ຂ່າວສານ
News Cover

ໜັງສືເຊີນຍື່ນສະເໜີລາຄາ ເພື່ອເຂົ້າຮ່ວມການຄັດເລືອກເປັນຜູ້ກວດສອບບັນຊີ (independent auditor) ຂອງສະຫະພັນບານເຕະແຫ່ງຊາດລາວ

08/01/2025

ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດເຊີນບໍລິສັດ ທີ່ມີຄວາມສົນໃຈ ແລະ ມີເງື່ອນໄຂທີ່ເໝາະສົມ ເຂົ້າຮ່ວມຍື່ນ ເອກະສານຂໍ້ມູນບໍລິສັດ (Company Profile) ເຊິ່ງຕ້ອງມີຄັດຕິດປະຫວັດໂຄງກາ່ນທີ່ໄດ້ເຮັດຜ່ານມາ (List of Clients) ແລະ ໃບຈົດທະບຽນທຸລະກິດ (Certificate of Business Registration) ເພື່ອເຂົ້າຮ່ວມການຄັດເລືອກເປັນຜູ້ກວດສອບບັນຊີ (independent auditor) ຂອງສະຫະພັນບານເຕະແຫ່ງຊາດລາວ ສໍາລັບປີບັນຊີ 2024-2026.

 ການຍື່ນເອກະສານ ວັນທີ 08 ມັງກອນ ເຖິງ 13 ມັງກອນ 2025 (ວັນລັດຖະການເທົ່ານັ້ນ)

ເວລາ: 08:30 – 12:00 ແລະ 13:30 – 17:00

ສົ່ງເຖິງ ທ່ານ ຈັນທະວົງ ສີລິມະໂນທໍາ, ຮັກສາການ ເລຂາທິການສະຫະພັນບານເຕະແຫ່ງລາວ.

ສະຖານທີ່ ສໍານັກງານໃຫຍ່ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ

ເບີໂທ ໂທ: 021 560 821

ອີເມວ [email protected]

.


News Cover

ກ້າຫານ ເພັດສີວິໄລ ປະກາດອຳລາ ສະໂມສອນ ບານເຕະ ຊ້າງນ້ອຍ ພາຍຫຼັງ ຮັບໃຊ້ 7 ປີ

03/01/2025

ກ້າຫານ ເພັດສີວິໄລ ກອງຫຼັງ ທີມຊາດລາວ ໄດ້ປະກາດອຳລາ ສະໂມສອນ ບານເຕະ ຊ້າງນ້ອຍ ວ່າ: ‘ຂໍຂອບໃຈ ປະທານ ທີມງານ ຄະນະຄູຝຶກ ສະໂມສອນຊ້າງນ້ອຍ ທີ່ໃຫ້ໂອກາດ ແລະ ເຫັນພອນສະຫວັນເດັກນ້ອຍບ້ານ ນອກຄົນນີ້ ໄດ້ມາເຕະລີກສູງສຸດຂອງປະເທດລາວ ຕະຫຼອດ 7 ປີຜ່ານມາ ພ້ອມຂອບໃຈ ລຸ້ນອ້າຍແລະນ້ອງໝົດທຸກຄົນ ທີ່ບອກສອນຕະຫຼອດມາ‘’

 ສຳລັບປະຫວັດ ກ້າຫານ ເພັດສີວິໄລ ( ຊິ ) ເກີດວັນທີ 09 ກັນຍາ 1998 ເກີດທີ່ບ້ານ ນາເລົາ ເມືອງນານ ແຂວງຫລວງພະບາງ, ລວງສູງ: 175 ຊັງຕີແມັດ, ນ້ຳຫນັກ: 69 ກິໂລກຣາມ, ຕຳແຫນ່ງ ກອງຫຼັງ ແລະ ກອງກາງ, ຈົບການສຶກສາ ຄະນະວິທະຍາສາດການກີລາ-ກາຍະກຳ, ເຄິຍຫລິ້ນໃຫ້ທີມຊາດ: U21, U23 ແລະ ຊຸດໃຫຍ່, ເຄີຍຫລິ້ນໃຫ້ກັບ ສະໂມສອນ ບານເຕະ ມຊ ດີວີຊັນ 1 ສາຍ ກໍ ປີ 2017, ສະໂມສອນ ຊ້າງນ້ອຍ ນັບຕັ້ງແຕ່ ປີ 2018 ເປັນຕົ້ນມາ ແລະ ໄດ້ຮັບຂັນແຊ້ມ ເປບຊີ ລາວລີກ 1 ຈໍານວນ 2 ປີ ແລະ ລາຍການແຂ່ງຂັນບານເຕະ ຊີງຂັນ ສຕລ ຈໍານວນ 2 ປີ.

