ຂ່າວສານ
News Cover

ສຕລ ແຕ່ງຕັ້ງ ທ່ານ ຈັນທະວົງ ສິລິມະໂນທຳ ເປັນຮັກສາການເລຂາທິການ

07/03/2024

             ກອງປະຊຸມໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 ໄດ້ຈັດຂຶ້ນໃນທ້າຍເດືອນ ກຸມພາ ທີ່ຜ່ານມາ ສະມາຊິກ ສຕລ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສຕລຊຸດໃໝ່ ທີ່ມີວາລະ 4 ປີ (2024-2028). ໃນນັ້ນ, ທ່ານ ວີເພັດ ສີຫາຈັກຣ ຖືກເລືອກໃຫ້ເປັນປະທານ ສຕລ ອີກຄັ້ງໃໝ່ ແລະ ປະກອບມີຮອງປະທານ 4 ທ່ານຄື ທ່ານ ປະສາດໄຊ ພິລາພັນເດດ, ທ່ານ ຄໍາໄພ ປະເສີດ, ທ່ານ ຄໍາແພງ ວົງຂັນຕີ ແລະ ທ່ານ ນາງ ກັນຍາ ແກ້ວມະນີ (ຜູ້ໃໝ່) ແລະ ກໍາມະການ ໃນຄະນະບໍລິຫານງານ ສຕລ ປະກອບມີ 6 ທ່ານຄື: ທ່ານ ດຣ.ໄຊຊະນະ ທອງຄໍາຈັນ, ທ່ານ ປອ. ບຸນຍູ້ ສີສານ, ທ່ານ ນາງ ພູໄຊ ແພງພົງ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ, ທ່ານ ແກ້ວລັດຕະນະ ສີຫາວົງ (ຜູ້ໃໝ່)ແລະ ທ່ານ ຄໍລະເດດ ພອນພະຈັນ(ຜູ້ໃໝ່).

            ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ແຕ່ງຕັ້ງ ທ່ານ ຈັນທະວົງ ສິລິມະໂນທຳ ຂຶ້ນເປັນຮັກສາເລຂາທິການ ສະຫະພັນບານເຕະແຫ່ງຊາດ ແທນທ່ານ ນາງ ກັນຍາ ແກ້ວມະນີ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ.


            ທ່ານ ຈັນທະວົງ ສີລິມະໂນທຳ ຮູ້ສຶກເປັນກຽດ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ເປີດໃຫ້ໂອກາດໃຫ້ຕົນເອງໄດ້ຮັບຕຳແຫນ່ງດັ່ງກ່າວ ຕະຫຼອດໄລຍະເວລາ 8 ປີຜ່ານມາ ສຕລ ໄດ້ມອບໂອກາດໃຫ້ຕົນໄດ້ຮຽນຮູ້, ເສີມສ້າງທັກສະຄວາມສາມາດ ແລະ ລົງປະຕິບັດຕົວຈິງໃນຫຼາຍວຽກງານປິ່ນອ້ອມ ຂອງ ສຕລ. ທ່ານ ຈັນທະວົງ ພ້ອມທີ່ຈະນໍາເອົາຄວາມຮູ້ໃນການຮຽນ ແລະ ຜ່ານການປະຕິບັດຕົວຈິງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອປະຕິບັດໜ້າທີ່ອັນຍິ່ງໃຫຍ່ນີ້ ຢ່າງສຸດຄວາມສາມາດ ແລະ ພ້ອມຈະເຮັດວຽກຢ່າງມີຄວາມຮັບຜິດຊອບ ຕາມການມອບໝາຍຈາກຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວຊຸດໃໝ່ ໃຫ້ປະສົບຜົນສຳເລັດຕາມແຜນການທີ່ວາງໄວ້.


             ປະຫວັດຂອງທ່ານ ຈັນທະວົງ ສິລິມະໂນທຳ ໃນການກ້າວເຂົ້າມາສູ່ວົງການບານເຕະ ແລະ ເຮັດວຽກຢູ່ ສຕລ ມີດັ່ງນີ້:

ປີ 2016: ເລີ້ມເຂົ້າເຮັດວຽກຢູ່ທີ່ ສະຫະພັນບານເຕະແຫ່ງຊາດລາວ, ເປັນຜູ້ຊ່ວຍ ຜູ້ບໍລິຫານ ລາວພຣີເມຍລີກ

ປີ 2017: ເປັນຜູ້ຈັດການ ອອກໃບອະນຸຍາດສະໂມສອນ (Club Licensing)

ປິ 2017 – 2023 ເປັນຜູ້ຈັດການລະບົບໂອນຍ້າຍນັກກິລາຕ່າງປະເທດ (FIFA TMS)

ປີ 2018 – 2023 ເປັນຜູ້ຊ່ວຍເລຂາທິການ

ປີ 2020 – 2022 ເປັນຫົວໜ້າຝ່າຍພົວພັນສາກົນ

ປິ 2022 – 2024 ເປັນຮອງເລຂາທິການ

ປີ 2023 – 2027 ເປັນສະມາຊິກ AFC ASSOCIATIONS COMMITTEE.

ປິ 2024: ຮັບໜ້າທີ່ເປັນຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ.


News Cover

ສຕລ ສຳເລັດການຝຶກອົບຮົມພັດທະນາຜູ້ຝຶກສອນ ແລະ ກ້າວໄປເປັນຜູ້ຝຶກສອນລະດັບ LFF / AFC ‘’ C ‘’ DIPLOMA

06/03/2024

        ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີປີດຝຶກອົບຮົມພັດທະນາຜູ້ຝຶກສອນແລະກ້າວໄປເປັນຜູ້ຝຶກສອນລະດັບ LFF / AFC ‘’ C ‘’ DIPLOMA ຂື້ນໃນວັນທີ 05 ມີນາ 2024,ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ. ໄຊຊະນະ ທອງຄຳຈັນ ຄະນະບໍລິຫານສະຫະພັນບານເຕະແຫ່ງຊາດລາວ.


        ໃນພິທີ,ທ່ານ ວົງມີໄຊ ສຸບົວຄຳ ຄະນະພັດທະນາຄູຝຶກໄດ້ລາຍງານໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີເປັນຄັ້ງທໍາອິດທີ່ຈັດຂື້ນຢູ່ສປປລາວໂດຍມີຈຸດປະສົງເພື່ອສ້າງບຸກຄະລາກອນທາງດ້ານຄູຝຶກຕໍ່ຍອດໄປສູ່ການເປັນຜູ້ຝຶກສອນ LFF / AFC '' C '' DIPLOMA ໃນອະນາຄົດ. ການຝຶກອົບຮົມແມ່ນໃຊ້ເວລາ 5 ວັນ ເລີ່ມວັນທີ 1-5 ມີນາ 2024 ໂດຍມີຜູ້ເຂົ້າຮ່ວມຝຶກອົບຮົມ 15 ທ່ານ, ການຝຶກອົບຮົມແມ່ນມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຊີ່ງເປັນການຮຽນຮູ້ແບບໃໝ່ພາຍໃຕ້ຫຼັກສູດການຮຽນຮູ້ຈາກ AFC ແລະ FIFA. ຊຶ່ງໃນປີຕໍ່ໄປຈະມີການສົ່ງຕົວແທນ 2 ທ່ານໃນ 15 ທ່ານນີ້ ເຂົ້າຮ່ວມການຝຶກອົບຮົມຂອງ FIFA ແລ້ວກັບມາເປັນຜູ້ຝຶກສອນ LFF / AFC '' C '' DIPLOMA ໃນອະນາຄົດ. ແລະ ອີກຈຸດໜຶ່ງຈະໄດ້ນໍາໃຊ້ທັງ 15 ທ່ານ ເຂົ້າເປັນຜູ້ຊ່ວຍຝຶກສອນ LFF / AFC '' C ''DIPLOMA ໃນການຝຶກອົບຮົມທີ່ຈະມາເຖິງນີ້.


