ແຟນບານເຕະຍິງ AFC Women’s Champions League ບໍ່ຄວນພາດ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຮັບຄວາມໄວ້ວາງໃຈຈາກ ສະຫະພັນບານເຕະອາຊີ (AFC) ໃຫ້ເປັນເຈົ້າພາບຈັດການແຂ່ງຂັນນັດສຳຄັນຂອງ ການແຂ່ງຂັນບານເຕະຍິງ ຊີງແຊ້ມສະໂມສອນອາຊີ ລະດູການ 2025/26 ຮອບຕັດເຊືອກ (AFC Women’s Champions League 2025/26 - Quarter Finals) ເຊິ່ງເປັນເກມພົບກັນລະຫວ່າງ ສະໂມສອນບານເຕະຍິງ Naegohyang Women's FC (ສປປ ເກົາຫລີ) ພົບກັບ Ho Chi Minh City Women's FC (ສສ ຫວຽດນາມ), ນັດຊີ້ສະຕານີ້ ຈະໄດ້ຈັດຂຶ້ນໃນ ວັນອາທິດ ທີ 28 ມີນາ ເວລາ 15:00 ໂມງ ທີ່ ສະໜາມກິລາ ຫຼັກ 16.
ສຳລັບແຟນບານຍິງທີ່ມີຄວາມຈຳດີ ກໍ່ອາດຈະຈື່ໄດ້ວ່າໃນປີ 2025 ຜ່ານມາ, ສຕລ ກໍ່ໄດ້ເປັນເຈົ້າພາບຮອບແບ່ງກຸ່ມຂອງການແຂ່ງຂັນດັ່ງກ່າວ ເຊິ່ງແມ່ນ ກຸ່ມ D ປະກອບໄປດ້ວຍ: ທິມ Kaosiung Attackers FC (ໄຕ້ຫວັນ), Naegohyang Women's FC (ສປປ ເກົາຫລີ) ແລະ RTC FC (ພູຖານ) ພ້ອມດ້ວຍຕົວແທນຈາກ ສປປ ລາວ ແມ່ນ ສະໂມສອນບານເຕະຍິງ ມາສເຕີ (Master FC).
ສຕລ ຈັດຝຶກອົບຮົມກຳມະການຕັດສິນບານເຕະຂັ້້ນພື້ນຖານ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ເປີດການຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ (LFF Basic Football Referee Course 2026) ຂຶ້ນໃນວັນທີ 02 ມີນາ 2026 ທີ່ ຫ້ອງການ ສຕລ, ໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ, ທັງເປັນຫົວຫນ້າອະນຸກຳມະການ-ກຳມະການຕັດສິນ ສຕລ, ທ່ານ ນ. ຍອດແກ້ວ ພາວະດີ ເລຂາທິການ ສຕລ, ທ່ານ ກິຫລ້າ ລາດຊະວົງ ແລະ ທ່ານ ຄຳສິງ ໄຊຍະວົງສີ ຜູ້ຝຶກສອນທີ່ມີປະສົບການຈາກການເປັນກຳມະການຕັດສິນ ທັງພາຍ ແລະ ຕ່າງປະເທດເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ຄຳແພງ ວົງຂັນຕີ ໄດ້ກ່າວເປີດງານໂດຍໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມທຸກທ່ານ ຈົ່ງເອົາໃຈໃສ່ຮຽນຮູ້, ກຳແໜ້ນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໃຫ້ກາຍເປັນກຳມະການຕັດສິນບານເຕະຮຸ່ນສືບທອດທີ່ດີ ແລະ ມີຄຸນນະພາບ ເປັນກຳມະການທີ່ປະຕິບັດໜ້າທີ່ຢ່າງຍຸຕິທໍາ, ໂປ່ງໃສ ແລະ ອວຍພອນໃຫ້ການຝຶກອົບຮົມດຳເນີນໄປດ້ວຍໝາກຜົນສໍາເລັດຕາມຈຸດປະສົງ, ຄາດໝາຍທີ່ວາງໄວ້.
ການຝຶກອົບຮົມຄັັ້ງນີ້, ມີນັກສຳມະນາກ່ອນເຂົ້າຮ່ວມທັງໝົດ 32 ທ່ານ (ຍິງ 8 ທ່ານ) ເຊິ່ງແຕ່ລະທ່ານກໍ່ໄດ້ມາຈາກຫລາຍພາກສ່ວນ ເຊັນ: ວິຊາການຈາກສະຫະພັນບານເຕະແຂວງ, ນັກສຶກສາຈາກວິທະຍາໄລສຶກສາ, ຄະນະວິທະຍາສາດການກິລາ-ກາຍຍະກຳ ແລະ ອື່ນໆ. ເປົ້າໝາຍຫຼັກຂອງການຝຶກອົບຮົມຄັ້ງນີ້, ກໍ່ເພື່ອສ້າງພື້ນຖານຄວາມຮູ້ ແລະ ຄວາມເຂົ້າໃຈວ່າດ້ວຍໜ້າທີ່ຂອງກຳມະການຕັດສິນບານເຕະ, ຮຽນຮູ້ກົດລະບຽບການແຂ່ງຂັນກິລາບານເຕະ ທັງຂອງພາຍໃນ ແລະ ລະດັບສາກົນ.
ການຝຶກອົບຮົມນີ້ ຈະໄດ້ດຳເນີນໄປເປັນເວລາ 5 ວັນ ນັບຕັ້ງແຕ່ ວັນທີ 2 - 6 ມີນາ 2026 ແລະ ຖ້ານັກສໍາມະກອນໃດທີ່ມີຜົນງານພົນເດັ່ນຈະມີໂອກາດໄດ້ຖືກຄັດເລືອກບັນຈຸເຂົ້າຮ່ວມເປັນກຳມະການຕັດສິນການແຂ່ງຂັນບານເຕະເຍົາວະຊົນ ແລະ ລາຍການຕ່າງໆທີ່ ສຕລ ຈັດຂຶ້ນຕາມລຳດັບ.
ສຕລ ແຕ່ງຕັ້ງ ທ່ານ Vladica Grujic ເປັນຫົວໜ້າຄູຝຶກ ທີມຊາດລາວ ຄົນໃໝ່
ວັນທີ 20 ກຸມພາ 2026 ສະຫະພັນບານເຕະແຫ່ງຊາດລາວ ໄດ້ປະກາດການແຕ່ງຕັ້ງ ທ່ານ ວຣາກິຊາ ກຣູຈິກ (Vladica Grujic) ສັນຊາດ ສ. ເຊີເບຍ ຮັບຫນ້າທີ່ເປັນ ຫົວໜ້າຄູຝຶກ ທີມຊາດລາວ ຄົນໃໝ່ ເຊິ່ງຈະຄຸມທີມຊາດລາວ ຊຸດໃຫຍ່ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປິ.