 ສຳລັບຄວາມທ້າທາຍໃຫມ່ ຂອງກ້າຫານ ເພັດສີວິໄລ ແມ່ນຈະກັບໄປພັດທະນາສ້າງນັກກິລາ ຮຸ່ນສຶບທອດຢູ່ແຂວງຫຼວງພະບາງ ໂດຍສະເພາະແມ່ນພັດທະນາບັນດາເຍົາວະຊົນເມືອງນານ ເພື່ອຮັບໃຊ້ແຂວງຫຼວງພະບາງ ແລະ ທີມຊາດລາວ ໃນອະນາຄົດ.


News Cover

ໂຈນີ້ ແຫວນປະເສີດ ນັກກິລາດີເດັ່ນການແຂ່ງຂັນບານເຕະເປບຊີ ລາວລີກ 1 ລະດູການ 2024/2025 ຫລາຍທີ່ສຸດ ຮອບຂາໄປ

02/01/2025

         ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ດຳເນີນການແຂ່ງຂັນມາແລ້ວ 7 ອາທິດ , ສະຫລຸບສະຖິຕິຈຳນວນນັກກິລາທີ່ໄດ້ຮັບລາງວັນນັກກິລາດີເດັ່ນ ຫລາຍທີ່ສຸດແມ່ນ ໂຈນີ້ ແຫວນປະເສີດ ໄດ້ຮັບລາງວັນນັກກິລາດີເດັ່ນ ຈຳນວນ 3 ນັດ, ລົງສະຫນາມທັງຫມົດ 6 ນັດ ຍິງໄດ້ 7 ປະຕູ ແລະ ສົ່ງບານໃຫ້ກັບເພື່ອນຮ່ວມທີມຍິງປະຕູໄດ້ຕື່ມອີກ 3 ປະຕູ.


       ໂຈນີ້ ແຫວນປະເສີດ ເກີດວັນທີ 27 ພະຈິກ 2002 ທີ່ ບ້ານ ປາກວັງ ເມືອງຫີນເຫີບ ແຂວງວຽງຈັນ, ເລີ່ມເຂົ້າມາຝຶກຊ້ອມຢູ່ ສູນ ເອສະຣາ ໃນປີ 2014. ຜົນງານໃນລະດັບທີມຊາດ ເຄີຍຕິດທີມຊາດລາວ ນັບແຕ່ຮຸ່ນເຍົາວະຊົນອາຍຸບໍ່ເກີນ14, 15, 16,19,23ປີ( U14, U15, U16, U19, U23) ຈົນເຖິງທິມຊາດຊຸດໃຫຍ່ປັດຈຸບັນ, ລົງສະຫນາມໃຫ້ກັບ ທີມຊາດລາວ ທັງຫມົດ 17 ນັດ ຍິງໄດ້ 2 ປະຕູ. 

 

            ສ່ວນນັກກິລາທີ່ໄດ້ຮັບລາງວັນນັກກິລາດີເດັ່ນຈຳນວນ 2 ນັດປະກອບມີ 7 ຄົນຄື: ແກ້ວວຽງເພັດ ລິດທິເດດ , ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ບານເຕະ ມາດສເຕີິ, EMMANUEL JUGBE DOE ຈາກ ສະໂມສອນ ບານເຕະ ຫຼວງພະບາງ, ຕີ ສີຫລາດ ຈາກ ສະໂມສອນ ບານເຕະ ກອງທັບ, TAKUMU NISHIHARA, YUTA SUZUKI, SAVELIY ABRAMOV ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ. 


           ຂະນະ ທີ່ຈຳນວນ ລາງວັນນັກກິລາກິລາດີເດັ່ນຈຳນວນ 1 ນັດ ປະກອບມີ 11 ຄົນ ຄື: ພັດທະນາ ພົມມະເທບ, ປີເຕີ້ ພັນທະວົງ, ດາຫມົດ ທອງຄຳສະຫວັດ, ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ບານເຕະ ເອສະຣາ, ເພັດສະຫມອນ ສີຫາເທບ ຈາກ ສະໂມສອນ ບານເຕະ ຈຳປາສັກ, ສຸກສະຫວັນ ຮອບຈັກກະວານ ຈາກ ສະໂມສອນ ບານເຕະ ນໍ້າທາ, ອາລິດ ຄຳປະເສີດ ຈາກ ສະໂມສອນ ບານເຕະ ກອງທັບ, ພິທັກ ກອງມາທິລາດ ຈາກ ສະໂມສອນ ບານເຕະ ກອງທັບ, ຈໍ່າວັນ ປະເສີດ ຈາກ ສະໂມສອນ ບານເຕະ ຫຼວງພະບາງ, MOHAMED ELSHENNAWY ຈາກ ສະໂມສອນ ບານເຕະ ວຽງຈັນແລະ JUN KOCHI ຈາກ ສະໂມສອນ ບານເຕະ ມາດສເຕີ .

