຢູ່ທີ່ຫ້ອງປະຊຸມສຕລ, ໂດຍມີ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວໜ້າອະນຸກຳມະການຕັດສິນ ສຕລ, ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກ ກຳມະການຕັດສິນ ສຕລ ເປັນຄູຝຶກ, ຜູ້ປະເມີນກຳມະການຕັດສິນ ແລະ ກຳມະການຕັດສິນ ທັງຫມົດ 29 ຄົນ, ເປັນຍິງ 5 ຄົນ ທີ່ມາຈາກຫລາຍພາກສ່ວນ.

        ທ່ານ ຄຳແພງ ວົງຂັນຕີ ຮອງປະທານສຕລໄດ້ກ່າວວ່າ: ໄດ້ຍົກໃຫ້ເຫັນກ່ຽວກັບພາລະບົດບາດກຳມະການສິນແມ່ນຄວາມສຳຄັນຫລາຍ, ການຝຶກອົບໃນຄັ້ງນີ້ກໍເພື່ອເປັນກະກຽມກຳມະການຕັດສິນໃນການແຂ່ງຂັນບານເຕະ U16 ແລະ U19 ຊີງຂັນສຕລ ປະຈໍາປີ 2025 , ເພາະສະນັ້ນຈິ່ງຮຽກຮ້ອງມາຍັງກຳມະການຕັດສິນ ທຸກຄົນຈົ່ງເອົາໃຈໃສ່ໃນການຝຶກອົບຮົມ ສຶກສາກົດລະບຽບທີ່ທາງສະຫະພັນບານເຕະນານາຊາດ(FIFA )ປັປປຸງໃຫມ່ ໃຫ້ລະອຽດ ເພື່ອເຮັດໃຫ້ການຕັດສິນແຕ່ລະນັດອອກມາດີທີ່ສຸດແລະຫລີກເວັ້ນຂໍ້ຜິດພາດຕ່າງໆ.

          ສຳລັບການຝຶກອົບກຳມະການຕັດສິນ ຈະໄດ້ດຳເນີນການຝຶກອົບຮົມນັບຕັ້ງແຕ່ວັນທີ 13-15 ມິຖຸນາ 2025 ໂດຍບັນດາກຳມະການຕັດສິນ ແມ່ນຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ, ພ້ອມດຽວກັນນັ້ນກໍ່ຈະໄດ້ມີການທົດສອບພະລະກຳລັງຕື່ມອີກ.


News Cover

ພິທີເຊັນສັນຍາຮ່ວມມືລະຫວ່າງ ສຕລ ແລະ ກຸ່ມບໍລິສັດ ດົງລຶກ

09/06/2025

         ພິທີເຊັນສັນຍາຮ່ວມມືລະຫວ່າງ ສຕລ ລະ ກຸ່ມບໍລິສັດ ດົງລຶກ ຈັດຂຶ້ນໃນວັນທີ 9 ມິຖຸນາ 2025 ທີ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນສັກຂີພະຍານໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ Nguyen Thi Thuan ທີ່ປຶກສາປະຈຳ ສະມາຄົມຫວຽດນາມປະຈໍາລາວ ແລະ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ. ໃຫ້ກຽດລົງນາມໃນສັນຍາໂດຍ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ເລ ວູ ຮົງ ງອກ, ຜູ້ອໍານວຍການ ຝ່າຍການຕະຫຼາດ ກຸ່ມບໍລິສັດ ດົງລຶກ ພ້ອມດ້ວຍຄະນະ, ຄູຝຶກ, ນັກກີລາທີມຊາດລາວ ທັງຊຸດຍິງ ແລະ ຊາຍ ຕະຫຼອດຮອດສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

      ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ຈຸດປະສົງ ການເຊັນສັນຍາຮ່ວມມືໃນຄັ້ງນີ້, ແມ່ນທັງສອງຝ່າຍໄດ້ມີເປົ້າໝາຍ ແລະ ຄວາມມຸ້ງມາດປາດຖະຫນາທີ່ຈະພັດທະນາກິລາບານເຕະຮ່ວມກັນ. ສັນຍາການຮ່ວມມືຄັ້ງນີ້ ມີໄລຍະເວລາ 3 ປີ (ແຕ່ ປີ 2025 ຫາ 2028) ທາງກຸ່ມບໍລິສັດ ດົງລຶກ ຈະເປັນຜູ້ອຸປະຖຳຄືດັ່ງນີ້:

1. ຊຸດແຂ່ງຂັນສໍາລັບທິມຊາດ ຍິງ - ຊາຍ ທຸກຮຸ່ນອາຍຸ.

2. ໝາກບານສໍາລັບການແຂ່ງຂັນ.

- ການແຂ່ງຂັນບານເຕະ ລາວລີກ 1

- ການແຂ່ງຂັນບານເຕະ ຊີງຂັນ ພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ

- ການແຂ່ງຂັນບານເຕະ ລາວລີກ ຍິງ

- ການແຂ່ງຂັນບານເຕະເຍົາວະຊົນ ຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ການແຂ່ງຂັນບານເຕະເຍົາວະຊົນ ຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ຊີງຂັນ ສຕລ

- ການແຂ່ງຂັນ ລາວ ຟຸດຊໍ ລີກ

3. ຈະມີກິດຈະກຳກິລາບານເຕະ ຮ່ວມກັນໃນຂອບເຂດທົ່ວປະເທດ.