ທ່ານ ວຣາກິຊາ ເປັນອາດີດນັກກິລາບານເຕະອາຊີບ ຕຳແໜ່ງຖະຫນັດແມ່ນກອງໜ້າແດນກາງ ເຊິ່ງເພີ່ນໄດ້ເລີ້ມຕົ້ນສາຍອາຊີບລະຫວ່າງ ປີ 1992 – 2005, ກ່ອນຈະຫັນປ່ຽນມາເປັນຄູຝຶກບານເຕະ ແລະ ປັດຈຸບັນເພີ່ນມີໃບປະກາດຄູຝຶກລະດັບ UEFA Pro License ແລະ ມີຜົນງານການຄຸມທີມດັ່ງນີ້:
1. ປີ 1996 ເລີ່ມຄຸມທີມຄັ້ງທຳອິດ ກັບ ສະໂມສອນ ໃນລີກ ປະເທດ ອົສເຕຣຍ
2. ປິ 2010 – 2011 ເປັນຜູ້ຊ່ວຍຄູຝຶກ ທີມຊາດລາວ ສະໄໝ ຮານສ໌-ປີເຕີ ຊາເລີ ເປັນຫົວໜ້າຄູຝຶກ
3. ປີ 2012 – 2013 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ FC TOKYO ປະເທດ ຍີ່ປຸ່ນ
4. ປີ 2013 – 2014 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນ ຫົວຫນ້າຄູຝຶກ ສະໂມສອນ CEREZO OSAKA ປະເທດ ຍີ່ປຸ່ນ
5. ປີ 2014 – 2016 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນ ຫົວຫນ້າຄູຝຶກ ສະໂມສອນ REAL ZARAGOZA ປະເທດ ສະເປນ
6. ປີ 2016 – 2017 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ ບູລີລໍາ ຢູໄນເຕັດ ປະເທດ ໄທ
7. ປີ 2017 – 2018 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນຫົວຫນ້າຄູຝຶກ ສະໂມສອນ PUNE CITY ປະເທດ ອິນເດຍ
8. ປິ 2018 – 2019 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ SKN ST. PÖLTEN ປະເທດ ອົສເຕຣຍ
9. ປີ 2019 – 2023 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນຫົວຫນ້າຄູຝຶກ ສະໂມສອນ MACHIDA ZELVIA ປະເທດ ຍີ່ປຸ່ນ
10. ປີ 2023 – 2024 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ FK VOJVODINA ປະເທດ ເຊີເບຍ.
ພາລະກິດຫຼັກໃນການມາຄຸມທິມຂອງ ທ່ານ ວຣາກິຊາ ແມ່ນການກະກຽມທີມຊາດລາວ ຊຸດໃຫຍ່ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) “AFC Asian Cup Saudi Arabia 2027 Qualifiers (Final Round)” ນັດທີ 6 ເປັນການພົບກັນ ລະຫວ່າງ ທີມຊາດລາວ ພົບ ທີມຊາດເນປານ ເຊິ່ງຈະໄດ້ຈັດຂຶ້ນໃນ ວັນທີ 31 ມີນາ 2026 ເວລາ 19:00 ທີ່ສະໜາມກິລາແຫ່ງຊາດຫຼັກ 16 ແລະ ການແຂ່ງຂັນ ບານເຕະຊີງແຊ້ມອາຊຽນ 2026 (ASEAN Hyundai Cup 2026) ຈະເປີດສາກຂຶ້ນລະຫວ່າງ ວັນທີ 24 ກໍລະກົດ - 26 ສິງຫາ 2026, ທີມຊາດລາວ ຖືກຈັບສະຫຼາກຢູ່ໃນ ກຸ່ມ B ເຊິ່ງທີມຊາດລາວ ຈະເປີດບ້ານຕ້ອນຮັບທີມຊາດໄທ ໃນວັນທີ 25 ກໍລະກົດ ແລະ ທີມຊາດ ຟີລິບປິນ ໃນວັນທີ 1 ສິງຫາ ແລະ ອອກໄປແຂ່ງນອກບ້ານສອງເກມ ທີ່ປະເທດມາເລເຊຍ ໃນວັນທີ 28 ກໍລະກົດ ແລະ ມຽນມາ ໃນວັນທີ 4 ສິງຫາ 2026.
ນອກຈາກການຄຸມທີມຊາດແລ້ວ ທ່ານ ວຣາກິຊາ ຈະໄດ້ຊ່ວຍ ສຕລ ວາງລະບົບການຄັດເລືອກນັກເຕະທີມຊາດເຍົາວະຊົນທຸກຮຸ່ນອາຍຸ ແລະ ຈະໄດ້ເຮັດວຽກໃກ້ຊິດນຳ ພະແນກບານເຕະວິທະຍາ ແລະ ການພັດທະນາ ເພື່ອຊ່ວຍວາງໂຄງສ້າງລະບົບການສ້າງນັກເຕະຮຸ່ນສືບທອດ ເນັ້ນພັດທະນາທັກສະພື້ນຖານ ໂດຍແບ່ງໄປຕາມຮຸ່ນອາຍຸ, ສ້າງໃຫ້ນັກກິລາເຂົ້າໃຈເກມ ຜ່ານການລົງແຂ່ງຂັນຕົວຈີງ ແລະ ຮຽນຮູ້ຈັດການສະພາບຮ່າງກາຍ ແລະ ຈິດໃຈ ເປົ້າໝາຍຫຼັກກໍ່ເພື່ອສ້າງຮາກຖານ ແລະ ກຽມພ້ອມເຂົ້າເປັນນັກກິລາອາຊີບໃນອານາຄົດ.
ໂອກາດດີມາຮອດແລ້ວ ສຳລັບບຸກຄົນໃດທີ່ມີໃຈຮັກກິລາບານເຕະ ແລະ ໃນຄວາມຍຸຕິທຳ
ປະກາດຮັບສະໝັກນັກສຳມະນາກອນ ເພື່ອເຂົ້າຮ່ວມຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ (Basic Referee Training Course)
ເພື່ອເຟັ້ນຫາກຳມະການຕັດສິນຮຸ່ນສືບທອດ ມາບັນຈຸເຂົ້າເປັນກຳມະການຕັດສິນ ໃນການແຂ່ງຂັນບານເຕະເຍົາວະຊົນຂອງ ສຕລ ທີ່ຈະຈັດຂຶ້ນໃນໄວໆນີ້ ແລະ ຊອກຫາບຸກຄົນທີ່ມີພອນສະຫວັນ ເພື່ອພັດທະນາໃຫ້ກ້າວໄປເປັນກຳມະການຕັດສິນ ໃນລະດັບ ລາວລີກ2, ລາວລີກ1 ແລະ ຈົນໄປເຖິງການເປັນກຳມະການລະດັບສາກົນ (FIFA).
ເຊີນກອກໃບສະໝັກເຂົ້າຝຶກອົບຮົມ 👇🏻
https://forms.gle/Dy1KLpQCeG795Spy6
ໝາຍເຫດ:
* ບຸລິມະສິດ ສະເພາະນັກສຳມະນາກອນທີ່ຢູ່ນະຄອນຫຼວງວຽງຈັນ;
* ໃນກໍລະນີ, ນັກສຳມະນາກອນຈາກຕ່າງແຂວງ ມີຄວາມສົນໃຈຈະເຂົ້າຮ່ວມ ຜູ້ກ່ຽວຕ້ອງໄດ້ຮັບຜິດຊອບການເດີນທາງ ກິນ-ຢູ່ ພັກເຊົ່າດ້ວຍຕົນເອງ.
