News
News Cover

ສຕລ ຮ່ວມກັບ ສຕຂ ຫຼວງນໍ້າທາ ຈັດກິດຈະກໍາສະຫຼອງວັນແມ່ຍິງສາກົນ

10/03/2026

       ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ແລະ ສະຫະພັນບານເຕະແຂວງຫຼວງນໍ້າທາ(ສຕຂ)ໄດ້ຮ່ວມກັນຈັດກິດຈະກໍາບານເຕະຍິງ ສະຫລອງວັນແມ່ຍິງສາກົນຄົບຮອບ 116 ປີ ຂຶ້ນພາຍໃຕ້ໂຄງການ AFC Women's Footbal Day ທີ່ສະຫນາມກິລາບານເຕະແຂວງ ຫຼວງນໍ້າທາ ໃນຕອນເຊົ້າ ວັນທີ 7 ມີນາ 2026 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ, ທ່ານ ປອ ອາຄົມ ວົງພະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ປະທານ ສຕຂ ຫຼວງນໍ້າທາ, ທ່ານ ທອງສອນ ອາດພາສຸກ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ, ທ່ານ ວັນດີ ພົມທອງ ຮອງປະທານແນວລາວສ້າງຊາດແຂວງ, ຮອງປະທານ ສຕຂ ຫຼວງນໍ້າທາ, ທ່ານ ທະນົງສັກ ລາດສີທອງ ຫົວໜ້າຂະແໜງ ກິລາ -ກາຍະກໍາ ແລະ ສິລະປະ ພ້ອມດ້ວຍຄະນະຄູຝຶກ, ນັກກິລາ ແລະ ພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມຢ່ງຫຼວງຫຼາຍ. ງານດັ່ງກ່າວຈັດຂື້ນພາຍໃຕ້ການສະຫນັບສະຫນຸນ ຈາກໂຄງການ AFC Women's Football Day,ໂຄງການນີ້ແມ່ນ ເປີດໃຫ້ເດັກນ້ອຍ ເພດຍິງໄດ້ມີໂອກາດຝຶກຊ້ອມ ແລະ ຫລິ້ນກິລາບານເຕະ ໂດຍມີເປົ້າໝາຍເພື່ອເສີມ ສ້າງພັດທະນານັກກິລາບານເຕະຮຸ່ນສຶບ ທອດໃຫ້ໄດ້ທົ່ວຂົງເຂດທີ່ຫ່າງໄກສອກຫຼີກ ແລະ ເຂດພູດອຍຢ່າງທົ່ວເຖິງ.

      ໃນໂອກາດເປີດພິທີ ທ່ານ ປອ ອາຄົມ ວົງພະຈັນ ປະທານ ສຕຂ ຫຼວງນໍ້າທາໄດ້ກ່າວວ່າ ການຈັດກິດຈະກໍາໃນຄັ້ງນີ້ ຖືວ່າມີຄວາມໝາຍຄວາມສໍາຄັນ ໃນການສ້າງສາພັດທະນາກິລາບານເຕະໃຫ້ມີຄວາມກ້າວໜ້າ ແລະ ຂະຫຍາຍໄປທົ່ວປະເທດ ເພື່ອເຮັດໃຫ້ການຝຶກສອນນັບມື້ນັບໄດ້ມາດຕະຖານ ຮັບປະກັນທັງປະລິມານ ແລະ ຄຸນນະພາບ, ໃຫ້ນ້ອງໆ ໄດ້ມີສຸຂະພາບແຂງແຮງ, ຫ່າງໄກສິ່ງອະບາຍຍະມຸກທີ່ບໍ່ດີຕ່າງໆ ເພື່ອກາຍເປັນນັກກິລາທີ່ມີຈຸດມຸ້ງໝາຍ ກ້າວໄປສູ່ນັກກິລາອາຊີບທີ່ມີຄຸນນະພາບໃນອະນາຄົດ.

      ຂະນະ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວຂອບໃຈຕໍ່ທາງສະຫະພັນບານເຕະແຂວງ ຫຼວງນໍ້າທາ ທີ່ໄດ້ເປັນເຈົ້າພາບຈັດງານກິດຈະກໍາວັນແມ່ຍິງສາກົນທີ່ມີຄວາມໝາຍຄວາມສໍາຄັນນີ້ ແລະ ຫວັງວ່າ ງານໃນມື້ນີ້ຈະເປັນແຮງບັນດານໃຈເປັນຈຸດເລີ່ມຕົ້ນເລັກໆນ້ອຍໆ, ໃຫ້ທຸກຄົນມີຄວາມມັກຮັກໃນກິລາບານເຕະ ເພື່ອຕໍ່ຍອດໃຫ້ນ້ອງໆທຸກຄົນກາຍເປັນນັກກິລາທີ່ດີໃຫ້ກັບໂຮງຮຽນ, ສະໂມສອນແລະກາຍເປັນນັກກິລາທີມຊາດໃນອະນາຄົດ. ພາຍໃນງານ ສຕລ ຍັງໄດ້ມອບບານເຕະໃຫ້ບັນໂຮງຮຽນທີ່ເຂົ້າຮ່ວມອີກດ້ວຍ.

News Cover

ສຕລ ສຳເລັດຝຶກອົບຮົມກຳມະການຕັດສິນບານເຕະຂັ້້ນພື້ນຖານ

06/03/2026

      ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ສຳເລັດການຝຶກອົບຮົມກຳມະການຕັດສິນບານເຕະຂັ້ນພື້ນຖານ (LFF Basic Football Referee Course 2026) ຂຶ້ນໃນວັນທີ 06 ມີນາ 2026 ທີ່ ຫ້ອງການ ສຕລ,ໃຫ້ກຽດເຂົ້າຮ່ວມປີດພິທີໂດຍ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ.

ການຈັດຝຶກຮົບນີ້ໄດ້ເປີດຂຶ້ນໃນ ວັນທີ 2 ມີນາ 2026 ຜ່ານມາ, ໂດຍມີນັກສຳມະນາກອນເຂົ້າຮ່ວມທັງໝົດ 32 ທ່ານ (ຍິງ 8 ທ່ານ) ແລະ ຜ່ານການຝຶກອົບຮົມ ໄລຍະເວລາ 5 ວັນ, ເຫັນວ່ານັກສໍາມະນາກອນເຂົ້າຮ່ວມແມ່ນມີີິຄວາມຕັ້ງໃຈ ຫ້າວຫັນຕໍ່ການຮໍ່າຮຽນ ແລະ ປະຕິບັດໂມງເວລາໄດ້ດີ, ສ່ວນຜົນການສອບເສັງທິດສະດີບັນລຸ 80%, ສອບເສັງ ວິດີໂອ 75% ແລະ ສອນເສັງດ້ານພາລະກໍາລັງໄດ້ 60% ຂື້ນໄປ.