News Cover

ສຕລ ມອບເຄື່ອງນຸ່ງຫົ່ມແລະອຸປະກອນ ການສຶກສາໃຫ້ແຂວງຫຼວງພະບາງ

23/12/2024

           ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມອບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການສຶກສາລວມມູນຄ່າຫຼາຍກ່ວາ 150.000.000 ກີບ ໃຫ້ແກ່ແຂວງ ຫຼວງພະບາງ ແລະ ມອບອຸປະກອນການສຶກສາໃຫ້ແກ່ເມືອງວຽງຄໍາ ແຂວງຫຼວງພະບາງ ລວມມູນຄ່າ 50.000.000 ກີບ ( ໃນນັ້ນປະກອບມີ ໝາກບານ, ປື້ມ ແລະ ເສື້ອກັນໜາວ ) ເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນ, ການຝຶກແອບ ແລະ ຈັດການແຂ່ງຂັນ ໃຫ້ກັບບັນດາເມືອງ 11 ເມືອງ, 1 ນະຄອນ ແລະ ໂຮງຮຽນອ້ອມຂ້າງແຂວງ ທີ່ຂື້ນກັບພະແນກສຶກສາທິການ ແລະ ກິລາແຂວງ.ສໍາລັບເສື້ອກັນໜາວແມ່ນນໍາໄປແຈກຢາຍໃຫ້ແກ່ນັກຮຽນຊົນເຜົ່າ ສວນຫຼວງ, ນໍ້າບາກ, ເດັກກໍ່າພ້າ, ໂຮງຮຽນເຕັກນິກ-ວິຊາຊີບ ແບບປະສົມນໍ້າບາກ ແຂວງຫຼວງພະບາງ.

          ພິທີມອບ-ຮັບໄດ້ຈັດຂື້ນເມື່ອຕອນບ່າຍຂອງວັນທີ20ທັນວານີ້ທີ່ພະແນກສຶກສາທິການແລະກິລາແຂວງຫຼວງພະບາງ, ໃຫ້ກຽດມອບໂດຍທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ຮັບໂດຍທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວຫນ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ.​

ແຂວງຫຼວງພະບາງ, ທ່ານ ສອນສັກ ສຸລິເສີມ ຮອງເຈົ້າເມືອງໆວຽງຄຳ, ມີຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ , ທ່າມກາງການເປັນສັກຂີພິຍານຂອງທ່ານຮອງປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ.


News Cover

ສະຫະພັນບານເຕະແຫ່ງຊາດລາວສະແດງຄວາມຍິນດີ ແລະ ຊົມເຊີຍ ສະຫະພັນບານເຕະແຂວງຕໍ່ຜົນສຳເລັດໃນການຈັດການແຂ່ງຂັນ ລາວລີກ 2

20/12/2024

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຂໍສະແດງຄວາມຍິນດີ ແລະ ຊົມເຊີຍມາຍັງສະຫະພັນບານເຕະແຂວງ ໃນຂອບເຂດທົ່ວປະເທດທີ່ມີຜົນສຳເລັດໃນການຈັດການແຂ່ງຂັນ ລາວລີກ 2 ປະຈຳປີ 2024 ແລະ ສະໂມສອນທີ່ຊະນະເລີດລາວລີກ2ຈະໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນ 2 ລາຍການໃຫຍ່ປີ 2025 ຄືເຂົ້າຮ່ວມການແຂ່ງຂັນຊິງຂັນພະນະທ່ານ ນາຍົກລັດຖະມົນຕີ ແຫ່ງສປປລາວ ລະດູການ 2024/25 ແລະ ເຂົ້າຮວ່ມການແຂ່ງຂັນບານເຕະເປບຊີລາວລີກ1 ລະດູການ 2025/26.

ລາຍຊື່ສະໂມສອນທີ່ຊະນະເລີດລາວລີກ 2 ມີດັ່ງນີ້໋:

1. ສະໂມສອນສະໂມສອນເມືອງພວນ (ແຂວງຊຽງຂວາງ)

2. ສະໂມສອນ ປກຊ ແຂວງ (ແຂວງຄໍາມ່ວນ)

3. ສະໂມສອນສະຫວັນ ຢູໄນເຕັດ (ແຂວງສະຫວັນນະເຂດ)

4. ສະໂມສອນ ປິ່ນແກ້ວ 2010 (ແຂວງຈໍາປາສັກ)

5. ສະໂມສອນ ເມືອງເລົ່າງາມວິລະຊົນ (ແຂວງສາລະວັນ)

6. ສະໂມສອນ NP Family (ແຂວງເຊກອງ)


News Cover

ລາຍຊື່ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ມີດຊູບີຊີ ເອເລັກຕິກ 2024 ASEAN MITSUBISHI ELECTRIC CUP™ 2024