        ໃນໂອກາດດັ່ງກ່າວ ທ່ານ ດຣ ໄຊຊະນະ ທອງຄໍາຈັນ ໄດ້ໃຫ້ຄໍາເຫັນວ່າ ການຝຶກອົບຮົມໃນຄັ້ງນີ້ສໍາຄັນຫຼາຍຕໍ່ບັນດາຄູຝຶກຮຸ່ນໃຫມ່ ເພື່ອສ້າງບົດບາດໃຫ້ບັນດາຄູຝຶກ ລາວ ມີຜູ້ຝຶກສອນລະດັບ LFF / AFC '' C '' DIPLOMA ໃຫ້ຫລາຍໆຂຶ້ນ, ສຳລັບຢູ່ ສປປລາວ ມີບຸກຄະລາກອນທີ່ເປັນຄົນລາວ ພຽງຄົນດຽວຄືທ່ານ ວົງມີໄຊ ສຸບົວຄຳ ເປັນຜູ້ຝຶກສອນລະດັບ LFF / AFC ‘’ C ‘’ DIPLOMA.

        ເຂົ້າຮວ່ມກອງປະຊຸມນີ້ຍັງມີ ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ ເປັນວິທະຍາກອນ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ເປັນວິທະຍາກອນພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະນາກອນ ເຂົ້າຮ່ວມ 15 ຄົນເປັນຍິງ 1 ຄົນ ທີ່ມາຈາກ ສຕລ, ບັນດາສະໂມສອນ ອ້ອມຂ້າງນະຄອນຫລວງວຽງຈັນ ແລະ ແຂວງສະຫວັນນະເຂດ.


News Cover

ຮອງປະທານ ສຕລ ເຂົ້າຮ່ວມກອງປະຊຸມໃຫຍ່ IFAB

03/03/2024

ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ທັງເປັນຄະນະບໍລິຫານງານຂອງສະຫະພັນບານເຕະນາໆຊາດ (FIFA) ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງ ຄະນະ​ກຳມະການ​ສະຫະພັນ​ບານ​ເຕະ​ສາກົນ(The International Football Association Board) (IFAB) ຄັ້ງທີ 138 ທີ່ສະກ໋ອດແລນ.


ສໍາລັບ IFAB ມີໜ້າທີ່ຮັບຜິດຊອບໃນການສ້າງ, ຄຸ້ມຄອງ ແລະ ດັດແກ້ ກະຕິກາກິລາບານເຕະ(Laws of the Game)ໃຫ້ເປັນມາດຕະຖານສາກົນ ເພື່ອນໍາໃຊ້ເຂົ້າໃນການແຂ່ງຂັນກິລາບານເຕະທົ່ວໂລກ,ໄດ້ຖືກສ້າງຕັ້ງຂື້ນໃນປີ1886ໂດຍສະຫະພັນບານເຕະອັງກິດ, ສະຫະພັນບານເຕະສະກ໋ອດແລນ, ສະຫະພັນບານເຕະເວລ໌ ແລະ ສະຫະພັນບານເຕະໄອຣ໌ແລນ.


ໃນປັດຈຸບັນ IFAB ປະກອບມີທັງໝົດ 8 ສຽງ ເຊິ່ງ 4 ສຽງມາຈາກ 4 ສະຫະພັນບານເຕະຜູ້ກໍ່ຕັ້ງ ສະຫະພັນລະ 1 ສຽງ ແລະ ອີກ 4 ສຽງ ມາຈາກຄະນະບໍລິຫານງານຂອງ FIFA ເຊິ່ງທ່ານ ນາງ ກັນຍາ ແກ້ວມະນີ ໄດ້ຖືກແຕ່ງຕັ້ງຈາກ FIFA ໃຫ້ເປັນ 1 ໃນຄະນະກຳມະການ 4 ທ່ານ ໂດຍເປັນຄົນລາວຄົນທໍາອິດ ທີ່ຖືກແຕ່ງຕັ້ງໃຫ້ປະຕິບັດໜ້າທີ່ດັ່ງກ່າວ.


ສະເພາະກອງປະຊຸມໃນປີ 2024 ນີ້ ມີການຮັບຮອງການດັດແກ້ໃນຫຼາຍຫົວຂໍ້ຂອງກະຕິກາກິລາບານເຕະ ໂດຍສະເພາະກະຕິກາທີ3(Law3) ວ່າດ້ວຍນັກກິລາ ເຊິ່ງຈະມີການເພີ່ມຈໍານວນການປ່ຽນຕົວສໍາຮອງ ໃນກໍລະນີທີ່ມີການກະທົບຫົວ (concussion).


ສໍາລັບກະຕິກາກິລາບານເຕະ(Laws of the Game) ປະກອບມີທັງໝົດ 17 ຂໍ້ ເຊິ່ງທ່ານສາມາດເຂົ້າເບີ່ງທັງໝົດໄດ້ທີ່: (LOTG link)

https://www.theifab.com/news/the-ifab-approves-permanent-concussion-substitutes-among-several-changes-to-the-l

News Cover

ສຕລ ຈັດຝຶກອົບຮົມພັດທະນາຜູ້ຝຶກສອນ ແລະ ກ້າວໄປເປັນຜູ້ຝຶກສອນລະດັບ LFF / AFC ‘’ C ‘’ DIPLOMA ເປັນຄັ້ງທຳອິດ

29/02/2024

             ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດຝຶກອົບຮົມພັດທະນາຜູ້ຝຶກສອນແລະກ້າວໄປເປັນຜູ້ຝຶກສອນລະດັບ LFF / AFC ‘’ C ‘’ DIPLOMAຂື້ນໃນທ້າຍເດືອນກຸມພາຜ່ານມາທີ່ສຕລ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ.


            ນີ້ແມ່ນການຝຶກອົບຮົມເປັນຄັ້ງທຳອິດໃນການພັດທະນາຜູ້ຝຶກສອນ ແລະ ກ້າວໄປເປັນຜູ້ຝຶກສອນລະດັບ LFF / AFC ‘’ C ‘’ DIPLOMA ,ໂດຍມີຈຸດປະສົງເພື່ອສ້າງບຸກຄະລາກອນທາງດ້ານຄູຝຶກເພື່ອຕໍ່ຍອດໄປສູ່ ເປັນຜູ້ຝຶກສອນ LFF / AFC ‘’ C ‘’ DIPLOMA ໃນອະນາຄົດ.