     ໃນໂອກາດນີ້ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ ໄດ້ມີຄຳເຫັນບາງຕອນວ່າ: ການຝຶກອົບຮົມກໍາມະການຕັດສິນຄັ້ງນີ້ ແມ່ນບາດກ້າວເລີ້ມຕົ້ນໃຫ້ນັກສຳມະນາກອນທຸກໆທ່ານ ໃນການເປີດປະສົບການໃຫມ່ໆຈາກທີ່ເຄີຍເປັນພຽງຜູ້ຊົມການແຂ່ງຂັນບານເຕະຈາກໜ້າຈໍໂທລະສັບ ຫລື ຂອບສະໜາມ, ໄດ້ມີໂອກາດສຳພັດ ແລະ ຮຽນຮູ້ເລື່ອງກົດລະບຽບການແຂ່ງຂັນ, ທິດສະດີ-ພາກປະຕິບັດ, ເບື້ອງຫຼັງການກະກຽມຄວາມພ້ອມຂອງກຳມະການຕັດສິນ. ທາງ ສຕລ ຫວັງວ່າການເຂົ້າຮ່ວມອົບຮົມຄັ້ງນີ້ນັກສຳມະກອນແຕ່ລະທ່ານຈະມີຄວາມເຂົ້າໃຈເລີກເຊິ່ງຂຶ້ນຕື່ມ ແລະ ນຳເອົາຄວາມຮູ້ທີ່ໄດ້ຮັບໄປຕໍ່ຍອດ ເພາະການຝຶກອົບຮົມນີ້ຖືເປັນການປູທາງໃຫ້ຜູ້ທີ່ມີຄວາມສົນໃຈທີ່ຢາກຈະສືບຕໍ່ສາຍອາຊີບກຳມະການຕັດສິນບານເຕະ ເພື່ອຈະກ້າວໄປເປັນກຳມະການຕັດສິນ ລະດັບສູງພາຍໃນປະເທດ, ລະດັບພາກພື້ນ ແລະ ສາກົນໃນອານາຄົດ. ສຕລ ປຽບຄືສະຖາບັນການສຶກສາດ້ານກິລາບານເຕະ ທີ່ມີໜ້າທີ່ຜະລິດບຸກຄະລາກອນທີ່ປິ້ນອ້ອມວຽກງານຈັດການແຂ່ງຂັນບານເຕະ ເຊັນ: ກຳມະການຕັດສິນ, ນັກກິລາ ແລະ ບຸກຄະລາກອນທາງດ້ານຈັດການແຂ່ງຂັນ. ທັງນີ້, ກໍ່ເພື່ອໃຫ້ທຸກຄົນມີການປະກອບສ່ວນເຂົ້າໃນວຽກງານພັດທະນາກິລາບານເຕະ ເພາະວຽກງານນີ້ ບໍ່ແມ່ນວຽກງານຂອງ ສຕລ ແຕ່ພຽງຜູ້ດຽວ ແຕ່ມັນເປັນວຽກງານຂອງມ່ວນຊົນທີ່ມີໃຈຮັກ ແລະ ມັກໃນກິລາບານເຕະ ທີ່ຕ້ອງຮ່ວມແຮງຮ່ວມໃຈກັນໃນການສ້າງສາ ແລະ ພັດທະນາກິລາບານເຕະໄປນຳກັນ.

       ສໍາລັບນັກສໍາມະກອນທີ່ມີຜົນງານພົ້ນເດັ່ນໃນການຝຶກອົບຮົມຄັ້ງນີ້, ຈະໄດ້ຮັບໂອກາດຖືກຄັດເລືອກບັນຈຸເຂົ້າຮ່ວມເປັນກຳມະການຕັດສິນການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸລະຫວ່າງ 10 -14 ປີ ພາຍໃນປີ 2026 ແລະ ຖ້າຜູ້ກ່ຽວມີຜົນງານດີກໍ່ຈະຖືກບັນຈຸເຂົ້າໃນການແຂ່ງຂັນບານເຕະເຍົາວະຊົນ U16 & U19 ໃນປີຫນ້າຕາມລຳດັບ. 

News Cover

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ຖືກຈັດຢູ່ກຸ່ມ B ຮ່ວມກັບ ທີມຊາດໄທ ຮອງແຊ້ມເກົ່າ, ມຽນມາ ແລະ ຟິລິບປິນ

06/03/2026

ໃນຕອນບ່າຍຂອງວັນທີ 6 ມີນາ 2026 ທີ່ປະເທດອິນໂດເນເຊຍ, ສະຫະພັນບານເຕະ ອິນໂດເນເຊຍ ຫຼື PSSI (the Football Association of Indonesia) ໄດ້ມີພິທີຈັບສະຫຼາກແບ່ງສາຍ ໃນການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ້ມອາຊຽນ ປະຈໍາປີ 2026 (ASEAN U17 Boys' Championship 2026) ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ໂດຍການແຂ່ງຂັນຈະເລີ້ມລະຫວ່າງ 11 – 23 ເມສາ 2026 ທີ່ເມືອງ East Java.

ຜ່ານການຈັບສະຫຼາກປະກົດວ່າ:

-ກຸ່ມ A: ອິນໂດເນເຊຍ ເຈົ້າພາບ, ຫວຽດນາມ, ມາເລເຊຍ ແລະ ຕີມໍ ເລສເຕ

-ກຸ່ມ B: ໄທ, ລາວ, ມຽນມາ ແລະ ຟິລິບປິນ

-ກຸ່ມ C: ອົດສະຕຣາລີ, ກໍາປູເຈຍ, ສິງກະໂປ ແລະ ບຣູໄນ

ສໍາລັບ ຮູບແບບການແຂ່ງຂັນຈະຄັດເອົາອັນດັບທີ 1 ຂອງແຕ່ລະກຸ່ມ 3 ກຸ່ມເປັນ 3 ທີມ ແລະ ເອົາອັນດັບ 2 ທີ່ດີທີ່ສຸດ 1 ທີມ ເຂົ້າຮອບ 4 ທີມສຸດທ້າຍ, ສ່ວນຕາຕະລາງແຂ່ງຂັນຈະລາຍງານໃຫ້ຮັບຊາບພາຍຫຼັງ.


