ທີມຊາດຊາຍ
News Cover

ວັນທີ 05 ເມສາ 2023 ຢູ່ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຊາຍ - ຍິງ ໃນງານມະຫະກຳກິລາຊີເກມຄັ້ງທີ 32.

05/04/2023

  ການແຂ່ງຂັນບານເຕະຊາຍ ມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນ ໂດຍແບ່ງອອກເປັນ 2 ກຸ່ມ, ກຸ່ມລະ 5 ທີມ ໂດຍຄັດເອົາອັນດັບ 1 ແລະ 2 ຜ່ານເຂົ້າໄປຫລິ້ນໃນຮອບຮອງຊະນະເລີດ, ສ່ວນການແຂ່ງຂັນບານເຕະຍິງມີທັງຫມົດ 9 ປະເທດເຂົ້າຮ່ວມການແຂ່ງຂັນແບ່ງອອກເປັນ 2 ກຸ່ມ.

ຜົນການຈັບສະຫລາກບານເຕະຊາຍມີດັ່ງນີ໊:

- ກຸ່ມ A ປະກອບມີ: ກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ  ຕີມໍ ເລສເຕ

- ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ 

ການແຂ່ງຂັນບານເຕະຊາຍແມ່ນໃຊ້ 2 ສະຫນາມຫລັກຄື: ສະຫນາມກິລາແຫ່ງຊາດ Morodok Techo ແລະ ສະຫນາມກິລາ Prince. 

ຜົນການຈັບສະຫລາກບານເຕະຍິງມີດັ່ງນີ້

- ກຸ່ມ A ປະກອບມີ: ຫວຽດນາມ, ຟີລິບປີນ, ມຽນມາ,   ອິນໂດເນເຊຍ ແລະ ມາເລເຊຍ

- ກຸ່ມ B ປະກອບມີ: ກຳປູເຈຍ, ໄທ, ສິງກະໂປ ແລະສປປລາວ 

ການແຂ່ງຂັນບານເຕະຍິງ ແມ່ນໃຊ້ສະຫນາມກິລາ ARMY , ສະຫນາມກິລາ RSN ແລະ ສະຫນາມກິລາ Prince.

ການແຂ່ງຂັນບານເຕະໃນງານມະຫະກຳກິລາຊີເກມຄັ້ງທີ 32 ກິລາບານເຕະ ແມ່ນຈະເລີ່ມການແຂ່ງຂັນວັນທີ 29 ເມສາ ຫາ  16 ພືດສະພາ 2023, ສ່ວນຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ. 

News Cover

ໃນຕອນບ່າຍ ຂອງມື້ນີ້ 02/04/2023 ຄະນຳ,ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ເດີນທາງກັບມາຮອດ ສະໜາມບີນສາກົນ ວັດໄຕ ເປັນທີ່ຮຽບຮ້ອຍແລ້ວ.

02/04/2023
ຫຼັງຈາກສຳເລັດພາລະກິດ ເຂົ້າຮ່ວມການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກ ປະເທດເນປານ (FIFA day) ແລະ ຍາດໄດ້ ຮອງຊະນະເລີດ, ໃນລະຫວ່າງ ວັນທີ 22-31/03/2023 ທີ່ ເມືອງ Kathmandu ປະເທດເນປານ.
ສ່ວນ ສຸກອາພອນ ແລະ ໄມເຄີນ ວ່າງ ແມ່ນເດີ່ນທາງໄປຕົ້ນສັງກັດ ສະໂມສອນຂອງຕົນເອງເເລ້ວ ໂດຍທີ່ບໍ່ໄດ້ເດີ່ນທາງກັບ ປະເທດລາວ.
News Cover

ປະມວນພາບ ທີມຊາດເນປານ ພົບ ທີມຊາດລາວ 2 - 1

01/04/2023

ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day)

ນັດຊີງຊະນະເລີດ ວັນທີ 31/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 18:45ໂມງ.

  ແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.

