ທີມຊາດຊາຍ
News Cover

ຄະນະນຳ ສຕລ ໂອ້ລົມນັກກິລາທີມຊາດລາວຊຸດໃຫຍ່ ກ່ອນອອກເດີນທາງເຂົ້າຮ່ວມແຂ່ງຂັນຢູ່ທີ່ປະເທດເນປານ

05/10/2023

ທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ທັງເປັນຄະນະນຳທີມຊາດລາວ ຊຸດໃຫຍ່ ໄດ້ໂອ້ລົມຕໍ່ຄະນະຄູຝຶກ,ນັກກິລາ ທີມຊາດລາວ ຊຸດໃຫຍ່ ໃນວັນທີ 05 ຕຸລາ 2023 ຢູ່ທີ່ຫ້ອງປະຊຸມສູນຝຶກ ສະຫນາມກິລາແຫ່ງຊາດຫຼັກ 16,ກ່ອນເດີນທາງໄປ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທຳອິດ ຢູ່ທີ່ປະເທດເນປານ.

  ການໂອ້ລົມທ່ານ ຄຳໄພ່ ປຣະເສີດ ໄດ້ແນະນຳໃຫ້ນັກກິລາສຸມສະຕິປັນຍາ,ກຳລັງວັງຊາເຂົ້າໃນການຝຶກຊ້ອມຄັ້ງນີ້ໃຫ້ມີຄວາມກຽມພ້ອມທີ່ສຸດເຂົ້້າສູ່ການແຂ່ງຂັນ ຂໍໃຫ້ນັກກິລາຈົ່ງມີຄວາມສາມັກຄີ,ນັບຖືກົດລະບຽບໃນເວລາ ການຝຶກຊ້ອມ ແລະ ພ້ອມທັງຮຽກຮ້ອງໃຫ້ບັນດານັກກິລາໃຫ້ສູ້ສຸດຄວາມສາມາດ ພາ ທີມຊາດລາວ ຜ່ານເຂົ້າຮອບແບ່ງກຸ່ມໃຫ້ໄດ້.

  ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.

  ທີມຊາດລາວ ພົບກັບ ທີມຊາດເນປານ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ເວລາ 18:15 ( ເວລາຢູ່ລາວ ) ຢູ່ທີ່ສະຫນາມ Dashrath Stadium, Kathmandu ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ເວລາ 19:00 ແມ່ນແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.

  ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ ຊິງແຊ້ມອາຊີ 2027 ທີ່ຊາອຸດິອາຣາເບຍ, ທີມຊາດລາວ ຖ້າຊະນະ ທີມຊາດເນປານ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ, ໃນຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ.

#FIFAWorldCup

#AsianCup2027

#LAOSNATIONALTEAM

#LAOFOOTBALLFEDERATION

News Cover

ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ

26/09/2023

ທີມຊາດລາວ ຊຸດໃຫຍ່ ໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 15 ກັນຍາ 2023 ເພື່ອກະກຽມເຂົ້າຮວ່ມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ໂດຍແມ່ນ ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ ທີມ​ຊາດ​ລາວ ຊຸດ​ໃຫຍ່ ໄດ້ນຳພານັກກິລາຝຶກຊ້ອມ ແລະມີ ທ່ານ ວຽງສະຫວັນ ໄຊຍະບູນພ້ອມ ທ່ານ ພຸດປະສົງ ແສງດາລາວົງ ເປັນຜູ້ຊ່ວຍຄູຝຶກ ຂະນະ ທີ່ຄູຝຶກ ຜູ້ຮັກສາປະຕູ ແມ່ນ ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ໃນເບື້ອງຕົ້ນໄດ້ຄັດເລືອກນັກກິລາ 33 ຄົນ ປັດຈຸບັນ ສາມາດຄັດເລືອກນັກກິລາ ໄດ້ 31 ຄົນ ແລະ ຈະຄັດອອກໃຫ້ເຫລືອ 23 ຄົນສຸດທ້າຍກ່ອນເຂົ້າຮ່ວມການແຂ່ງຂັນ.