        ຂ້າພະເຈົ້າຫວັງຢ່າງຍິ່ງ ນີ້ຈະເປັນບາດກ້າວເບື້ອງຕົ້ນໃນການຮ່ວມມື ແລະ ຈະມີຫຼາຍກິດຈະກໍາທີ່ທັງສອງ ຝ່າຍຈະມີການປະສານງານຮ່ວມມືກັນໃນອານາຄົດ.

       ຂະນະດຽວກັນ ທ່ານ ນາງ ເລ ວູ ຮົງ ງອກ, ຜູ້ອໍານວຍການ ຝ່າຍການຕະຫຼາດ ກຸ່ມບໍລິສັດ ດົງລຶກ ກ່າວວ່າ: ເປັນເວລາຫຼາຍກວ່າ 35 ປີ, ກຸ່ມບໍລິສັດ ດົງລຶກ ໄດ້ທຸ້ມເທເຂົ້າໃນການສະໜັບສະໜູນ ແລະ ພັດທະນາວົງການກີລາ ທົ່ວຫວຽດນາມ ແລະ ຕ່າງປະເທດ. ຈາກກິລາບານເຕະ, ບານສົ່ງ, ດອກປີກໄກ່, ເທັນນິສ ຈົນເຖິງກິລາປະເພດ ອື່ນໆ, ມື້ນີ້ຖືເປັນຂີດໝາຍພິເສດຫຼາຍໃນເສັ້ນທາງຂອງພວກຂ້າພະເຈົ້າ ການເປີດໂຕຊຸດ ແຂ່ງຂັນໃໝ່ຂອງທີມຊາດລາວຢ່າງເປັນທາງການ ທີ່ຜະລິດໂດຍ Jogarbola ແລະ ກຸ່ມ ບໍລິສັດດົງລຶກ, ຊຸດແຂ່ງຂັນໃໝ່ທີ່ທ່ານໄດ້ເຫັນໃນມື້ນີ້ໄດ້ຖືກພັດທະນາຂຶ້ນດ້ວຍວັດຖຸທີ່ມີເທັກໂນໂລຢີ ປ່ອຍຄວາມຊື້ນແບບທາງດຽວ ເພື່ອຄວາມສະດວກສະບາຍ, ຄວາມທົນທານ ແລະ ປະສິດທິພາບໃນການໃຊ້ງານ - ອອກແບບຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງການແຂ່ງຂັນລະດັບນາໆຊາດ. ນອກເໜືອໄປຈາກດ້ານເຕັກນິກ, ມັນຍັງເປັນຕົວ ແທນໃຫ້ແກ່ຈິດວິນຍານ, ເອກະລັກ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວ. ສໍາລັບ ຊຸດແຂ່ງຂອງທີມຊາດລາວ ຍີ່ຫໍ່ Jogarbola ໄດ້ໃຊ້ຊຸດທໍາອິດເປັນ ທີມຊາດຍິງລາວ ຢູ 19 ໃຊ້ລົງແຂ່ງຂັນນັດທໍາອິດດ້ວຍການເປີດຕົວເອົາຊະນະ ທີມຊາດຕີມໍ ເລສເຕ 2-0 ໂດຍທີມຊາດລາວ ໄດ້ປະຕູຈາກ ເບີ 7 ອັນນ້າ ແກ້ວອ່ອນສີ ນາທີ 18', 85' ນັດທໍາອິດ ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2025 ( ASEAN U19 Girls' Championship 2025 ) ທີ່ປະເທດຫວຽດນາມ ເປັນເຈົ້າພາບ, ສ່ວນທີມຊາດລາວ ຊຸດໃຫຍ່ ( ທີມຊາຍ ) ຈະເປັນຊຸດທີ 2 ທີ່ໄດ້ໃຊ້ເສື້ອຈາກ Jogarbola ກໍຄືທີ່ທາງ ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນໃຫ້ ລົງແຂ່ງຂັນໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ ເປີດບ້ານຮັບການມາຢາມຂອງ ທີມຊາດເນປານ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເວລາ 19:00 ໂມງຂອງວັນທີ 10 ມິຖຸນາ 2025.


News Cover

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ ຊຸດໃຫຍ່

09/06/2025

        ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ປະກາດລາຍຊື່ນັກກິລາ 23 ຄົນ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮອບຄັດເລືອກ 2027 AFC Asian Cup Saudi Arabia 2027 Qualifiers Final Round ນັດທີ 2 ເຊິ່ງຈະແຂ່ງຂັນ ພົບ ທີມຊາດເນປານ ວັນທີ 10 ມິຖຸນາ 2025 , ນັກກິລາ 23 ຄົນ ມີລາຍຊື່ດັ່ງລຸ່ມນີ໊:

+ ຜູ້ຮັກສາປະຕູ

ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ

ກົບ ໂລກພະທິບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ອານຸລັກ ວິລະຜົນ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ

+ ກອງຫຼັງ

ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ພຸດທະວົງ ສັງວິໄລ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ຊີດີ ພົມມະຫວັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ຄຳຫມັ້ນ ທາປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ນໍ້າທາ ຢູໄນເຕັດ

ແສງດາວວີ ຫານທະວົງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ເພັດດາວັນ ສົມສະນິດ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ້