ສອບຖາມຂໍ້ມູນເພີ່ມເຕີມ: ☎️ 020 23621188
#LFFREFEEE #BASICREFEREETRAININGCOURSE #LAOFOOTBALLFEDERATION
ປະກາດຮັບສະຫມັກພະນັກງານ
ປະກາດຮັບສະຫມັກພະນັກງານ
1. ຂໍ້ມູນຂອງຕຳແໜ່ງານ
- ຕຳແໜ່ງ : ພະນັກງານວິຊາການຈັດການແຂ່ງຂັນ 1 ຕຳແໜ່ງ
- ໄລຍະສັນຍາ : ໄລຍະຍາວ
- ບ່ອນປະຈຳການ : ພະແນກຈັດການແຂ່ງຂັນ
- ອາຍຸຜູ້ສະໝັກ : ລະຫວ່າງ 21-35 ປີ
2. ກຳນົດສົ່ງແບບຟອມສະໝັກງານ
- ມື້ປິດຮັບໃບສະໝັກ : ວັນທີ 13 ກຸມພາ 2026
- ມື້ເລີ່ມເຮັດວຽກ : ວັນທີ 1 ມີນາ 2026
- ຜູ້ທີ່ສາມາດຍື່ນໃບສະໝັກ : ສະເພາະຄົນລາວ
3. ໜ້າທີ່ຮັບຜິດຊອບ
- ວິຊາການຈັດການແຂ່ງຂັນທີ່ຂື້ນແຜນ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກຈັດການແຂ່ງຂັນທີ່ໄດ້ຮັບມອບໝາຍ.
- ປະສານງານ ແລະ ຮັບຜິດຊອບວຽກເອກະສານທີ່ກ່ຽວຂ້ອງກັບພະແນກຈັດການແຂ່ງຂັນ ແລະ ຄູ່ຮ່ວມມືຂອງວຽກຈັດການແຂ່ງຂັນ.
- ເຮັດຫນ້າທີ່ຜູ້ປະສານງານຮ່ວມກັບພະແນກການອື່ນໆໃນ ສຕລ ທີ່ຕ້ອງໄດ້ພົວພັນວຽກຈັດການແຂ່ງຂັນ.
- ຮັບຜິດຊອບຮ່າງ, ດັດແກ້ ແລະ ຕິດຕາມເອກະສານຈັດການແຂ່ງຂັນທີ່ໄດ້ຮັບມອບໝາຍຈາກພະແນກ.
- ເດີນທາງລົງຕິດຕາມວຽກຈັດການແຂ່ງຂັນຢູ່ຕ່າງແຂວງ ຫຼື ຕ່າງປະເທດຕາມການແຕ່ງຕັ້ງຈາກພະແນກ.
- ຮັບຜິດຊອບບັນທຶກກອງປະຊຸມຂອງພະແນກ ແລະ ກອງປະຊຸມອື່ນໆທີ່ໄດ້ຮັບມອບໝາຍຈາກຫ້ອງການ.
- ສະຫຼຸບລາຍງານປະຈຳເດືອນ, ໄຕມາດ ແລະ ປະຈຳປີຂອງໜ້າວຽກທີ່ຕົນຮັບຜິດຊອບ.
- ປະຕິບັດໜ້າທີ່ອື່ນໆຊ່ວຍພະແນກການອື່ນທີ່ໄດ້ຮບແຕ່ງຕັ້ງຈາກ ສຕລ
4. ຄຸນສົມບັດທີ່ຕ້ອງການ
- ທັກສະການນຳໃຊ້ຄອມພິວເຕີ້ (Microsoft Office, Email, Canva., etc)
- ລະດັບການສຶກສາປະລິນຍາຕີຂື້ນໄປ (ສາຂາທີ່ກ່ຽວຂ້ອງກັບການບໍລິຫານຈະຖືກພິຈາລະນາເປັນພິເສດ)
- ມີພື້ນຖານຄວາມເຂົ້າໃຈກ່ຽວກັບກິລາບານເຕະ
- ມີຄວາມດຸໝັ່ນ ແລະ ກະຕືລືລົ້ນໃນການຮຽນຮູ້ພັດທະນາຕົນເອງ
- ມີມະນຸດສຳພັນດີ ແລະ ສາມາດເຮັດວຽກເປັນທີມໄດ້ດີ
- ມີວາທະສິນດີ ແລະ ຄວາມສາມາດໃນການປັບໂຕເຂົ້າສັງຄົມໃໝ່ໄດ້ດີ
5. ທັກສະດ້ານພາສາ
- ສາມາດນຳໃຊ້ພາສາລາວຢ່າງຄ່ອງແຄ້ວ (ເຂົ້າໃຈຫຼັກໄວຍະກອນດີ ແລະ ຄຳສັບທາງການ ເພື່ອຮ່າງເອກະສານຕ່າງໆ)
- ສາມາດສື່ສານເປັນພາສາອັງກິດໄດ້ ຈະຖືກພິຈາລະນາເປັນພິເສດ
6. ເອກະສານປະກອບການສະໝັກ
- ຊີວະປະຫວັດຫຍໍ້
- ໃບປະກາດ ແລະ ໃບຄະແນນ
- ໃບຢັ້ງຢືນການຝຶກງານ ຫຼື ການຝຶກອົບຮົມຕ່າງໆ (ຖ້າມີ)
- ບັດປະຈຳຕົວ ແລະ ສຳມະໂນຄົວ
- ໃບຢັ້ງຢືນທີ່ຢູ່ (ກຳນົດບໍ່ເກີນ 3 ເດືອນ ຍ້ອນຫຼັງ)
- ໃບແຈ້ງໂທດ (ກຳນົດບໍ່ເກີນ 3 ເດືອນຍ້ອນຫຼັງ)
ສຳລັບທ່ານໃດທີ່ສົນໃຈກະລຸນາສົ່ງເອກະສານສະໝັກມາທີ່ ອີເມວ competition@laoff.org.la ຫຼື ຍື່ນໃບສະໝັກດ້ວຍຕົນເອງ ທີ່ ຫ້ອງການສະຫະພັນບານເຕະແຫ່ງຊາດລາວ.
ເບີໂທຕິດຕໍ່ ແລະ ສອບຖາມຂໍ້ມູນເພີ່ມເຕີມ 020 7666 2200
ສຳລັບຜູ້ທີ່ຜ່ານການຄັດເລືອກຟອມສະໝັກເທົ່ານັ້ນ ຈຶ່ງຈະໄດ້ຮັບການຕິດຕໍ່ ແລະ ແຈ້ງວັນເວລາເຂົ້າມາສອບສຳພາດ
ສຕລ ຈັດກອງປະຊຸມໃຫຍ່ ສະໄໝສາມັນ ປະຈຳປີ 2025
ກອງປະຊຸມໃຫຍ່ ສະໄຫມສາມັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2025 ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍ 14:00 ໂມງ ຂອງວັນທີ 24 ມັງກອນ 2026 ທີ່ຫ້ອງປະຊຸມໃຫຍ່ ໂຮງແຮມ ແລນມາກ ແມ່ຂອງ ຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການຊີ້ນໍາຂອງຄະນະບໍລິຫານ ສຕລ ເຊິ່ງມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນກິລາບານເຕະແຫ່ງຊາດລາວ ເປັນປະທານກອງປະຊຸມ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ບັນດາປະທານ, ຮອງປະທານ, ເລຂາທິການ, ແລະ ຕົວແທນ ຈາກ ສະຫະພັນກິລາບານເຕະແຂວງ - ນະຄອນຫຼວງ, ສະໂມສອນບານເຕະໃນການແຂ່ງຂັນບານເຕະເປບຊີ ລາວລີກ 1, ແຂກຖືກເຊີນຈາກ ສະຫະພັນບານເຕະນາໆຊາດ (FIFA), ສະຫະພັນບານເຕະອາຊີ (AFC), ສະຫະພັນບານເຕະອາຊຽນ (ASEAN Football Federation) ແລະ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.