News Cover

ແຟນບານທີມຊາດລາວກະກຽມແຮງເຊຍໃຫ້ພ້ອມ ແລ້ວພົບກັນວັນທີ 31 ມີນາ 2026 ທີ່ ສະໜາມກິລາ ຫຼັກ 16

06/03/2026

         ກຽມແຮງມາເຊຍມາຊົມ ທີມຊາດລາວ ພົບ ທີມຊາດເນປານ ໃນວັນທີ 31 ມີນາ 2026 ເວລາ 19:00 ໂມງ ທີ່ ສະໜາມກິລາຫຼັກ 16.

ຈາກກຳນົດການແຂ່ງຂັນເດີມ, ນັດນີ້ ທີມຊາດລາວ ຕ້ອງໄດ້ບິນໄປດວນກຳລັງທີ່ ເມືອງ ກັດມັນດຸ, ປະເທດ ເນປານ ແຕ່ດ້ວຍສະໜາມແຂ່ງຂັນໃນເມືອງດັ່ງກ່າວບໍ່ພ້ອມ. ສຕລ ຈຶ່ງໄດ້ຮັບໄມ້ຕໍ່ໃນການຈັດການແຂ່ງຂັນນັດນີ້ຂຶ້ນ ແລະ ເພື່ອເປັນການຕ້ອນຮັບເກມທຳອິດຂອງທີມຊາດລາວຊຸດໃຫຍ່ໃນປີ 2026 ແອັດມິນຂໍເຊີນຊວນແຟນບານຫົວໃຈລາວເກີນຮ້ອຍ ມາເຕົ້າໂຮມກັນທີ່ ສະໜາມກິລາຫຼັກ 16 ເພື່ອຮ່ວມແຮງເຊຍ ແລະ ສົ່ງກໍາລັງໃຈໃຫ້ນັກກິລາທີມຊາດລາວກັນຢ່າງພ້ອມໜ້າ.

        ສະຖິຕິໃນການພົບກັນຫຼ້າສຸດ ທີມຊາດລາວ ພົບ ທີມຊາດເນປານ ນັດທຳອິດ ທີມຊາດລາວ ເອົາຊະນະ ທີມຊາດເນປານ 2 ປະຕູຕໍ່ 1

ສະຫຼຸບຜົນງານທີມຊາດລາວໃນລາຍການ ຊີງແຊ້ມອາຊີ ປະຈຳປີ 2027 ຮອບຄັດເລືອກ (2027 AFC Asian Cup qualification) ກຸ່ມ F, ທີມຊາດລາວ ລົງສະໜາມ 5 ນັດ ຊະນະ 1 ເສຍ 4 ນັດ ມີ 3 ຄະແນນ ປັດຈຸບັນ ເປັນອັນດັບ 3 ຂອງກຸ່ມ ສ່ວນ ທີມຊາດເນປານ ລົງສະຫນາມ 5 ນັດ ເສຍ 4 ນັດ ມີ 0 ຄະແນນ ຢູ່ອັນດັບສຸດທ້າຍຂອງກຸ່ມ.


News Cover

ແຟນບານເຕະຍິງ AFC Women’s Champions League ບໍ່ຄວນພາດ

06/03/2026

        ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຮັບຄວາມໄວ້ວາງໃຈຈາກ ສະຫະພັນບານເຕະອາຊີ (AFC) ໃຫ້ເປັນເຈົ້າພາບຈັດການແຂ່ງຂັນນັດສຳຄັນຂອງ ການແຂ່ງຂັນບານເຕະຍິງ ຊີງແຊ້ມສະໂມສອນອາຊີ ລະດູການ 2025/26 ຮອບຕັດເຊືອກ (AFC Women’s Champions League 2025/26 - Quarter Finals) ເຊິ່ງເປັນເກມພົບກັນລະຫວ່າງ ສະໂມສອນບານເຕະຍິງ Naegohyang Women's FC (ສປປ ເກົາຫລີ) ພົບກັບ Ho Chi Minh City Women's FC (ສສ ຫວຽດນາມ), ນັດຊີ້ສະຕານີ້ ຈະໄດ້ຈັດຂຶ້ນໃນ ວັນອາທິດ ທີ 28 ມີນາ ເວລາ 15:00 ໂມງ ທີ່ ສະໜາມກິລາ ຫຼັກ 16.

      ສຳລັບແຟນບານຍິງທີ່ມີຄວາມຈຳດີ ກໍ່ອາດຈະຈື່ໄດ້ວ່າໃນປີ 2025 ຜ່ານມາ, ສຕລ ກໍ່ໄດ້ເປັນເຈົ້າພາບຮອບແບ່ງກຸ່ມຂອງການແຂ່ງຂັນດັ່ງກ່າວ ເຊິ່ງແມ່ນ ກຸ່ມ D ປະກອບໄປດ້ວຍ: ທິມ Kaosiung Attackers FC (ໄຕ້ຫວັນ), Naegohyang Women's FC (ສປປ ເກົາຫລີ) ແລະ RTC FC (ພູຖານ) ພ້ອມດ້ວຍຕົວແທນຈາກ ສປປ ລາວ ແມ່ນ ສະໂມສອນບານເຕະຍິງ ມາສເຕີ (Master FC). 

News Cover

ສຕລ ຈັດຝຶກອົບຮົມກຳມະການຕັດສິນບານເຕະຂັ້້ນພື້ນຖານ

02/03/2026

        ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ເປີດການຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ (LFF Basic Football Referee Course 2026) ຂຶ້ນໃນວັນທີ 02 ມີນາ 2026 ທີ່ ຫ້ອງການ ສຕລ, ໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ, ທັງເປັນຫົວຫນ້າອະນຸກຳມະການ-ກຳມະການຕັດສິນ ສຕລ, ທ່ານ ນ. ຍອດແກ້ວ ພາວະດີ ເລຂາທິການ ສຕລ, ທ່ານ ກິຫລ້າ ລາດຊະວົງ ແລະ ທ່ານ ຄຳສິງ ໄຊຍະວົງສີ ຜູ້ຝຶກສອນທີ່ມີປະສົບການຈາກການເປັນກຳມະການຕັດສິນ ທັງພາຍ ແລະ ຕ່າງປະເທດເຂົ້າຮ່ວມ.

      ໃນໂອກາດນີ້ ທ່ານ ຄຳແພງ ວົງຂັນຕີ ໄດ້ກ່າວເປີດງານໂດຍໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມທຸກທ່ານ ຈົ່ງເອົາໃຈໃສ່ຮຽນຮູ້, ກຳແໜ້ນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໃຫ້ກາຍເປັນກຳມະການຕັດສິນບານເຕະຮຸ່ນສືບທອດທີ່ດີ ແລະ ມີຄຸນນະພາບ ເປັນກຳມະການທີ່ປະຕິບັດໜ້າທີ່ຢ່າງຍຸຕິທໍາ, ໂປ່ງໃສ ແລະ ອວຍພອນໃຫ້ການຝຶກອົບຮົມດຳເນີນໄປດ້ວຍໝາກຜົນສໍາເລັດຕາມຈຸດປະສົງ, ຄາດໝາຍທີ່ວາງໄວ້.