             ການຝຶກອົບຮົມດັ່ງກ່າວແມ່ນຈະຝຶກໃນລະຫວ່າງ ວັນທີ 29 ກຸມພາ ຫາ 05 ມີນາ 2024 , ມີທັງພາກທິດສະດີ, ການປະຕິບັດຕົວຈິງ ແລະ ການສອບເສັງວັດລະດັບ ຖ້າຫາກຜູ້ໃດມີຜົນງານດີ ກໍມີໂອໄດ້ເປັນຜູ້ຝຶກສອນ ໃນອະນາຄົດ, ສຳ​ລັບ​ຢູ່ ສ​ປ​ປ​ລາວ ມີ​ບຸກ​ຄະ​ລ​າ​ກອນ​ທີ່​ເປັນ​ຄົນ​ລາວ ພຽງ​ຄົນ​ດຽວ​ຄື: ທ່ານ ວົງ​ມີ​ໄຊ ສຸ​ບົວ​ຄຳ ເປັນ​ຜູ້​ຝຶກ​ສອນລະ​ດັບ LFF / AFC ‘’ C ‘’ DIPLOMA.


             ເຂົ້າຮວ່ມກອງປະຊຸມນີ້ຍັງມີ ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ ເປັນວິທະຍາກອນ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ເປັນວິທະຍາກອນ , ທ່ານ ວົງມີໄຊ ສຸບົວຄຳ ຄະນະພັດທະນາຄູຝຶກ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະນາກອນ ເຂົ້າຮ່ວມ 15 ຄົນເປັນຍິງ 1 ຄົນ ທີ່ມາຈາກ ສຕລ, ບັນດາສະໂມສອນ ອ້ອມຂ້າງນະຄອນຫລວງວຽງຈັນ ແລະ ແຂວງສະຫວັນນະເຂດ.




ສຳ​ລັບ​ຢູ່ ສ​ປ​ປ​ລາວ ມີ​ບຸກ​ຄະ​ລ​າ​ກອນ​ທີ່​ເປັນ​ຄົນ​ລາວ ພຽງ​ຄົນ​ດຽວ​ຄື: ທ່ານ ວົງ​ມີ​ໄຊ ສຸ​ບົວ​ຄຳ ທີ່​ເປ​ັນ​ຜູ້​ສອນ LFF / AFC ‘’ C ‘’ DIPLOMA.


News Cover

ຝຶກອົບຮົມກໍາມະການຕັດສິນຟຸດຊໍ ກຽມພ້ອມຮັບໃຊ້ການແຂ່ງຂັນ ລາວ ຟຸດຊໍລີກ 2024

28/02/2024

        ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຍົກລະດັບກຳມະການຕັດສິນ ຟຸດຊໍ ໃນຕອນເຊົ້າ ວັນທີ 28 ກຸມພາ 2024 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີເປິດຂອງ ທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການສະຫະພັນບານເຕະແຫ່ງຊາດລາວ.

       ທ່ານ ຄຳປະສົງ ໄຊຍະວົງສີ ໄດ້ລາຍງານໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຈຸດປະສົງກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນລາວ ຟຸດຊໍ ລີກ 2024 ທີ່ຈະເປີດຂື້ນຢ່າງເປັນທາງການໃນວັນທີ 02 ມີນາ 2024 ນີ້. ໄລຍະການຝຶກອົບຮົມເປັນເວລາ 3 ມື້ (28 ກຸມພາ ຫາ 01 ມີນາ 2024) ຜູ້ເຂົ້າຮ່ວມ ແມ່ນຈະໄດ້ຮຽນຮູ້ທາງດ້ານກົດລະບຽບກະຕິກາໃໝ່ຂອງກິລາບານເຕະຟຸດຊໍ ທີ່ FIFAສະບັບປັບປຸງ ແລະ ມີການທົດສອບພາລະກຳລັງພ້ອມດ້ວຍ ມີການ ສອບເສັງຄວາມຮູ້ດ້ານທິດສະດີ.

       ກ່າວມີຄຳເຫັນໃນກອງປະຊຸມ,ທ່ານຈັນທະວົງ ສິລິມະໂນທຳໄດ້ຍົກໃຫ້ເຫັນຄວາມໝາຍແລະຄວາມສຳຄັນຂອງການຝຶກອົບຮົມແລະເນັ້ນໃຫ້ຜູ້ເຂົ້າຮວ່ມຕັ້ງໃຈໃນການຮຽນ,ພ້ອມປະຕິບັດລະບຽບຂອງການຮຽນໃຫ້ເຄ່ງຄັດ,ປາສຈາກຂໍ້ຜິດພາດທີ່ອາດຈະເກີດຂຶ້ນ ເພື່ອກຽມຄວາມພ້ອມຕັດສິນ ການແຂ່ງຂັນ ລາວ ຟຸດຊໍ ລີກ 2024 ທີ່ຈະເປີດຂຶ້ນໃນອາທິດນີ້ດວ້ຍຜົນສຳເລັດ.

       ເຂົ້າຮວ່ມໃນກອງປະຊຸມຍັງມີທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ, ທ່ານ ຄຳປະສົງ ໄຊຍະວິງ ຜູ້ຮັບຜິດຊອບກໍາມະການຕັດສິນຟຸດຊໍ ທັງເປັນຜູ້ຝຶກສອນ ພ້ອມດ້ວຍຜູ້ປະເມີນກໍາມະການຕັດສິນ ແລະ ສໍາມະນາກອນ 25 ທ່ານ.


News Cover

ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍຜູ້ຕັດສິນກິລາບານເຕະຍິງຂອງລາວ ໄດ້ຮັບເລືອກໄປຕັດສິນລະດັບອາຊີ

28/02/2024

           ທ່ານ ນາງ ພຸດສະຫວັນ ຈັນທະວົງໄດ້ກາຍເປັນກຳມະການຕັດສິນຍິງຄົນທຳອິດຂອງສປປລາວລາວທີ່ໄດ້ຖືກຄັດເລືອກໃຫ້ຮ່ວມຕັດສິນລາຍການລະດັບທະວີບອາຊີ.ຖືວ່າເປັນອີກໜຶ່ງຂ່າວດີ ແລະ ເປັນຄວາມພາກພູມໃຈຂອງຄົນລາວ ທີ່ຈະໄດ້ເຫັນບຸກຄະລາກອນທີ່ເປັນຄົນລາວ ໄດ້ຮັບກຽດຖືກເຊີນໄປຮ່ວມຕັດສິນລະດັບທະວີບອາຊີຄັ້ງທຳອິດ ເຊິ່ງ ທ່ານ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນລະດັບຟີຟ້າ(FIFA)ຈາກສປປລາວ ຈະໄດ້ໄປຮ່ວມຕັດສິນການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ(U20) ຊິງແຊ້ມອາຊີ 2024 ຮອບສຸດທ້າຍ ໃນລະຫວ່າງ ວັນທີ 3-16 ມີນາ 2024 ນີ້.