08/12/2024

ທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ມີດຊູບີຊີ ເອເລັກຕິກ 2024 ASEAN MITSUBISHI ELECTRIC CUP™ 2024 ລາຍຊື່ຄະນະນໍາ, ຄະນະຄູຝຶກ ມີລາຍຊື່ດັ່ງລຸ່ມນີ້:

1. ທ່ານ ຄໍາໄພ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ຫົວຫນ້າຄະນະ

2. ທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ຮອງຫົວຫນ້າຄະນະ ເປັນຄະນະ

3. ທ່ານ ດຣ ໄຊຊະນະ ທອງຄໍາຈັນ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ເປັນຄະນະ

4. ທ່ານ ຄໍລະເດດ ພອນພະຈັນ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ເປັນຄະນະ

5. ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ເປັນຄະນະ

6. ທ່ານ HYEOKJUN HA ຫົວຫນ້າຄູຝຶກ ສັນຊາດ ສ.ເກົາຫລີ

7. ທ່ານ YONGKYU LEE ຜູ້ຊ່ວຍຄູຝຶກ ສັນຊາດ ສ.ເກົາຫລີ

8.ທ່ານ SANGUOOK LEE ຜູ້ຊ່ວຍຄູຝຶກ ສັນຊາດ ສ.ເກົາຫລີ

9. ທ່ານ BUM SOO KIM ຄູຝຶກຜູ້ຮັກສາປະຕູ ສັນຊາດ ສ.ເກົາຫລີ

10. ທ່ານ ກັນລະຍາ ສີສົມຫວັງ ຜູ້ຊ່ວຍຄູຝຶກ

11. ທ່ານ ຄອນສະໄໝ ຈັນທະວົງໄຊ ຜູ້ຈັດການທີມ

12. ທ່ານ ຈັນທະບູນ ໝື່ນສີ ອຸປະກອນ

13. ທ່ານ ສຸກສົມພອນ ວົງຄຳຜຸຍ ອຸປະກອນ

14. ທ່ານ ກິດຕິໄຊ ອຸດົມຜົນ ແພດກາຍະບໍາບັດ

15. ທ່ານ ຄໍາສີ ຄູນນິວາດ ແພດກາຍະບໍາບັດ

16. ທ່ານ ທິບພະກອນ ພະກາສີ ສື່ມວນຊົນ

17. ທ່ານ Mideum Kim ແປພາສາ ສັນຊາດ ສ.ເກົາຫລີ

ສຳລັບລາຍຊື່ນັກກິລາ 26 ຄົນ ທີ່ໄດ້ຜ່ານການຄັດເລືອກມີດັ່ງລຸ່ມນີ໊

+ ຜູ້ຮັກສາປະຕູ

ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ກິລາບານເຕະ ນໍ້າທາ

ກົບ ໂລກພະທິບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກິລາບານເຕະ ກອງທັບ

+ ກອງຫຼັງ

ພຸດທະວົງ ສັງວິໄລ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ແສງດາວວີ ຫັນທະວົງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ພົນສັກ ສີສະຫວາດ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ກິລາບານເຕະ ນໍ້າທາ

ເພັດດາວັນ ສົມສະນິດ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ

ສົມສະຫວາດ ພົມໂສພາ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ

ສອນວິໄລ ເພັດວຽງສີ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ

+ ກອງກາງ

ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ພຸດທະລັກ ທອງສະນິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ພັດທະນາ ພົມມະເທບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ອານຸສອນ ໄຊປັນຍາ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ສຸພັນ ຄຳໃບອ່ອນ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ພຸດດາວີ ພົມມະສານ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ

ພຸດທະໄຊ ໂຄຈະເລີນ ຈາກ ສະໂມສອນ ກິລາບານເຕະ ທັບຫຼວງ Thapluang United ( ປະເທດໄທ )

ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກິລາບານເຕະ ກອງທັບ

+ ກອງຫນ້າ

ບຸນພະຈັນ ບຸນກອງ ຈາກ ສະໂມສອນ ກິລາບານເຕະ ສວາຍຣຽງ ( PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )

ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ປີເຕີ້ ພັນທະວົງ ຈາກ ສະໂມສອນກິລາບານເຕະ ເອສະຣາ

ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ

ສີສະຫວາດ ດາລາວົງ ຈາກ ສະໂມສອນ ກິລາບານເຕະ ກອງທັບ

ການແຂ່ງຂັນ ບານເຕະ ຊີງແຊ້ມອາຊຽນ ມີດຊູບີຊີ ເອເລັກຕິກ 2024 ASEAN MITSUBISHI ELECTRIC CUP™ 2024 ໂດຍ ທີມຊາດລາວ ຢູ່ຮ່ວມ ກຸ່ມ B ປະກອບມີ : ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ມຽນມາ ແລະ ລາວ.