  ສຳລັບລາຍຊື່ 31 ຄົນ ມີລາຍຊື່ດັ່ງລຸ່ມນີ໊:

+ ຜູ້ຮັກສາປະຕູ

1. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ

2. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະ ເມືອງຫາດ (ລີກ 2 ນະຄອນຫຼວງ)

3. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

4. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນກິລາບານເຕະ ນ້ຳທາ

5. ສຸກສະຫມອນ ເວທີຕະ ຈາກ ສະໂມສອນ ຊ້າງນ້ອຍ

+ ກອງຫຼັງ

6. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ

7. ອານັນຕະຊາ ສິພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ

8. ອະພີໄຊ ທານະຂັນຕີ ຈາກ ສະໂມສອນກິລາບານເຕະ ເອສະຣາ

9. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ

10 ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ

11. ທິບພະຈັນ ອິນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

12.ແສງດາວວີ ຫັນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

13. ມິດສະດາ ສາຍໃຕ້ຟ້າ ຈາກ ສະໂມສອນກິລາບານເຕະ PHATTALUNG FC ( ໄທລີກ 3 ປະເທດໄທ )

14. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນກິລາບານເຕະ ນ້ຳທາ

15. ວັນນາ ບຸນຫລໍ່ວົງສາ ຈາກ ສະໂມສອກິລາບານເຕະ ເຮັສບີທີ 941 ( ລີກ 2 ນະຄອນຫຼວງ )

+ ກອງກາງ

16. ໄມເຄີນ ວາງ ຈາກ ສະໂມສອນ PORTLAND TIMBERS2 ( ປະເທດ ອາເມຣີກາ )

17. ໂຣມັນ ອານຸສອນ ອັນໂກ ຈາກ ສະໂມສອນ SV OBERACHERM ( ປະເທດເຢຍລະມັນ)

18. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນກິລາບານເຕະ Rome city institute ( ປະເທດອີຕາລີ )

19. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ

20. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ

21. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ

22. ພຸດທະລັກ ທອງສະນິດ ຈາກ ສະໂມສອນກິລາບານເຕະ ເອສະຣາ

23. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ

24. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

25. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

26. ພຸດດາວີ ພົມມະສານ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

+ ກອງຫນ້າ

27. ບຸນພະຈັນ ບຸນກອງ ຈາກ ສະໂມສອນກິລາບານເຕະ PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )

28.ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ

29.ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

30.ກີ້ດາວອນ ສຸວັນນີ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

31. ທັດສະພອນ ໄຊສຸກ ຈາກ ສະໂມສອນກິລາບານເຕະ ຄິງຄອມ ( ລີກ 2 ນະຄອນຫຼວງ )

 ສຳລັບ ທີມຊາດລາວ ມີໂປແກຣມອຸ່ນເຄື່ອງ 1 ນັດ ກ່ອນການແຂ່ງຂັນພົບກັບທີມຊາດເນປານ ໂດຍຈະພົບກັບ ທີມຊາດໄທU20 ໃນວັນທີ 30 ກັນຍາ 2023 ເວລາ 17:30 ແຂ່ງຂັນຢູ່ທີ່ສະຫນາມກິລາ ຊ້າງອາຣີນາ ແຂວງບູຣີຣຳ ປະເທດໄທ.

  ທີມຊາດລາວ ຖ້າຊະນະ ທີມຊາດເນປານ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ, ໃນຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ.

  ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.

  ທີມຊາດລາວ ພົບກັບ ທີມຊາດເນປານ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ຢູ່ທີ່ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ແມ່ນແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.

ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ ຊິງແຊ້ມອາຊີ 2027 ທີ່ຊາອຸດິອາຣາເບຍ.

#FIFAWorldCup

#AsianCup2027

#LAOSNATIONALTEAM

#LAOFOOTBALLFEDERATION

News Cover

ອາເຣນ່າ ກູເລຍໂມ່ ໝົດສັນຍາເປັນຄູຝຶກທີມຊາດລາວ ແລະ ກັນລະຍາ ສີສົມຫວັງ ຮັກສາການຫົວໜ້າຄູຝຶກທີມຊາດລາວຊູດໃຫຍ່

20/09/2023

ອາເຣນ່າ ກູເລຍໂມ່ (ARENA GUGLIERMO) ໄດ້ໝົດສັນຍາຈາກການເປັນຄູຝຶກທີມຊາດລາວ.

  ສຳລັບ ອາເຣນ່າ ກູເລຍໂມ່ ໄດ້ຮັບການຄຸມທີມຊາດລາວຮຸ່ນອາຍຸບໍ່ເກີນ 23 ປີ ຫຼື U23 ນັບຕັ້ງແຕ່ຕົ້ນເດືອນມິຖຸນາ ນໍາທີມເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ຢູ່ທີ່ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາ 2023 ແລະ ການແຂ່ງຂັນບານເຕະຊາຍ U23 ຊິງແຊ້ມອາຊີ 2024 ຮອບຄັດເລືອກ (AFC U23 Asian Cup 2024 Qualifying Round) ລະຫວ່າງວັນທີ 06-12 ກັນຍາ 2023 ຢູ່ທີ່ປະເທດທາຈີກິສຖານ.