          ທ່ານ ນາງ ພຸດສະຫວັນ ຈັນທະວົງ ໃຫ້ຮູ້ຕື່ມວ່າ: ກ່ອນຈະຖືກຄັດເລືອກໄປຮ່ວມຕັດສິນຄັ້ງນີ້ ຕົນເອງຕ້ອງອົດທົນຝຶກຝົນຮຽນຮູ້ດ້ານວິຊາສະເພາະໜັກສົມຄວນ ໂດຍສະເພາະດ້ານພາສາອັງກິດ, ກົດກະຕິກາ, ພະລະກຳລັງ, ຈິດໃຈ ແລະ ການເຮັດວຽກເປັນທີມ ຖືວ່າຈະເປັນປະສົບການອັນໃໝ່ໃຫ້ກັບຕົນເອງ ເພື່ອຕໍ່ຍອດສູ່ການຕັດສິນລະດັບພາກພື້ນ ແລະ ສາກົນຕໍ່ໄປ.


         ສຳລັບປະສົບການຜ່ານມາຂອງ ພຸດສະຫວັນ ຈັນທະວົງ ເລີ່ມຕົ້ນດ້ວຍການເປັນນັກກິລາແລ່ນລານ, ຈາກນັ້ນໄດ້ຮັບການອົບຮົມ ຮຽນຮູ້ ເລື່ອງການເປັນກຳມະການຕັດສິນບານເຕະ, ເຄີຍຕັດສິນລາຍການຕ່າງໆພາຍໃນປະເທດ ລວມທັງລະດັບອາຊຽນ ແລະ ອາຊີ ຈຳນວນໜຶ່ງ, ໄດ້ຮັບໃບຢັ້ງຢືນການເປັນຜູ້ຊ່ວຍຜູ້ຕັດສິນລະດັບຟີຟ້າໃນປີ 2019.

         ການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບສຸດທ້າຍ ມີທີມເຂົ້າຮ່ວມທັງຫມົດ 8 ທີມ ປະກອບມີ: ອຸດເບກກິດສະຖານ, ໄຕ້ຫວັນ(ສປຈີນ), ສ.ເກົາຫລີ, ອົສຕຣາລີ, ຍີ່ປຸ່ນ, ສປປ ເກົາຫລີ, ສປຈີນ ແລະ ຫວຽດນາມ.


News Cover

ຈັດພິທີເປີດສູນຝຶກກິລາບານເຕະຈຳປີ - ຈຳປາຢ່າງເປັນທາງການ

24/02/2024

                ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດສູນຝຶກກິລາບານເຕະຈຳປີ-ຈຳປາຂື້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 24 ກຸມພາ 2024 ຢູ່ທີ່ສູນດັ່ງກ່າວ,ເຊິ່ງມີທີ່ຕັ້ງຢູ່ສະຫນາມກິລາແຫ່ງຊາດລາວ(ຫຼັກ16)ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກຣປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ Kenny JEAN-MARIE ຕົວແທນຈາກ ສະຫະ ພັນບານເຕະນາໆຊາດFIFA, ຕົວແທນຈາກສະຫະພັນບານເຕະອາຊີAFC, ຕົວແທນ ສະຫະພັນບານເຕະອາຊຽນAFF ພ້ອມດ້ວຍ ຄະນະບໍລິຫານງານ ສຕລ,ບັນດາສະຫະພັນບານເຕະແຂວງ ແລະ ສື່ມວນຊົນເຂົ້າຮ່ວມ.

               ໃນພິທີ,ທ່ານ ວີເພັດ ສີຫາຈັກຣ​ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ: ສູນກິລາຈຳປີ - ຈຳປາ ເປັນຫມາກຜົນແບບຢ່າງທາງດ້ານການພັດທະນາກິລາບານເຕະລາວ, ເຊິ່ງພາກລັດ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ໄດ້ມອບສິດສຕລໄດ້ນຳໃຊ້ສະຫນາມກິລາແຫ່ງຊາດຫຼັກ 16 ລວມທັງຫມົດເປັນເນື້ອທີ່ດິນຈຳນວນ 105,446 ຕາແມັດ. ຫລັງຈາກນັ້ນ ສຕລ ໄດ້ຍາດແຍ່ງທຶນຊ່ວຍເຫລືອຈາກ ສະຫະພັນນາໆຊາດ ພາຍໃຕ້ໂຄງການ FIFA FORWARD 3 ໄລຍະຄື:

1. ໂຄງການກໍ່ສ້າງຕຶກຫໍພັກນັກກິລາພາຍໃຕ້ໂຄງການ FIFA FORWARD 1.0 ສຳເລັດໃນປີ 2017.

2. ໂຄງການກໍ່ສ້າງເດີ່ນຝຶກຊ້ອມຂະຫນາດມາດຕະຖານ 2 ເດີ່ນພາຍໃຕ້ໂຄງການ FIFA FORWARD 1.0 ສຳເລັດໃນປີ 2021.

3. ໂຄງການພາກຂະຫຍາຍ ສູນຝຶກກິລາບານເຕະ ຈໍາປີິ - ຈໍາປາ ພາຍໃຕ້ໂຄງການ FIFA FORWARD 2.0 ສຳເລັດໃນປີທີ່ຜ່ານມາ.

             ຈຸດປະສົງຂອງສູນຝຶກນີ້ ແມ່ນເພື່ອເປັນບ່ອນຝຶກແອບນັກກິລາບານເຕະທີມຊາດລາວ ທັງຍິງ ແລະ ຊາຍ ຕັ້ງແຕ່ລຸ້ນໃຫຍ່ ຈົນຮອດ ລຸ້ນເຍົາວະຊົນ ເພື່ອຈຸດປະສົງຍົກລະດັບຂີດຄວາມສາມາດຂອງນັກກິລາໂດຍການມີສູນຝຶກທີ່ໄດ້ມາດຕະຖານທີ່ປະກອບໄປດ້ວຍ ຫໍພັກ, ຫ້ອງອາຫານ, ຫ້ອງປະຊຸມ, ຫ້ອງອອກກຳລັງກາຍ. ສູນຝຶກແຫ່ງນີ້ ຈະເປັນບ່ອນຫລໍ່ຫລອມທັກສະ, ຄວາມສາມາດຂອງນັກກິລາບານເຕະທີມຊາດລາວ ນັບແຕ່ນີ້ໄປສູ່ຫລາຍສະໄໝໃນອະນາຄົດ. ນອກນັ້ນ ສູນຝຶກແຫ່ງນີ້ ຍັງຈະເປັນສະຖານທີ່ຈັດກິດຈະກຳພັດທະນາບານເຕະຂັ້ນພື້ນຖານ, ນຳໃຊ້ເຂົ້າໃນການຝຶກຊ້ອມນັກກິລາຂອງສູນພັດທະນາກິລາບານເຕະຈຳປີ - ຈຳປາ ພາຍໃຕ້ໂຄງການ FIFA TDS, ຈັດກິດຈະກຳວັນກິລາບານເຕະ ສຕລ LFF FOOTBALL DAY ແລະ ອື່ນໆ.