ແອັດ ວຽງຄຳ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ້

ຈິດຕະກອນ ວັນນະຈອນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ

+ ກອງກາງ

ດາຫມົດ ທອງຄຳສະຫວັດ ຈາກ ສະໂມສອນ ກິລາບານເຕະ ແທັງຮວາ ( ປະເທດຫວຽດນາມ )

ອຸ່ນ ເພັດວົງສາ ຈາກ ສະໂມສອນ ນໍ້າທາ ຢູໄນເຕັດ

ຄອນສະຫວັນ ແກ້ວຫນູຈັນ ຈາກ ສະຖາບັນ ROME CITY INSTITUTE ( ປະເທດອີຕາລີ )

ອານຸສອນ ໄຊປັນຍາ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ສົມສະນິດ ພົມມະຈັນ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ້

ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ້

+ ກອງຫນ້າ

ບຸນພະຈັນ ບຸນກອງ ຈາກ ສະໂມສອນກິລາບານເຕະ ສວາຍຣຽງ ( ປະເທດກຳປູເຈຍ )

ປີເຕີ້ ພັນທະວົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ກິລາບາເຕະ ຫົວຫີນ ມາຣາເຣຍນາ ( ປະເທດໄທ )

ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮອບຄັດເລືອກ 2027 AFC Asian Cup Saudi Arabia 2027 Qualifiers Final Round

 ວັນອັງຄານ 10/06/2025

 ທີມຊາດລາວ ທີມຊາດເນປານ

 ເວລາ 19:00ມ

 ສະຫນາມກິລາແຫ່ງຊາດຫຼັກ 16

 ຖ່າຍທອດສົດທາງເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

 ບັດເຂົ້າຊົມລາຄາ 10.000 ກີບ

ປະຕູທາງເຂົ້າສະຫນາມກິລາແຫ່ງຊາດຫຼັກ 16 ແມ່ນຈະເປີດ 2 ປະຕູ ຄື:

- ປະຕູໂຊນ VIP ຈະສາມາດເຂົ້າໄດ້ສະເພາະແຂກທີ່ຖືກເຊີນ

- ປະຕູໂຊນ C ແຟນບານທັງ 2 ທີມ


News Cover

ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ທີມຊາດຍີງ ລາວU19 ເຂົ້າຮ່ວມ ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ຫວຽດນາມ.

08/06/2025

ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ທີມຊາດຍີງ ລາວU19 ເຂົ້າຮ່ວມ ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ຫວຽດນາມ.

-----------------------

+ ຜູ້ຮັກສາປະຕູ

- ຕຸ່ນ ອິນທະວົງ ( ເອັສອີຊີ )

- ວານິດາ ແກ້ວພິລາວັນ ( ແຂວງ ຈໍາປາສັກ )

- ທອງສະໝຸດ ວົງຄຳພັນ ( ແຂວງ ຫຼວງພະບາງ )

+ ກອງຫຼັງ

- ເເຈັກ ວົງຕາເເສງ ( ແຂວງ ຈໍາປາສັກ )

- ບຸດສະບາ ສຸດທະວິໄລ ( ແຂວງ ຈໍາປາສັກ )

- ໂນຕ້າ ໄຊຍະລາດ ( ແຂວງ ຈໍາປາສັກ )

- ເເຜັດຕີ້ ໄພສົງຄາມ ( ຈໍາປາສັກ )

- ຢູນີ່ ສີທະຈັນ ( ແຂວງ ບໍ່ແກ້ວ )

- ທິບພາວັນ ຫຼວງພາວັນ ( ແຂວງ ສະຫວັນນະເຂດ )

- ປ່າດີ້ ວ່າງ ( ມາດດ້າ ຈີບີ )

+ ກອງກາງ

- ຫຼີວ ຟອງສະໝຸດ ( ແຂວງ ສະຫວັນນະເຂດ )

- ຄອນສະຫວັນ ຈູມມະນີວົງ ( ແຂວງ ສະຫວັນນະເຂດ )

- ພຸດທະສອນ ໂຄທິສານ ( ແຂວງ ຈໍາປາສັກ )

- ເຫມືອນຝັນ ສີລິສັກ ( ແຂວງ ຈໍາປາສັກ )

- ແປ໋ວມະນີ ແກ້ວດວງຕາ ( ເອັສອີຊີ )

- ພອນຕາວັນ ພັນທະວົງ ( ແຂວງ ຫຼວງພະບາງ )

- ເພັດທິດາ ຫລວງຄຳຊາວ ( ແຂວງ ສາລະວັນ )

- ທຸມມາ ແກ້ວມະນີໄຊ ( ແຂວງ ບໍລິຄຳໄຊ )

- ສຸວັນນີ ເກດປັນຍາ ( ເອັສອີຊີ )

+ ກອງໜ້າ

- ແກ້ມມີ້ ອຸດົມສຸກ ( ນະຄອນຫຼວງ )

- ທອງດີ ຫຼວງທຸມມາລາ ( ແຂວງ ອັດຕະປື )

- ອັນນາ ແກ້ວອ່ອນສີ ( ມັດສເຕີ້ )

- ປູນາ ວັນນຸວົງ ( ແຂວງ ຈໍາປາສັກ )

ການແຂ່ງຂັນລາຍການດັ່ງກ່າວ ມີ 8 ທີມແບ່ງອອກເປັນ 2 ກຸ່ມມີດັ່ງນີ້:

- ກຸ່ມ A: ຫວຽດນາມ ( ເຈົ້າພາບ ), ມຽນມາ, ລາວ ແລະ ຕີມໍ ເລສເຕ.