ສະຫະພັນບານເຕະແຫ່ງຊາດລາວ ຂໍອວຍພອນໃຫ້ທ່ານ ປະສົບຜົນສໍາເລັດໃນໜ້າທີ່ວຽກງານໃນອະນາຄົດ.

 ໃນຂະນະດຽວກັນ ສະຫະພັນບານເຕະແຫ່ງຊາດລາວ ໄດ້ແຕ່ງຕັ້ງ ທ່ານ ກັນລະຍາ ສີສົມຫວັງ ເປັນຮັກສາການຫົວໜ້າຄູຝຶກ ເພື່ອກະກຽມທີມເຂົ້າຮ່ວມ ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ທີ່ຂະພົບກັບທີມຊາດເນປານ, ຮູບແບບການແຂ່ງຂັນແມ່ນຈັດ 2 ນັດແບບໄປ-ກັບ ແລ້ວຜ່ານເຂົ້າໃນຮອບທີ 2 ຕໍ່ໄປ, ໂດຍຮອບຄັດເລືອກຮອບທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ2023 ທີ່ປະເທດເນປານ ແລະ 17 ຕຸລາ 2023 ແມ່ນຈະແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ. ຮອບຄັດເລືອກ ຮອບທີ 2 ມີທັງໝົດ 36 ທີມ ຜູ້ຊະນະຮອບທີໜຶ່ງ 9 ທີມ ແລະ 27 ທີມທີ່ໄດ້ສິດລໍຖ້າໃນຮອບທີ 2, ຖ້າຫາກ ສປປລາວ ຫລື ເນປານ ທີມໃດຊະນະ ແມ່ນຈະຜ່ານເຂົ້າສູ່ຮອບທີ 2 ເຊິ່ງຜົນການຈັບສະຫລາກແມ່ນ ຢູ່ຮ່ວມກຸ່ມ H ສະຫະລັດ ອາຣັບ ເອມມີເລດ, ບາເຣນ, ເຢເມນ ຫລື ສີລັງກາ.


News Cover

ບານໂລກ2026 ຮອບຄັດເລືອກ ທີມຊາດລາວ ພົບ ທີມຊາດເນປານ

27/07/2023

ວັນທີ 27 ກໍລະກົດ 2023 ຢູ່ທີ່ສຳນັກງານ ສະຫະພັນບານເຕະອາຊີ ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໄດ້ມີການຈັບສະຫລາກການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນ​ອາ​ຊີ (FIFA World Cup 2026 Preliminary Joint Qualification R1)ໂດຍຜົນການຈັບສະຫລາກ ທີມຊາດ ເນປານ ພົບ ທີມຊາດລາວ.ສວ່ນຮູບແບບການແຂ່ງຂັນແມ່ນຈັດ 2 ນັດແບບໄປ-ກັບ ແລ້ວຜ່ານເຂົ້າໃນຮອບທີ 2 ຕໍ່ໄປ, ໂດຍຮອບຄັດເລືອກຮອບທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ ແລະ 17 ຕຸລາ 2023 ນີ້.
ຮອບຄັດເລືອກ ຮອບທີ 2 ມີທັງໝົດ 36 ທີມ ຜູ້ຊະນະຮອບທີໜຶ່ງ 9 ທີມ ແລະ 27 ທີມທີ່ໄດ້ສິດລໍຖ້າໃນຮອບທີ 2.

ຖ້າ​ຫາກ ລາວ ຫລື ເນ​ປານ ທີມ​ໃດ​ຊະ​ນະ ແມ່ນ​ຈະ​ຜ່ານ​ເຂົ້າ​ສູ່​ຮອບ​ທີ 2 ເຊິ່ງ​ຜົນ​ການ​ຈັບ​ສະ​ຫລາກ​ແມ່ນ ຢູ່​ຮ່ວມ​ກຸ່ມ H ສະ​ຫະ​ລັດ ອາ​ຣັບ ເອມ​ມີ​ເລດ, ບາ​ເຣນ, ເຢ​ເມນ ຫລື ສີ​ລັງ​ກາ.


News Cover

ວັນທີ 05 ເມສາ 2023 ຢູ່ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຊາຍ - ຍິງ ໃນງານມະຫະກຳກິລາຊີເກມຄັ້ງທີ 32.