            ຂະນະທີ່ທ່ານ Kenny JEAN-MARIE ຕົວແທນຈາກ ສະຫະພັນບານເຕະຟີຟາ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການສ້າງສູນຝຶກແຫ່ງດັ່ງກ່າວ, ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີຄວາມມຸ້ງຫມັ້ນ ພັດທະນາບານເຕະລາວ ໃນໄລຍະຍາວ ໃນທຸກໆລໍາດັບ , ພວກເຮົາຍິນດີທີ່ຈະປະກອບສ່ວນ ໂດຍຜ່ານໂຄງການ FIFA FORWARD ດ້ວຍການຮ່ວມມືທີ່ດີພວກເຮົາ ເຮັດວຽກຮ່ວມກັນເພື່ອສ້າງວິໃສທັດທາງດ້ານບານເຕະໂສມຫນ້າໃຫມ່ໃນປະເທດ ເຊິ່ງໄດ້ເປີດໂອກາດໃຫ້ເຍົາວະຊົນທັງຍິງ ແລະ ຊາຍ ໄດ້ມີໂອກາດໄດ້ສະແດງຄວາມສາມາດໃນເກມການແຂ່ງຂັນ, ທ່ານ Kenny JEAN-MARIE ຍັງກ່າວຕື່ມວ່າສະຫະພັນບານເຕະນາໆຊາດFIFAພ້ອມສືບຕໍ່ໃຫ້ການສະໜັບສະໜູນດ້ານທຶນຮອນ,ວິຊາການໃນການຊວ່ຍເຫຼືອສຕລດ້ານຕ່າງໆນັບທັງການຝຶກສອນນັກກິລາລາວຕື່ມອີກ ຜ່ານໂຄງການ FIFA FORWARD.


News Cover

ສຳເລັດກອງ​ປະ​ຊຸມ​ໃຫຍ່ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ປະ​ຈຳ​ປີ 2024 ທ່ານ ວີເພັດ ສີຫາຈັກຣ ຖືກຄັດເລືອກເປັນປະທານ ສຕລ ອີກຄັ້ງໃໝ່

24/02/2024

             ກອງປະຊຸມໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 24 ກຸມພາ 2024 ທີ່ ໂຮງແຮມລາວພລາຊາແລະອັດລົງໃນວັນດຽວກັນດວ້ຍຜົນສຳເລັດ,ໂດຍໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກ ສຕລ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ພ້ອມດ້ວຍຄະນະບໍລີຫານງານສຕລ, ຕົວແທນຈາກ ສະຫະພັນບານເຕະນາໆຊາດFIFA, ຕົວແທນຈາກສະຫະພັນບານເຕະອາຊີAFC, ຕົວແທນ ສະຫະພັນບານເຕະອາຊຽນAFF ພ້ອມດ້ວຍຜູ້ຕາງໜ້າສະຫະພັນບານເຕະແຂວງຈາກ17 ແຂວງແລະສະໂມສອນ ລາວລີກ1ເຂົ້າຮ່ວມ.

             ໃນກອງປະຊຸມ,ຜູ້ແທນໄດ້ຮັບຮອງເອົາບົດບັນທຶກກອງປະຊຸມສະໄໝສາມັນ ສຕລປະຈຳປີ2023ແລະເລືອກຕັ້ງເອົາຄະນະບໍລິຫານງານສຕລຊຸດໃໝ່,ວາລະ4ປີ(2024-2028).ໃນນັ້ນ,ທ່ານ ວີເພັດ ສີຫາຈັກຣ ຖືກຄັດເລືອກໃຫ້ເປັນປະທານ ສຕລ ອີກຄັ້ງໃໝ່ແລະປະກອບມີຮອງປະທານ4ທ່ານຄືທ່ານ ປະສາດໄຊ ພິລາພັນເດດ, ທ່ານ ຄໍາໄພ ປະເສີດ, ທ່ານ ຄໍາແພງ ວົງຂັນຕີ ແລະ ທ່ານ ນາງ ກັນຍາ ແກ້ວມະນີ(ຜູ້ໃໝ່) ແລະຄະນະກໍາມະການບໍລິຫານງານ ສຕລ ປະກອບມີ 6 ທ່ານຄື: ທ່ານ ດຣ.ໄຊຊະນະ ທອງຄໍາຈັນ, ທ່ານ ປອ. ບຸນຍູ້ ສີສານ, ທ່ານ ນາງ ພູໄຊ ແພງພົງ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ, ທ່ານ ແກ້ວລັດຕະນະ ສີຫາວົງ (ຜູ້ໃໝ່)ແລະ ທ່ານ ຄໍລະເດດ ພອນພະຈັນ(ຜູ້ໃໝ່).


           ໂອກາດກ່າວຮັບໜ້າທີ່ໃໝ່,ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ຮຽກຮ້ອງໃຫ້ ຄະນະບໍລິຫານງານ ສຕລ ຊຸດໃໝ່ຈົ່ງສາມັກຄີກັນແຫນ້ນ, ຈັດຕັ້ງປະຕິບັດບັນດາທິດທາງແຜນການທີ່ໄດ້ຮັບຮອງໄວ້ແລ້ວສຳລັບ 4 ປີ ຕໍ່ໜ້າ2024-2028 ໃຫ້ປະສົບຜົນສຳເລັດ,ຕາມຄາດຫມາຍ ຫລື ລື່ນຄາດຫມາຍທີ່ວາງໄວ້, ແນ ໃສ່ພັດທະນາວົງການກິລາບານເຕະລາວພາຍໃຕ້ການບໍລິຫານງານຂອງ ຄະນະບໍລິຫານງານຊຸດນີ້ ໃຫ້ມີຜົນງານໃໝ່ທີ່ດີຂຶ້ນກວ່າເກົ່າ.


            ກ່າວມີຄຳເຫັນຕໍ່ກອງປະຊຸມ,ທ່ານກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເຊິ່ງເພິ່ນໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະບໍລິຫານງານ ສຕລ ຊຸດເກົ່າທີ່ໄດ້ສ້າງຜົນງານເດັ່ນທັງພາຍໃນແລະຕ່າງປະ ເທດ,ເຮັດໃຫ້ສາກົນຮັບຮູ້ສປປລາວຫຼາຍຂື້ນແລະພ້ອມນັ້ນທ່ານກໍໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານຊຸດໃໝ່ສືບຕໍ່ເສີມຂະຫຍາຍຜົນງານໃຫ້ຫຼາຍຂື້ນກວ່າເກົ່າ,ພັດທະນາວົງການກິລາລາວແຕ່ລະລຸ້ນໃຫ້ມີຄຸນນະພາບນັບທັງຢູ່ສູນກາງແລະທ້ອງຖິ່ນ.