ໃນວາລະເປີດກອງປະຊຸມ ທ່ານ ວີເພັດ ສີຫາຈັກຣ ໄດ້ກ່າວເຖິງຄວາມສຳຄັນຂອງກອງປະຊຸມໃຫຍ່ສະໄໝສາມັນຂອງ ສຕລ ຕໍ່ການພັດທະນາກິລາບານເຕະໃນ ສປປ ລາວ ເພາະຈຸດປະສົງຂອງກອງປະຊຸມ ກໍ່ເພື່ອລາຍງານການປະຕິບັດວຽກງານການພັດທະນາບານເຕະ ພາຍໃນປີ 2025 ແລະ ສະເໜີແຜນການຈັດຕັ້ງປະຕິບັດກິດຈະກຳພັດທະນາບານເຕະ ໃນປີ 2026. ເຊິ່ງໃນປີ 2025 ຜ່ານມາ ສຕລ ກໍໄດ້ສືບຕໍ່ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ທີ່ຖືກຮັບຮອງໃນກອງປະຊຸມໃຫຍ່ ສະໄໝສາມັນ ປະຈໍາປີ 2024 ແລະ ໄດ້ມີຫຼາຍໜ້າວຽກອັນພົ້ນເດັ່ນ ເປັນຕົ້ນແມ່ນ ໄດ້ມີການຈັດການຝຶກອົບຮົມຄູຝຶກບານເຕະ ລະດັບ Pro ເປັນຄັ້ງທໍາອິດ ໂດຍມີຄູຝຶກລາວ ເຂົ້າຮ່ວມ 6 ທ່ານ. ພ້ອມນັ້ນໄດ້ຍົກລະດັບສະມາຊິກ AFC Grassroots Charter ເປັນລະດັບເງິນ (Silver) ພາຍຫຼັງທີ່ໄດ້ລະດັບ ທອງແດງ (Bronze) ແຕ່ປີ 2019; ກໍ່ສ້າງ ແລະ ບູລະນະບັນດາພື້ນຖານໂຄງລ່າງກິລາບານເຕະ ໂດຍນໍາໃຊ້ທຶນຊ່ວຍເຫຼືອຈາກ FIFA, AFC ແລະ AFF; ເພີ່ມຈໍານວນສະໂມສອນ ໃນການແຂ່ງຂັນ ເປບຊີ ລາວລີກ 1 ຈາກ 8 ສະໂມສອນໃນ ລະດູການ 2024/25 ມາເປັນ 10 ສະໂມສອນ ສໍາລັບລະດູການ 2025/26; ພັດທະນາບຸກຄະລາກອນຄົນລາວ ທີ່ສາມາດເປັນຜູ້ຝຶກສອນຄູຝຶກ ລະດັບ AFC ແລະ ການຝຶກອົບຮົມຂອງ FIFA ໄດ້, ຜູ້ຄວມຄຸມການແຂ່ງຂັນ ແລະ ກໍາມະການຕັດສິນ ລະດັບ AFC; ໄດ້ຮັບລາງວັນສະຫະພັນບານເຕະດີເດັ່ນປະຈໍາປີ 2025 ຂອງ AFC ປະເພດ Ruby ເປັນປີທີ 2 ຕິດຕໍ່ກັນ.
ຕາງໜ້າໃຫ້ຄະນະບໍລິຫານງານ ສຕລ ທ່ານ ວີເພັດ ສີຫາຈັກຣ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງການນຳ ພັກ-ລັດ ໂດຍສະເພາະແມ່ນການນຳຂອງ ກະຊວງ ສຶກສາທິການ ແລະ ກິລາ, ຜູ້ໃຫ້ການສະໜັບສະໜູນທັງພາຍໃນ ແລະ ຕ່າງປະເທດ, ຄູຝຶກ ແລະ ນັກກິລາ ພ້ອມຄະນະນຳ, ສະມາຊິກ ສຕລ, ບັນດາສະມາຊິກອະນຸກໍາມະການຕ່າງໆ, ພະນັກງານ ສຕລ, ສື່ມວນຊົນ ແລະ ພາກສ່ວນອື່ນໆ ທີ່ໄດ້ໃຫ້ການປະກອບສ່ວນ ເຮັດໃຫ້ວຽກງານການພັດທະນາກິລາບານເຕະທົ່ວປະເທດ ຕະຫຼອດໄລຍະ 1 ປີ ທີ່ຜ່ານມາ ດໍາເນີນໄປດ້ວຍຜົນສໍາເລັດ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈມາຍັງຄະນະບໍລິຫານງານ FIFA, AFC ແລະ AFF ທີ່ຍາມໃດກໍຢູ່ຄຽງຂ້າງ ແລະ ໃຫ້ການຊ່ວຍເຫຼືອດ້ານງົບປະມານໃຫ້ແກ່ການພັດທະນາກິລາບານເຕະໃນປະເທດລາວ, ພ້ອມຖ່າຍທອດບົດຮຽນປະສົບການໃຫ້ແກ່ ສຕລ ພວກເຮົາຕະຫຼອດມາ.
ໃນກອງປະຊຸມ, ບັນດາສະມາຊິກຂອງ ສຕລ ຍັງໄດ້ຮັບຟັງການລາຍງານການເຄື່ອນໄຫວກິດຈະກຳພັດທະນາບານເຕະຂອງ ສຕລ ປະຈຳປີ 2025, ລາຍງານການເຄື່ອນໄຫວການເງິນ ປະຈຳປີ 2025, ລາຍງານບົດກວດສອບບັນຊີ ປະຈຳປີ 2024, ນໍາສະເໜີງົບປະມານ ແລະ ກິດຈະກຳ ປະຈຳປີ 2026 ພ້ອມທັງຮັບຮອງເອົາແຜນການເຄື່ອນໄຫວ ດັ່ງກ່າວ ເພື່ອໃຫ້ ສຕລ ໄປຈັດຕັ້ງປະຕິບັດ ພາຍໃນປີ 2026 ແລະ ຮັບຮອງບໍລິສັດກວດສອບບັນຊີອິດສະຫຼະ ເພື່ອມາກວດສອບບັນຊີການເງິນຂອງ ສຕລ ປະຈໍາປີ 2025.
ສຕລ ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດ ປະຈຳປີ 2026
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດ ປະຈຳປີ 2026 ຂຶ້ນໃນຕອນເຊົ້າຂອງວັນທີ 24 ມັງກອນ 2026 ທີ່ໂຮງແຮມ ແລນມາກ ແມ່ຂອງ ລີວີໄຊ ພາຍໃຕ້ການເປັນປະທານກອງປະຊຸມ ໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ເຊິ່ງມີຕົວແທນເຂົ້າຮ່ວມງານຈາກ ສະຫະພັນບານເຕະແຂວງ (ສຕຂ) ແລະ ນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍສື່ມວນຊົນສາຍກິລາ.