- ກຸ່ມB: ໄທ, ອິນໂດເນເຊຍ, ກໍາປູເຈຍ ແລະ ມາເລເຊຍ.

ຕາຕະລາງ ການແຂ່ງຂັນ ທີມຊາດລາວ

- ວັນທີ 09/06/2025 ເວລາ 15:00 ຕີມໍ ເລສເຕ ພົບ ລາວ

- ວັນທີ 11/06/2025 ເວລາ 15:00 ມຽນມາ ພົບ ລາວ

- ວັນທີ 13/06/2025 ເວລາ 15:00 ຫວຽດນາມ ພົບ ລາວ

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ Thong Nhat ນະຄອນໂຮຈີມິນປະເທດຫວຽດນາມ

News Cover

ຈັດກິດຈະກຳບານເຕະ FIFA Women’s Football Campaign ຄັ້ງທີ 2 ຢູ່ແຂວງຈຳປາສັກ

07/06/2025

         ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຮ່ວມກັບ FIFA ແລະ ສະຫະພັນບານເຕະ ແຂວງຈຳປາ ສັກ ຈັດກິດຈະກຳບານເຕະຍິງ FIFA Women’s Football Campaign 2025 ຂື້ນໃນວັນທີ 07 ມິຖຸນາ 2025 ຢູ່ທີ່ສະຫນາມກິລາແຂວງຈຳປາສັກ ,ເພື່ອສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນລາວ ຮຸ່ນອາຍຸ 8 – 14 ປີ ໃຫ້ມາຫລິ້ນກິລາບານເຕະໃຫ້ຫລາຍຂຶ້ນ ເປັນກຽດເຂົ້າຮ່ວມມີ ທ່ານ ນ. ກັນຍາ ແກ້ວມະນີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ປະດິດ ວັນນະລັດສະໝີ ຮອງປະທານ ສະຫະພັນບານເຕະແຂວງຈຳປາສັກ ພ້ອມດ້ວຍແຂກຖືກເຊີນ, ຄູອາຈານ, ນັກກິລາ ທີມຊາດຍິງ, ນ້ອໆເຍົາວະຊົນ ແລະ ສື່ມວນຊົນ ເຂົ້າຮ່ວມ.

        ທ່ານ ນ. ກັນຍາ ແກ້ວມະນີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເປີດງານວ່າ:

ຂໍສະແດງຄວາມຍ້ອງຍໍ ຊົມເຊີຍມາຍັງການນຳແຂວງຈຳປາສັກ, ໂດຍສະເພາະ ສະຫະພັນບານເຕະແຂວງຈຳປາສັກ ທີ່ໄດ້ເປັນເຈົ້າພາບໃນການກະກຽມຈັດງານກິດຈະກຳບານເຕະຍິງ ບານເຕະ FIFA Women’s Football Campaign ໃນຄັ້ງນີ້ໄດ້ຢ່າງທັນການ ແລະ ຖືກຕ້ອງຕາມມາດຖານເງື່ອນໄຂທີ່ ສະຫະພັນບານເຕະແຫ່ງຊາດລາວກໍຄື FIFA ກຳນົດໄວ້.

         ສະຫະພັນບານເຕະແຫ່ງຊາດລາວ ຍາມໃດກໍຍົກສູງບົດບາດຍິງ-ຊາຍ ໃຫ້ມີຄວາມສະເໝີພາບ ຄຽງຄູ່ກັນ, ດັ່ງນັ້ນຈິ່ງໄດ້ເລີ່ມຈັດກິດຈະກຳບານເຕະຍິງ FIFA Women’s Football Campaign ຄັ້ງທໍາອິດໃນປີ 2024 ທີ່ ນະຄອນຫຼວງວຽງຈັນ ແລະ ກິດຈະກຳ FIFA Women’s Football Campaign 2025 ຄັ້ງທີ2ຈັດຂຶ້ນຢູ່ທີ່ແຂວງຈຳປາສັກ.

         ນອກນັ້ນ,ກິດຈະກຳຄັ້ງນີ້ ຍັງເປັນການສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນຍິງທີ່ມີໃຈຮັກ ໃນກິລາບານເຕະ ໄດ້ພ້ອມກັນຫລິ້ນກິດຈະກຳຮ່ວມ, ພ້ອມທັງເປັນການສົ່ງເສີມໃຫ້ບັນດາເຍົາວະຊົນຍິງຫັນມາຫລິ້ນກິລາບານເຕະໃຫ້ຫລາຍຂຶ້ນ ເຊິ່ງເຍົາວະຊົນຍິງເຂົ້າຮ່ວມງານດັ່ງກ່າວມີທັງຫມົດ 200 ຄົນ.