           ໃນ4ປີຜ່ານມາ,ສະຫະພັນບານເຕະແຫ່ງຊາດລາວສົກປີ2020-2024 ໄດ້ມີຫລາຍວຽກງານທີ່ພົ້ນເດັ່ນຫຼາຍດ້ານສຸມສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການພັດທະນາກິລາບານເຕະໃນ ສປປ ລາວ ໃຫ້ກ້າວຂື້ນ ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງພັກ-ລັດ ກໍຄືກະຊວງສຶກສາທິການ ແລະ ກິລາ, ບັນດາສະມາຊິກ ສຕລ, FIFA, AFC, AFC ແລະ ບັນດາຜູ້ໃຫ້ການສະໜັບສະໜູນ.ເຖິງແມ່ນວ່າໃນໄລຍະທົ່ວໂລກ ກໍຄືປະເທດລາວ ໄດ້ປະສົບກັບການແຜ່ລະບາດຂອງພະຍາດ COVID-19 ທີ່ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ການພັດທະນາກິລາບານເຕະພາຍໃນປະເທດລາວ, ແຕ່ໃນໄລຍະເວລານັ້ນສຕລກໍໄດ້ສຸມໃສ່ປ້ອງກັນຕົນເອງ,ລວມທັງນັກກິລາບໍ່ໃຫ້ມີຜົນກະທົບຮ້າຍແຮງຈາກການແຜ່ລະບາດຂອງພຍາດໂຄວິດ-19.ພາຍຫຼັງທີ່ສະພາບການໄດ້ກັບມາເປັນປົກກະຕິ ສຕລ ກໍ່ໄດ້ສຸມໃສ່ເຄື່ອນໄຫວພັດທະນາວົງການກິລາບານເຕະຢ່າງຕັ້ງໜ້າ ໂດຍການຈັດການແຂ່ງຂັນບານເຕະເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໃນປີທ້າຍ 2020 ເຊິ່ງໄດ້ຮັບຄວາມນິຍົມຫຼາຍທີ່ສຸດພາຍໃນປວງຊົນລາວທົ່ວທັງປະເທດ.


           ນອກນັ້ນ,ໃນວຽກງານຈັດການແຂ່ງຂັນພາຍໃນ, ສຕລ ໄດ້ຈັດການແຂ່ງຂັນຕັ້ງແຕ່ລຸ້ນທົ່ວໄປຈົນຮອດລະດັບເຍົາວະຊົນ ທີ່ພົ້ນເດັ່ນ ກໍຄືການຂະຫຍາຍຕາໜ່າງທີມໃນການແຂ່ງຂັນ ລາວລີກ 1 ອອກໄປສູ່ຕ່າງແຂວງແລະ ຍັງໄດ້ຮ່ວມກັນຈັດການແຂ່ງຂັນ ລາວລີກ 2 ກັບບັນດາສະຫະພັນສະມາຊິກ ເພື່ອເຮັດໃຫ້ການແຂ່ງຂັນບານເຕະລະດັບສະໂມສອນ ເປັນລະບົບຫຼາຍຂື້ນ.ອັນທີ່ພົ້ນເດັ່ນກໍຄືການຈັດການແຂ່ງຂັນບານເຕະລາວລີກຍິງ ພາຍໃຕ້ການສະໜັບສະໜູນຈາກໂຄງການFIFA ຂື້ນເປັນຄັ້ງທໍາອິດໃນທ້າຍປີຜ່ານມາ, ໄດ້ກາຍເປັນບາດກ້າວອັນໃໝ່ສໍາລັບການພັດທະນາກິລາບານເຕະຍິງຢູ່ສປປລາວ.ໃນດ້ານການສ້າງຕັ້ງສູນພັດທະນາກິລາບານເຕະຈໍາປີ-ຈໍາປາ ກໍ່ເປັນອີກບາດກ້າວໜຶ່ງທີ່ສໍາຄັນໃນການພັດທະນານັກກິລາລຸ້ນສືບທອດ ຄຽງຄູ່ກັບການພັດທະນານັກກິລາ ການພັດທະນາຄູຝຶກກໍ່ເປັນບູລິມະສິດຂອງ ສຕລ ເຊິ່ງສາມາດເຂົ້າເປັນພາຄີຂອງ AFC ໃນລະດັບ A, B ແລະ C.


          ການພັດທະນາບຸກຄະລາກອນພາຍໃນ, ສຕລ ໄດ້ສົ່ງເສີມໃຫ້ບຸກຄະລາກອນໄດ້ຍົກລະດັບຄວາມຮູ້, ຄວາມສາມາດ ໃນວຽກງານວິຊາສະເພາະຂອງຕົນ ໂດຍການສົ່ງເຂົ້າຮ່ວມຮຽນຫຼັກສູດຕ່າງໆ ຂອງ FIFA ແລະ AFC. ນອກນັ້ນ ຍັງໄດ້ສົ່ງເສີມໃຫ້ບັນດາຄູຝຶກ ພັດທະນາຂີດຄວາມສາມາດໃຫ້ກາຍເປັນຜູ້ຝຶກສອນການອົບຮົມຄູຝຶກລະດັບ C ຂອງ AFC ແລະ ສົ່ງເສີມກໍາມະການຕັດສີນ ລົງຄັດເລືອກເປັນກໍາມະການຕັດສິນລະດັບສູງຂອງ AFCລວມທັງສົ່ງເສີມກຳມະການຕັດສິນແລະຜົນງານອື່ນໆ.

            


News Cover

ສຕລ ມີຄວາມພ້ອມຈັດ ການແຂ່ງຂັນ ລາວ ຟຸດຊໍ ລີກ2024

21/02/2024

           ມາຮອດປະຈຸບັນ,ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີຄວາມພ້ອມ100%ໃນທຸກດ້ານໃນການຈັດການແຂ່ງຂັນ ລາວ ຟຸດຊໍ ລີກ ປະຈຳປີ 2024(LAO FUTSAL LEAGUE 2024) ໂດຍຈະເລີ່ມແຂ່ງຂັນ ວັນທີ 02 ມີນາ 2024 ຫາ 01 ມິຖຸນາ 2024 ແລະຈະນໍາໃຊ້ສະຫນາມກິລາຟຸດຊໍຂອງ ສຕລ ເປັນສະຫນາມແຂ່ງຂັນ ກຳນົດເອົາ 12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ: ເບ ສະຫວັນ ( ແຊ້ມເກົ່າ ), ລະຊະຕະ , ມາສະດາ ຈີບີ, ເຫນືອ - ໃຕ້, ຊີທີເອ ພາວເວີ້ , ນະຄອນຫຼວງ, ວີເຊີນ, ອາສາ ພາວເວີ້, ເຄເອັມທີ, ເອັສທີທີ, ຈັນສີ ແລະ ຊີໄອທີ.


        ສຳລັບຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ,ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນຮອບຕົກແລ້ວຄັດອອກ( Play-off) ນັດດຽວ.ສວ່ນສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລຳດັບ .


 ຕາຕະລາງການແຂ່ງຂັນໃນອາທິດ ທີ 1 ມີດັ່ງນີ້:

- ວັນທີ 02 ມີນາ 2024

ເວລາ 14:00 ເບສະຫວັນ ພົບ ເຄເອັມທີ 

 ເວລາ 16:00ເອັສທີທີ ພົບ ຊິທີເອ ພາວເວີ

 ເວລາ 18:00 ເຫນືອ - ໃຕ້ ພົບ ອາສາ ພາວເວີ


- ວັນທີ 03 ມີນາ 2024


 ເວລາ 14:00 ຊີໄອທີ ພົບ ຈັນສີ

ເວລາ 16:00 ມາສະດາ ຈີບິ ພົບ ນະຄອນຫຼວງ

ເວລາ 18:00 ລາຊະຕະ ພົບ ວີເຊີນ


ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາໃນຮົ່ມ ສູນຝຶກຫ້ວຍຫົງ ສຕລ

ແຟນບານສາມາດຕິດຕາມການຖ່າຍທອດສົດໄດ້ຜ່ານທາງເພສ ເຟສບຸກ LAO FUTSAL LEAGUE ແລະ LAOFF TV ສະຫະພັນບານເຕະແຫ່ງຊາດລາວ.


