ສຕລ ຈັດກິດຈະກໍາຝຶກສອນຄວາມຮູ້ພື້ນຖານການເຕະບານໃຫ້ເຍົາວະຊົນແຂວງຜົ້ງສາລີ

15/05/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບສະຫະພັນບານເຕະແຂວງຜົ້ງສາລີໄດ້ຈັດກິດຈະກໍາການຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງຜົ້ງສາລີ ພາຍໃຕ້ໂຄງການ‘’ The AFC Grassroots Football Day” ຂື້ນໃນວັນທີ 15 ພຶດສະພາ 2024ທີ່່ສະໜາມບານເຕະເມືອງຜົ້ງສາລີ,ເຊິ່ງກິດຈະກຳດັ່ງກ່າວຈັດຂື້ນໃນໂອກາດ ຄົບຮອບ 11 ປີ ທີ່ ສະຫະພັນບານເຕະອາຊີ(AFC) ໄດ້ສະເຫລີມສະຫລອງງານດັ່ງກ່າວພ້ອມກັນກັບທຸກປະເທດທີ່ເປັນສະມາຊິກ.ເຂົ້າຮ່ວມໃນພິີີທີດັ່ງກ່າວມີ ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານ ສຕລ, ທ່ານ ສຸລິທອນ ສຸລິໃຈ ຮອງປະທານ ສະຫະພັນບານເຕະແຂວງຜົ້ງສາລີ, ທ່ານ ສີສະເຫວີຍ ໄຊຊະນະສີ ຜູ້ຮັບຜິດຊອບວຽກງານບານເຕະຂັ້ນພື້ນຖານ ສຕລ ພ້ອມດ້ວຍຄະນະຄູຝຶກ, ຄູຝຶກຈາກແຂວງຜົ້ງສາລີ, ຄູອາຈານ ແລະ ເຍົາວະຊົນ 200 ຄົນ ຊາຍ 100 ຄົນ ແລະ ຍິງ 100 ຄົນ ທີ່ມາຈາກ 4 ໂຮງຮຽນພາຍໃນເມືອງຜົ້ງສາລີຄືໂຮງຮຽນ ໂພນແກ້ວ, ໂຮງຮຽນ ຈອມເລືອງ,ໂຮງຮຽນ ຮົ່ມສະຫວ່າງ ແລະ ໂຮງຮຽນ ແສນສາລີ.

 ໃນພິທີ,ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງໄດ້ໃຫ້ທັດສະນະກ່ຽວກັບການຝຶກສອນຄັ້ງນີ້ວ່າ:‘’ ມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ຕາງຫນ້າ ສຕລ ມາຮ່ວມຈັດກິດຈະກຳກິລາບານເຕະເຍົາວະຊົນຮ່ວມກັບ ສະຫະພັນບານເຕະແຂວງຜົ້ງສາລີ, ຈຸດປະສົງໃນການຈັດກິດຈະກໍາຄັ້ງນີ້ແມ່ນປະຕິບັດຕາມແຜນຂອງ ສຕລ ປະຈຳປີ 2024 ເພື່ອເປັນການຝຶກສອນດ້ານເຕັກນິກ, ທັກສະຂັ້ນພື້ນຖານ ໃຫ້ແກ່ເຍົາວະຊົນໃຫ້ເປັນນັກກິລາດີເດັ່ນຂອງແຂວງ ແລະ ຂອງຊາດໃນຕໍ່ຫນ້າ, ທັງເປັນການປູກຈິດສຳນຶກໃຫ້ເຍົາວະຊົນມີຄວາມຮັກມັກຫລິ້ນກິລາບານເຕະໃຫ້ເພີ້ມຂຶ້ນໃນອະນາຄົດ, ການຫລິ້ນກິລາກໍເພື່ອໃຫ້ມີສຸຂະພາບແຂງແຮງ ມີຄວາມສາມັກຄີ,ຮູ້ຫ່າງໄກຈາກຢາເສບຕິດອີກດ້ວຍ ‘’.ໃນໄລຍະຜ່ານມາ ສຕລໄດ້ເປີດ ສູນຝຶກຈຳປີ - ຈໍາປາ ມາແລ້ວຄື ຢູ່ນະຄອນຫຼວງວຽງຈັນ2ແຫ່ງ, ແຂວງຫຼວງພະບາງ, ແຂວງຈໍາປາສັກ ແລະ ແຂວງຫຼວງນໍ້າທາບ່ອນລະ1ແຫ່ງ,ແນໃສ່ຝຶກແອບກິລາບານເຕະເຍົາວະຊົນໃຫ້ມີຂະບວນຟົດຟື້ນ ແລະ ຕໍ່ເນື່ອງໃນແຕ່ລະຮຸ່ນອາຍຸ ເພື່ອໃຫ້ນັກກິລາມີພື້ນຖານດ້ານເຕັກນິກ,ມີທັກສະທີ່ດີ ແລະ ຄ່ອງແຄ້ວໃນການຫຼີ້ນບານ.

 ໂອກາດດັ່ງກ່າວ ທ່ານ ທ່ານ ສຸລິທອນ ສຸລິໃຈກໍໄດ້ສະແດງຄວາມຊົມເຊີຍແລະຂອບໃຈມາຍັງ ສຕລ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງກິລາບານເຕະຂອງແຂວງຜົ້ງສາລີແລະໄດ້ຈັດການຝຶກສອນ ຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງຜົ້ງສາລີໃນຄັ້ງນີ້.