News Cover

ແຂວງເຊກອງ ສໍາເລັດການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາ ຕອນຕົ້ນຊິງຊັນທ່ານເຈົ້າແຂວງເຊກອງ ປະຈໍາປີ 2025

06/06/2025

          ການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາ ຕອນຕົ້ນ ຊິງຂັນທ່ານເຈົ້າແຂວງເຊກອງ ໄດ້ອັດລົງດ້ວຍຜົນສໍາເລັດໃນວັນທີ 6 ມີຖຸນາ 2025 ທີ່ຜ່ານມາ ພາຍຫຼັງດໍາເນີນການແຂ່ງຂັນມາແຕ່ວັນທີ 12 ພຶດສະພາ 2025 ເຊິ່ງໃນພິທີປິດການແຂ່ງຂັນ ໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ມະໄລເພັດ ມາດມະນີວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ທ່ານ ສຸກສາຄອນ ຈັນທະພານິດ ຮອງປະທານສະຫະພັນກິລາບານເຕະແຂວງເຊກອງ ແລະ ທ່ານ ພົງສະຫວັດ ສິງຫາລາດ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງທ່າແຕງ, ບັນດາທ່ານຕາງໜ້າພະແນກການ-ກົມກອງອ້ອມຂ້າງແຂວງ, ຄະນະຈັດການແຂ່ງຂັນ, ຄະນະກໍາມະການ, ຄະນະຄູຝຶກ-ນັກກິລາ ແລະ ແຟນບານເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

         ໃນພິທີປິດ, ທ່ານ ສໍລະເສີນສັກ ຟອງສານຸວົງ ຄະນະບໍລິຫານງານຮອງປະທານສະຫະ ພັນກິລາບານເຕະແຂວງເຊກອງ ຕາງໜ້າໃຫ້ຄະນະຈັດການແຂ່ງຂັນ ໄດ້ຂື້ນລາຍງານຜົນການແຂ່ງຂັນ ເຊິ່ງທ່ານໃຫ້ຮູ້ວ່າ: ການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາ ຕອນຕົ້ນ ຊິງຂັນທ່ານເຈົ້າແຂວງເຊກອງ ປະຈໍາປີ 2025 ແມ່ນຈັດຕັ້ງປະຕິບັດຕາມແຜນການເຄື່ອນໄຫວ ຂອງສະຫະພັນກິລາບານເຕະແຫ່ງຊາດລາວແລະການແຂ່ງຂັນປະກອບມີ 1 ປະເພດຊາຍທິມຊາຍ ປະກອບມີ 7 ພາກສ່ວນເຂົ້າຮ່ວມການແຂ່ງຂັນ:

1. ທິມໂຮງຮຽນ ມສ ແຂວງ

2. ທິມໂຮງຮຽນ ມຕ ຫົວເມືອງ

3. ທິມໂຮງຮຽນ ສາມັນກິນນອນຊົນເຜົ່າແຂວງ

4. ທິມໂຮງຮຽນ ມິດຕະພາບລາວ-ຫວຽດນາມ A

5. ທິມໂຮງຮຽນ ມິດຕະພາບລາວ-ຫວຽດນາມ B

6. ທິມໂຮງຮຽນ ມຕ ບ.ໂພນຄຳ

7. ທິມໂຮງຮຽນ ມສ ບ.ກະປື

          ຜົນການແຂ່ງຂັນ ທິມໂຮງຮຽນ ມສ ບ.ກະປື ສາມາດຄ້ວາລາງວັນຊະນະເລີດ ຮັບຂັນລາງວັນ ຂັນ 1 ໜ່ວຍ, ຫຼຽນຄຳ ພ້ອມເງິນສົດ 3,000,000 ກີບ, ທິມໂຮງຮຽນ ມຕ ຫົວເມືອງ ໄດ້ຮອງຊະນະເລີດ ຮັບລາງວັນ ຫຼຽນເງິນ ພ້ອມເງິນສົດ 2,000,000 ກີບ, ທິມໂຮງຮຽນ ມຕ ບ.ໂພນຄຳ ໄດ້ອັນດັບ 3 ຮັບລາງວັນ ຫຼຽນທອງແດງ ພ້ອມເງິນສົດ 1,000,000 ກີບ ແລະ ທິມໂຮງຮຽນ ມິດຕະພາບລາວ-ຫວຽດນາມ A ໄດ້ອັນດັບ 4 ຮັບລາງວັນເງິນສົດ 500,000 ກີບ.

        ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ,ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ) ແລະ ລະດັບມັດທະຍົມປາຍ(ຊາຍ-ຍິງ).


News Cover

ມສ ອຸທຸມພອນ ຄວ້າແຊ້ມການແຂ່ງຂັນບານເຕະຊາຍ ມໍ ປາຍ ຊີງຂັນທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ປະຈຳປີ 2025

06/06/2025

          ເມື່ອວັນທີ 6 ມິຖຸນາ 2025, ພະແນກສຶກສາທິການ ແລະ ກິລາແຂວງ ຈັດພິທີສະຫຼຸບການແຂ່ງຂັນກິລາບານເຕະຊາຍ ມັດທະຍົມສຶກສາຕອນປາຍ ເພື່ອຊີງຂັນລາງວັນ ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ຊຶ່ວແມ່ນເລີ່ມແຕ່ວັນທີ 3 ພຶດສະພາ ຫາວັນທີ 6 ມິຖຸນາ 2025, ໂດຍປະກອບມີ 8 ພາກສ່ວນເຂົ້າຮ່ວມຄື: ໂຮງຮຽນ ມສ ອຸດົມວິໄລ, ໂຮງຮຽນ ມສ ອຸທຸມພອນ, ເມືອງສອງຄອນ, ໂຮງຮຽນ ມສ ສະຫວັນ, ໂຮງຮຽນສາມັນສຶກສາມິດຕະພາບລາວຫວຽດນາມ, ໂຮງຮຽນ ມສ ຜັກຂະ, ໂຮງຮຽນ ມສ ໂພນສະຫວັນ ແລະ ໂຮງຮຽນ ມສ ຊົນເຜົ່າ, ຜ່ານການແຂ່ງຂັນຜົນປະກົດວ່າ:

- ຊະນະເລີດ ໄດ້ແກ່ ໂຮງຮຽນ ມສ ອຸທຸມພອນ ຮັບຫຼຽນລາງວັນ, ເງິນລາງວັນ 4,000,000 ກີບ ແລະ ຮັບຂັນລາງວັນ 1 ໜ່ວຍ

- ຮອງຊະນະເລີດອັນດັບທີ 1 ໂຮງຮຽນ ມສ ອຸດົມວິໄລ ໄດ້ຮັບເງິນລາງວັນ 2,000,000 ກີບ

- ຮອງຊະນະເລີດອັນດັບທີ 2 ໂຮງຮຽນ ມສ ສະຫວັນ ໄດ້ຮັບເງິນລາງວັນ 1,000,000 ກີບ

ໃຫ້ກຽດມອບລາງວັນໂດຍ ທ່ານ ອະນຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ.

ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ,ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ) ແລະ ລະດັບມັດທະຍົມປາຍ(ຊາຍ-ຍິງ).


News Cover

ທີມຊາດລາວ U23 ຢູ່ກຸ່ມ J ຮ່ວມກັບ ສ.ເກົາຫລີ, ອິນໂດເນເຊຍ ( ເຈົ້າພາບ ) ແລະ ເຂດປົກຄອງພິເສດມາເກົາ

30/05/2025

         ວັນທີ 29 ພຶດສະພາ 2025 ທີ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ປະເທດມາເລເຊຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ຫຼື U23 ຮອບຄັດເລືອກ 2026 AFC U23 ASIAN CUP SAUDI ARABIA 2026 QUALIFIERS ໂດຍມີ 44 ທີມເຂົ້າຮ່ວມແລະແບ່ງອອກເປັນ 11 ກຸ່ມ.

ຜົນການຈັບສະຫລາກ ທີມຊາດລາວ ຖືກຈັດຢູ່ກຸ່ມ J ປະກອບມີ: ສ.ເກົາຫລີ, ອິນໂດເນເຊຍ ( ເຈົ້າພາບ ), ສປປ ລາວ ແລະ ເຂດປົກຄອງພິເສດ ມາເກົາ.

        ການແຂ່ງຂັນລາຍການດັ່ງກ່າວ ແມ່ນ ຄັດເອົາອັນດັບ 1 ແຕ່ລະກຸ່ມ ຜ່ານເຂົ້າຮອບສຸດທ້າຍ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດຊາອຸດິ ອາຣັບເບຍ ທີ່ໄດ້ຮັບກຽດເປັນເຈົ້າພາບ.

       ສຳລັບ ການແຂ່ງຂັນຮອບຄັດເລືອກນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 1-9 ກັນຍາ 2025,ສ່ວນຕາຕະລາງການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫຼັງ.


News Cover

ທີມຊາດລາວ U23 ຢູ່ກຸ່ມ ບີ ຮ່ວມກັບ ຫວຽດນາມ, ກຳປູເຈຍ

30/05/2025

        ວັນທີ 30 ພຶດສະພາ 2025 ຢູ່ທີ່ ບາລີ ປະເທດ ອິນໂດເນເຊຍ ໄດ້ມີພິທີຈັບສະຫລາກ ການແຂ່ງຂັນບານເຕະ ຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ASEAN U-23 Mandiri Cup™ 2025.

        ສຳລັບ ລາຍການດັ່ງກ່າວ ແມ່ນຈະຈັດຂຶ້ນຢູ່ທີ່ ນະຄອນຫຼວງ ຈາກາຕາ ປະເທດອິນໂດເນເຊຍ ລະຫວ່າງວັນທີ 15-29 ກໍລະກົດ 2025 ມີ 10 ປະເທດເຂົ້າຮ່ວມ ການແຂ່ງຂັນ ໂດຍໄດ້ແບ່ງອອກເປັນ 3 ກຸ່ມ, ກຸ່ມ 4 ທີມ 1 ກຸ່ມ ແລະ ກຸ່ມ 3 ທີມ 2 ກຸ່ມ ຜົນການຈັບສະຫລາກມີດັ່ງນີ້:

- ກຸ່ມ ເອ: ອິນໂດເນເຊຍ (ເຈົ້າພາບ), ມາເລເຊຍ, ຟີລິບປິນ ແລະ ບຣູໄນ

- ກຸ່ມ ບີ: ຫວຽດນາມ, ກຳປູເຈຍ ແລະ ລາວ

- ກຸ່ມ ຊີ: ໄທ, ມຽນມາ ແລະ ຕີມໍ ເລສເຕ

        ລະບຽບການແຂ່ງຂັນ ແມ່ນຈະແຂ່ງຂັນແບບພົບກັນຫມົດໃນກຸ່ມ ແລະ ຫາທີມທີ່ເປັນແຊ້ມກຸ່ມ ພ້ອມດ້ວຍຮອງແຊ້ມກຸ່ມທີ່ມີຄະແນນດີທີ່ສຸດໃນ 3 ກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ.