#Match Final

News Cover

ຜົນການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດ ເນປານ (FIFA day)

28/03/2023

ວັນທີ 28/03/2023 

ທີມຊາດ ເນປານ ສະເຫມີ ທີມຊາດ ບູຖານ 1-1 , ທີມຊາດເນປານ ລົງສະຫນາມ 2 ນັດ ຊະນະ 1 ສະເຫມີ 1 ມີ 4  ຄະແນນ ຜ່ານເຂົ້າສູ່ຮອບຊີງຊະນະເລີດໄປພົບ ທີມຊາດລາວ ລົງສະຫນາມ 2 ນັດ ຊະນະ 1 ເສຍ 1 ມີ 3 ຄະແນນ ສ່ວນ ທີມຊາດບູຖານ ລົງສະຫນາມ 2 ນັດ ເສຍ 1 ສະເຫມີ 1 ມີ 1 ຄະແນນ ຕົກຮອບ.

ສ່ວນນັດຊິງຊະນະເລີດ ແມ່ນຈະແຂ່ງຂັນ ໃນວັນທີ 31 ມີນາ ເວລາ 18:45 ແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.

ສຳລັບເງິນລາງວັນລາຍການດັ່ງກ່າວ ທີມຊະນະເລີດຈະໄດ້ຮັບຂັນ ແລະ ເງິນລາງວັນ 5000$ ສ່ວນອັນດັບ2 ແມ່ນຈະໄດ້ຮັບເງິນລາງວັນ 3000$, ລາງວັນນັກເຕະດີເດັ່ນປະຈຳນັດແຂ່ງຂັນໄດ້ຮັບເງິນລາງວັນ 250 $  ແລະ ລາງວັນນັກເຕະດີເດັ່ນປະຈຳການແຂ່ງຂັນໄດ້ຮັບເງິນລາງວັນ 500$.

News Cover

ຕາຕະລາງຄະແນນ ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day)

26/03/2023
ທີມຊາດລາວ ຈະຜ່ານເຂົ້າຮອບຊີງຊະນະເລີດ ໄດ້ຕ້ອງລໍຖ້າລຸ້ນຜົນການແຂ່ງຂັນລະຫວ່າງ ເນປານ ພົບ ບູຖານ , ຖ້າຫາກ ທີມຊາດເນປານ ເອົາຊະນະ ທີມຊາດບູຖານ, ທີມຊາດລາວ ຈະຜ່ານເຂົ້າສູ່ຮອບຊີງຊະນະເລີດ, ຖ້າກໍລະນີ ບູຖານ ສະເຫມີ , ບູຖານແມ່ນຈະຕົກຮອບ, ຖ້າ ບູຖານ ຊະນະ ເນປານ 1-0, ທີມຊາດລາວຈະຕົກຮອບ. ທີມຊາດເນປານ ພົບ ທີມຊາດບູຖານ ໃນວັນທີ 28 ມີນາ ນີ້ ເວລາ 19:15 ສ່ວນນັດນັດຊິງຊະນະເລີດ ແມ່ນຈະແຂ່ງຂັນກັນໃນວັນທີ 31 ມີນາ ເວລາ 18:45 ສຳລັບເງິນລາງວັນລາຍການດັ່ງກ່າວ ທີມຊະນະເລີດຈະໄດ້ຮັບຂັນ ແລະ ເງິນລາງວັນ 5000$ ສ່ວນອັນດັບ2 ແມ່ນຂະໄດ້ຮັບເງິນລາງວັນ 3000$, ລາງວັນນັກເຕະດີເດັ່ນປະຈຳນັດແຂ່ງຂັນໄດ້ຮັບເງິນລາງວັນ 250 $ ແລະ ລາງວັນນັກເຕະດີເດັ່ນປະຈຳການແຂ່ງຂັນໄດ້ຮັບເງິນລາງວັນ 500$.

News Cover

ຈົບເກມການແຂ່ງຂັນ ທີມຊາດລາວ 2 - 1 ທີມຊາດບູຖານ

25/03/2023
ທີມຊາດລາວ 2 - 1 ທີມຊາດບູຖານ
- ທີມຊາດລາວ ໄດ້ 2 ປະຕູຈາກ ເບີ 17 ບຸນພະຈັນ ບຸນກອງ ນາທີ 4 ແລະ ນາທີ 70.
News Cover

ໃນຕອນຄ່ຳ ຂອງວັນທີ 23/3/2023 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ໄດ້ເຂົ້າຮ່ວມ ຮັບປະທານອາຫານຄ່ຳ

23/03/2023

ໃນຕອນຄ່ຳ ຂອງວັນທີ 23/3/2023 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ໄດ້ເຂົ້າຮ່ວມ ຮັບປະທານອາຫານຄ່ຳ ທີ່ Nepali Ghar A Handcrafted Hotel ຕາມຄຳເຊີນຂອງ ທ່ານ Raju Shrestha ທູດ ກິຕິມະສັກ ສປປ ລາວ ປະຈຳ ປະເທດ ເນປານ ແລະ ໃນງານ ກໍຍັງໄດ້ຮັບ ການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ Pankaj Bikram Nembang ປະທານ ສະຫະພັນບານເຕະ ແຫ່ງຊາດເນປານ ອີກດ້ວຍ.