05/04/2023

  ການແຂ່ງຂັນບານເຕະຊາຍ ມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນ ໂດຍແບ່ງອອກເປັນ 2 ກຸ່ມ, ກຸ່ມລະ 5 ທີມ ໂດຍຄັດເອົາອັນດັບ 1 ແລະ 2 ຜ່ານເຂົ້າໄປຫລິ້ນໃນຮອບຮອງຊະນະເລີດ, ສ່ວນການແຂ່ງຂັນບານເຕະຍິງມີທັງຫມົດ 9 ປະເທດເຂົ້າຮ່ວມການແຂ່ງຂັນແບ່ງອອກເປັນ 2 ກຸ່ມ.

ຜົນການຈັບສະຫລາກບານເຕະຊາຍມີດັ່ງນີ໊:

- ກຸ່ມ A ປະກອບມີ: ກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ  ຕີມໍ ເລສເຕ

- ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ 

ການແຂ່ງຂັນບານເຕະຊາຍແມ່ນໃຊ້ 2 ສະຫນາມຫລັກຄື: ສະຫນາມກິລາແຫ່ງຊາດ Morodok Techo ແລະ ສະຫນາມກິລາ Prince. 

ຜົນການຈັບສະຫລາກບານເຕະຍິງມີດັ່ງນີ້

- ກຸ່ມ A ປະກອບມີ: ຫວຽດນາມ, ຟີລິບປີນ, ມຽນມາ,   ອິນໂດເນເຊຍ ແລະ ມາເລເຊຍ

- ກຸ່ມ B ປະກອບມີ: ກຳປູເຈຍ, ໄທ, ສິງກະໂປ ແລະສປປລາວ 

ການແຂ່ງຂັນບານເຕະຍິງ ແມ່ນໃຊ້ສະຫນາມກິລາ ARMY , ສະຫນາມກິລາ RSN ແລະ ສະຫນາມກິລາ Prince.

ການແຂ່ງຂັນບານເຕະໃນງານມະຫະກຳກິລາຊີເກມຄັ້ງທີ 32 ກິລາບານເຕະ ແມ່ນຈະເລີ່ມການແຂ່ງຂັນວັນທີ 29 ເມສາ ຫາ  16 ພືດສະພາ 2023, ສ່ວນຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ. 

News Cover

ໃນຕອນບ່າຍ ຂອງມື້ນີ້ 02/04/2023 ຄະນຳ,ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ເດີນທາງກັບມາຮອດ ສະໜາມບີນສາກົນ ວັດໄຕ ເປັນທີ່ຮຽບຮ້ອຍແລ້ວ.

02/04/2023
ຫຼັງຈາກສຳເລັດພາລະກິດ ເຂົ້າຮ່ວມການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກ ປະເທດເນປານ (FIFA day) ແລະ ຍາດໄດ້ ຮອງຊະນະເລີດ, ໃນລະຫວ່າງ ວັນທີ 22-31/03/2023 ທີ່ ເມືອງ Kathmandu ປະເທດເນປານ.
ສ່ວນ ສຸກອາພອນ ແລະ ໄມເຄີນ ວ່າງ ແມ່ນເດີ່ນທາງໄປຕົ້ນສັງກັດ ສະໂມສອນຂອງຕົນເອງເເລ້ວ ໂດຍທີ່ບໍ່ໄດ້ເດີ່ນທາງກັບ ປະເທດລາວ.
News Cover

ປະມວນພາບ ທີມຊາດເນປານ ພົບ ທີມຊາດລາວ 2 - 1

01/04/2023

ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day)

ນັດຊີງຊະນະເລີດ ວັນທີ 31/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 18:45ໂມງ.

  ແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.

#Match Final

News Cover

ຜົນການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດ ເນປານ (FIFA day)

28/03/2023

ວັນທີ 28/03/2023 

ທີມຊາດ ເນປານ ສະເຫມີ ທີມຊາດ ບູຖານ 1-1 , ທີມຊາດເນປານ ລົງສະຫນາມ 2 ນັດ ຊະນະ 1 ສະເຫມີ 1 ມີ 4  ຄະແນນ ຜ່ານເຂົ້າສູ່ຮອບຊີງຊະນະເລີດໄປພົບ ທີມຊາດລາວ ລົງສະຫນາມ 2 ນັດ ຊະນະ 1 ເສຍ 1 ມີ 3 ຄະແນນ ສ່ວນ ທີມຊາດບູຖານ ລົງສະຫນາມ 2 ນັດ ເສຍ 1 ສະເຫມີ 1 ມີ 1 ຄະແນນ ຕົກຮອບ.