ການຝຶກອົບຮົມຄັັ້ງນີ້, ມີນັກສຳມະນາກ່ອນເຂົ້າຮ່ວມທັງໝົດ 32 ທ່ານ (ຍິງ 8 ທ່ານ) ເຊິ່ງແຕ່ລະທ່ານກໍ່ໄດ້ມາຈາກຫລາຍພາກສ່ວນ ເຊັນ: ວິຊາການຈາກສະຫະພັນບານເຕະແຂວງ, ນັກສຶກສາຈາກວິທະຍາໄລສຶກສາ, ຄະນະວິທະຍາສາດການກິລາ-ກາຍຍະກຳ ແລະ ອື່ນໆ. ເປົ້າໝາຍຫຼັກຂອງການຝຶກອົບຮົມຄັ້ງນີ້, ກໍ່ເພື່ອສ້າງພື້ນຖານຄວາມຮູ້ ແລະ ຄວາມເຂົ້າໃຈວ່າດ້ວຍໜ້າທີ່ຂອງກຳມະການຕັດສິນບານເຕະ, ຮຽນຮູ້ກົດລະບຽບການແຂ່ງຂັນກິລາບານເຕະ ທັງຂອງພາຍໃນ ແລະ ລະດັບສາກົນ.

       ການຝຶກອົບຮົມນີ້ ຈະໄດ້ດຳເນີນໄປເປັນເວລາ 5 ວັນ ນັບຕັ້ງແຕ່ ວັນທີ 2 - 6 ມີນາ 2026 ແລະ ຖ້ານັກສໍາມະກອນໃດທີ່ມີຜົນງານພົນເດັ່ນຈະມີໂອກາດໄດ້ຖືກຄັດເລືອກບັນຈຸເຂົ້າຮ່ວມເປັນກຳມະການຕັດສິນການແຂ່ງຂັນບານເຕະເຍົາວະຊົນ ແລະ ລາຍການຕ່າງໆທີ່ ສຕລ ຈັດຂຶ້ນຕາມລຳດັບ.


News Cover

ສຕລ ແຕ່ງຕັ້ງ ທ່ານ Vladica Grujic ເປັນຫົວໜ້າຄູຝຶກ ທີມຊາດລາວ ຄົນໃໝ່

20/02/2026

           ວັນທີ 20 ກຸມພາ 2026 ສະຫະພັນບານເຕະແຫ່ງຊາດລາວ ໄດ້ປະກາດການແຕ່ງຕັ້ງ ທ່ານ ວຣາກິຊາ ກຣູຈິກ (Vladica Grujic) ສັນຊາດ ສ. ເຊີເບຍ ຮັບຫນ້າທີ່ເປັນ ຫົວໜ້າຄູຝຶກ ທີມຊາດລາວ ຄົນໃໝ່ ເຊິ່ງຈະຄຸມທີມຊາດລາວ ຊຸດໃຫຍ່ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປິ.

           ທ່ານ ວຣາກິຊາ ເປັນອາດີດນັກກິລາບານເຕະອາຊີບ ຕຳແໜ່ງຖະຫນັດແມ່ນກອງໜ້າແດນກາງ ເຊິ່ງເພີ່ນໄດ້ເລີ້ມຕົ້ນສາຍອາຊີບລະຫວ່າງ ປີ 1992 – 2005, ກ່ອນຈະຫັນປ່ຽນມາເປັນຄູຝຶກບານເຕະ ແລະ ປັດຈຸບັນເພີ່ນມີໃບປະກາດຄູຝຶກລະດັບ UEFA Pro License ແລະ ມີຜົນງານການຄຸມທີມດັ່ງນີ້:

1. ປີ 1996 ເລີ່ມຄຸມທີມຄັ້ງທຳອິດ ກັບ ສະໂມສອນ ໃນລີກ ປະເທດ ອົສເຕຣຍ

2. ປິ 2010 – 2011 ເປັນຜູ້ຊ່ວຍຄູຝຶກ ທີມຊາດລາວ ສະໄໝ ຮານສ໌-ປີເຕີ ຊາເລີ ເປັນຫົວໜ້າຄູຝຶກ

3. ປີ 2012 – 2013 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ FC TOKYO ປະເທດ ຍີ່ປຸ່ນ

4. ປີ 2013 – 2014 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນ ຫົວຫນ້າຄູຝຶກ ສະໂມສອນ CEREZO OSAKA ປະເທດ ຍີ່ປຸ່ນ

5. ປີ 2014 – 2016 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນ ຫົວຫນ້າຄູຝຶກ ສະໂມສອນ REAL ZARAGOZA ປະເທດ ສະເປນ

6. ປີ 2016 – 2017 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ ບູລີລໍາ ຢູໄນເຕັດ ປະເທດ ໄທ

7. ປີ 2017 – 2018 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນຫົວຫນ້າຄູຝຶກ ສະໂມສອນ PUNE CITY ປະເທດ ອິນເດຍ

8. ປິ 2018 – 2019 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ SKN ST. PÖLTEN ປະເທດ ອົສເຕຣຍ

9. ປີ 2019 – 2023 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນຫົວຫນ້າຄູຝຶກ ສະໂມສອນ MACHIDA ZELVIA ປະເທດ ຍີ່ປຸ່ນ

10. ປີ 2023 – 2024 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ FK VOJVODINA ປະເທດ ເຊີເບຍ.

             ພາລະກິດຫຼັກໃນການມາຄຸມທິມຂອງ ທ່ານ ວຣາກິຊາ ແມ່ນການກະກຽມທີມຊາດລາວ ຊຸດໃຫຍ່ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) “AFC Asian Cup Saudi Arabia 2027 Qualifiers (Final Round)” ນັດທີ 6 ເປັນການພົບກັນ ລະຫວ່າງ ທີມຊາດລາວ ພົບ ທີມຊາດເນປານ ເຊິ່ງຈະໄດ້ຈັດຂຶ້ນໃນ ວັນທີ 31 ມີນາ 2026 ເວລາ 19:00 ທີ່ສະໜາມກິລາແຫ່ງຊາດຫຼັກ 16 ແລະ ການແຂ່ງຂັນ ບານເຕະຊີງແຊ້ມອາຊຽນ 2026 (ASEAN Hyundai Cup 2026) ຈະເປີດສາກຂຶ້ນລະຫວ່າງ ວັນທີ 24 ກໍລະກົດ - 26 ສິງຫາ 2026, ທີມຊາດລາວ ຖືກຈັບສະຫຼາກຢູ່ໃນ ກຸ່ມ B ເຊິ່ງທີມຊາດລາວ ຈະເປີດບ້ານຕ້ອນຮັບທີມຊາດໄທ ໃນວັນທີ 25 ກໍລະກົດ ແລະ ທີມຊາດ ຟີລິບປິນ ໃນວັນທີ 1 ສິງຫາ ແລະ ອອກໄປແຂ່ງນອກບ້ານສອງເກມ ທີ່ປະເທດມາເລເຊຍ ໃນວັນທີ 28 ກໍລະກົດ ແລະ ມຽນມາ ໃນວັນທີ 4 ສິງຫາ 2026.

