ສຕລ ເປີດຮັບສະໝັກເພື່ອນຮ່ວມງານ ຕໍາແຫນ່ງ: ຜູ້ຊ່ວຍຜູ້ປະສານງານໂຄງການເຟັ້ນຫານັກກິລາພອນສະຫວັນ (FIFA Talent Development Scheme Admin)

26/08/2025

ຖ້າທ່ານເປັນຄົນທີ່ມັກຮັກກິລາບານເຕະ ແລະ ຢາກມີສ່ວນຮ່ວມໃນການເຮັດວຽກກັບສະຫະພັນບານເຕະແຫ່ງຊາດລາວ ໂອກາດມາເຖິງແລ້ວ!


ໜ້າທີ່ຮັບຜິດຊອບ:


- ປະສານງານກັບບັນດາສູນຝຶກ TDS 

- ⁠ຈັດສັນກອງປະຊຸມກັບບັນດາສູນຝຶກ TDS

- ⁠ຮັບຜິດຊອບວຽກງານ TDS

- ⁠ເກັບກໍາ ຂໍ້ມູນ ແລະ ສະຖິຕິ ນັກກິລາ ແລະ ຄູຝຶກ ສູນ TDS

- ⁠ວຽກບໍລິຫານພາຍໃນຫ້ອງການພະແນກເຕັກນິກວິທະຍາ ແລະ ພັດທະນາ

- ⁠ວຽກອື່ນໆ ຕາມການແຕ່ງຕັ້ງຂອງຫົວໜ້າພະແນກເຕັກນິກວິທະຍາ ແລະ ພັດທະນາ


ຄຸນສົມບັດຜູ້ສະໝັກ:


- ສາມາດສື່ສານພາສາອັງກີດໄດ້ (ເວົ້າ ແລະ ຂຽນ)

- ⁠ສາມາດນໍາໃຊ້ Microsoft Office, Canva ໄດ້ໃນລະດັບດີ

- ⁠ມີຄວາມຮັບຜິດຊອບສູງ

- ⁠ສາມາດເດີນທາງໄປປະຕິບັດວຽກຢູ່ຕ່າງແຂວງ ແລະ ຕ່າງປະເທດ


ຖ້າທ່ານສົນໃຈ ກະລຸນາສົ່ງຊີວະປະຫວັດ (CV) ມາທີ່ Email: careers@laoff.org.la, cc: arm.senephimmachack@gmail.com ບໍ່ເກີນວັນທີ 2 ກັນຍາ 2025


ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີໂທ: +85620 52213030 (ສົມໃຈ)


ໝາຍເຫດ: ສຕລ ຈະຕິດຕໍ່ຫາສະເພາະຜູ້ທີ່ຜ່ານເຂົ້າຮອບສໍາພາດເທົ່າ