ປະກາດ 23 ລາຍຊື່ນັກກິລາ ທີມຊາດ U-17 ເຂົ້າຮ່ວມແຂ່ງຂັນບານເຕະຊີງແຊັມອາຊີ 2026 ຮອບຄັດເລືອກ

16/11/2025

            ຄະນະຄູຝຶກທີມຊາດລາວ ຮຸ່ນ U-17 ປີ (ອາຍຸບໍ່ເກີນ 17 ປີ) ໄດ້ປະກາດລາຍຊື່ 23 ຄົນສຸດທ້າຍ ເພື່ອກຽມອອກເດີນທາງເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ 2026 ຮອບຄັດເລືອກ (AFC U-17 Asian Cup Saudi Arabia 2026 Qualifiers) ທີ່ເມືອງ ບິສເຄກ, ປະເທດ ຄີກິສຖານ ລະຫວ່າງວັນທີ 22-30 ພະຈິີກ 2025.

            ສໍາລັບ ນັກເຕະ 23 ຄົນມີດັ່ງນີ້:

+ ຜູ້ຮັກສາປະຕູ:

1. ສານຄໍາ ທະວີທົງ ຈາກ ສະໂມສອນ ທີບີ ບໍ່ແກ້ວ

2. ຈັກກະລິນ ໄຊຍະສອນ ຈາກ ສະໂມສອນບານເຕະ ເອສະຣາ

3. ໄຊຍະເພັດ ພຸດທະສີ ຈາກ ສະໂມສອນ ເອສະຣາ

+ ກອງຫຼັງ:

4. ວິໄສທັດ ນັນທະວົງ ຈາກ ສະໂມສອນ ເອສະຣາ

5. ກິ ມູນກັນຍາ ຈາກ ສະໂມສອນ ມັດສະດ້າ ຈີບີ

6. ປະລິນເດດ ເພັດຕະກຸນ ຈາກ ສະໂມສອນ ບີໄອເອັສ ມາສເຕີ້

7. ບຸນທະສັກ ຈັນດາລາ ຈາກ ສະໂມສອນ ຊ້າງນ້ອຍ

8. ເວດສະຫວັນ ວິໄລພັນ ຈາກ ສູນຝຶກ ຈໍາປີ-ຈໍາປີ

9. ອະນຸລັກ ສິງສະຫວ່າງ ຈາກ ສະໂມສອນ ທີບີ ບໍ່ແກ້ວ

10. ⁠ແກ້ວໄກສອນ ໄຊຍະສານ ຈາກ ສະໂມສອນ ເອສະຣາ

11. ຍານະວຸດ ມຸ່ຍພະຈັນ ຈາກ ສູນຝຶກ ຈໍາປີ-ຈໍາປາ

+ ກອງກາງ:

12. ບຸນປະເສີດ ແສງສະຫວ່າງ ຈາກ ສະໂມສອນ ສະຫວັນນະເຂດ

13. ອານຸສິດ ປະດິດ ຈາກ ສະໂມສອນ ມັດສະດ້າ ຈີບີ

14. ສະຫວັນໄຊ ມູນລາດສະວົງ ຈາກ ສະໂມສອນ ສະຫວັນນະເຂດ

15. ທັນຍະວຸດ ໄຊຈະເລີນ ຈາກ ສະໂມສອນ ເອສະຣາ

16. ອາຕິຍະ ອິນທະວົງ ຈາກສະໂມສອນ ເອສະຣາ

17. ພົງສະຫວັນ ບັນດາກອນ ຈາກ ສະໂມສອນ ທີບີ ບໍ່ແກ້ວ

18. ສີສົມບັດ ວິໄລສອນ ຈາກສູນຝຶກ ຈໍາປີ-ຈໍາປາ

19. ພົມມະສອນ ນິລະວົງ ຈາກສະໂມສອນ ມາດສເຕີ້

+ ກອງໜ້າ:

20. ໄຊຍະສິດ ເຄືອບພະພອນ ຈາກ ສະໂມສອນ ເອສະຣາ

21. ສິດທິລາດ ຈັນທະມາລີ ຈາກສະໂມສອນ ມັດສະດ້າ ຈີບີ

22. ໂອດິນ ສີພານິດ ຈາກ ສະໂມສອນ ທີບີ ບໍ່ແກ້ວ

23. ພຸດພະໄຕ ຈັນທະລັງສີ ຈາກ ສະໂມສອນ ຊ້າງນ້ອຍ

           ສໍາລັບ ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ U-17 ມີກໍານົດອອກເດີນທາງໃນວັນທີ 17 ພະຈິກ 2025 ເຊິ່ງທີມຊາດລາວ U-17 ໄດ້ຖືກຈັບສະຫລາກຢູ່ກຸ່ມ B ຮ່ວມກັບ ເຢເມນ, ຄີກິສຖານ (ເຈົ້າພາບ), ກໍາປູເຈຍ, ກວມ ແລະ ປາກິດສະຖານ ໂດຍຮອບຄັດເລືອກຈະຄັດເອົາພຽງອັນດັບທີ 1 ຂອງກຸ່ມ ເຊິ່ງມີທັງໝົດ 7 ກຸ່ມ ( A-G ) ເທົ່ານັ້ນ ເພື່ອເຂົ້າຮອບສຸດທ້າຍ ໂດຍປະຈຸບັນມີ 9 ທີມທີ່ໄດ້ສິດເຂົ້າຮອບສຸດທ້າຍໄປກ່ອນໜ້ານີ້ ເຊິ່ງປະກອບມີ: ຊາອຸດິດອາຣັບເບຍ (ເຈົ້າພາບ), ຮອງແຊັມເກົ່າ, ກາຕ້າ ເຈົ້າພາບບານໂລກ U-17, ອຸດສະເບກິດສະຖານ ແຊັມເກົ່າ, ສ ເກົາຫຼີ ກັບ ສປປ ເກົາຫຼີ (ເຂົ້າຮອບ 4 ທີມຄັ້ງທີ່ຜ່ານມາ), ສ່ວນອີກ 4 ທີມປະກອບມີ ຍີ່ປຸ່ນ, ທາຈິດກິດສະຖານ, ສະຫະລັດອາຣັບ ເອມິເຣດ ແລະ ອິນໂດເນເຊຍ (ແມ່ນເຂົ້າຮອບ 8 ທີມສຸດທ້າຍໃນຄັ້ງທີ່ຜ່ານມາ).

ສ່ວນຕາຕະລາງການແຂ່ງຂັນຂອງ ທີມຊາດລາວ U-17 ທີ່ ເມືອງ ບິສເຄກ, ຄີກິສຖານ ມີລາຍລະອຽດດັ່ງຕໍ່ໄປນີ້:

- ວັນທີ 22/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກວມ

- ວັນທີ 24/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກໍາປູເຈຍ

- ວັນທີ 26/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດປາກິດສະຖານ ພົບ ທີມຊາດລາວ

- ວັນທີ 28/11/2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດຄີກິສຖານ

- ວັນທີ 30/11/2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດເຢເມນ ພົບ ທີມຊາດລາວ