ສຕລ ໄດ້ຈັດກອງປະຊຸມພັດທະນາກິລາບານເຕະ ທົ່ວປະເທດນີ້ຂຶ້ນປະຈໍາທຸກໆປີ ຈຸດປະສົງກໍເພື່ອໃຫ້ບັນດາສະມາຊິກ ໄດ້ເຕົ້າໂຮມພົບປະ ປຶກສາຫາລື ພ້ອມທັງສັງເກດຕີລາຄາຄືນບັນດາຜົນງານການເຄື່ອນໄຫວໃນວຽກງານພັດທະນາກິລາບານເຕະທົ່ວປະເທດໃນໄລຍະໜຶ່ງປີຜ່ານມາ ເພື່ອຖອດຖອນບົດຮຽນດ້ານຈຸດດີອັນທີ່ຕັ້ງໜ້າ ທີ່ຄວນເສີມຂະຫຍາຍ ແລະ ດ້ານອ່ອນຂໍ້ຄົງຄ້າງ ຫຼື ຈຸດບົກຜ່ອງທີ່ຕ້ອງໄດ້ສືບຕໍ່ແກ້ໄຂດັດແປງບໍ່ໃຫ້ເກີດຂຶ້ນອີກ. ພ້ອມນັ້ນໃນກອງປະຊຸມນີ້, ຍັງເປີດໂອກາດໃຫ້ ສຕຂ ແລະ ນະຄອນຫຼວງ ຮ່ວມກັນປຶກສາຫາລືກຳນົດທິດທາງ
ແຜນການເຄື່ອນໄຫວກິດຈະກຳບານເຕະໃນ 1 ປີຕໍ່ໜ້າ ແລະ ຈຸດສູມໃສ່ໃນການປຶກສາຫາລືຄັ້ງນີ້ມີຄື:
- ວຽກງານຈັດການແຂ່ງຂັນຮ່ວມກັນລະຫວ່າງ ສຕລ ແລະ ສຕຂ/ນວ ກໍຄືການແຂ່ງຂັນບານເຕະ ລາວລີກ 2 ລວມທັງຂໍ້ສະເໜີຕໍ່ເງື່ອນໄຂໃນການແຂ່ງຂັນບານເຕະໃນງານມະຫະກຳກິລາແຫ່ງຊາດ.
- ວຽກງານສ້າງຄວາມເຂັ້ມແຂງໃນການສະກັດກັ້ນການລ໋ອກສະກໍພາຍໃນທ້ອງຖິ່ນ
- ວຽກງານການສະໜັບສະໜູນງົບປະມານບໍລິຫານຫ້ອງການ ໃຫ້ບັນດາ ສຕຂ/ນວ
ໃນກອງປະຊຸມ, ຍັງໄດ້ມີການລາຍງານ ແລະ ສະເໜີແຜນຕ່າງໆຄື:
- ບົດລາຍງານການຈັດການແຂ່ງຂັນ ຮ່ວມກັບ ສຕຂ ປະຈໍາປີ 2025 ແລະ ແຜນເຄື່ອນໄຫວ ວຽກງານຈັດການແຂ່ງຂັນ ປະຈຳປີ 2026.
- ຖອດຖອນບົດຮຽນ ການວາງແຜນ ແລະ ຈັດການແຂ່ງຂັນໃນແຂວງ ຈາກ ຕົວແທນ ສະຫະພັນບານເຕະ ແຂວງ ເຊກອງ ແລະ ແຂວງ ບໍ່ແກ້ວ ໃນໄລຍະປີ 2022 - 2025.
- ເຜີຍແຜ່ຜົນຮ້າຍ ແລະ ໂທດຂອງການລົ້ມບານ ເພື່ອຕ້ານ ແລະ ສະກັດກັ້ນ ທຸກພຶດຕິກໍາທີ່ເປັນການທໍາລາຍກຽດ ສັກສີຊື່ສຽງຂອງ ວົງການບານເຕະລາວ.
- ສະເໜີແຜນນະໂຍບາຍງົບປະມານບໍລິຫານ ຫ້ອງການ ໃຫ້ ສຕຂ/ນວ.
ນອກນັ້ນ, ໃນວາລະຄົບຮອບ 4 ປີຂອງການຈັດຕັ້ງປະຕິບັດການຈັດການແຂ່ງຂັນ ລະຫວ່າງ ສຕລ ຮ່ວມກັບ ສຕຂ/ນວ ເຊິ່ງໃນນັ້ນມີ 5 ລາຍການແຂ່ງຂັນຄື: ລາວລີກ 2, ເຍົາວະຊົນຍິງ-ຊາຍ ມໍຕົ້ນ ແລະ ເຍົາວະຊົນຍິງ-ຊາຍ ມໍປາຍ. ຈາກການເກັບກຳສະຖິຕິການຈັດການແຂ່ງຂັນ ແຕ່ປີ 2022 ຫາ 2025, ທາງ ສຕຂ ສະຫວັນນະເຂດ ແມ່ນໄດ້ມີການຈັດຕັ້ງປະຕິບັດວຽກງານຢ່າງຕໍ່ເນື້ອງໃນທຸກໆປີ. ດັ່ງນັ້ນ, ສຕລ ຈຶ່ງໄດ້ມອບລາງວັນ “ສຕຂ ດີເດັ່ນ ດ້ານຈັດການແຂ່ງຂັນ” ໃຫ້ ສຕຂ ສະຫວັນນະເຂດ ເພື່ອສະແດງການຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການປະກອບສ່ວນເຂົ້າໃນວຽກງານພັດທະນາກິລາບານເຕະໃນຂອບເຂດແຂວງສະຫວັນນະເຂດ.
ປະມວນພິທີມອບລາງວັນ ການແຂ່ງຂັນບານເຕະ ຊີງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2025/26
ປະມວນພິທີມອບລາງວັນ ການແຂ່ງຂັນບານເຕະ ຊີງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2025/26
🏆🥇 ເອສະຣາ ໄດ້ຮັບຂັນ ແລະ ຫລຽນ ພ້ອມເງິນລາງວັນ 300.000.000 ກິບ.
🥈 ກອງທັບ ຮອງແຊ້ມ ໄດ້ຮັບຫລຽນ ແລະ ພ້ອມເງິນລາງວັນ 100.000.000 ກີບ.
🏅 ລາງວັນນັກກິລາດີເດັ່ນ ແລະ ດາວຍິງສູງສຸດ: ປີເຕີ້ ພັນທະວົງ ສະໂມສອນ ເອສະຣາ ຍິງ 6 ປະຕູ.
🏅 ລາງວັນຜູ້ຮັກສາປະຕູດີເດັ່ນ: ກົບ ໂລກພະທິບ ຜູ້ຮັກສາປະຕູ ເອສະຣາ
🏅 ລາງວັນຄູຝຶກດີເດັ່ນ: ທ່ານ ບຽງຊູນາ (Byung Soo Na) ຫົວໜ້າຄູຝຶກ ເອສະຣາ ສັນຊາດສ.ເກົາຫລີ.