News Cover

ຝຶກອົບຮົມກຳມະການຕັດສິນຂັ້ນພື້ນຖານທີ່ເມືອງຄຳເກີດ

19/02/2024

               ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮ່ວມກັບ ສະຫະພັນບານເຕະແຂວງ ບໍລິຄໍາໄຊ ໄດ້ມີພິທີເປີດຝຶກອົບຮົມກຳມະການຕັດສິນຂັ້ນພື້ນຖານຂື້ນໃນຕອນເຊົ້າ ຂອງວັນທີ 19 ກຸມພາ 2024 ຢູ່ທີ່ຫ້ອງປະຊຸມ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຄໍາເກີດ,ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແສງທອງ ລໍມະນີ ຮອງຫົວຫນ້າຫ້ອງການສຶກສາ ແລະ ກິລາ ເມືອງຄໍາເກີດ.



              ໃນພິທີ ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກໍາມະການຕັດສິນ ສຕລໄດ້ ຂຶ້ນລາຍງານໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນໂຄງການປະຈຳປີຂອງ ສະຫະພັນບານເຕະແຫ່ງຊາດລາວ, ເພື່ອເປັນການພັດທະນາທັກສະຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງໃຫ້ແກ່ກຳມະການຕັດສິນ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃໝ່ ປະຈຳປີ 2023 / 2024, ການຂຽນບົດລາຍງານຂອງກໍາມະການຕັດສິນໃຫ້ຖືກຕ້ອງຕາມຫລັກການຂອງ FIFA.


               ໃນໂອກາດກ່າວເປີດພິທີ, ທ່ານ ແສງທອງ ລໍມະນີ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ແມ່ນມີຄວາມສຳຄັນຕໍ່ການພັດທະນາກຳມະການຕັດສິນຢູ່ທີ່ເມືອງ ຄໍາເກີດ ເພື່ອຕອບສະໜອງໃນການແຂ່ງຂັນກິລາບານເຕະໃນຂອບເຂດຕົວເມືອງທີ່ນັບມື້ມີການຂະຫຍາຍຕົວແລະຟົດຟື້ນຂຶ້ນເລື້ອຍໆ.ແຕ່ຍ້ອນເວລາໃນການຝຶກອົບຮົມສັ້ນ,ດັ່ງນັ້ນ,ຈິ່ງຮຽກ ຮ້ອງໃຫ້ທຸກຄົນຈົ່ງເອົາໃຈໃສ່ຕັ້ງໜ້າຮຽນ,ຈົດຈຳເອົາຄວາມຮູ້ທາງທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໄປຍົກລະດັບຕົນເອງໃຫ້ສູງເທົ່າທີ່ຈະສູງໄດ້.ການຝຶກອົບຮົມຄັ້ງນີ້ແມ່ນໃຊ້ເວລາ 5 ມື້ ເຊິ່ງເລີ່ມແຕ່ວັນທີ 19-23 ກຸມພາ 2024.


               ເຂົ້າຮວ່ມກອງປະຊຸມນີ້,ຍັງມີທ່ານ ຄໍາປະສົງ ໄຊຍະວົງສີ ວິຊາການພະແນກກຳມະການຕັດສິນ ສຕລ, ທ່ານ ກິຫຼ້າ ລາດຊະວົງ ວິຊາການພະແນກກຳມະການຕັດສິນ ສຕລ, ພ້ອມດວ້ຍນັກສຳມະນາກອນທັງຫມົດ 25 ທ່ານ, ຍິງ 2 ທ່ານທີ່ ມາຈາກຂອບເຂດຕົວເມືອງ ຄໍາເກີດ.


News Cover

ສຕລ ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກບານເຕະລະດັບ C

16/02/2024

ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງບັນດາສະໂມສອນກິລາບານເຕະ ທີ່ເປັນສະມາຊິກຂອງສະຫະພັນບານເຕະແຫ່ງຊາດລາວ ຊາບວ່າ: ສຕລ ຈະໄດ້ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກບານເຕະ ລະດັບ ຊີ AFC “C” DIPLOMA COACHING CERTIFICATE COURSE 2024, ໂດຍວິທະຍາກອນແມ່ນໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ (AFC), ດັ່ງມີລາຍລະອຽດ ແລະ ເງື່ອນໄຂລຸ່ມນີ້:

+ ກຳນົດການ

- ການຝຶກອົບຮົມແມ່ນຈະຈັດຂື້ນ ໃນລະຫວ່າງ 2 ໄລຍະ,  ໄລຍະທີ 1 ວັນທີ 01-05 ເມສາ 2024 ແລະ  ໄລຍະທີ 2 ວັນທີ 20-24 ພຶດສະພາ 2024

- ປິດຮັບສະໝັກ ວັນທີ 10 ມີນາ 2024, ເພື່ອໃຫ້ ສຕລ ລົງທະບຽນຜ່ານລະບົບຂອງສະຫະພັນບານເຕະອາຊີ (AFC)

+ ສະຖານທີ່

- ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ (ບ.ຫ້ວຍຫົງ)  ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສປປ ລາວ

+ ເງື່ອນໄຂ:

- ບັນດາສະຫະພັນບານເຕະແຂວງ, ສະໂມສອນບານເຕະ, ສາມາດສົ່ງຜູ້ໝັກເຂົ້າຮ່ວມໄດ້ບໍ່ເກີນ 2 ທ່ານ.

- ຕິດຕໍ່ເອົາແບບຟອມສະໝັກໄດ້ທີ່ ຫ້ອງການເຕັກນິກ ຂອງ ສະຫະພັນບານເຕະແຫ່ງຊາດລາວ.

- ການຢື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ບັດປະຈໍາຕົວ, ປື້ມພັດສະປອດ ແລະ ຮູບສີ 2 ໃບ.

- ໃນເວລາມາຢື່ນໃບສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງຈ່າຍຄ່າສະໝັກພ້ອມ.

- ຜູ້ສະໝັກເຂົ້າຮ່ວມຕ້ອງຝຶກອົບຮົມຕ້ອງມີອາຍຸ 18ປີຂື້ນໄປ.

- ຕ້ອງຮູ້ຈັກວິທີການເຕະບານ ແລະ ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກໃນໄລຍະ 14 ມື້.

- ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງ ສະຫະພັນບານເຕະອາຊີ(AFC) ວາງອອກຢ່າງເຂັ້ມງວດ.

+ ຄວາມຮັບຜິດຊອບຂອງ ສຕລ:

- ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

- ອຸປະກອນຮັບໃຊ້, ເຄື່ອງນຸ່ງສໍາລັບການຝຶກອົບຮົມ 2 ຊຸດ.