ສ່ວນນັດຊິງຊະນະເລີດ ແມ່ນຈະແຂ່ງຂັນ ໃນວັນທີ 31 ມີນາ ເວລາ 18:45 ແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.

ສຳລັບເງິນລາງວັນລາຍການດັ່ງກ່າວ ທີມຊະນະເລີດຈະໄດ້ຮັບຂັນ ແລະ ເງິນລາງວັນ 5000$ ສ່ວນອັນດັບ2 ແມ່ນຈະໄດ້ຮັບເງິນລາງວັນ 3000$, ລາງວັນນັກເຕະດີເດັ່ນປະຈຳນັດແຂ່ງຂັນໄດ້ຮັບເງິນລາງວັນ 250 $  ແລະ ລາງວັນນັກເຕະດີເດັ່ນປະຈຳການແຂ່ງຂັນໄດ້ຮັບເງິນລາງວັນ 500$.

News Cover

ຕາຕະລາງຄະແນນ ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day)

26/03/2023
ທີມຊາດລາວ ຈະຜ່ານເຂົ້າຮອບຊີງຊະນະເລີດ ໄດ້ຕ້ອງລໍຖ້າລຸ້ນຜົນການແຂ່ງຂັນລະຫວ່າງ ເນປານ ພົບ ບູຖານ , ຖ້າຫາກ ທີມຊາດເນປານ ເອົາຊະນະ ທີມຊາດບູຖານ, ທີມຊາດລາວ ຈະຜ່ານເຂົ້າສູ່ຮອບຊີງຊະນະເລີດ, ຖ້າກໍລະນີ ບູຖານ ສະເຫມີ , ບູຖານແມ່ນຈະຕົກຮອບ, ຖ້າ ບູຖານ ຊະນະ ເນປານ 1-0, ທີມຊາດລາວຈະຕົກຮອບ. ທີມຊາດເນປານ ພົບ ທີມຊາດບູຖານ ໃນວັນທີ 28 ມີນາ ນີ້ ເວລາ 19:15 ສ່ວນນັດນັດຊິງຊະນະເລີດ ແມ່ນຈະແຂ່ງຂັນກັນໃນວັນທີ 31 ມີນາ ເວລາ 18:45 ສຳລັບເງິນລາງວັນລາຍການດັ່ງກ່າວ ທີມຊະນະເລີດຈະໄດ້ຮັບຂັນ ແລະ ເງິນລາງວັນ 5000$ ສ່ວນອັນດັບ2 ແມ່ນຂະໄດ້ຮັບເງິນລາງວັນ 3000$, ລາງວັນນັກເຕະດີເດັ່ນປະຈຳນັດແຂ່ງຂັນໄດ້ຮັບເງິນລາງວັນ 250 $ ແລະ ລາງວັນນັກເຕະດີເດັ່ນປະຈຳການແຂ່ງຂັນໄດ້ຮັບເງິນລາງວັນ 500$.

News Cover

ຈົບເກມການແຂ່ງຂັນ ທີມຊາດລາວ 2 - 1 ທີມຊາດບູຖານ

25/03/2023
ທີມຊາດລາວ 2 - 1 ທີມຊາດບູຖານ
- ທີມຊາດລາວ ໄດ້ 2 ປະຕູຈາກ ເບີ 17 ບຸນພະຈັນ ບຸນກອງ ນາທີ 4 ແລະ ນາທີ 70.
News Cover

ໃນຕອນຄ່ຳ ຂອງວັນທີ 23/3/2023 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ໄດ້ເຂົ້າຮ່ວມ ຮັບປະທານອາຫານຄ່ຳ

23/03/2023

ໃນຕອນຄ່ຳ ຂອງວັນທີ 23/3/2023 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ໄດ້ເຂົ້າຮ່ວມ ຮັບປະທານອາຫານຄ່ຳ ທີ່ Nepali Ghar A Handcrafted Hotel ຕາມຄຳເຊີນຂອງ ທ່ານ Raju Shrestha ທູດ ກິຕິມະສັກ ສປປ ລາວ ປະຈຳ ປະເທດ ເນປານ ແລະ ໃນງານ ກໍຍັງໄດ້ຮັບ ການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ Pankaj Bikram Nembang ປະທານ ສະຫະພັນບານເຕະ ແຫ່ງຊາດເນປານ ອີກດ້ວຍ.

News Cover

ຕາຕະລາງຄະແນນ ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ

23/03/2023
ຕາຕະລາງຄະແນນ ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ
ຊີງຂັນນາຍົກ ປະເທດເນປານ