ຕາຕະລາງການແຂ່ງຂັນທີມຊາດລາວ

- ວັນທີ 09/12/2024 ເວລາ20:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16

- ວັນທີ 12/12/2024 ເວລາ 20:00 ອິນໂດເນເຊຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາ The Manahan Stadium

- ວັນທີ 15/12/2024 ເວລາ 17:30 ລາວ ພົບ ຟີລິບປີນ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16

- ວັນທີ 18/12/2024 ເວລາ 17:00 ມຽນມາ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາ Thuwunna Stadium


News Cover

ປະກາດ ລາຍຊື່ນັກກິລາ ທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ມີດຊູບີຊີ ເອເລັກຕິກ 2024 ASEAN MITSUBISHI ELECTRIC CUP™ 2024

02/12/2024

ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ປະກາດລາຍຊື່ນັກກິລາ 26 ຄົນ ເຂົ້າຮ່ວມ ການແຂ່ງຂັນ ບານເຕະ ຊີງແຊ້ມອາຊຽນ ມີດຊູບີຊີ ເອເລັກຕິກ 2024 ASEAN MITSUBISHI ELECTRIC CUP™ 2024 ໂດຍ ທີມຊາດລາວ ຢູ່ຮ່ວມ ກຸ່ມ B ປະກອບມີ : ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ມຽນມາ ແລະ ລາວ.

ສຳລັບລາຍຊື່ນັກກິລາ 26 ຄົນ ທີ່ໄດ້ຜ່ານການຄັດເລືອກມີດັ່ງລຸ່ມນີ໊

+ ຜູ້ຮັກສາປະຕູ

ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ກິລາບານເຕະ ນໍ້າທາ

ກົບ ໂລກພະທິບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກິລາບານເຕະ ກອງທັບ

+ ກອງຫຼັງ

ພຸດທະວົງ ສັງວິໄລ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ແສງດາວວີ ຫັນທະວົງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ພົນສັກ ສີສະຫວາດ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ກິລາບານເຕະ ນໍ້າທາ

ເພັດດາວັນ ສົມສະນິດ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ

ສົມສະຫວາດ ພົມໂສພາ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ

ສອນວິໄລ ເພັດວຽງສີ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ

+ ກອງກາງ

ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ພຸດທະລັກ ທອງສະນິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ພັດທະນາ ພົມມະເທບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ອານຸສອນ ໄຊປັນຍາ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ສຸພັນ ຄຳໃບອ່ອນ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ພຸດດາວີ ພົມມະສານ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ

ພຸດທະໄຊ ໂຄຈະເລີນ ຈາກ ສະໂມສອນ ກິລາບານເຕະ ທັບຫຼວງ Thapluang United ( ປະເທດໄທ )

ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກິລາບານເຕະ ກອງທັບ

+ ກອງຫນ້າ

ບຸນພະຈັນ ບຸນກອງ ຈາກ ສະໂມສອນ ກິລາບານເຕະ ສວາຍຣຽງ ( PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )

ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ປີເຕີ້ ພັນທະວົງ ຈາກ ສະໂມສອນກິລາບານເຕະ ເອສະຣາ

ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ

ສີສະຫວາດ ດາລາວົງ ຈາກ ສະໂມສອນ ກິລາບານເຕະ ກອງທັບ

 ຕາຕະລາງການແຂ່ງຂັນທີມຊາດລາວ

- ວັນທີ 09/12/2024 ເວລາ20:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16

- ວັນທີ 12/12/2024 ເວລາ 20:00 ອິນໂດເນເຊຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາ The Manahan Stadium

- ວັນທີ 15/12/2024 ເວລາ 17:30 ລາວ ພົບ ຟີລິບປີນ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16

- ວັນທີ 18/12/2024 ເວລາ 17:00 ມຽນມາ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາ Thuwunna Stadium


News Cover

ສຕລ ສຳເລັດການເປັນເຈົ້າພາບຈັດກອງປະຊຸມ ກອງປະຊຸມໃຫຍ່ ສະໄຫມສາມັນ ສະຫະພັນບານເຕະ ອາຊຽນ ທີ່ ນະຄອນຫລວງວຽງຈັນ