News Cover

ຕາຕະລາງຄະແນນ ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ

23/03/2023
ຕາຕະລາງຄະແນນ ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ
ຊີງຂັນນາຍົກ ປະເທດເນປານ
News Cover

ຈົບການແຂ່ງຂັນ

22/03/2023
ຈົບການແຂ່ງຂັນ
ທີມຊາດເນປານ 2-0 ທີມຊາດລາວ
News Cover

ການແຂງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day) ທີ່ ປະເທດ ເນປານ

21/03/2023

ການແຂງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day) ທີ່ ປະເທດ ເນປານ ໃນລະຫວ່າງວັນທີ 22-31 ມີນາ 2023 ເຊີ່ງຈະແຂ່ງຂັນແບບພົບກັນໝົດທັງ 3 ທີມຄື: 

1 Nepal ( ເຈົ້າພາບ )🇳🇵

2 Bhutan🇧🇹

3 Laos🇱🇦

   ຕາຕະລາງ ການແຂ່ງຂັນມີດັ່ງນີ້

- ວັນທີ 22/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 18:00ໂມງ.

- ວັນທີ 25/03/2023 ທີມຊາດລາວ ພົບ ທີມຊາດບູຖານ ເວລາ 18:00ໂມງ.

- ວັນທີ 28/03/2023 ທີມຊາດເນປານ ພົບ ທີມຊາດບູຖານ ເວລາ 18:00ໂມງ.

- ວັນທີ 31/03/2023 ຮອບຊີງຊະນະເລີດ (ທີມອັນດັບ1 ຊີງກັບ ທີມອັນດັບ2) ເວລາ 17:30ໂມງ.

   ທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.

News Cover

ຕອນບ່າຍ ຂອງວັນທີ 19 ມີນາ 2023 ທີ່ ສະໜາມບີນສາກົນ ວັດໄຕ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ

19/03/2023
ຕອນບ່າຍ ຂອງວັນທີ 19 ມີນາ 2023 ທີ່ ສະໜາມບີນສາກົນ ວັດໄຕ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ກຳລັງເດີນທາງໄປ ບາງກອກ (ປະເທດໄທ) ເພື່ອຕໍ່ຍົນໄປ Kathmandu ປະເທດ ເນປານ. ເພື່ອເຂົ້າຮ່ວມ ການແຂງຂັນບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day) ທີ່ ປະເທດ ເນປານ ໃນລະຫວ່າງວັນທີ 22-31 ມີນາ 2023
ເຊີ່ງຈະແຂ່ງຂັນແບບພົບກັນໝົດທັງ 3 ທີມຄື:
1 Nepal ( ເຈົ້າພາບ )🇳🇵
2 Bhutan🇧🇹
3 Laos🇱🇦
ຕາຕະລາງ ການແຂ່ງຂັນມີດັ່ງນີ້
- ວັນທີ 22/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 18:00ໂມງ.
- ວັນທີ 25/03/2023 ທີມຊາດລາວ ພົບ ທີມຊາດບູຖານ ເວລາ 18:00ໂມງ.
- ວັນທີ 28/03/2023 ທີມຊາດເນປານ ພົບ ທີມຊາດບູຖານ ເວລາ 18:00ໂມງ.
- ວັນທີ 31/03/2023 ຮອບຊີງຊະນະເລີດ (ທີມອັນດັບ1 ຊີງກັບ ທີມອັນດັບ2) ເວລາ 17:30ໂມງ.
ທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.
News Cover

ປະກາດ23ລາຍຊື່ນັກກິລາທີມຊາດລາວຊຸດໃຫຍ່ເຂົ້າຮ່ວມ ການແຂ່ງຂັນນັດອຸ່ນເຄື່ອງ FIFA DAYທີ່ປະເທດ ເນປານ