            ນອກຈາກການຄຸມທີມຊາດແລ້ວ ທ່ານ ວຣາກິຊາ ຈະໄດ້ຊ່ວຍ ສຕລ ວາງລະບົບການຄັດເລືອກນັກເຕະທີມຊາດເຍົາວະຊົນທຸກຮຸ່ນອາຍຸ ແລະ ຈະໄດ້ເຮັດວຽກໃກ້ຊິດນຳ ພະແນກບານເຕະວິທະຍາ ແລະ ການພັດທະນາ ເພື່ອຊ່ວຍວາງໂຄງສ້າງລະບົບການສ້າງນັກເຕະຮຸ່ນສືບທອດ ເນັ້ນພັດທະນາທັກສະພື້ນຖານ ໂດຍແບ່ງໄປຕາມຮຸ່ນອາຍຸ, ສ້າງໃຫ້ນັກກິລາເຂົ້າໃຈເກມ ຜ່ານການລົງແຂ່ງຂັນຕົວຈີງ ແລະ ຮຽນຮູ້ຈັດການສະພາບຮ່າງກາຍ ແລະ ຈິດໃຈ ເປົ້າໝາຍຫຼັກກໍ່ເພື່ອສ້າງຮາກຖານ ແລະ ກຽມພ້ອມເຂົ້າເປັນນັກກິລາອາຊີບໃນອານາຄົດ. 

News Cover

ໂອກາດດີມາຮອດແລ້ວ ສຳລັບບຸກຄົນໃດທີ່ມີໃຈຮັກກິລາບານເຕະ ແລະ ໃນຄວາມຍຸຕິທຳ

12/02/2026

ປະກາດຮັບສະໝັກນັກສຳມະນາກອນ ເພື່ອເຂົ້າຮ່ວມຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ (Basic Referee Training Course)

ເພື່ອເຟັ້ນຫາກຳມະການຕັດສິນຮຸ່ນສືບທອດ ມາບັນຈຸເຂົ້າເປັນກຳມະການຕັດສິນ ໃນການແຂ່ງຂັນບານເຕະເຍົາວະຊົນຂອງ ສຕລ ທີ່ຈະຈັດຂຶ້ນໃນໄວໆນີ້ ແລະ ຊອກຫາບຸກຄົນທີ່ມີພອນສະຫວັນ ເພື່ອພັດທະນາໃຫ້ກ້າວໄປເປັນກຳມະການຕັດສິນ ໃນລະດັບ ລາວລີກ2, ລາວລີກ1 ແລະ ຈົນໄປເຖິງການເປັນກຳມະການລະດັບສາກົນ (FIFA).

ເຊີນກອກໃບສະໝັກເຂົ້າຝຶກອົບຮົມ 👇🏻

https://forms.gle/Dy1KLpQCeG795Spy6

ໝາຍເຫດ:

* ບຸລິມະສິດ ສະເພາະນັກສຳມະນາກອນທີ່ຢູ່ນະຄອນຫຼວງວຽງຈັນ;

* ໃນກໍລະນີ, ນັກສຳມະນາກອນຈາກຕ່າງແຂວງ ມີຄວາມສົນໃຈຈະເຂົ້າຮ່ວມ ຜູ້ກ່ຽວຕ້ອງໄດ້ຮັບຜິດຊອບການເດີນທາງ ກິນ-ຢູ່ ພັກເຊົ່າດ້ວຍຕົນເອງ.

ສອບຖາມຂໍ້ມູນເພີ່ມເຕີມ: ☎️ 020 23621188

#LFFREFEEE #BASICREFEREETRAININGCOURSE #LAOFOOTBALLFEDERATION

News Cover

ປະກາດຮັບສະຫມັກພະນັກງານ

29/01/2026

ປະກາດຮັບສະຫມັກພະນັກງານ

1. ຂໍ້ມູນຂອງຕຳແໜ່ງານ

- ຕຳແໜ່ງ : ພະນັກງານວິຊາການຈັດການແຂ່ງຂັນ 1 ຕຳແໜ່ງ

- ໄລຍະສັນຍາ : ໄລຍະຍາວ

- ບ່ອນປະຈຳການ : ພະແນກຈັດການແຂ່ງຂັນ

- ອາຍຸຜູ້ສະໝັກ : ລະຫວ່າງ 21-35 ປີ

2. ກຳນົດສົ່ງແບບຟອມສະໝັກງານ

- ມື້ປິດຮັບໃບສະໝັກ : ວັນທີ 13 ກຸມພາ 2026

- ມື້ເລີ່ມເຮັດວຽກ : ວັນທີ 1 ມີນາ 2026

- ຜູ້ທີ່ສາມາດຍື່ນໃບສະໝັກ : ສະເພາະຄົນລາວ

3. ໜ້າທີ່ຮັບຜິດຊອບ

- ວິຊາການຈັດການແຂ່ງຂັນທີ່ຂື້ນແຜນ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກຈັດການແຂ່ງຂັນທີ່ໄດ້ຮັບມອບໝາຍ.

- ປະສານງານ ແລະ ຮັບຜິດຊອບວຽກເອກະສານທີ່ກ່ຽວຂ້ອງກັບພະແນກຈັດການແຂ່ງຂັນ ແລະ ຄູ່ຮ່ວມມືຂອງວຽກຈັດການແຂ່ງຂັນ.

- ເຮັດຫນ້າທີ່ຜູ້ປະສານງານຮ່ວມກັບພະແນກການອື່ນໆໃນ ສຕລ ທີ່ຕ້ອງໄດ້ພົວພັນວຽກຈັດການແຂ່ງຂັນ.

- ຮັບຜິດຊອບຮ່າງ, ດັດແກ້ ແລະ ຕິດຕາມເອກະສານຈັດການແຂ່ງຂັນທີ່ໄດ້ຮັບມອບໝາຍຈາກພະແນກ.