29/11/2024

ວັນທີ 29 ພະຈິກ 2024 ທີ່ໂຮງແຮມ ສຸພັດຕາ ນະຄອນຫຼວງວຽງຈັນ ສປປ ລາວ, ສຕລ ຮັບກຽດເປັນເຈົ້າພາບຈັດ ກອງປະຊຸມໃຫຍ່ ສະໄຫມສາມັນ ສະຫະພັນບານເຕະອາຊຽນ AFF ORDINARY CONGRESS VIENTIANE 2024 ໂດຍມີຕົວແທນ 12 ປະເທດສະມາຊິກ, ຕົວແທນຈາກ ສະຫະພັນບານເຕະນາໆຊາດ (FIFA), ຕົວແທນຈາກ ສະຫະພັນບານເຕະອາຊີ (AFC) ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຈານນີ້ ອິນຟານຕິໂນ້ (Gianni Infantino) ປະທານ FIFA ໄດ້ສົ່ງສານສະແດງຄວາມຊົມເຊີຍຜ່ານທາງອອນລາຍ ພ້ອມສືບຕໍ່ຊຸກຍູ້ຢືນກາຍພັດທະນາບານເຕະໃນອາຊຽນໃຫ້ກ້າວຂື້ນ ເປັນຕົ້ນແມ່ນການພັດທະນາບານເຕະເຍົາວະຊົນໂດຍມີໂປແກຣມ FIFA FOOTBALL FOR SCHOOL ຊຶ່ງຈະໄດ້ສ້າງເງື່ອນໄຂໃຫ້ກັບບັນດາເຍົາວະຊົນໃຫ້ເຂົ້າເຖິງການຫລິ້ນກິລາບານເຕະພາຍໃນໂຮງຮຽນ, ພ້ອມທັງສະແດງຄວາມຍິນດີນໍາບັນດາປະເທດອາຊຽນໄດ້ເປັນເຈົ້າພາບຈັດລາຍການແຂ່ງຂັນລາຍການໃຫຍ່ໆຂອງຟີຟານຳອີກດ້ວຍ.

ໃນວາລະກອງປະຊຸມ ໄດ້ມີການສະຫຼຸບລາຍງານກິດຈະກໍາໃນປີຜ່ານມາ ພ້ອມທັງອະນຸມັດແຜນກິດຈະກໍາ ແລະ ແຜນງົບປະມານໃນປີ 2025 ອີກດ້ວຍ.

ອີກໜຶ່ງວາລະທີ່ສໍາຄັນຂອງກອງປະຊຸມຄັ້ງນີ້ ກໍ່ຄືການຕົກລົງເຫັນດີເລືອກ ສະມາຊິກຄະນະບໍລິຫານງານ ສະຫະພັນບານເຕະອາຊຽນ 1 ທ່ານ ໂດຍແມ່ນ ທ່ານ PYE PHYO TAY ZA ຈາກ ປະເທດມຽນມາ ຈະດໍາລົງຕໍາແຫນ່ງຈົນເຖິງ 2026.

News Cover

ຜູ້ຝຶກສອນຄູຝຶກຈາກສຕລເຂົ້າຮ່ວມຝຶກອົບຮົມການພັດທະນາຄູຝຶກ AFCລະດັບ B ແລະ A ປະຈໍາປີ 2024

26/11/2024

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ສົ່ງຜູ້ຝຶກສອນ ຄູຝຶກຂອງສຕລເຂົ້າຮ່ວມຝຶກອົບຮົມ ຫລັກສູດອົບຮົມການພັດທະນາຄູຝຶກ ເອເອັຟຊີ(AFC) ລະດັບ B ແລະ A ປະຈໍາປີ 2024 AFC COACH EDUCATION TUTORS COURSES 2024- EAST ຢູ່ແຂວງຊຽງໃຫມ່ ປະເທດໄທ,ເຊິ່ງຈະຈັດຂື້ນລະຫວ່າງວັນທີ 25-29 ພະຈິກ 2024.

ຜູ້ຝຶກສອນຄູຝຶກຂອງສຕລທີ່ເຂົ້າຮວ່ມຝຶກອົບຮົມຄັ້ງນີ້ລວມມີ2ທ່ານຄື ທ່ານHerman Zalaini ຫົວໜ້າພັດທະນາຄູຝຶກ ສຕລແລະທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກປະເທດລາວ.

 ສຳລັບຈຸດປະສົງການຝຶກອົບຮົມດັ່ງກ່າວແມ່ນເພື່ອຍົກລະດັບຄຸນນະພາບຂອງ ວິທະຍາກອນ ໃນແຕ່ລະປະເທດ ເພື່ອເພີ່ມທັກສະໃນການເປັນວິທະຍາກອນໃນທຸກໆດ້ານ ລວມໄປເຖິງການວິເຄາະແລກປ່ຽນ ແລະ ການປະເມີນຄວາມສາມາດຂອງຜູ້ຝຶກສອນ, ການແລກປ່ຽນຂໍ້ມູນຈາກແຕ່ລະປະເທດ, ການພັດທະນາວິທະຍາກອນຮ່ວມກັນໃນໄລຍະຍາວ.ການຝຶກອົບຮົມດັ່ງກ່າວມີຜູ້ເຂົ້າຮ່ວມທັງຫມົດ 25 ຄົນທີ່ມາຈາກ12 ປະເທດ.


