ໂຄ້ງສຸດທ້າຍຂອງການຄັດເລືອກນັກກິລາ ເພື່ອຕິດທີມຊາດລາວ U17 ເພື່ອກຽມລຸຍການແຂ່ງຂັນ ບານເຕະຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ປະຈຳປີ 2026 ຮອບຄັດເລືອກ

21/10/2025

   ກ້າວເຂົ້າສູ່ໂຄ້ງສຸດທ້າຍ ສໍາລັບການຄັດເລືອກນັກເຕະບານທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ຫຼື U-17 ຫຼ້າສຸດ ທ່ານ ຈອງ ຊອງ ຊົນ (Jong Song-chon) ຫົວໜ້າຄູຝຶກທີມຊາດລາວ U-17 ໄດ້ລາຍງານໃຫ້ຮູ້ວ່າ:ມາຮອດປັດຈຸບັນໄດ້ຄັດເລືອກເອົານັກກິລາທິມຊາດ 28 ຄົນສຸດທ້າຍ ເພື່ອເຂົ້າເກັບໂຕຝຶກຊ້ອມຢູ່ສູນຝຶກບານເຕະ ຈຳປີ-ຈຳປາ (ຫຼັກ 16) ລະຫວ່າງວັນທີ 6-21 ຕຸລາ 2025 ເປັນໄລຍະທີ 2.

          ສໍາລັບ ນັກເຕະ 28 ຄົນທີ່ເຂົ້າຮ່ວມຄັດເລືອກ ທີມຊາດລາວ U-17 ຮອບທີ 2 ມີດັ່ງນີ້:

+ ຜູ້ຮັກສາປະຕູ: 

1. ຈັກກະລິນ ໄຊຍະສອນ ຈາກ ສະໂມສອນບານເຕະ ເອສະຣາ 

2. ໄຊຍະເພັດ ພຸດທະສີ ຈາກ ສະໂມສອນ ເອສະຣາ  

3. ຈັນທະວີ ສອນສຸພັນ ຈາກ ສະໂມສອນ ມັດສະດ້າ ຈີບີ 

4. ສານຄໍາ ທະວີທົງ ຈາກ ສະໂມສອນ ທີບີ ບໍ່ແກ້ວ 

+ ກອງຫຼັງ: 

5. ວິໄສທັດ ນັນທະວົງ ຈາກ ສະໂມສອນ ເອສະຣາ 

6. ກິ ມູນກັນຍາ ຈາກ ສະໂມສອນ ມັດສະດ້າ ຈີບີ 

7. ພິສິດ ອໍ້ ຈາກ ຈາກ Deakin College ທີ່ປະເທດອົດສະຕຣາລີ

8. ປະລິນເດດ ເພັດຕະກຸນ ຈາກ ສະໂມສອນ ບີໄອເອັສ ມາສເຕີ້

9. ພົງສະຫວັນ ບັນດາກອນ ຈາກ ສະໂມສອນ ທີບີ ບໍ່ແກ້ວ 

10. ບຸນທະສັກ ຈັນດາລາ ຈາກ ສະໂມສອນ ຊ້າງນ້ອຍ 

11. ເວດສະຫວັນ ວິໄລພັນ ຈາກ ສູນຝຶກ ຈໍາປີ-ຈໍາປີ 

12. ທັນຍະວຸດ ໄຊຈະເລີນ ຈາກ ສະໂມສອນ ເອສະຣາ 

13. ອະນຸລັກ ສິງສະຫວ່າງ ຈາກ ສະໂມສອນ ທີບີ ບໍ່ແກ້ວ

14. ⁠ໄຊພອນ ພົມມະໃຈ ຈາກ ສະໂມສອນ ທີບີ ບໍ່ແກ້ວ

15. ⁠ແກ້ວໄກສອນ ໄຊຍະສານ ຈາກ ສະໂມສອນ ເອສະຣາ

+ ກອງກາງ: 

16.ໄຊໂຍ ເພັດຊະລາດ ຈາກ ສະໂມສອນ ຊ້າງນ້ອຍ 

17.ບຸນປະເສີດ ແສງສະຫວ່າງ ຈາກ ສະໂມສອນ ເອສະຣາ

18. ອານຸສິດ ປະດິດ ຈາກ ສະໂມສອນ ມັດສະດ້າ ຈີບີ 

19. ສະຫວັນໄຊ ມູນລາດສະວົງ ຈາກ ສະໂມສອນ ທີບີ ບໍ່ແກ້ວ 

20. ຍານະວຸດ ມຸ່ຍພະຈັນ ຈາກ ສູນຝຶກ ຈໍາປີ-ຈໍາປາ 

+ ກອງໜ້າ: 