- ອາຫານຫວ່າງ, ນໍ້າດື່ມ ແລະ ນໍ້າກ້ອນ ຮັບໃຊ້ການຝຶກອົບຮົມ.

- ອາຫານທ່ຽງ ສຳລັບຜູ້ທີ່ເຂົ້າຮ່ວມຝຶກອົບຮົມ.

+ ຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຝຶກອົບຮົມ:

- ການເດີນທາງໄປ-ກັບ ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.

- ຄ່າສະໝັກເຂົ້າຮ່ວມຝຶກອົບຮົມຈຳນວນ 750,000 ກີບ/ຄົນ (ສໍາລັບຄົນລາວ) ແລະ 500 ໂດລ້າ (ສໍາລັບຄົນຕ່າງປະເທດ).

- ອາຫານແລງຂອງ ນັກສຳມະນາກອນ ຕ່າງແຂວງ ແມ່ນ ຮັບຜິດຊອບຕົນເອງ.

- ເກີບສຳລັບເຕະບານ ແລະ ອຸປະກອນຮັບໃຊ້ສ່ວນຕົວ ເວລາເຂົ້າຮ່ວມການຝຶກອົບຮົມ.

ໝາຍເຫດ:

-ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສຕລ ກ່ອນວັນປິດຮັບສະໝັກ, ເພື່ອລົງທະບຽນ ກັບ ສະຫະພັນບານເຕະອາຊີ (AFC).

- ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນທີ່ຈະສາມາດເຂົ້າຮ່ວມການຝຶກອົບຮົມໄດ້, ໂດຍອີງໃສ່ເງື່ອນໄຂ ແລະ ຄຸນນສົມບັດຂອງຜູ້ສະໝັກ.

- ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນທີປິດຮັບແລ້ວແມ່ນຈະບໍ່ໄດ້ຮັບການພິຈາລະນາໃນການເຂົ້າຮ່ວມຝຶກອົບຮົມ.

ລິ້ງດາວໂຫລດແບບຟອມ : https://drive.google.com/file/d/1jVYmeIW2YxNeU7wotNJA5czyjP1v0D6K/view?fbclid=IwAR2H4GDgV4oaLZif6Ej0Ppl2n46gjBo5rrCOE008B771poo4G9fW7HGyRQ0

ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ: ທ່ານ ວົງມີໄຊ ສຸບົວຄຳ 02054918322,ທ່ານ ສົມໃຈ ແສນພິມມະຈັກ

020 52213030


News Cover

ສໍາເລັດ ຝຶກອົບຮົມຄູຝຶກລະດັບ ບີ

15/02/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີປີດຊຸດຝຶກອົບຮົມຄູຝຶກບານເຕະລະດັບ ບີ(B) (LFF/AFC "B" DIPLOMA COACHING COURSE 2023/2024) ຂື້ນໃນວັນທີ 15 ກຸມພາ 2024ທີ່ຫ້ອງປະຊຸມຂອງ ສຕລ,ໂດຍໃຫ້ກຽດເປັນປະທານກ່າວປີດຂອງທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ.

ຈຸດປະສົງການຈັດຝຶກອົບຮົມເພື່ອພັດທະນາຄູຝຶກ ໂດຍໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ ຫລື AFC , ຕະຫລອດໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະພາກປະຕິບັດຕົວຈິງຢູ່ສະໜາມ.

  ການຝຶກອົບຮົມຄັ້ງນີ້ແມ່ນນໍາໃຊ້ລະບຽບໃໝ່ຂອງ AFC ຊຶ່ງຈະແບ່ງອອກເປັນ 2 ໄລຍະ ຄື:

- ໄລຍະທີ 1 ເລີ່ມວັນທີ 1 ຫາ 10 ພະຈິກ 2023

- ໄລຍະທີ 2 ເລີ່ມວັນທີ 07 ຫາ 15 ກຸມພາ 2024

ໃນຕອນທ້າຍພິທີຍັງມີການມອບໃບຢັ້ງຢືນໃຫ້ຜູ້ເຂົ້າຮ່ວມເພື່ອຢັ້ງຢືນຜົນສຳເລັດໃນການຝຶກອົບຮົມ, ສ່ວນຜົນການສອບເສັງແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

 ສຳລັບແຜນການຝຶກອົບຮົມຄູຝຶກໃນຕໍ່ໜ້າ ພະແນກເຕັກນິກ ວິທະຍາ ແລະ ພັດທະນາ ມີດັ່ງນີ້: ຝຶກອົບຮົມໃຫ້ຄວາມຮູ້ຄູຝຶກເພດຍິງ ແລະ ທີມບານເຕະຍິງ Coach Education Programme For Womens Team Coaches

• ສ້າງຊ່ອງທາງການເລືອກນັກກິລາພອນສະຫວັນ (Talend ID) ອອນລາຍ ( google forms)

• ຈັດຝຶກອົບຮົມ LFF Coach Educator Course ຈຳນວນ 1 ຄັ້ງ

• ຈັດຝຶກອົບຮົມ LFF Youth Diploma ຈຳນວນ 1 ຄັ້ງ

• ຈັດຝຶກອົບຮົມຄູຝຶກລະດັບ ຊີ LFF/AFC ‘C’ DIPLOMA ຈຳນວນ 4 ຄັ້້ງ (ຕ່າງແຂວງ2ຄັ້ງ )

• ຝຶກອົບຮົມຄູຝຶກລະດັບ ຊີ LFF/AFC ‘C’ DIPLOMA ສຳລັບຜູ້ຍິງ ຈຳນວນ 2 ຄັ້ງ

• ຝຶກອົບຮົມຄູຝຶກລະດັບ ບີ LFF/AFC ‘B’ DIPLOMA ຈຳນວນ 2 ຄັ້້ງ

• ສືບຕໍ່ໃຫ້ ສຳເລັດ ການອົບຮົມຄູຝຶກລະດັບ ເອ LFF/AFC ‘A’ DIPLOMA

• LFF/AFC Fitness Coaching Certificate Level A ຈຳນວນ 2 ຄັ້ງ

• LFF/ AFC Goalkeeping B Diploma Course ຈຳນວນ 1 ຄັ້ງ

• LFF/AFC Futsal Coaching Certificate Level 2 ຈໍານວນ 1 ຄັ້ງ

ຖ້າຫາກທ່ານໃດສົນໃຈກ່ຽວກັບການຝຶກອົບຮົມແຕ່ລະລາຍການສາມາດພົວພັນໄດ້ທີ່ ພະແນກ ເຕັກນິກວິທະຍາ ແລະ ພັດທະນາ ສຕລໃນໂມງລັດຖະການ.

ເຂົ້າຮວ່ມໃນພິທີນີ້ ຍັງມີທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການສຕລ, ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ ເປັນວິທະຍາກອນ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ເປັນວິທະຍາກອນ , ທ່ານ ວົງມີໄຊ ສຸບົວຄຳ ຄະນະພັດທະນາຄູຝຶກ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 22 ທ່ານ ທີ່ມາຈາກ ສະໂມສອນ ພາຍໃນປະເທດ, ຕ່າງປະເທດ ແລະ ນັກກິລາທີມຊາດລາວ.