ປກສ ແຂວງບໍ່ແກ້ວ ຄວ້າແຊ້ມ ການແຂ່ງຂັນບານເຕະລາວລີກ 2 ຂອງ ແຂວງ ບໍ່ແກ້ວ ປະຈຳປີ 2025
ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງ ບໍ່ແກ້ວ ປະຈຳປີ 2025, ສະໂມສອນ ປກສແຂວງ ສາມາດຄວ້າແຊ້ມໄປຄອງ ດ້ວຍການລົງສະຫນາມ 10 ນັັດ ຊະນະ 7 ນັດ, ສະເໝີິ 2 ນັດ, ເສຍ 1 ນັດ ໂດຍມີ 23 ຄະແນນ ໄດ້ຮັບຂັນລາງວັນ, ຫຼຽນລາງວັນ ແລະເງິນຈຳນວນ 7 ລ້ານກີບ, ອັນດັບ 2 ແມ່ນ ສະໂມສອນ BCSR ໄດ້ຮັບຫລຽນ ແລະ ເງິນຈຳນວນ 5 ລ້ານກີບ, ອັນດັບ 3 ສະໂມສອນ ເອກະລັກ ໄດ້ຮັບຫລຽນ ແລະ ເງິນຈຳນວນ 3 ລ້ານກີບ, ອັນດັບ 4 ສະໂມສອນ BHS ໄດ້ຮັບຫລຽນ ແລະ ເງິນຈໍານວນ 1 ລ້ານກີບ, ອັນດັບ 5 ສະໂມສອນ ນໍ້າມາ ແລະ ອັນດັບ 6 ສະໂມສອນ ຄິດສະຕຽນ.
ຈາກການຄວ້າຕໍາແໜ່ງຊະນະເລີດໃນຄັ້ງນີ້, ສະໂມສອນ ປກສ ແຂວງ ຈະໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2025/26 ໃນຖານະແຊ້ມ ລາວລີກ 2 ຂອງ ແຂວງ ບໍ່ແກ້ວ.
ພິທີປິດການແຂ່ງຂັນບານເຕະ ລາວລີກ 2 ແຂວງ ບໍ່ແກ້ວ ປະຈຳປີ 2025 ໄດ້ຈັດຂື້ນໃນວັນທີ 31 ຕຸລາ 2025 ທີ່ຜ່ານມາ ທີ່ສະໜາມກິລາ ແຂວງ ບໍ່ແກ້ວ (ບ້ານປ່າອ້ອຍ), ພາຍຫຼັງໄດ້ຈັດການແຂ່ງຂັນມາແຕ່ ວັນທີ 8 ກັນຍາ 2025 ໂດຍມີ 6 ສະໂມສອນ ເຂົ້າຮ່ວມແຂ່ງຂັນຄື: ສະໂມສອນ ປກສ ແຂວງ ບໍ່ແກ້ວ, ສະໂມສອນ BCSR, ສະໂມສອນ ເອກະລັກ, ສະໂມສອນ BHS, ສະໂມສອນ ນໍ້າມ້າ ແລະ ສະໂມສອນ ຄິດສະຕຽນ. ໂດຍຮູບແບບການແຂ່ງຂັນ ແມ່ນແຂ່ງຂັນແບບພົບກັນຫມົດ ຮອບຂາໄປ ແລະ ຮອບຂາກັບ, ນໍາໃຊ້ ສະໜາມກິລາແຂວງບໍ່ແກ້ວ (ບ້ານປ່າອ້ອຍ) ເປັນສະໜາມແຂ່ງຂັນຫຼັກ.