ຮັບສະຫມັກ ຜູ້ຝຶກອົບຮົມຜູ້ຄວບຄຸມການແຂ່ງຂັນ ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນປະຈຳປີ 2025 ( MC&GC WORKSHOP 2025 )
ສະຫະພັນບານເຕະແຫ່ງຊາດລາວ ຂໍຖືແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມສົນໃຈກ່ຽວກັບໜ້າວຽກການຈັດການແຂ່ງຂັນກິລາບານເຕະ ຊາບກ່ຽວກັບການຈັດຝຶກອົມຮົມຜູ້ຄວບຄຸມການແຂ່ງຂັນ ແລະ ຜູ້ປະສານງານການແຂ່ງຂັນ ຊຸດໃໝ່ MC&GC WORKSHOP 2025ລະຫວ່າງ ວັນທີ 2-4 ກໍລະກົດ 2025, ໂດຍມີຈຸດປະສົງເພື່ອສ້າງ ຜູ້ຄວບຄຸມການແຂ່ງຂັນ ແລະ ຜູ້ປະສານງານການແຂ່ງຂັນຂອງ ສະຫະພັນບານເຕະແຫ່ງຊາດລາວ ຊຸດໃໝ່ເພື່ອຕອບສະໜອງໃຫ້ກັບວຽກງານການຈັດການແຂ່ງຂັນຂອງ ສຕລ ເຊິ່ງລາຍລະອຽດມີດັ່ງລຸ່ມນີ້:
+ ກໍານົດການ
- ວັນທີ 2-4 ກໍລະກົດ 2025
+ ສະຖານທີ່
- ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ, ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
+ ເງື່ອນໄຂຜູ້ເຂົ້າຮ່ວມ
• ຜູ້ເຂົ້າຮ່ວມຕ້ອງມີອາຍຸ 19 ປີຂື້ນໄປ ທີ່ມີຄວາມສົນໃຈໃນວຽກງານບານເຕະທົ່ວໄປ.
• ຜູ້ທີ່ບໍ່ເຄີຍຜ່ານການຝຶກອົບຮົມຂອງສະຫະພັນບານເຕະແຫ່ງຊາດລາວ ກໍສາມາດເຂົ້າຮ່ວມໄດ້.
• ສາມາດສື່ສານ ຫຼື ຂຽນ ພາສາອັງກິດຂັ້ນພຶ້ນຖານໄດ້.
• ສາມາດໃຊ້ຄອມພິວເຕີ MICROSOFT WORD, MICROSOFT EXCEL, MICROSOFT POWER POINT.
• ຈັດກັດຜູ້ເຂົ້າຮ່ວມ 15 ທ່ານ
+ ນະໂຍບາຍຕໍ່ຜູ້ເຂົ້າຮ່ວມຝຶກອົບຮົມ
• ເຂົ້າຮ່ວມຝຶກອົບຮົມ ໂດຍບໍ່ເສຍຄ່າ.
• ອຸປະກອນເຄື່ອງຂຽນ.
• ອາຫານວ່າງ ແລະ ນໍ້າດື່ມທີ່ໃຊ້ໃນການຝຶກອົບຮົມ.
• ອາຫານທ່ຽງສຳຫຼັບຜູ້ເຂົ້າຮ່ວມຝຶກອົບຮົມ.
• ເສື້ອໂປໂລ້ ຈາກ ສຕລ.
+ ຂັ້ນຕອນການສະໝັກເຂົ້າຮ່ວມຝຶກອົບຮົມ
ຜູ້ທີ່ສົນໃຈ ສາມາດສົ່ງຟອມສະໝັກ ພ້ອມຮູບພາບຕິດບັດ ໂດຍ ສຕລ ຈະມີແບບຟອມສົ່ງໃຫ້ປະກອບຂໍ້ມູນ ຫຼັງຈາກປະກອບຂໍມູນສຳເລັດແລ້ວ ໃຫ້ສົ່ງແບບຟອມກັບຄະນະຮັບຜິດຊອບ ຫຼື ຕິດຕໍ່ຜ່ານທາງ ເບີໂທ ຫຼື ວ໋ອດແອບ ທີ່ເບີຜູ້ຮັບຜິດຊອບທາງດ້ານລຸ່ມ ນັບຕັ້ງແຕ່ມື້ນີ້ ຈົນເຖິງ ວັນທີ 30 ມິຖຸນາ 2025.
ສອບຖາມຂໍ້ມູນເພີ່ມເຕີມ: ທ. ສູກພະໄຊ ສູລະສິນ (ໜຶ່ງ) (ເບີໂທ,W.A) +856 20 56425845, ນ. ທິດາພອນ ອູໄທຍະວົງ (ນ້ອງ) (ເບີໂທ,W.A) +856 20 76662200