News Cover

ສຕລເປີດຊຸດຝຶກອົບຮົມຄູຝຶກຜູ້ຮັກສາປະຕູກິລາບານເຕະລະດັບ B ຄັ້ງທໍາອິດ

14/11/2024

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຄູຝຶກຜູ້ຮັກສາປະຕູກິລາບານເຕະ ລະດັບບີ(B)ຂື້ນ ໃນຕອນເຊົ້າວັນທີ 13 ພະຈິກ 2024 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການສະຫະພັນບານເຕະແຫ່ງຊາດລາວ.

ໃນພິທີທ່ານຈັນທະວົງສິລິມະໂນທຳໄດ້ຍົກໃຫ້ເຫັນຄວາມໝາຍແລະຄວາມສຳຄັນຂອງການຝຶກອົບຮົມໃນຄັ້ງນີ້ແລະຮຽກຮ້ອງໃຫ້ຜູ້ເຂົ້າຮວ່ມເອົາໃຈໃສ່ໃນການຮໍ່າຮຽນຍົກລະດັບຄວາມຮູ້ທັງພາກທິດສະດີແລະພາກປະຕິບັດຕົວຈິງເພື່ອພັດທະນາຕົນເອງໃຫ້ກາຍເປັນຄູຝຶກຜູ້ຮັກສາ ປະຕູກິລາບານເຕະທີດີແລະກ້າວຂື້ນໃນລະດັບສູງຂື້ນໄປອີກ.ທ່ານຈັນທະວົງ ສິລິມະໂນທຳກ່າວວ່າ:ການຝຶກອົບຮົມຄູຝຶກຜູ້ຮັກສາປະຕູຄັ້ງນີ້ ຖືວ່າເປັນຄັ້ງທໍາອິດ ທີ່ ສຕລ ຈັດໃນລະດັບ B ຫຼື Level 2 ເຊິ່ງຈະຊ່ວຍຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຄູຝຶກປະຕູທີ່ເຂົ້າຮ່ວມໃຫ້ສູງຂື້ນ. ໃນຕໍ່ໜ້າ ສຕລ ມີແຜນທີ່ຈະຈັດຝຶກອົບຮົມ ໃນລະດັບ A ຫຼື Level 3 ເຊິ່ງເປັນລະດັບສູງສຸດ ແລະ ມີຄວາມຈໍາເປັນສໍາລັບຕໍາແໜ່ງດັ່ງກ່າວໃນການແຂ່ງຂັນທີມຊາດຊຸດໃຫຍ່ຂອງ AFC”

ການຝຶກອົບຮົມແມ່ນຈະດຳເນີນໄປເປັນ 2 ໄລຍະຄື: 

- ໄລຍະທີ 1 ແຕ່ວັນທີ 13-16 ພະຈິກ 2024.

- ໄລຍະທີ 2 ແຕ່ວັນທີ 3-7 ກຸມພາ 2025.

ແບ່ງເປັນ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ.

ເຂົ້າຮວ່ມກອງປະຊຸມນີ້ຍັງມີ,ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ Yong Wai Hwang ຄູຝຶກສອນຫຼັກຈາກປະເທດມາເລເຊຍ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະສຳມະກອນຈໍານວນ 17 ທ່ານ,ມາຈາກປະເທດໄທ 3ທ່ານ ແລະ ໂຮນແລນ 1 ທ່ານ.

News Cover

ຄູຝຶກທີມຊາດລາວເຜີຍແຜ່ສະກັດກັ້ນການລົ້ມບານ

13/11/2024

             ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ຈັດກອງປະຊຸມພາຍໃຕ້ຫົວຂໍ້:ສະກັດກັ້ນການລົ້ມບານ ໃຫ້ກັບຄະນະຄູຝຶກ ແລະ ນັກກິລາ,ເພື່ອເຜີຍແຜ່ແລະນຳສະເຫນີຜົນຮ້າຍຂອງການລ໋ອກສະກໍການແຂ່ງຂັນ,ກໍຄືສະກັດກັ້ນການລົ້ມບານບໍ່ໃຫ້ເກີດມີຂື້ນໃນທິມຊາດລາວ ພ້ອມທັງປຸກລະດົມໃຫ້ນັກກິລາມີຄວາມຮັກຊາດ, ເປັນຫູເປັນຕາຊ່ວຍກັນ ແລະ ປະກອບສ່ວນສະກັດກັ້ນບໍ່ໃຫ້ມີກໍລະນີນີ້ເກີດຂຶ້ນກັບທິມຊາດລາວ ຊຸດໃຫຍ່, ພ້ອມກະຕຸ້ນນັກກິລາທິມຊາດລາວຊຸດນີ້ວ່າ: ການໄດ້ຕິດທີມຊາດລາວເປັນກຽດສັກສີຂອງນັກກິລາ ໃນຖານະເປັນຕົວແທນຂອງຄົນລາວທົ່ວທັງປະເທດທີ່ຢາກເຫັນໄຊຊະນະຂອງ ທີມຊາດລາວ.