21. ໄຊຍະສິດ ເຄືອບພະພອນ ຈາກ ສະໂມສອນ ເອສະຣາ  

22. ອາຕິຍະ ອິນທະວົງ ຈາກສະໂມສອນ ເອສະຣາ  

23. ສິດທິລາດ ຈັນທະມາລີ ຈາກສະໂມສອນ ມັດສະດ້າ ຈີບີ 

24. ໂອດິນ ສີພານິດ ຈາກ ສະໂມສອນ ທີບີ ບໍ່ແກ້ວ

25. ສົມຄິດ ແກ້ວມະນິວົງ ສະໂມສອນ ບີໄອເອັສ ມາສເຕີ

26. ພຸດພະໄຕ ຈັນທະລັງສີ ຈາກ ສະໂມສອນ ຊ້າງນ້ອຍ 

27. ສີສົມບັດ ວິໄລສອນ ຈາກສູນຝຶກ ຈໍາປີ-ຈໍາປາ 

28. ພົມມະສອນ ນິລະວົງ ຈາກສະໂມສອນ ມາດສເຕີ້

        ສ່ວນໄລຍະການຝຶກຊ້ອມມີດັ່ງນີ້:

1. ໄລຍະທີ 1: ເອີ້ນນັກກິລາເປົ້າໝາຍເຂົ້າມາຝຶກຊ້ອມ ຈຳນວນ 43 ຄົນ ລະຫວ່າງວັນທີ 17 – 26 ກັນຍາ 2025

2. ໄລຍະທີ 2: ຄັດນັກກິລາຈາກໄລຍະທີ່ 1 ໃຫ້ເຫລືອ 35 ຄົນ ເພື່ອຝຶກຊ້ອມ ລະຫວ່າງວັນທີ 6 – 21 ຕຸລາ 2025

3. ໄລຍະທີ 3: ກະກຽມໄປອຸ່ນເຄື່ອງຢູ່ຕ່າງປະເທດ ກ່ອນຕັດໂຕນັກກິລາໃຫ້ເຫລືອ 23 ຄົນ ລະຫວ່າງວັນທີ 29 ຕຸລາ - 7 ພະຈິກ 2025.

        ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ 2026 ຮອບຄັດເລືອກ (AFC U-17 Asian Cup qualification 2026 Qualifiers), ສໍາລັບ ທີມຊາດລາວ U-17 ຖືກຈັບສະຫລາກຢູ່ກຸ່ມ B ຮ່ວມກັບ ເຢເມນ, ກຽກກິດສະຖານ, ກໍາປູເຈຍ, ກວມ ແລະ ປາກິດສະຖານ ໂດຍຮອບຄັດເລືອກຈະຄັດເອົາພຽງອັນດັບທີ 1 ຂອງກຸ່ມ ເຊິ່ງມີທັງໝົດ 7 ກຸ່ມ ( A-G ) ເທົ່ານັ້ນ ເພື່ອເຂົ້າຮອບສຸດທ້າຍ ທີ່ມີ 9 ທີມທີ່ໄດ້ສິດເຂົ້າຮອບສຸດທ້າຍໄປກ່ອນໜ້ານີ້ ເຊິ່ງປະກອບມີ: ຊາອຸດິດ ອາຣັບເບຍ (ເຈົ້າພາບ), ຮອງແຊ້ມເກົ່າ, ກາຕ້າ ເຈົ້າພາບບານໂລກ U-17, ອຸດສະເບກິດສະຖານ ແຊັມເກົ່າ, ສ ເກົາຫຼີ ກັບ ສປປ ເກົາຫຼີ (ເຂົ້າຮອບ 4 ທີມຄັ້ງທີ່ຜ່ານມາ, ສ່ວນອີກ 4 ທີມປະກອບມີ ຍີ່ປຸ່ນ, ທາຈິດກິດສະຖານ, ສະຫະລັດອາຣັບ ເອມິເຣດ ແລະ ອິນໂດເນເຊຍ ແມ່ນເຂົ້າຮອບ 8 ທີມສຸດທ້າຍໃນຄັ້ງທີ່ຜ່ານມາ).

ສ່ວນຕາຕະລາງການແຂ່ງຂັນຂອງທີມຊາດລາວ U-17 ທີ່ ເມືອງ ບິສເຄກ,ກຽກກິດສະຖານມີລາຍລະອຽດດັ່ງຕໍ່ໄປນີ້:

- ວັນທີ 22/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກວມ

- ວັນທີ 24/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກໍາປູເຈຍ

- ວັນທີ 26/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດປາກິດສະຖານ ພົບ ທີມຊາດລາວ

- ວັນທີ 28/11/2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກຽກກິດສະຖານ

- ວັນທີ 30/11/2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດເຢເມນ ພົບ ທີມຊາດລາວ