ບຸກຄະລາກອນ ສຕລໄດ້ຮັບການຍົກລະດັບດ້ານວຽກງານການແພດ

02/05/2024

               ລະຫວ່າງວັນທີ 22-27 ເມສາ 2024 ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສົ່ງບຸກຄະລາກອນໜຶ່ງທ່ານຄືທ່ານ ນາງຕິກຕ້າ ດວງພະຈັນ ເຂົ້າຮ່ວມຝຶກອົບຮົມວຽກງານການແພດດ້ານກິລາ(AFC PRESIDENT’S TRAVELLING FELLOWS FOR FOOTBALL MEDICINE PROGRAMME 2024) ຢູ່ນະຄອນຫຼວງບາງກອກ ປະເທດໄທ ໂດຍມີ ບຸກຄະລາກອນຈາກປະເທດຈໍແດນ,ອິນໂດເນເຊຍ, ສປປລາວ ແລະ ເຂດປົກຄອງພິເສດມາເກົາສປຈີນເຂົ້າຮວ່ມ.

             ທ່ານ ນາງ ຕິກຕ້າ ດວງພະຈັນໄດ້ກ່າວວ່າ: ‘’ ໃນຖານະນັກກາຍຍະພາບຂອງທີມຊາດບານເຕະລາວສະແດງຄວາມດີໃຈທີ່ການຈັດຕັ້ງສຕລໄດ້ເປີດໂອກາດໃຫ້ຕົນເອງເຂົ້າຮວ່ມຝຶກອົບຮົມໃນໂຄງການຂອງສະຫະພັນບານເຕະອາຊີ ໃນຄັ້ງນີ້,ເຊິ່ງຈະເປັນໂອກາດທີ່ດີໄດ້ຮຽນຮູ້ເພີ່ມເຕີມເພື່ອພັດທະນາທັກສະໃນດ້ານກາຍຍະພາບບຳບັດ,ການຝຶກ ແລະ ພັດທະນາຮ່າງກາຍ,ທັງຈະເປັນການພັດທະນາຕົນເອງໃນການປະຕິບັດຫນ້າທີ່ດ້ານວິຊາສະເພາະຊວ່ຍນັກກິລາທີ່ຖືກບາດເຈັບໃນເວລາແຂ່ງຂັນໃຫ້ທັນການມີຄຸນນະ ພາບສູງຂື້ນ.

ທ່ານ ນ. ຕິກຕ້າ ດວງພະຈັນກ່າວຕື່ມວ່າ: ການເຂົ້າຮ່ວມໂຄງການນີ້,ນອກຈາກເຮັດໃຫ້ຕົນເອງໄດ້ຮຽນຮູ້ປະສົບການດ້ານການປິ່ນປົວກາຍຍະພາບບຳບັດເຂົ້າຊ່ວຍນັກກິລາທີ່ບາດເຈັບແລ້ວ,ກໍຍັງໄດ້ຮຽນຮູ້ແລະແລກປ່ຽນບົດຮຽນດ້ານເທັກໂນໂລຊີດ້ານ ອື່ນໆຕື່ມອີກຈາກຜູ້ເຂົ້າຮວ່ມການຝຶກອົບຮົມ.

            ສຳລັບ ປະຫວັດຂອງ ທ່ານ ນ. ຕິກຕ້າ ດວງພະຈັນ ເຂົ້າສູ່ວົງການບານເຕະເປັນແພດ ການແຂ່ງຂັນບານເຕະ ລາວພຣີເມຍລີກ 2016, ໄດ້ເຂົ້າຮ່ວມເຄື່ອນໄຫວທີມຊາດລາວ ໃນຫລາຍໆລາຍການ ແລະ ເຂົ້າເຮັດວຽກຢູ່ຫນ່ວຍງານແພດຂອງ ສະຫະພັນບານເຕະອາຊີ 2019.