#THELAOPRIMEMINISTERCUP20252026 #PLAYTRUE #ແຂ່ງຂັນຢ່າງໂປ່ງໃສ #RECOGNIZEREJECTREPORT #ຮູ້ຈັກປະຕິເສດລາຍງານ #BEERLAO #FIFAFORWARD #STBANK #STGROUP #LAOTELECOM #EVO #DONGLUCSPORT #GENIUSSPORTS
ທະນາຄານ ເອັສທີ (ST Bank) ແລະ ບໍລິສັດ ເອັສທີ ກຣຸບ (ST Group) ຈໍາກັດຜູ້ດຽວ ໃຫ້ການສະໜັບສະໜູນ ການແຂ່ງຂັນກິລາບານເຕະ ຊີງຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະຫວ່າງປີ 2025 – 2027
ໃນຕອນບ່າຍຂອງວັນທີ 13 ມັງກອນ 2026 ຢູ່ທີ່ ສໍານັກງານໃຫຍ່ ທະນາຄານ ເອັສທີ ໄດ້ຈັດພິທີເຊັນສັນຍາໃຫ້ການສະໜັບສະໜູນການແຂ່ງຂັນກິລາບານເຕະຊີງຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ທະນາຄານ ເອັສທີ ແລະ ບໍລິສັດ ເອັສທີ ກຣຸບ ຈຳກັດຜູ້ດຽວ. ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ໄຊຍາ ໄຊສຸລິວົງ ຮອງປະທານ ສະພາບໍລິຫານ ທະນາຄານ ເອັສທີ ແລະ ບໍລິສັດ ເອັສທີ ກຣຸບ ຈໍາກັດ, ທ່ານ ເອກະລາດ ລັດຕະນະຈານ ຮັກສາການ ຜູ້ອຳນວຍການ ທະນາຄານ ເອັສທີ, ທ່ານ ພຸດທະກອນ ຈັນໂທ ຮອງຜູ້ອໍານວຍການ ທະນາຄານ ເອັສທີ, ທ່ານ ອານຸກອນ ສຸທຳມະວົງ ຮອງຜູ້ອໍານວຍການ ທະນາຄານ ເອັສທີ, ທ່ານ ສັນຍາໄຊ ຣາຊຈັກ ຫົວໜ້າພະແນກຫ້ອງການ ບໍລິສັດ ເອັສທີ ກຣຸບ ຈຳກັດຜູ້ດຽວ. ສ່ວນຝ່າຍ ສຕລ ປະກອບມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ ແລະ ທ່ານ ຈັນທະວົງ ສີລິມະໂນທຳ ຮອງເລຂາທິການ ສຕລ ພ້ອມດ້ວຍບັນດາພະນັກງານຈາກທັງສອງພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ວີເພັດ ສີຫາຈັກຣ, ປະທານ ສຕລ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງທັງສອງຄະນະບໍລິຫານຂອງ ທະນາຄານ ເອັສທີ ແລະ ບໍລິສັດ ເອັສທີ ກຣຸບ ຈຳກັດຜູ້ດຽວ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ສຕລ ໂດຍການໃຫ້ທຶນສະໜັບສະໜູນເພື່ອມາໝູນໃຊ້ປິ່ນອ້ອມໃນການຈັດການແຂ່ງຂັນກິລາບານເຕະ ຊີງຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນໄລຍະເວລາ 2 ລະດູການ ລະຫວ່າງ ປີ 2025 – 2027. ຖືວ່າເປັນການໃຫ້ການສະໜັບສະໜູນຄັ້ງທີ່ 2 ເພາະທາງ ທະນາຄານ ເອັສທີ ເຄີຍໃຫ້ການສະໜັບສະໜູນ ສຕລ ໃນການເປັນເຈົ້າພາບຈັດການແຂ່ງຂັນ ບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ (ຮອບຄັດເລືອກ) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນປີ 2022. ການສະໜັບສະໜູນຂອງທ່ານໃນຄັ້ງນີ້ ກໍໄດ້ສະທ້ອນໃຫ້ເຫັນເຖິງວິໄສທັດທີ່ກວ້າງໄກຂອງຄະນະບໍລິຫານ ເພາະການປະກອບສ່ວນຂອງພວກທ່ານ, ບໍ່ແມ່ນພຽງແຕ່ຊ່ວຍສົ່ງເສີມພັດທະນາວົງການກິລາບານເຕະລາວ ແຕ່ຍັງໄດ້ກວມລວມໄປເຖິງການພັດທະນາວຽກງານສັງຄົມ ສົ່ງເສີມໃຫ້ເຍົາວະຊົນລາວມາສົນໃຈໃນການຫຼິ້ນກິລາ ເພື່ອຫ່າງໄກຈາກຢາເສບຕິດ.
ຈາກນັ້ນ ທ່ານ ເອກະລາດ ລັດຕະນະຈານ ກໍ່ໄດ້ປະກອບຄຳເຫັນໂດຍ ໄດ້ກ່າວວ່າ: “ການສະໜັບສະໜູນຄັ້ງນີ້ ເປັນການສົ່ງເສີມໃຫ້ກິລາບານເຕະລາວ ມີສັກກະຍະພາບ ພັດທະນານັກກິລາພາຍໃນ ໃຫ້ສາມາດແຂ່ງຂັນໃນລະດັບພາກພື້ນ ແລະ ລະດັບຊາດຢ່າງມີຜົນສຳເລັດ ແລະ ພວກເຮົາໃນນາມຜູ້ໃຫ້ການສະໜັບສະໜູນ ກໍຍິນດີທີ່ຈະໃຫ້ການສົ່ງເສີມທັງສະຫະ ພັນ ແລະ ນັກກິລາ ໃຫ້ມີຂວັນກຳລັງໃຈອັນເຂັ້ມແຂງ ແລະ ມີການພັດທະນາທີ່ດີຍິ່ງຂຶ້ນຕະຫຼອດໄປ ກຸ່ມບໍລິສັດ ST ແລະ ST Bank ພວກເຮົາພ້ອມທີ່ຈະສະນັບສະໜູນ ແລະ ຢືນຄຽງຂ້າງການພັດທະນາກິລາລາວ ລວມທັງພັດທະນາໃນທຸກໆດ້ານເພື່ອຄຽງຂ້າງ, ມອບການບໍລິການ ແລະ ຜະລິດຕະພັນທີ່ທັນສະໃໝ, ປອດໄພ, ໝັ້ນຄົງ ໃຫ້ພໍ່ແມ່ພີ່ນ້ອງປະຊາຊົນ.”
ການເຊັນສັນຍາໃຫ້ການອຸປະຖໍາຢ່າງເປັນທາງການຄັ້ງນີ້ ແມ່ນ ທະນາຄານ ເອັສທີ (ST Bank) ແລະ ບໍລິສັດ ເອັສທີ ກຣຸບ (ST Group) ຈໍາກັດຜູ້ດຽວ ໃຫ້ການອຸປະຖໍາ ສຕລ ເປັນມູນຄ່າ 2,000,000,000 ກີບ ເພື່ອໃຊ້ເຂົ້າໃນການຈັດການແຂ່ງຂັນກິລາບານເຕະຊີຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນໄລຍະເວລາ 2 ລະດູການ ກໍ່ຄື ລະຫວ່າງປີ 2025 ຫາ 2027.