News Cover

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

26/05/2025

                      ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍ ໃຕ້ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ ສປປ ລາວ ຂື້ນໃນຕອນບ່າຍຂອງ ວັນທີ 26 ພຶດສະພາ 2025 ຢູ່ທີ່ໂຮງຮຽນ ມັດທະຍົມບ້ານນາຄວາຍໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ,ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ, ທ່ານ ຊານຈີວານ ບາລາຊິນແກມ (Sanjeevan Balasingam) ຜູ້ອຳນວຍການຝ່າຍປະສານງານສະຫະພັນສະມາຊິກຂົງເຂດ ອາຊີ-ໂອເຊນີ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ.

          ຈຸດປະສົງຂອງໂຄງການນີ້ແມ່ນເພື່ອໃຫ້ນ້ອງນັກຮຽນໄດ້ມີໂອກາດເຂົ້າເຖິງການຫຼີ້ນກິລາບານເຕະຂັ້ນພື້ນຖານຫຼາຍຂື້ນ ເຊິ່ງແມ່ນເປົ້າໝາຍສໍາຄັນໃນການສົ່ງເສີມ ແລະ ພັດທະນາກິລາບານເຕະຂັ້ນພື້ນຖານແບບຍືນຍົງຂອງ ຟີຟາ.


          ສະຫະພັນບານເຕະນາໆຊາດ(FIFA) ໄດ້ຕັ້ງເປົ້າໝາຍທີ່ຈະສ້າງເດີ່ນບານເຕະຂະໜາດນ້ອຍຈໍານວນ 1.000 ເດີ່ນ ໃນໂຮງຮຽນທົ່ວໂລກ ໃນນັ້ນປະເທດລາວ ໄດ້ຖືກເລືອກໃຫ້ເປັນ 1 ໃນ 11 ປະເທດລິເລີ່ມໃນການຈັດຕັ້ງປະຕິບັດ ໂດຍຈະມີການກໍ່ສ້າງ 2 ເດີ່ນທີ່ໂຮງຮຽນມັດທະຍົມສົມບູນ ນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ທີ່ໂຮງຮຽນມັດທະຍົມສົມບູນເວີນແຄນ ເມືອງມູນລະປະໂມກ ແຂວງຈໍາປາສັກ.


          ກ່ອນພິທີເປີດໂຄງຢ່າງເປັນທາງການ, ນ້ອງນັກຮຽນມັດທະຍົມນາຄວາຍໃຕ້ ກໍ່ໄດ້ສະແດງສິລະປະໃຫ້ບັນດາແຂກເຂົ້າຮ່ວມໄດ້ຮັບຊົມ, ຈາກນັ້ນບັນດາແຂກທີ່ເຂົ້າຮ່ວມກໍໄດ້ຮັບຊົມ ຄລິບວີດີໂອ ຄຳເຫັນຂອງທ່ານ ຈ່ານນີ ອິນຟານຕີໂນ (Gianni Infantino) ປະທານ ສະຫະພັນກິລາບານເຕະນາໆຊາດ (FIFA) ໂດຍເພິ່ນໄດ້ສະແດງຄວາມຊົມເຊີຍມາຍັງສະຫະພັນບານເຕະແຫ່ງຊາດລາວທີ່ໄດ້ເປັນ 1 ໃນບັນດາ 11 ປະເທດສະມາຊິກລິເລີ່ມໂຄງການ ເດີ່ນເຕະບານ FIFA ARENA ແລະ ເປັນໂຄງການທີ່ຈະປ່ຽນແປງເດັກນ້ອຍອີກຫຼາຍລ້ານຄົນ ລວມທັງເດັກນ້ອຍຍິງ ແລະ ຊາຍທີ່ມີຄວາມປາດຖະໜາຢາກຫຼິ້ນກິລາບານເຕະ ແລະ ມີສິດເທົ່າທຽມກັນທີ່ຈະໄດ້ຮັບໂອກາດນັ້ນ.


           ຫຼັງຈາກສິ້ນສຸດການຮັບຊົມວີດີໂອແລ້ວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກໍໄດ້ຂຶ້ນປະກອບຄຳເຫັນ ເຊິ່ງມີບາງຕອນທ່ານໄດ້ກ່າວວ່າ ໂຄງການນີ້ແມ່ນຈະສ້າງໂອກາດໃຫ້ນ້ອງນັກຮຽນມີເດີ່ນເພື່ອເປັນບ່ອນຝຶກແອບ, ເຂົ້າເຖິງກິລາບານເຕະໄດ້ຫຼາຍຂຶ້ນ ແລະ ຫ່າງໄກຈາກຢາເສບຕິດ. ສະຫະພັນບານເຕະແຫ່ງຊາດລາວ ຍາມໃດກໍເອົາໃຈໃສ່ໃນການສ້າງແຜນການ ແລະ ແຜນງົບປະມານ ເພື່ອນໍາໃຊ້ເຂົ້າໃນວຽກພັດທະນາກິລາບານເຕະຂັ້ນພື້ນຖານໃຫ້ແກ່ເຍົາວະຊົນທຸກລຸ້ນ.