- ເດີນທາງລົງຕິດຕາມວຽກຈັດການແຂ່ງຂັນຢູ່ຕ່າງແຂວງ ຫຼື ຕ່າງປະເທດຕາມການແຕ່ງຕັ້ງຈາກພະແນກ.

- ຮັບຜິດຊອບບັນທຶກກອງປະຊຸມຂອງພະແນກ ແລະ ກອງປະຊຸມອື່ນໆທີ່ໄດ້ຮັບມອບໝາຍຈາກຫ້ອງການ.

- ສະຫຼຸບລາຍງານປະຈຳເດືອນ, ໄຕມາດ ແລະ ປະຈຳປີຂອງໜ້າວຽກທີ່ຕົນຮັບຜິດຊອບ.

- ປະຕິບັດໜ້າທີ່ອື່ນໆຊ່ວຍພະແນກການອື່ນທີ່ໄດ້ຮບແຕ່ງຕັ້ງຈາກ ສຕລ

4. ຄຸນສົມບັດທີ່ຕ້ອງການ

- ທັກສະການນຳໃຊ້ຄອມພິວເຕີ້ (Microsoft Office, Email, Canva., etc)

- ລະດັບການສຶກສາປະລິນຍາຕີຂື້ນໄປ (ສາຂາທີ່ກ່ຽວຂ້ອງກັບການບໍລິຫານຈະຖືກພິຈາລະນາເປັນພິເສດ)

- ມີພື້ນຖານຄວາມເຂົ້າໃຈກ່ຽວກັບກິລາບານເຕະ

- ມີຄວາມດຸໝັ່ນ ແລະ ກະຕືລືລົ້ນໃນການຮຽນຮູ້ພັດທະນາຕົນເອງ

- ມີມະນຸດສຳພັນດີ ແລະ ສາມາດເຮັດວຽກເປັນທີມໄດ້ດີ

- ມີວາທະສິນດີ ແລະ ຄວາມສາມາດໃນການປັບໂຕເຂົ້າສັງຄົມໃໝ່ໄດ້ດີ

5. ທັກສະດ້ານພາສາ

- ສາມາດນຳໃຊ້ພາສາລາວຢ່າງຄ່ອງແຄ້ວ (ເຂົ້າໃຈຫຼັກໄວຍະກອນດີ ແລະ ຄຳສັບທາງການ ເພື່ອຮ່າງເອກະສານຕ່າງໆ)

- ສາມາດສື່ສານເປັນພາສາອັງກິດໄດ້ ຈະຖືກພິຈາລະນາເປັນພິເສດ

6. ເອກະສານປະກອບການສະໝັກ

- ຊີວະປະຫວັດຫຍໍ້

- ໃບປະກາດ ແລະ ໃບຄະແນນ

- ໃບຢັ້ງຢືນການຝຶກງານ ຫຼື ການຝຶກອົບຮົມຕ່າງໆ (ຖ້າມີ)

- ບັດປະຈຳຕົວ ແລະ ສຳມະໂນຄົວ

- ໃບຢັ້ງຢືນທີ່ຢູ່ (ກຳນົດບໍ່ເກີນ 3 ເດືອນ ຍ້ອນຫຼັງ)

- ໃບແຈ້ງໂທດ (ກຳນົດບໍ່ເກີນ 3 ເດືອນຍ້ອນຫຼັງ)

ສຳລັບທ່ານໃດທີ່ສົນໃຈກະລຸນາສົ່ງເອກະສານສະໝັກມາທີ່ ອີເມວ competition@laoff.org.la ຫຼື ຍື່ນໃບສະໝັກດ້ວຍຕົນເອງ ທີ່ ຫ້ອງການສະຫະພັນບານເຕະແຫ່ງຊາດລາວ.

ເບີໂທຕິດຕໍ່ ແລະ ສອບຖາມຂໍ້ມູນເພີ່ມເຕີມ 020 7666 2200

ສຳລັບຜູ້ທີ່ຜ່ານການຄັດເລືອກຟອມສະໝັກເທົ່ານັ້ນ ຈຶ່ງຈະໄດ້ຮັບການຕິດຕໍ່ ແລະ ແຈ້ງວັນເວລາເຂົ້າມາສອບສຳພາດ


News Cover

ສຕລ ຈັດກອງປະຊຸມໃຫຍ່ ສະໄໝສາມັນ ປະຈຳປີ 2025

25/01/2026

             ກອງປະຊຸມໃຫຍ່ ສະໄຫມສາມັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2025 ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍ 14:00 ໂມງ ຂອງວັນທີ 24 ມັງກອນ 2026 ທີ່ຫ້ອງປະຊຸມໃຫຍ່ ໂຮງແຮມ ແລນມາກ ແມ່ຂອງ ຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການຊີ້ນໍາຂອງຄະນະບໍລິຫານ ສຕລ ເຊິ່ງມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນກິລາບານເຕະແຫ່ງຊາດລາວ ເປັນປະທານກອງປະຊຸມ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ບັນດາປະທານ, ຮອງປະທານ, ເລຂາທິການ, ແລະ ຕົວແທນ ຈາກ ສະຫະພັນກິລາບານເຕະແຂວງ - ນະຄອນຫຼວງ, ສະໂມສອນບານເຕະໃນການແຂ່ງຂັນບານເຕະເປບຊີ ລາວລີກ 1, ແຂກຖືກເຊີນຈາກ ສະຫະພັນບານເຕະນາໆຊາດ (FIFA), ສະຫະພັນບານເຕະອາຊີ (AFC), ສະຫະພັນບານເຕະອາຊຽນ (ASEAN Football Federation) ແລະ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