ໃນວາລະໂອກາດນີ້, ທ່ານ ວີເພັດ ໄດ້ແຈ້ງໃຫ້ສື່ມວນຊົນ ຮັບຊາບຢ່າງເປັນທາງການວ່າ: “ສືບເນື່ອງຈາກການເຂົ້າມາສະໜັບສະໜູນການແຂ່ງຂັນຂອງ ທະນາຄານ ເອັສທີ ແລະ ບໍລິສັດ ເອັສທີ ກຣຸບ, ເຮັດໃຫ້ທາງ ສຕລ ປັບເພີ່ມເງິນລາງວັນຊະນະເລີດ ຈາກຈໍານວນ 200,000,000 ກີບ ໃນລະດູການ 2024/25 ມາເປັນ 300,000,000 ກີບ ໃນລະດູການນີ້, ສ່ວນຮອງຊະນະເລີດ ຈາກ 50,000,000 ກີບ ມາເປັນ 100,000,000 ກີບ.”
ການແຂ່ງຂັນກິລາບານເຕະ ຊີງຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2025/26 ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 22 ທັນວາ 2025 ຫາ 17 ມັງກອນ ປີ 2026. ເຊິ່ງໃນປີນີ້ ປະກອບມີ 19 ສະໂມສອນເຂົ້າຮ່ວມການແຂ່ງຂັນ, ໂດຍປະກອບມີ 9 ສະໂມສອນຈາກ ລາວລີກ 1 ແລະ 10 ສະໂມສອນຈາກ ລີກ 2.
ປັດຈຸບັນ, ການແຂ່ງຂັນກໍ່ໄດ້ມາຮອດໂຄ້ງສຸດທ້າຍ ເຊິ່ງນັດຊີງຊະນະເລີດ ຈະໄດ້ຈັດຂຶ້ນທີ່ ນະຄອນ ຫຼວງພະບາງ ວັນທີ 17 ມັງກອນ 2026 ເວລາ 14:00 ໂມງ ທີ່ສະຫນາມກິລາແຂວງ, ໂດຍການພົບກັນລະຫວ່າງ ສະໂມສອນບານເຕະກອງທັບ ພົບກັບ ສະໂມສອນ ເອສະຣາ (ແຊ້ມເກົ່າປີກາຍ) ແອັດມິນຂໍເຊີນຊວນແຟນບານຊາວຫຼວງພະບາງອອກມາຊົມມາເຊຍນັກກິລາທັງສອງທີມ ແລ້ວມາລຸ້ນວ່າໃຜຈະໄດ້ແຊ້ມຂັນນາຍົກໃນປີນີ້ໄປພ້ອມໆກັນ.
External Audit for the Lao Football Federation (LFF) Financial Statements for the Year 2025
Request for Proposals
External Audit for the Lao Football Federation (LFF) Financial Statements for the Year 2025
1. Title
Recruitment of External Auditor for the Audit of Lao Football Federation (LFF) Financial Statements for the Year Ended 31 December 2025.
2. Background
The Lao Football Federation (LFF) is the national governing body responsible for promoting, regulating, and developing football in Lao PDR. LFF receives financial support from various sources, including the Fédération Internationale de Football Association (FIFA), the Asian Football Confederation (AFC), the ASEAN Football Federation (AFF), sponsors, and domestic revenue.
To ensure transparency, accountability, and good governance in financial management, LFF requires the services of an independent and qualified external auditor to perform an audit of its financial statements for the fiscal year ending 31 December 2025.
The audit will cover all funds and activities managed by LFF during the year, including FIFA Forward Program funds, AFC development funds, sponsorships, and domestic operations.
3. Objective of the Assignment
The objective of this audit is to enable the auditor to express a professional and independent opinion on whether:
- The LFF’s financial statements for the year ended 31 December 2025 present fairly, in all material respects, the financial position and results of operations in accordance with applicable accounting standards; and
- The funds received have been used in accordance with the purposes intended, with due regard to principles of economy, efficiency, and effectiveness.
4. Scope of Work
The audit will be conducted in accordance with International Standards on Auditing (ISA) and will include such tests and procedures as the auditor considers necessary to form an opinion. Specifically, the auditor shall:
1. Verify that all revenues and expenditures have been properly recorded, classified, and disclosed in accordance with applicable accounting standards and LFF policies.
2. Confirm that funds received from FIFA, AFC, sponsors, and other sources have been used only for their intended purposes.
3. Review the internal control systems to determine whether adequate safeguards are in place to protect assets and prevent fraud or misuse of funds.
4. Examine procurement and payment procedures to ensure compliance with relevant financial and procurement regulations.
5. Review the bank accounts, reconciliation statements, and cash management systems.
6. Assess compliance with donor and partner requirements.
7. Identify any weaknesses in financial management and make recommendations for improvement.
5. Deliverables
The auditor shall provide:
1. Audit Report and Opinion: Expressing a clear opinion on the financial statements and use of funds.
2. Management Letter: Outlining any internal control weaknesses, non-compliance issues, and recommendations for improvement.
6. Reporting and Timeline
The audit shall cover the financial year from 1 January 2025 to 31 December 2025. The auditor will begin fieldwork no later than April 2026 and submit the final Audit Report and Management Letter to LFF management no later than 31 May 2026. Reports must be submitted in English.
7. Qualification Requirements
The external auditor (firm) must:
- Be a legally registered and independent audit firm in Lao PDR.
- Be a member of the Lao Chamber of Professional Accountants and Auditors (LCPAA).
- Have at least three (3) years of experience in auditing NGOs, sports federations, or international donor-funded organizations.
- Ensure that the audit team includes qualified professionals with CPA or equivalent credentials.
8. Submission of Proposals and Required Documentation
Interested and qualified firms should submit a technical and financial proposal that includes the following documents:
- Company profile with description of services, key clients, and past experience in external audit.
- Latest company registration certificate.
- Valid business license.
- Sector-specific license for audit or professional services.
- Latest tax payment certificate.
- Description of the proposed audit methodology.
- CVs of key staff.
- Proposed work plan and timeline.
- Financial proposal (audit fee and other costs).
Kindly submit the set of required documents listed above to email: contact@laoff.org.la no later than 9 January 2026
9. Payment Terms
The audit fee and payment schedule will be agreed upon between LFF and the selected audit firm prior to contract signing.
ບຸກຄະລາກອນຂອງ ສຕລ ສອບເສັງຜ່ານ ແລະ ໄດ້ຮັບໃບປະກາດສະນີຍາບັດເປັນ ຜູ້ຝຶກສອນຄູຝຶກປັນ ຜູ້ພັດທະນາຄູຝຶກລະດັບສູງຂອງຈາກ FIFA (FIFA Coach Educator DiplomaCOACH EDUCATION DIPLOMA)
ວັນທີ 23 ທັນວາ 2025 ຜ່ານມາ ສະຫະພັນບານເຕະນາໆຊາດ(FIFA) ໄດ້ສົ່ງຫນັງສືເຖິງ ສະຫະພັນບານ ເຕະແຫ່ງຊາດລາວ (ສຕລ) ເພື່ອແຈ້ງຂ່າວດີໃຫ້ຊາບວ່າ: ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສປປ ລາວ ແລະ ທ່ານ ເຮີມັນ (Herman Zalaini) ຫົວຫນ້າພັດທະນາຄູຝຶກ ສຕລ ໄດ້ສອບເສັງຜ່ານເປັນຜູ້ຝຶກສອນຄູຝຶກຂອງ FIFA (FIFA Coach Educator Diploma) ໂດຍທັງສອງທ່ານໄດ້ເຂົ້າອົບຮົມສຶກສາຮໍ່າຮຽນນັບຕັ້ງແຕ່ ເດືອນ ຕຸລາ ປີ 2023 ຫາ ເດືອນ ຕຸລາ ປີ 2025 ລວມໄລຍະເວລາຮຽນ 2 ປີ ເຕັມ ໂດຍແບ່ງອອກເປັນ 6 ໄລຍະ ເຊິ່ງພວກຜູ້ກ່ຽວໄດ້ລົງເລີກສຶກສາທາງດ້ານທິດສະດີ, ເລື່ອງການພັດທະນາທັກສະ ແລະ ການປະຕິບັດຕົວຈີງ ເພື່ອກ້າວໄປສູ່ເປັນຄູຝຶກສອນຄູຝຶກ ແລະ ພັດທະນາຄູຝຶກລຸ້ນຕໍ່ໆໄປ.