           ຕໍ່ມາທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ ໄດ້ຂຶ້ນມີຄຳເຫັນໂດຍໄດ້ກ່າວວ່າ:ການເປີດສະໜາມກິລາບານເຕະຄັ້ງນີ້ເປັນຄວາມໂຊກດີຂອງເມືອງໄຊເສດຖາທີ່ ສຕລ ໄດ້ເລືອກເອົາໂຮງຮຽນມັດທະຍົມນາຄວາຍແຫ່ງນີ້ເປັນສະຖານທີ່ກໍ່ສ້າງເດີ່ນບານເຕະ ແລະ ກໍ່ເປັນຄວາມໝາຍຄວາມສຳຄັນເດີ່ນບານນີ້ຈະເປັນທ່າແຮງໃຫ້ນ້ອງນັກຮຽນໄດ້ເຂົ້າເຖິງກິລາບານເຕະຂັ້ນພື້ນຖານ. ຈາກນັ້ນກໍໄດ້ຕັດແຖບຜ້າເພື່ອເລີ່ມພິທີເປີດສະໜາມກິລາບານເຕະຢ່າງເປັນທາງການ ໃນຕອນທ້າຍຂອງພິທີທ່ານ ວີເພັດ ສີຫາຈັກຣ ກໍ່ຍັງໄດ້ມອບໝາກບານເຕະໃຫ້ໂຮງຮຽນມັດທະຍົມນາຄວາຍໃຕ້ ຈຳນວນ 20 ໜ່ວຍ ແລະ ຕໍ່ມາພະແນກເຕັກນິກວິທະຍາ ສະຫະພັນບານເຕະແຫ່ງຊາດລາວ ກໍໄດ້ຈັດກິດຈະກຳສອນກິລາບານເຕະຂັ້ນພື້ນຖານໃຫ້ນ້ອງນັກຮຽນຈຳນວນ 40 ຄົນ.

          ເຂົ້າຮວ່ມໃນພີທີນີ້ຍັງມີທ່ານສຸລິຍາບຸດທະລາດຫົວໜ້າຫ້ອງວ່າການເມືອງໄຊເສດຖາ,ທ່ານນາງ ກັນຍາ ແກ້ວມະນີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສຸລິເດດ ໝັ້ນຄົງສິນ ຫົວໜ້າຫ້ອງວ່າການສຶກສາເມືອງໄຊເສດຖາ, ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກ ສຶກສານະຄອນຫຼວງວຽງຈັນ, ຄະນະອຳນວຍການໂຮງຮຽນມັດທະຍົມນາຄວາຍໃຕ້, ອຳນາດການປົກຄອງບ້ານນາຄວາຍໃຕ້, ບັນດາແຂກ, ນ້ອງນັກຮຽນພ້ອມດ້ວຍສື່ມວນຊົນ.



News Cover

ຈັດກິດຈະກໍາຝຶກສອນທັກສະບານເຕະຂັ້ນພື້ນຖານ AFC Grassroots Football Day ທີ່ແຂວງເຊກອງ

23/05/2025

           ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຮ່ວມກັບສະຫະພັນບານເຕະແຂວງເຊກອງ ສົມທົບ ກັບພະແນກສຶກສາທິການ ແລະ ກິລາແຂວງເຊກອງ ໄດ້ຈັດກິດຈະກຳຝຶກສອນທັກສະການຫຼີ້ນກິລາບານເຕະຂັ້ນພື້ນຖານ AFC Grassroots Football Day ໃຫ້ບັນດານ້ອງໆເຍົາວະຊົນ ທີ່ແຂວງ ເຊກອງ ຂື້ນເມື່ອຕອນເຊົ້າວັນທີ 22 ພຶດສະພາ 2025 ທີ່ສະໜາມກິລາບານເຕະແຂວງ,ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະບໍລິຫານງານສຕລ, ທ່ານ ສຸລິຄຳ ພອນທາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸກສາຄອນ ຈັນທະພານິດ ຮອງປະທານສະຫະພັນບານເຕະແຂວງເຊກອງ.

         ຈຸດປະສົງໃນການຈັດກິດຈະກຳບານເຕະເຍົາວະຊົນທີ່ແຂວງເຊກອງຄັ້ງນີ້ແມ່ນເພື່ອພັດທະນາກິລາບານເຕະໃຫ້ມີຄວາມກ້າວໜ້າ, ມີລະບົບທີ່ໄດ້ມາດຕະຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ສ້າງໃຫ້ນ້ອງໆນັກຮຽນທີ່ມັກຮັກກິລາບານເຕະໄດ້ຮຽນຮູ້ທາງດ້ານເຕັກນິກ ແລະ ການຫຼິ້ນກິລາບານເຕະທີ່ຖືກຕ້ອງ.ພາຍໃນງານ ສຕລ ຍັງໄດ້ມອບບານເຕະໃຫ້ບັນດາໂຮງຮຽນທີ່ເຂົ້າຮ່ວມອີກດ້ວຍ.

         ເຂົ້າຮ່ວມກິດຈະກໍາໃນຄັ້ງນີ້ຍັງມີທ່ານ ສໍລະເສີນສັກ ຟອງສານຸວົງ ຄະນະສະຫະພັນບານເຕະແຂວງເຊກອງ,

ວິທະຍາກອນຈາກ ສຕລ, ຄູສອນຊ່ວຍ ລວມທັງນ້ອງນັກຮຽນທັງຍິງແລະຊາຍ 200 ຄົນ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.