             ໃນວາລະເປີດກອງປະຊຸມ ທ່ານ ວີເພັດ ສີຫາຈັກຣ ໄດ້ກ່າວເຖິງຄວາມສຳຄັນຂອງກອງປະຊຸມໃຫຍ່ສະໄໝສາມັນຂອງ ສຕລ ຕໍ່ການພັດທະນາກິລາບານເຕະໃນ ສປປ ລາວ ເພາະຈຸດປະສົງຂອງກອງປະຊຸມ ກໍ່ເພື່ອລາຍງານການປະຕິບັດວຽກງານການພັດທະນາບານເຕະ ພາຍໃນປີ 2025 ແລະ ສະເໜີແຜນການຈັດຕັ້ງປະຕິບັດກິດຈະກຳພັດທະນາບານເຕະ ໃນປີ 2026. ເຊິ່ງໃນປີ 2025 ຜ່ານມາ ສຕລ ກໍໄດ້ສືບຕໍ່ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ທີ່ຖືກຮັບຮອງໃນກອງປະຊຸມໃຫຍ່ ສະໄໝສາມັນ ປະຈໍາປີ 2024 ແລະ ໄດ້ມີຫຼາຍໜ້າວຽກອັນພົ້ນເດັ່ນ ເປັນຕົ້ນແມ່ນ ໄດ້ມີການຈັດການຝຶກອົບຮົມຄູຝຶກບານເຕະ ລະດັບ Pro ເປັນຄັ້ງທໍາອິດ ໂດຍມີຄູຝຶກລາວ ເຂົ້າຮ່ວມ 6 ທ່ານ. ພ້ອມນັ້ນໄດ້ຍົກລະດັບສະມາຊິກ AFC Grassroots Charter ເປັນລະດັບເງິນ (Silver) ພາຍຫຼັງທີ່ໄດ້ລະດັບ ທອງແດງ (Bronze) ແຕ່ປີ 2019; ກໍ່ສ້າງ ແລະ ບູລະນະບັນດາພື້ນຖານໂຄງລ່າງກິລາບານເຕະ ໂດຍນໍາໃຊ້ທຶນຊ່ວຍເຫຼືອຈາກ FIFA, AFC ແລະ AFF; ເພີ່ມຈໍານວນສະໂມສອນ ໃນການແຂ່ງຂັນ ເປບຊີ ລາວລີກ 1 ຈາກ 8 ສະໂມສອນໃນ ລະດູການ 2024/25 ມາເປັນ 10 ສະໂມສອນ ສໍາລັບລະດູການ 2025/26; ພັດທະນາບຸກຄະລາກອນຄົນລາວ ທີ່ສາມາດເປັນຜູ້ຝຶກສອນຄູຝຶກ ລະດັບ AFC ແລະ ການຝຶກອົບຮົມຂອງ FIFA ໄດ້, ຜູ້ຄວມຄຸມການແຂ່ງຂັນ ແລະ ກໍາມະການຕັດສິນ ລະດັບ AFC; ໄດ້ຮັບລາງວັນສະຫະພັນບານເຕະດີເດັ່ນປະຈໍາປີ 2025 ຂອງ AFC ປະເພດ Ruby ເປັນປີທີ 2 ຕິດຕໍ່ກັນ.

              ຕາງໜ້າໃຫ້ຄະນະບໍລິຫານງານ ສຕລ ທ່ານ ວີເພັດ ສີຫາຈັກຣ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງການນຳ ພັກ-ລັດ ໂດຍສະເພາະແມ່ນການນຳຂອງ ກະຊວງ ສຶກສາທິການ ແລະ ກິລາ, ຜູ້ໃຫ້ການສະໜັບສະໜູນທັງພາຍໃນ ແລະ ຕ່າງປະເທດ, ຄູຝຶກ ແລະ ນັກກິລາ ພ້ອມຄະນະນຳ, ສະມາຊິກ ສຕລ, ບັນດາສະມາຊິກອະນຸກໍາມະການຕ່າງໆ, ພະນັກງານ ສຕລ, ສື່ມວນຊົນ ແລະ ພາກສ່ວນອື່ນໆ ທີ່ໄດ້ໃຫ້ການປະກອບສ່ວນ ເຮັດໃຫ້ວຽກງານການພັດທະນາກິລາບານເຕະທົ່ວປະເທດ ຕະຫຼອດໄລຍະ 1 ປີ ທີ່ຜ່ານມາ ດໍາເນີນໄປດ້ວຍຜົນສໍາເລັດ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈມາຍັງຄະນະບໍລິຫານງານ FIFA, AFC ແລະ AFF ທີ່ຍາມໃດກໍຢູ່ຄຽງຂ້າງ ແລະ ໃຫ້ການຊ່ວຍເຫຼືອດ້ານງົບປະມານໃຫ້ແກ່ການພັດທະນາກິລາບານເຕະໃນປະເທດລາວ, ພ້ອມຖ່າຍທອດບົດຮຽນປະສົບການໃຫ້ແກ່ ສຕລ ພວກເຮົາຕະຫຼອດມາ.

             ໃນກອງປະຊຸມ, ບັນດາສະມາຊິກຂອງ ສຕລ ຍັງໄດ້ຮັບຟັງການລາຍງານການເຄື່ອນໄຫວກິດຈະກຳພັດທະນາບານເຕະຂອງ ສຕລ ປະຈຳປີ 2025, ລາຍງານການເຄື່ອນໄຫວການເງິນ ປະຈຳປີ 2025, ລາຍງານບົດກວດສອບບັນຊີ ປະຈຳປີ 2024, ນໍາສະເໜີງົບປະມານ ແລະ ກິດຈະກຳ ປະຈຳປີ 2026 ພ້ອມທັງຮັບຮອງເອົາແຜນການເຄື່ອນໄຫວ ດັ່ງກ່າວ ເພື່ອໃຫ້ ສຕລ ໄປຈັດຕັ້ງປະຕິບັດ ພາຍໃນປີ 2026 ແລະ ຮັບຮອງບໍລິສັດກວດສອບບັນຊີອິດສະຫຼະ ເພື່ອມາກວດສອບບັນຊີການເງິນຂອງ ສຕລ ປະຈໍາປີ 2025.


News Cover

ສຕລ ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດ ປະຈຳປີ 2026

25/01/2026

           ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດ ປະຈຳປີ 2026 ຂຶ້ນໃນຕອນເຊົ້າຂອງວັນທີ 24 ມັງກອນ 2026 ທີ່ໂຮງແຮມ ແລນມາກ ແມ່ຂອງ ລີວີໄຊ ພາຍໃຕ້ການເປັນປະທານກອງປະຊຸມ ໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ເຊິ່ງມີຕົວແທນເຂົ້າຮ່ວມງານຈາກ ສະຫະພັນບານເຕະແຂວງ (ສຕຂ) ແລະ ນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍສື່ມວນຊົນສາຍກິລາ.