ການແຂ່ງຂັນບານເຕະນັດມິດຕະພາບ FIFA TIER 1 INTERNATIONAL FRIENDLY MATCH

📅 ວັນພະຫັດ 14/11/2024

⏰ ເວລາ 19:30

ທີມຊາດລາວ ພົບ ທີມຊາດມາເລເຊຍ

🏟️ ສະຫນາມກິລາ PAT STADIUM ປະເທດໄທ

📺 ຖ່າຍທອດສົດເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ

 ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:

 www.laoff.org.la

FB: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

TikTok: Lff_official

IG: Lff_official

Youtube: LAOFF TV ສະຫະພັນບານເຕະແຫ່ງຊາດລາວ

#LAOFOOTBALLFEDERATION

#LAONATIONALTEAM

#INTERNATIONALFRIENDLYMATCH


News Cover

ທີມຊາດລາວ ຊຸດໃຫຍ່ ເດີນທາງໄປຝຶກຊ້ອມພ້ອມອຸ່ນເຄື່ອງ 2 ນັດທີ່ປະເທດໄທ

11/11/2024

ວັນທີ 11 ພະຈິກ 2024 ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ພ້ອມດ້ວຍຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ອອກເດີນທາງໄປປະເທດໄທ ເພື່ອຝຶກຊ້ອມ ແລະ ອຸ່ນເຄື່ອງ 2 ນັດໃນລະຫວ່າງ ວັນທີ 11-18 ພະຈິກ 2024 ຕາມປະຕິທິນFiFA .

ສຳລັບນັກກິລາ 29 ຄົນທີ່ໄດຜ່ານການຄັດເລືອກ ມີລາຍຊື່ດັ່ງລຸ່ມນີ້:

+ ຜູ້ຮັກສາປະຕູ

ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ກິລາບານເຕະ ນໍ້າທາ

ກົບ ໂລກພະທິບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ອານຸລັກ ວິລະຜົນ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກິລາບານເຕະ ກອງທັບ

+ ກອງຫຼັງ

ພຸດທະວົງ ສັງວິໄລ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ຊີດີ ພົມສະຫວັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ສະເລີມໄຊ ພົມມະວົງ ຈາກ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ຈິດຕະກອນ ວັນນະຈອນ ຈາກ ສະໂມສອນ ກິລາບານເຕະ ຫລວງພະບາງ

ແສງດາວວີ ຫັນທະວົງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ພົນສັກ ສີສະຫວາດ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ກິລາບານເຕະ ນໍ້າທາ

ເພັດຕາວັນ ສົມສະນິດ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ 

ສົມສະຫວາດ ພົມໂສພາ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ


+ ກອງກາງ

ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ພຸດທະລັກ ທອງສະນິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ອານຸສອນ ໄຊປັນຍາ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ພິທັກ ກອງມາທິລາດ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ພູຫຼວງ ວິນນະວົງ ຈາກ ສະໂມສອນ ກິລາບານເຕະ ຈໍາປາສັກ

ອານຸລັກ ໄຊຍະລາດ ຈາກ ສະໂມສອນ ກິລາບານເຕະ ນໍ້າທາ

ພຸດທະໄຊ ໂຄຈະເລີນ ຈາກ ສະໂມສອນ ກິລາບານເຕະ ທັບຫຼວງ Thapluang United ( ປະເທດໄທ )

ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກິລາບານເຕະ ກອງທັບ

+ ກອງຫນ້າ

ບຸນພະຈັນ ບຸນກອງ ຈາກ ສະໂມສອນ ກິລາບານເຕະ ສວາຍຣຽງ ( PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )

ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ປີເຕີ້ ພັນທະວົງ ຈາກ ສະໂມສອນກິລາບານເຕະ ເອສະຣາ

ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ 

ສີສະຫວາດ ດາລາວົງ ຈາກ ສະໂມສອນ ກິລາບານເຕະ ກອງທັບ

 ຕາຕະລາງການແຂ່ງຂັນນັດມິດຕະພາບ 2 ນັດ ທີມຊາດລາວ ມີດັ່ງນີ້:

- ວັນທີ 14 ພະຈິກ 2024 ເວລາ 19:30 ທີມຊາດລາວ ພົບ ທີມຊາດມາເລເຊຍ ແຂ່ງຂັນຢູ່ທີ່ສະຫນາມ PAT STADIUM ປະເທດໄທ.

- ວັນທີ 17 ພະຈິກ 2024 ເວລາ 19:30 ທີມຊາດລາວ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະຫນາມທຳມະສາດລັງສິດ ປະເທດໄທ ( ຖ່າຍທອດສົດ ທາງຊ່ອງໄທລັດ ປະເທດໄທ ).