ຜົນສຳເລັດຂອງບຸກຄະລາກອນ ສຕລ ທັງ 2 ທ່ານ ໃນຄັ້ງນີ້ ຖືເປັນບາດກ້າວໜຶ່ງທີ່ສຳຄັນໃນການພັດທະນາ ຜູ້ຝຶກສອນຄູຝຶກຂອງ ສປປ ລາວ ເວົ້າລວມ, ກໍຄືຂອງ ສຕລ ເວົ້າສະເພາະ, ຕະຫຼອດໄລຍະທີ່ຜ່ານມາ, ຄະນະບໍລິຫານ ງານຂອງ ສຕລ ຍາມໃດກໍຍຶດໝັ້ນເອົາການພັດທະນາບຸກຄະລາກອນພາຍໃນເປັນສິ່ງສຳຄັນຢ່າງຕໍ່ເນື່ອງ, ທັງໄດ້ເນັ້ນວິໄສ ທັດສົ່ງເສີມໃຫ້ບຸກຄະລາກອນຄົນລາວ ມີໂອກາດຍົກສູງລະດັບຄວາມຮູ້ຄວາມສາມາດໃນວຽກງານວິຊາສະເພາະ ຂອງຕົນ ໂດຍການສົ່ງຄູຝຶກລາວເຂົ້າຮ່ວມຮຽນ-ຝຶກອົບຮົມຫຼັກສູດຕ່າງໆ ຂອງ FIFA ແລະ AFC ຢ່າງສະໝໍ່າສະເໝີ. ນອກນັ້ນ, ຍັງໄດ້ສົ່ງເສີມໃຫ້ຄູຝຶກລາວ ມີໂອກາດພູດສູດ, ພັດທະນາຂີດຄວາມສາມາດ ໃຫ້ກາຍເປັນຜູ້ຝຶກສອນຄູຝຶກບານເຕະລະດັບ C, B, A ຂອງ AFC ຕາມລໍາດັບ.
ນັບແຕ່ປີ 2023 ເປັນຕົ້ນມາ ສຕລ ສາມາດເປີດຫຼັກສູດຝຶກອົບຮົມຄູຝຶກບານເຕະ ລະດັບ AFC B ແລະ C ໄດ້ໂດຍບໍ່ຕ້ອງເຊີນຄູຝຶກຊາວຕ່າງຊາດມາເປັນຜູ້ຝຶກສອນ ແລະ ເປັນການຕ້ອນຮັບປີໃໝ່, ໃນປີ 2026 ເປັນຕົ້ນໄປ ສຕລ ກະກຽມເປີດຫຼັກສູດຝຶກອົບຮົມຄູຝຶກ ລະດັບ A ໂດຍແມ່ນຄົນລາວເປັນຜູ້ຝຶກສອນ.
ສຕລ ຈັດການບັນລະຍາຍເຜີຍແຜ່ຜົນຮ້າຍ ແລະ ໂທດຂອງການລົ້ມບານ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດພິທີເຜີຍແຜ່ຜົນຮ້າຍ ແລະ ໂທດຂອງການລົ້ມບານ ເພື່ອຕ້ານ ແລະ ສະກັດກັ້ນ ທຸກພຶດຕິກຳທີ່ເປັນການທໍາລາຍກຽດສັກສີຊື່ສຽງຂອງ ວົງການບານເຕະລາວ, ຊຶ່ງການເຜີຍແຜ່ນີ້ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ທັນວາ 2025 ທີ່ ພະແນກ ສຶກສາທິການ ແລະ ກິລ າແຂວງ ສະຫວັນນະເຂດ, ເພື່ອກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນບານເຕະຊີງຂັນ ພະນະທ່ານນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2025/26, ຮອບຄັດເລືອກກຸ່ມA, ຊຶ່ງເປັນການແຂ່ງຂັນຮອບຄັດເລືອກຂອງທີມສະໂມສອນ ລາວລີກ 2 ທີ່ຈະຈັດຂຶ້ນທີ່ ແຂວງ ສະຫວັນນະເຂດ ລະຫວ່າງວັນທີ 26-30 ທັນວາ 2025.
ການເຜີຍແຜ່ ແລະ ບັນລະຍາຍໂດຍ ທ່ານ ອາລິດສະມັນ ພົມມະຈັນ, ຜູ້ຮັບຜິດຊອບວຽກງານຕໍ່ຕ້ານການລົ້ມບານ (Integrity Officer) ຂອງ ສຕລ ໄດ້ຍົກໃຫ້ເຫັນເຖິງຜົນຮ້າຍ ແລະ ບົດລົງໂທດຂອງການລົ້ມບານທີ່ຈະສົ່ງຜົນເສຍຕໍ່ອະນາຄົດຂອງນັກກິລາເວົ້າສະເພາະ ແລະ ມີຜົນເສຍເຖິງກຽດ ແລະ ສັກສີຢ່າງຫຼວງຫຼາຍຕໍ່ສັງຄົມ ແລະ ປະເທດຊາດ ກໍຄືວົງການບານເຕະລາວເວົ້າລວມ.
ນອກຈາກນັ້ນ, ຍັງໄດ້ມີການແນະນໍາວິທີການຮັບມືຕອບໂຕ້ ຫຼື ປະຕິເສດເມື່ອຖືກຊັກຊວນໃຫ້ລົ້ມບານ ແລະ ວິທີການລາຍງານທັນທີໃຫ້ແກ່ໜ່ວຍງານຮັບຜິດຊອບຕໍ່ຕ້ານການລົ້ມບານຂອງ ສຕລ ເພື່ອດໍາເນີນການຕ້ານ ແລະ ສະກັດກັ້ນໃຫ້ທັນການ ແລະ ສຕລ ຍາມໃດກໍໃຫ້ການປົກປ້ອງນັກກິລາທີ່ເປັນຜູ້ບໍລິສຸດຢ່າງຍຸຕິທຳ.
ສໍາລັບການເຂົ້າຮ່ວມຮັບຟັງຄັ້ງນີ້ ໄດ້ມີຄະນະຄູຝຶກ ແລະ ນັກກິລາຈາກ 4 ສະໂມສອນຄືສະໂມສອນ ທະຫານ ແຂວງ ສະຫວັນນະເຂດ, ສະໂມສອນບານເຕະ ປກສ ແຂວງ ເຊກອງ, ສະໂມສອນບານເຕະ ປກສ ແຂວງ ບໍ່ແກ້ວ ແລະ ສະໂມສອນບານເຕະ ໂຮງງານອາລູຊີ້ງ ທີພີທີ ເຊິ່ງລວມທັງໝົດຫຼາຍກວ່າ 100 ຄົນທີ່ໄດ້ເຂົ້າຮ່ວມ.