U10 ສູນຝຶກບານເຕະ ຈໍາຈຳປີ - ຈໍາຈຳປາ ໄດ້ອັນດັບ 2 ຈາກການແຂ່ງຂັນບານເຕະເຍົາວະຊົນ ສິງກາ ຄຣັບ ທີ່ ປະເທດ ສິງກະໂປ
ລະຫວ່າງວັນທີ 01-04 ພະຈິກ 2025 ທີ່ຜ່ານມາ, ທີມເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີຫຼື U10 ຂອງ ສູນຝຶກບານເຕະຈຳປີ - ຈຳປາ ຈຳນວນ 11 ຄົນ ໄດ້ເດີນທາງເຂົ້າຮ່ວມການແຂ່ງຂັນບານເຕະ ສິງກາ ຄຣັບ ( Singa Cup – Asia's Premier International Youth Football Tournament ) ທີ່ ປະເທດ ສິງກະໂປ ໂດຍມີ 35 ສະໂມສອນ ຈາກ 7 ປະເທດ ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.
ຜົນການແຂ່ງຂັນ ທີມ U10 ຈາກສູນຝຶກບານເຕະ ຈໍາປີ - ຈໍາປາ ສາມາດສ້າງຜົນງານໂດດເດັນແລະ ຄວ້າໄດ້ອັນດັບ 2 ໂດຍໃນນັດຊີງຊະນະເລີດແມ່ນເສຍໃຫ້ ສະໂມສອນ ອິນຟີນີຕີ ເອັຟຊິີ (Infinity FC) ຈາກປະເທດມາເລເຊຍ ດ້ວຍຄະແນນ 0 ປະຕູຕໍ່ 2, ຜົນງານໃນຮອບແບ່ງກຸ່ມ ແຂ່ງຂັນ 4 ນັດ ຊະນະ 2 ນັດ, ສະເຫມີ 2 ນັດ ມີ 8 ຄະແນນ ເປັນອັນດັບ 2 ຂອງກຸ່ມ, ຮອບ 16 ທີມສຸດທ້າຍ ເອົາຊະນະ Lion City Sailors Football Academy A ຈາກປະເທດສິງກະໂປ 6 ປະຕູຕໍ່ 0, ຮອບ 8 ທີມສຸດທ້າຍ ເອົາຊະນະ Woodleigh FC 1 ຈາກ ປະເທດສິງກະໂປ ດ້ວຍການຊະນະດວນຈຸດໂທດ 2 ປະຕູຕໍ່ 3 ຫຼັງຈາກເວລາປົກກະຕິສະເຫມີ 1 ປະຕູຕໍ່ 1, ຮອບຮອງຊະນະເລີດ ເອົາຊະນະ Gamalama Youth Situbondo All Star ຈາກປະເທດອິນໂດເນເຊຍ 3 ປະຕູຕໍ່ 1, ຂະນະທີ່ລາງວັນປະເພດບຸກຄົນ ນັກເຕະດີເດັ່ນປະຈຳລາຍການແຂ່ງຂັນ U10 ຄັ້ງນີ້ ແມ່ນເປັນຂອງ ທ້າວ ສາຍໃຈ ວິໄລສອນ (ຈິມມີ້) ນັກເຕະຈາກ ສູນຝຶກບານເຕະ ຈຳປີ - ຈຳປາ ຫ້ວຍຫົງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ໂດຍສາມາດຍິງໄດ້ທັງໝົດ 8 ປະຕູ.
ມາຮອດປັດຈຸບັນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ)ໄດ້ເປີດສູນຝຶກບານເຕະ ຈໍາປີ - ຈໍາປາ ໃນຂອບເຂດທົ່ວປະເທດໄດ້ທັງໝົດ 5 ແຫ່ງ ຄື:
1. ສູນຝຶກບານເຕະ ຈໍາປີ - ຈໍາປາ ຫ້ວຍຫົງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ,
2. ສູນຝຶກບານເຕະ ຈໍາປີ - ຈໍາປາ ສະຫນາມກິລາຫຼັກ 16, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ,
3. ສູນຝຶກບານເຕະ ຈຳປີ - ຈຳປາ ເມືອງ ທ່າແຂກ, ແຂວງ ຄຳມ່ວນ,
4. ສູນຝຶກບານເຕະ ຈໍາປີ - ຈໍາປາ ນະຄອນປາກເຊ, ແຂວງ ຈໍາປາສັກ,
5. ສູນຝຶກບານເຕະ ຈໍາປີ - ຈໍາປາ ເມືອງ ຫຼວງນ້ຳທາ, ແຂວງ ຫຼວງນໍ້າທາ