           ສຕລ ໄດ້ຈັດກອງປະຊຸມພັດທະນາກິລາບານເຕະ ທົ່ວປະເທດນີ້ຂຶ້ນປະຈໍາທຸກໆປີ ຈຸດປະສົງກໍເພື່ອໃຫ້ບັນດາສະມາຊິກ ໄດ້ເຕົ້າໂຮມພົບປະ ປຶກສາຫາລື ພ້ອມທັງສັງເກດຕີລາຄາຄືນບັນດາຜົນງານການເຄື່ອນໄຫວໃນວຽກງານພັດທະນາກິລາບານເຕະທົ່ວປະເທດໃນໄລຍະໜຶ່ງປີຜ່ານມາ ເພື່ອຖອດຖອນບົດຮຽນດ້ານຈຸດດີອັນທີ່ຕັ້ງໜ້າ ທີ່ຄວນເສີມຂະຫຍາຍ ແລະ ດ້ານອ່ອນຂໍ້ຄົງຄ້າງ ຫຼື ຈຸດບົກຜ່ອງທີ່ຕ້ອງໄດ້ສືບຕໍ່ແກ້ໄຂດັດແປງບໍ່ໃຫ້ເກີດຂຶ້ນອີກ. ພ້ອມນັ້ນໃນກອງປະຊຸມນີ້, ຍັງເປີດໂອກາດໃຫ້ ສຕຂ ແລະ ນະຄອນຫຼວງ ຮ່ວມກັນປຶກສາຫາລືກຳນົດທິດທາງ

         ແຜນການເຄື່ອນໄຫວກິດຈະກຳບານເຕະໃນ 1 ປີຕໍ່ໜ້າ ແລະ ຈຸດສູມໃສ່ໃນການປຶກສາຫາລືຄັ້ງນີ້ມີຄື:

- ວຽກງານຈັດການແຂ່ງຂັນຮ່ວມກັນລະຫວ່າງ ສຕລ ແລະ ສຕຂ/ນວ ກໍຄືການແຂ່ງຂັນບານເຕະ ລາວລີກ 2 ລວມທັງຂໍ້ສະເໜີຕໍ່ເງື່ອນໄຂໃນການແຂ່ງຂັນບານເຕະໃນງານມະຫະກຳກິລາແຫ່ງຊາດ.

- ວຽກງານສ້າງຄວາມເຂັ້ມແຂງໃນການສະກັດກັ້ນການລ໋ອກສະກໍພາຍໃນທ້ອງຖິ່ນ

- ວຽກງານການສະໜັບສະໜູນງົບປະມານບໍລິຫານຫ້ອງການ ໃຫ້ບັນດາ ສຕຂ/ນວ

ໃນກອງປະຊຸມ, ຍັງໄດ້ມີການລາຍງານ ແລະ ສະເໜີແຜນຕ່າງໆຄື:

- ບົດລາຍງານການຈັດການແຂ່ງຂັນ ຮ່ວມກັບ ສຕຂ ປະຈໍາປີ 2025 ແລະ ແຜນເຄື່ອນໄຫວ ວຽກງານຈັດການແຂ່ງຂັນ ປະຈຳປີ 2026.

- ຖອດຖອນບົດຮຽນ ການວາງແຜນ ແລະ ຈັດການແຂ່ງຂັນໃນແຂວງ ຈາກ ຕົວແທນ ສະຫະພັນບານເຕະ ແຂວງ ເຊກອງ ແລະ ແຂວງ ບໍ່ແກ້ວ ໃນໄລຍະປີ 2022 - 2025.

- ເຜີຍແຜ່ຜົນຮ້າຍ ແລະ ໂທດຂອງການລົ້ມບານ ເພື່ອຕ້ານ ແລະ ສະກັດກັ້ນ ທຸກພຶດຕິກໍາທີ່ເປັນການທໍາລາຍກຽດ ສັກສີຊື່ສຽງຂອງ ວົງການບານເຕະລາວ.

- ສະເໜີແຜນນະໂຍບາຍງົບປະມານບໍລິຫານ ຫ້ອງການ ໃຫ້ ສຕຂ/ນວ.

            ນອກນັ້ນ, ໃນວາລະຄົບຮອບ 4 ປີຂອງການຈັດຕັ້ງປະຕິບັດການຈັດການແຂ່ງຂັນ ລະຫວ່າງ ສຕລ ຮ່ວມກັບ ສຕຂ/ນວ ເຊິ່ງໃນນັ້ນມີ 5 ລາຍການແຂ່ງຂັນຄື: ລາວລີກ 2, ເຍົາວະຊົນຍິງ-ຊາຍ ມໍຕົ້ນ ແລະ ເຍົາວະຊົນຍິງ-ຊາຍ ມໍປາຍ. ຈາກການເກັບກຳສະຖິຕິການຈັດການແຂ່ງຂັນ ແຕ່ປີ 2022 ຫາ 2025, ທາງ ສຕຂ ສະຫວັນນະເຂດ ແມ່ນໄດ້ມີການຈັດຕັ້ງປະຕິບັດວຽກງານຢ່າງຕໍ່ເນື້ອງໃນທຸກໆປີ. ດັ່ງນັ້ນ, ສຕລ ຈຶ່ງໄດ້ມອບລາງວັນ “ສຕຂ ດີເດັ່ນ ດ້ານຈັດການແຂ່ງຂັນ” ໃຫ້ ສຕຂ ສະຫວັນນະເຂດ ເພື່ອສະແດງການຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການປະກອບສ່ວນເຂົ້າໃນວຽກງານພັດທະນາກິລາບານເຕະໃນຂອບເຂດແຂວງສະຫວັນນະເຂດ.  

News Cover

ປະມວນພິທີມອບລາງວັນ ການແຂ່ງຂັນບານເຕະ ຊີງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2025/26

17/01/2026

ປະມວນພິທີມອບລາງວັນ ການແຂ່ງຂັນບານເຕະ ຊີງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2025/26

🏆🥇 ເອສະຣາ ໄດ້ຮັບຂັນ ແລະ ຫລຽນ ພ້ອມເງິນລາງວັນ 300.000.000 ກິບ.

🥈 ກອງທັບ ຮອງແຊ້ມ ໄດ້ຮັບຫລຽນ ແລະ ພ້ອມເງິນລາງວັນ 100.000.000 ກີບ.

🏅 ລາງວັນນັກກິລາດີເດັ່ນ ແລະ ດາວຍິງສູງສຸດ: ປີເຕີ້ ພັນທະວົງ ສະໂມສອນ ເອສະຣາ ຍິງ 6 ປະຕູ.

🏅 ລາງວັນຜູ້ຮັກສາປະຕູດີເດັ່ນ: ກົບ ໂລກພະທິບ ຜູ້ຮັກສາປະຕູ ເອສະຣາ

🏅 ລາງວັນຄູຝຶກດີເດັ່ນ: ທ່ານ ບຽງຊູນາ (Byung Soo Na) ຫົວໜ້າຄູຝຶກ ເອສະຣາ ສັນຊາດສ.ເກົາຫລີ.

#THELAOPRIMEMINISTERCUP20252026 #PLAYTRUE #ແຂ່ງຂັນຢ່າງໂປ່ງໃສ #RECOGNIZEREJECTREPORT #ຮູ້ຈັກປະຕິເສດລາຍງານ #BEERLAO #FIFAFORWARD #STBANK #STGROUP #LAOTELECOM #EVO #DONGLUCSPORT #GENIUSSPORTS