15/03/2023

ທ່ານ ໄມເຄີນ ໄວ໌ສ (Michael Weiss) ຫົວໜ້າຄູຝຶກ ທີມຊາດລາວ ຊຸດໃຫຍ່ ຕາງໜ້າໃຫ້ຄະນະສະຫະພັນບານເຕະແຫ່ງຊາດລາວ ປະກາດລາຍຊື່ ນັກກິລາ ທີມຊາດລາວ ຊຸດໃຫຍ່ 23 ຄົນ ສຸດທ້າຍ ເຂົ້າຮ່ວມ ການແຂ່ງຂັນນັດອຸ່ນເຄື່ອງ FIFA DAY ຢູ່ທີ່ປະເທດ ເນປານ ພາຍຫລັງໄດ້ມີການເກັບຕົວຝຶກຊ້ອມນັບຕັ້ງແຕ່ ເດືອນກຸມພາ 2023 ເປັນຕົ້ນມາ ສາມາດຄັດເລືອກນັກກິລາາ23ຄົນສຸດທ້າຍໄດ້ດັ່ງລຸ່ມນີ້: 

ຜູ້ຮັກສາປະຕູ

1. ໄຊສະຫວາດ   ສຸວັນນະໂຊກ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

2. ກົບ ໂລກພະທິບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

3. ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ກອງຫລັງ

4. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ   

5. ພຸດທະວົງ ສັງວິໄລ ຈາກ ສະໂມສອນ ກິລາບານເຕະ ເອສະຣາ   

6. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ

7. ເພັດດາວັນ ສົມສະນິດ ຈາກ ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

8. ພົນສັກ ສີສະຫວາດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ   

9. ນະລົງສີດ ຈັນທະລັງສີ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ

10. ພຸດທະລັກ  ທອງສະນິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ   

ກອງກາງ 

11.ອານຸສອນ ໄຊປັນຍາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ    

12. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ    

13.  ດາໝົດ ທອງຄຳສະຫວັດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ    

14. ພັດທະນາ ພົມມະເທບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ    

15. ແອັດ ວຽງຄຳ ຈາກ ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

16. ສອນໄຊ ພັນທະໄຊ ຈາກ ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

17. ທະນົງໄຊ  ລາມັງກຸນ ຈາກ ສະໂມສອນ ກິລາບານເຕະ ນ້ຳທາ ຢູໄນເຕັດ 

18. ໄມເຄີນ ວ່າງ ຈາກ ສະໂມສອນ Portland Timbers ລີກສູງສຸດຂອງ ສະຫະຫັດອາເມຣິກາ,

19 ສຸກອາພອນ ວົງຈຽງຄຳ ສະໂມສອນ ຕາດ ລີກສອງ ຂອງປະເທດໄທ

ກອງໜ້າ

    20. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ    

    21. ສຸກພະຈັນ  ເລື່ຶອນທະລາ ຈາກ ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

    22. ວັນນະສອນ ດວງໄມຕີ ຈາກ ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

    23. ບຸນພະຈັນ ບຸນກອງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

  ສຳລັບລາຍການແຂ່ງຂັນນັດອຸ່ນເຄື່ອງ FIFA DAY ຢູ່ທີ່ປະເທດເນປານ ແມ່ນຈະໄດ້ແຂ່ງຂັນແບບພົບກັນໝົດທັງ 3 ທີມຄື:

1. ເນປານ ( ເຈົ້າພາບ )

2. ບູຖານ

3. ສປປລາວ

ຕາຕະລາງ ການແຂ່ງຂັນມີດັ່ງນີ້:

- ວັນທີ 22/03/2023  ເວລາ 18:00 ທີມຊາດເນປານ ພົບ ທີມຊາດລາວ 

- ວັນທີ 25/03/2023 ເວລາ 18:00  ທີມຊາດລາວ ພົບ ທີມຊາດບູຖານ 

- ວັນທີ 28/03/2023 ເວລາ 18:00 ທີມຊາດເນປານ ພົບ ທີມຊາດບູຖານ 

- ວັນທີ 31/03/2023 ເວລາ 17:30 ຮອບຊີງຊະນະເລີດ ( ທີມອັນດັບ 1 ຊີງກັບ ທີມອັນດັບ 2 ) 

ທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.